ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣົດເມໂດຍສານຈີນຖືກ ລັດຍິງ
Anonymous

Date:
ຣົດເມໂດຍສານຈີນຖືກ ລັດຍິງ
Permalink   
 


ຣົດເມໂດຍສານຈີນຖືກ ລັດຍິງ

21cd1d0d-b1b2-4aa0-abe1-29ef4ec68e28.jpe

 

ເກີດເຫດການ ລັດຍິງ ຣົດເມ ໂດຍສານ ຂອງຈີນ ແລະ ຣົດ ໄທເກີ ທີ່ເປັນ ຣົດສ່ວນຕົວ ຢູ່ ເມືອງກາສີ ເຮັດໃຫ້ມີ ຜູ້ເສັຽຊີວິດ 1 ຄົນ ແລະ ບາດເຈັບ 5 ຄົນ.

ເຫດການ ດັ່ງກ່າວ ເກີດຂຶ້ນ ໃນເວລາ ປະມານ 10 ແລງ ຂອງ ວັນທີ 23 ມິນາ ຜ່ານມາ ຢູ່ຕາມເສັ້ນທາງ ຕັດໃໝ່ ຣະຫວ່າງ ບ້ານຖໍ້າ ໄປຫາ ບ້ານຫ້ວຍສານ ຊຶ່ງເປັນ ເສັ້ນທາງ ເຊື່ອມຕໍ່ ຣະຫ່ວາງ ເມືອງກາສີ ແຂວງວຽງຈັນ ກັບ ເມືອງນານ ແຂວງ ຫຼວງພຣະບາງ.

ຜູ້ທີ່ເສັຽຊີວິດ ເປັນຄົນລາວ ຢູ່ໃນຣົດ ກະບະ ໄທເກີ ແລະ ຜູ້ທີ່ບາດເຈັບ 5 ຄົນ ແມ່ນຄົນຈີນ ທີ່ເດີນທາງ ມາກັບຣົດເມ ໂດຍສານ ສອງຊັ້ນ ຂອງຈີນ ຈາກຄຸນໝິງ ຫາ ວຽງຈັນ. ອີງຕາມ ການບອກເລົ່າ ຂອງຜູ້ເຫັນ ເຫດການ ທີ່ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 24 ມິນາ ນິ້ວ່າ:

"ຣົດໄທເກີ ຕາຍຜູ້ນຶ່ງ ເພາະວ່າ ຂ້ອຍບໍ່ກ້າ ຈອດເບິ່ງ ມັນກາງຄືນ ມັນມືດ ຣົດເມ ກະຈອດຢູ່ ຣົດເມ ຖືກຍິງນ່າ ຣົດເມ ຣົດຈີນນ່າ ຄັນດຽວ ເຈົ້າ ຣົດ ໄທເກີ ຄັນດຽວເຈົ້າ ໄທເກີ ຕາຍຄາທີ່ ຜູ້ດຽວ ບາດເຈັບ ຄືຊິແມ່ນ ພວກຣົດເມ ພຸ້ນ ບາດເຈັບນະ ເຂົາເຈົ້າຍິງ ກ່ອນໜ້າ ຂ້ອຍໄປຮອດ ຫັ້ນ ເພາະວ່າ ຂ້ອຍກະບໍ່ກ້າ ຈອດ ມີແຕ່ໄທບ້ານ ພວກກອງຫຼອນ ຢືນ ເບິ່ງຢູ່ຫັ້ນ ພໍດີ ໂຕຣົດ ໄທເກີ ແມ່ນທະຫານ ໄປເຝົ້າ ຢູ່ຫັ້ນ ທະຫານ ຂະເຈົ້າ ໄປຮອດແລ້ວ".

ທີ່ຜ່ານມາ ໃນວັນທີ 1 ມິນາ ຢູ່ບ້ານວຽງຄໍາ ເມືອງພູຄູນ ແຂວງ ຫຼວງພຣະບາງ ກໍເກີດ ເຫດການ ລັດຍິງຣົດເມ ໂດຍສານ ເຮັດໃຫ້ ຜູ້ໂດຍສານ ຊາວລາວ ໄດ້ຮັບບາດເຈັບ 5 ຄົນ ແລະ ໃນມື້ດຽວກັນ ກໍໍເກີດມີ ເຫດການ ລັດຍິງ ກັມມະກອນ ຊາວຈີນ ເຮັດໃຫ້ມີ ຜູ້ເສັຽຊີວິດ 1 ຄົນ ແລະ ບາດເຈັບ 3 ຄົນ.

ໃນວັນທີ 14 ມົກກະຣາ ກໍມີເຫດການ ລັດຍິງ ຣົດເມ ໂດຍສານ ວຽງຈັນ-ຫຼວງນໍ້າທາ ຢູ່ເຂດ ເມືອງພູຄູນ ແຂວງ ຫຼວງພຣະບາງ ເຮັດໃຫ້ ຜູ້ໂດຍສານ ໄດ້ ຮັບບາດເຈັບ 1 ຄົນ.



__________________
Anonymous

Date:
Permalink   
 

6 Chinese wounded in bus shooting in northern Laos

Six Chinese nationals were wounded in an attack on a cross-border passenger bus in northern Laos Wednesday night, the Chinese embassy said.

All the victims were drivers and passengers on the bus, which was travelling from Kunming in China's southwestern Yunnan province to Vientiane, Chinese embassy officials told Xinhua early Thursday.

The bus, which was carrying 25 passengers and three drivers, was shot by unidentified gunmen at around 9:00 p.m. local time (1400 GMT) on a road in Kasi, Vientiane province.

The driver was also wounded but he managed to drive the vehicle to safety. All the injured Chinese men were sent to a local hospital for treatment.

The shooting is the latest violence occurred in Laos this year. A Chinese national was killed and three others wounded on March 1 in an attack on a Chinese-invested company by unidentified gunmen in Luang Prabang province.

On Jan. 24, two Chinese were killed and another one wounded in a bomb attack on a bus in Xaysomboun province.

http://www.ecns.cn/2016/03-24/204091.shtml



__________________
Anonymous

Date:
Permalink   
 

ແກວເຮັດຂອງເຈັກອີກແລ້ວ!!! ຕົດຫຼຳຍ່ຽວໆໆໆໆ



__________________
Anonymous

Date:
Permalink   
 

ແຫລ່ງຂ່າວຫລ້າສຸດ ເພິ່ນວ່າຈັບພວກຍິງລົດໄດ້ແລ້ວ ຈັກຊີ່ແມ່ນຫຼືບໍ່ ແມ່ນພວກກອງຫລອນບ້ານໄປຍິງເອງເພາະໄດ້ຮັບຄ່າຈ້າງຈາກກຸ່ມຄົນບໍ່ດີທີ່ມີຖານທີ່ໝັ້ນຢູ່ປະເທດໃກ້ຄຽງ ໃຫ້ມາຍີງເພື່ອສ້າງສະຖານະການໂດຍບໍ່ເລືອກກຸ່ມເປົ້າໝາຍ ເພາະພວກເພິ່ນບໍ່ມີຜົນງານມາຫລາຍປີແລ້ວຜູ້ສະໜັບສະໜູນຊີ່ຕັດງົບເລີຍຕ້ອງໄດ້ເຮັດ ແຕ່ຂໍສະເໜີວ່າຄັນຢາກໄດ້ຜົນງານກໍ່ໄປຍີງລົດທະຫານ ຕຳລວດ ລົດປ້າຍຟ້າພຸ້ນ ຢ່າມາຍີງລົດປະຊາຊົນ ລົດເມ ເພາະພວກເຂົາບໍ່ຮູ້ຫັຍງ ແລະບໍ່ມີທາງສູ້



__________________
Anonymous

Date:
Permalink   
 

ເລື່ອງເກົ່າເລົ່າໄໝ່ບໍ?ຂ້ອຍວ່າກອງຫຼອນບ້ານເປັນແພະຮັບບາບ.ແຕ່ຜູ້ຍິງແທ້ແມ່ນອົງເດືອກແນ່ໆ

ເພາະຈີນຂັດຜົນປະໂຫຍດມັນ.ແຕ່ທັງແກວ ແລະ ເຈັກ ແມ່ນພວກກອບໂກຍຜົນປະໂຫຍດຈາກລາວ

ດ້ວຍການຂຸດຄົ້ນຊັພຍາກອນທັມມະຊາດຕ່າງໆຂອງລາວໂດຽພັກ-ລັດ ສົມຮູ້ຮ່ວມຄິດ ຫຼື ເອົາຈ້າງສອງ

ອຳນາດຊາດໃຫຍ່ເຈົ້າພໍ່ທ້ອງຖິ່ນຮັກສາຕັ້ງໃຫ້ຍ້ອນຢ້ານປະຊາຊົນລາວຢຽບມ້າມຕິດພຸງ.



__________________
Anonymous

Date:
Permalink   
 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard