ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣັຖບານຄວນຟັງສຽງປະຊາຊົນ
Anonymous

Date:
ຣັຖບານຄວນຟັງສຽງປະຊາຊົນ
Permalink   
 


ຣັຖບານຄວນຟັງສຽງປະຊາຊົນ

image

 

ໃນລະຍະ ທີ່ບັນດາ ຜູ້ນໍາ ກໍາລັງ ປະຊຸມກັນ ເຣື້ອງ ແຕ່ງຕັ້ງ ຄນະຜູ້ນໍາ ຣັຖບານ ຊຸດໃໝ່ ເພື່ອ ສະເໜີ ຕໍ່ ກອງປະຊຸມ ສະພາ ສມັຍສາມັນ ເທື່ອທໍາອິດ ທີ່ ຈະມີຂຶ້ນ ແຕ່ ວັນທີ 20 ຫາ 23 ເມສາ ນີ້, ຊາວລາວ ໃນ ນະຄອນຫຼວງ ວຽງຈັນ ກໍພາກັນ ຕັ້ງຄວາມຫວັງ ວ່າ ຣັຖບານ ຈະແກ້ໄຂ ບັນຫາ ຊີວິດການ ເປັນຢູ່ ຂອງ ປະຊາຊົນ ໃຫ້ດີຂຶ້ນ ແລະ ໂດຍສະເພາະ ຢາກໃຫ້ ຣັຖບານ ເປີດກວ້າງ ເຣື້ອງ ສິດເສຣີພາບ ຂອງ ປະຊາຊົນ ໃນການ ປາກເວົ້າ ເພື່ອ ໃຫ້ສອດຄ່ອງ ກັບ ຣະບົບ ເສຖກິຈ ການເມືອງ ແລະ ສັງຄົມ ຂອງ ປະຊາຄົມ ເສຖກິຈ ອາຊຽນ ນັ້ນນໍາດ້ວຍ. ດັ່ງຊາວ ນະຄອນຫຼວງ ທ່ານນຶ່ງ ທີ່ ຂໍສງວນຊື່ ໄດ້ເວົ້າ ໃນວັນທີ 13 ເມສາ ນີ້ວ່າ:

"ມີແຕ່ວ່າ ຢາກໃຫ້ເພິ່ນ ສົ່ງຄວາມສຸຂ ນີ້ແລ້ວ ໃຫ້ ປະຊາຊົນ ນະ ຖ້າວ່າເພິ່ນ ຕັ້ງ ຣັຖບານ ຊຸດໃໝ່ ແລ້ວ ກ່າຢາກໃຫ້ ເພິ່ນແກ້ ຄວາມທຸກ ຄວາມຍາກ ຄວາມຂາດ ຄວາມເຂີນ ຂອງ ປະຊາຊົນ ນີ້ແລ້ວ ອັນນີ້ແລ້ວ ບັນຫາ ຕົ້ນຕໍ. ທຸກມື້ນີ້ ກໍນັບມື້ ທຸກຍາກ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ແລ້ວກໍ ຢາກໃຫ້  ປະຊາຊົນ ນີ້ແລ້ວ ມີສິດ ເສຣີພາບ ປະຊາທິປະຕັຍ ຫັ້ນ ເພາະວ່າ ການປົກຄອງ ບ້ານເມືອງ ຄັນ ບໍ່ງ່ຽງຫູຟັງ ປະຊາຊົນ ກ່າເປັນໄປ ບໍ່ໄດ້ໄດ໋".

ທ່ານວ່າ ທຸກມື້ ທຸກວັນນີ້ ນັກປັນຍາຊົນ ຫຼາຍໆຄົນ ໃນ ນະຄອນຫຼວງ ວຽງຈັນ ບໍ່ກ້າອອກ ຄວາມຄິດ ຄວາມເຫັນ ຫລື ສົນທະນາ ເຣື້ອງ ການບ້ານ ການເມືອງ ທີ່ພັກ ນໍາພາ ຢ່າງ ເປີດເຜີຽໄດ້, ແຕ່ກໍພາກັນ ສົນທະນາກັນ ແບບລັບໆລີ້ໆ ເພາະຢ້ານ ບໍ່ປອດພັຍ ແກ່ຊີວິດ ຂອງຕົນ. ພວກເພິ່ນວ່າ ປະເທດ ອ້ອມຂ້າງ ເຊັ່ນ ພະມ້າ, ໄທ, ກໍາພູຊາ ເຂົາເຈົ້າ ມີສິດ ເສຣີພາບ ໃນການ ສະແດງ ຄວາມຄິດ ຄວາມເຫັນ ຫຼາຍເທົ້າ ຖ້າທຽບໃສ່ ສປປລາວ. ຍົກຕົວຢ່າງ ປະເທດໄທ ທີ່ ຢູ່ໃນພາວະ ຣັຖບານ ປະຕິວັດ, ແຕ່ ປະຊາຊົນ ແລະ ນັກການເມືອງ ກໍຍັງ ສາມາດ ອອກຄວາມຄິດ ຄວາມເຫັນໄດ້ ໂດຍ ບໍ່ຢ້ານກົວ ວ່າ ຈະຖືກຈັບ ເພາະ ເຂົາເຈົ້າ ເຊື່ອໝັ້ນ ນໍາພື້ນຖານ ປະຊາທິປະຕັຍ ໃນປະເທດ ເຂົາເຈົ້າ. ຖ້າວ່າ ທຽບໃສ່ ກັບ ພະມ້າ ແລ້ວ ຍິ່ງເຮັດໃຫ້ ປະຊາຊົນ ລາວ ຮູ້ສຶກ ລ້າຫລັງ ດ້ານສິດ ເສຣີພາບ ຫຼາຍທີ່ສຸດ.



__________________
Anonymous

Date:
Permalink   
 

ຖນົນເມືອງເງິນ-ເມືອງຊຽງຮອນ ຍັງ ລໍາບາກ

02cd39e5-01a4-4679-93d9-217379d0a88f.png

 

ປະຊາຊົນ ແຂວງ ໄຊຍະບຸຣີ ປະສົບກັບ ຄວາມຫຍຸ້ງຍາກ ໃນການ ເດີນທາງ ຣະຫວ່າງ ເມືອງເງິນ ຫາ ເມືອງຊຽງຮອນ ເພາະຖນົນ ຍັງເປ່ເພ ແລະ ເປັນທາງ ດິນແດງ ຢູ່ຄືເກົ່າ ບໍ່ປູຢາງ ຈັກເທື່ອ. ດັ່ງ ຊາວເມືອງ ໄຊຍະບຸຣີ ຜູ້ນຶ່ງ ເວົ້າກັບ ວິທຍຸ ເອເຊັຽເສຣີ ເມື່ອວັນທີ 10 ເມສາ ນີ້ວ່າ:

“ທາງຈາກ ເມືອງເງິນ ໄປຫາ ເມືອງຊຽງຮອນ ມີຄວາມຍາວ ປະມານ 65 ຫລັກ (ກິໂລແມັດ) ຫາກໍລົງມື ສ້າງ ແຕ່ວ່າ ຊ້ວງນີ້ ຂີ້ຝຸ່ນ ມັນກໍຫຫຼາຍ ເພາະວ່າ ມາກວດ ກະເປັນທາງ ດິນແດງ ປະໄວ້ ມາກວດ ກະເປັນທາງ ດິນແດງ ຄືເກົ່າ ແຕ່ວ່າ ເວລາ ຝົນຕົກ ກະມີແຕ່ ຂີ້ຕົມ, ຣະດູແລ້ງ ກະມີແຕ່ ຂີ້ຝຸ່ນ ເພາະສະນັ້ນ ຂ່າວວ່າ ຊິມາປູຢາງ ຫັ້ນນ່າ ແຕ່ວ່າບໍ່ມາ ປູຈັກເທື່ອ ເນາະ ກະບໍ່ຮູ້ວ່າ ມັນ ເປັນແນວໃດ ແຕ່ວ່າຂ່າວ ປູຢາງນີ້ ມີມາຕລອດ.”

ຣັຖບານ ລາວ ຕົກລົງ ໃຫ້ທາງການ ແຂວງ ໄຊຍະບຸຣີ ໃຊ້ ເງິນຈຳນວນ 20 ລ້ານ ໂດລາ ສະຫະຣັດ ທີ່ ໄດ້ມາຈາກ ການເກັບພາສີ ອາກອນ ຈາກໂຮງງານ ໄຟຟ້າ ຫົງສາ ລິກໄນ ໄປສ້າງຖນົນ ຣະຫວ່າງ ເມືອງເງິນ ແລະ ເມືອງຊຽງຮອນ ແຕ່ເດືອນ ສິງຫາ ປີກາຍ; ແຕ່ຈົນເຖິງ ປັດຈຸບັນ ກໍຍັງບໍ ລົງມືສ້າງ ຈັກເທື່ອ.

ເຈົ້າແຂວງ ໄຊຍະບຸຣີ ກໍມີແຜນ ວ່າຈະສ້າງ ຫລື ຢ່າງນ້ອຍ ກໍສ້ອມແປງ ຖນົນສາຍນັ້ນ ແລະໄດ້ແຈ້ງ ແຜນການ ໄປຫາ ກະຊວງ ແຜນການ ແລະ ການລົງທຶນ ແລ້ວ ວ່າແຂວງ ໄຊຍະບຸຣີ ຈະ ຮັບຜິດຊອບ ການກໍ່ສ້າງ ເສັ້ນທາງນັ້ນ ດ້ວຍ ຕົນເອງ ໂດຍຈະໃຊ້ ເງິນ ທີ່ໄດ້ມາຈາກ ໂຮງງານ ຫົງສາ ລິກໄນ ນັ້ນ.

ເປັນທີ່ຮູ້ ກັນດີວ່າ ບໍຣິສັດ ທີ່ໄດ້ ສັມປະທານ ການສ້າງ ຖນົນເສັ້ນນີ້ ແມ່ນ ບໍຣິສັດ DM ກໍ່ສ້າງ ຈຳກັດ ຊຶ່ງມີ ຄວາມສຳພັນ ໃກ້ຊິດ ກັບ ຄອບຄົວ ການນຳ ຂັ້ນຄນະ ກົມການເມືອງ ທ່ານນຶ່ງ. ອີງຕາມ ການບອກເລົ່າ ຂອງ ບຸກຄົນ ນຶ່ງ ທີ່ໃກ້ຊິດ ກັບຄອບຄົວ ດັ່ງກ່າວ.



__________________
Anonymous

Date:
Permalink   
 

ມັນຟັງຢູ່ຄວາມປະຊາຊົນແກວ ແຕ່ປະຊາຊົນລາວມັນບໍ່ສົນ.ເພາະພວກນີ້ເປັນຜູ້ແທນຫຸ່ນແກວ.

ໂດຽຢາຕູ້ກະທໍຢາກໍ່ແມ່ນແມວແກວ.ໂຊສົມພອນ ກໍ່ລູກແກວ ກວຽນໄກຊົງ.ປະຊາຊົນລາວຕ້ອງລຸກ

ຂື້ນມາພ້ອມກັນເຕະພວກຫຸ້ນແກວນີ້ອອກໄປ,ແລ້ວເລືອກຕົວແທນປະຊາຊົນລາວທີ່ແທ່ຈິງຂື້ນມາ

ເຂົາຈຶ່ງຈະຟັງສຽງປະຊາຊົນລາວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard