ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການຂຸດຄໍາ ທໍາລາຍແຫຼ່ງນໍ້າ
Anonymous

Date:
ການຂຸດຄໍາ ທໍາລາຍແຫຼ່ງນໍ້າ
Permalink   
 


ການຂຸດຄໍາ ທໍາລາຍແຫຼ່ງນໍ້າ

d10802a1-24d9-465e-9390-7182a7aa2672.jpe

 

ຊາວບ້ານ ຊຽງກົກໃໝ່ ແລະ ບ້ານ ຊຽງກົກເກົ່າ ກຳລັງ ໄດ້ຮັບຜົນ ກະທົບ ຈາກ ບໍຣິສັດ ທີ່ ມາຂຸດ ຮ່ອນຄຳ ຢູ່ ນ້ຳຫ້ວຍ ແຄມ ບ້ານ ຊຶ່ງ ຫ້ວຍ ດັ່ງກ່າວ ປະຊາຊົນ ໃນສອງບ້ານ ໄດ້ໃຊ້ກິນ ໃຊ້ອາບ ເປັນປະຈຳ ມາແຕ່ ດົນນານແລ້ວ ແລະ ທັງໃຊ້ຜລິດ ນໍ້າປະປາ ຮັບໃຊ້ ປະຊາຊົນ ໃນເຂດ ຊຽງກົກ.

ບ້ານ ຊຽງກົກ ເກົ່າແລະໄໝ່ ເປັນບ້ານ ທີ່ ຕິດກັບ ລໍານ້ຳຂອງ ແລະ ເປັນ ປະຕູດ່ານ ອອກສູ່ ປະເທດ ພະມ້າ ແລະ ປະເທດໄທ ມີ 200 ຫລັງຄາເຮືອນ ໃນເຂດ ດັ່ງກ່າວ ໄດ້ມີການ ສຳຣວດ ຈາກ ບໍຣິສັດ ເອກກະຊົນ ທີ່ມາຈາກ ແຂວງ ຫຼວງພຣະບາງ ວ່າມີ ແຫ່ທອງຄຳ ຈາກ ຫ້ວຍກັນ.

ຫລັງຈາກນັ້ນ ກໍ່ໄດ້ເລີ່ມ ມີການ ທົດລອງ ຂຸດຄົ້ນ ມາຕັ້ງແຕ່ ວັນທີ 25 ເດືອນ ມິນາ 2016 ເປັນຕົ້ນມາ. ບໍຣິສັດ ດັ່ງກ່າວ ໄດ້ ຊື້ເອົາ ດິນ ຈາກປະຊາຊົນ ຢູ່ຕາມແຄມ ສາຍນ້ຳຫ້ວຍ ຊຶ່ງ ເປັນບ່ອນທີ່ ສຳຣວດ ວ່າມີແຫ່ຄຳ ໃນພື້ນທີ່ ຈຳນວນ 5 ເຮັກຕາ ໃນ ເບື້ອງຕົ້ນ.

ໃນການ ທົດລອງ ຂຸດຮ່ອນຄຳ ເວລາ ຜ່ານມາໄດ້ 2 ອາທິດ ບໍຣິສັດ ດັ່ງກ່າວ ສາມາດ ຮ່ອນຄຳໄດ້ ມື້ນຶ່ງ ປະມານ 10 ຫາ 15 ບາດຄຳ  ສ່ວນ ຜົນກະທົບ ທີ່ ປະຊາຊົນ ໄດ້ຮັບ ແມ່ນ ການຮ່ອນຄຳ ເຮັດໃຫ້ ນ້ຳຫ້ວຍ ຂຸ່ນ ເປັນ ຂີ້ຕົມ ບໍ່ສາມາດ ໃຊ້ນ້ຳ ແລະ ບໍ່ສາມາດ ຜລິດ ນ້ຳປະປາ ໄດ້ ຍ້ອນຄວາມຂຸ່ນ ເກີນທີ່ຈະ ກັ່ນຕອງໄດ້.

ນອກຈາກ ຜົນກະທົບ ຈາກ ນ້ຳຂຸ່ນ ແລ້ວ ຍັງ ເຮັດໃຫ້ ມີສຽງດັງ ຢູ່ຕລອດ ທັງກາງເວັນ ແລະ ກາງຄືນ ປະຊາຊົນ ບໍ່ໄດ້ຫລັບ ໄດ້ນອນ ຍ້ອນສຽງ ຣົດຈົກ ເພາະເຂດ ຂຸດຮ່ອນຄຳ ແມ່ນ ຢູ່ຕິດກັບ ໝູ່ບ້ານ.

ກ່ຽວກັບ ເຣືອງນີ້ ທາງ ອຳນາດ ການປົກຄອງ ບ້ານ ກໍ່ໄດ້ ສະເໜີ ຫາອົງການ ທີ່ ກ່ຽວຂ້ອງ ຂັ້ນເມືອງ ແຕ່ກໍ່ຍັງ ບໍ່ມີ ຣາຍລະອຽດ ໃຫ້ກັບ ປະຊາຊົນ ເມື່ອຖາມໄປ ທາງ ບໍຣິສັດ ຂຸດຄົ້ນ ເຂົາ ກໍບອກວ່າ ໄດ້ຈ່າຍເງິນ ໃຫ້ທາງ ຂັ້ນເມືອງ ແລ້ວ ແຕ່ຍັງ ບໍ່ທັນມີ ໃບ ອະນຸຍາດ ຂຸດຄົ້ນ ເທື່ອ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard