ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ ຈະບໍ່ໄດ້ຫຍັງຈາກເຂື່ອນ ໄຟຟ້າ
Anonymous

Date:
ລາວ ຈະບໍ່ໄດ້ຫຍັງຈາກເຂື່ອນ ໄຟຟ້າ
Permalink   
 


ລາວ ຈະບໍ່ໄດ້ຫຍັງຈາກເຂື່ອນ ໄຟຟ້າ

ece60604-f0eb-4cb2-af45-a00e85fd5fc8.png

 

ປະເທດລາວ ຈະບໍ່ໄດ້ ປະໂຫຍດຫຍັງ ຈາກ ການສ້າງ ເຂື່ອນ ໄຟຟ້າ ອາດຈະໄດ້ ເງິນ ຈາກການຂາຍ ໄຟຟ້າ ແຕ່ ໃນຂນະ ດຽວກັນ ກໍສູນເສັຽ ຫຼາຍເທົ່າໆກັນ ຍ້ອນ ຜົນກະທົບ ຈາກ ການສ້າງເຂື່ອນ. ນັ້ນແມ່ນ ຜົນສລຸບ ການສຶກສາ ສຳຣວດ ຄັ້ງຫລ້າສຸດ ຂອງ ນັກ ຊ່ຽວຊານ ກ່ຽວກັບ ການສ້າງເຂື່ອນ ໃນເຂດ ອ່າງ ແມ່ນ້ຳຂອງ.

ທ່ານ Brian Eyler ຮອງ ຜູ້ອຳນວຍການ ອົງການ Stimson Center ຮັບຜິດຊອບ ເຂດ ເອເຊັຽ ຕາວັນອອກ ສ່ຽງໃຕ້ ກ່າວເຖິງ ບົດ ຣາຍງານ ນັ້ນຢູ່ ກອງປະຊຸມ ກ່ຽວກັບ ການສ້າງ ເຂື່ອນ ໃນເອເຊັຽ ເມື່ອ ວັນທີ 14 ເດືອນ ເມສາ ນີ້ ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັດ ອະເມຣິກາ ວ່າ:

“This revive report which takes into account the benefit the country of Laos will receive from damming, cutting out the developer will get, 30 years down the road when benefit starts go be generated, the total economic impact is negative. What Laos is getting out of it nothing.”

"ທ່ານ ກ່າວວ່າ ບົດຣາຍງານ ສະບັບ ລຽບລຽງໃໝ່ ສລຸບ ຜົນໄດ້ ຜົນເສັຽ ຂອງ ປະເທດລາວ ຈາກ ການສ້າງເຂື່ອນ; ເມື່ອມາຄິດໄລ່ ຣາຍໄດ້ ຂອງ ຜູ້ສ້າງເຂື່ອນ ອອກແລ້ວ ຫລັງຈາກ 30 ປີ ລາວ ຈຶ່ງຈະເລິ້ມໄດ້ ຜົນປະໂຫຍດ ແຕ່ເມື່ອ ຄິດໄລ່ ບວກລົບ ຜົນໄດ້ ຜົນເສັຽ ຈາກ ຜົນກະທົບ ທາງດ້ານ ເສຖກິຈ ທັງໝົດແລ້ວ ສປປລາວ ຈະບໍ່ໄດ້ ຫຍັງ ຫລື ອາຈຫລຸບທຶນ ຊ້ຳ."

ທ່ານ Brian Eyler ອະທິບາຍ ວ່າ ການສ້າງເຂື່ອນ ໃສ່ ແມ່ນ້ຳຂອງ ເປັນສາເຫດ ໃຫຍ່ອັນນຶ່ງ ທີ່ເຮັດໃຫ້ ພາກລຸ່ມ ແມ່ນ້ຳຂອງ ບົກແຫ້ງ ເພາະ ເຂື່ອນ ຂອງຈີນ ກັກນ້ຳໄວ້ ໃນ ປະຣິມານ ທີ່ຫຼວງຫຼາຍ. ສາເຫດ ອື່ນໆ ທີ່ພາໃຫ້ ເກີດພັຍ ແຫ້ງແລ້ງ ກໍຄື ປະກົດການ El Nino ແລະ ການປ່ຽນແປງ ຂອງ ດິນຟ້າ ອາກາດ ໂດຍສະເພາະ ບັນຫາ ໂລກຮ້ອນ. ນອກຈາກນັ້ນ ເຂື່ອນ ຍັງເຮັດໃຫ້ ຝຸງປາ ຫຼຸດໜ້ອຍລົງ ເຖິງ 37 ສ່ວນຮ້ອຍ ໃນພາກລຸ່ມ ແມ່ນ້ຳຂອງ.

ນອກຈາກ ນີ້ແລ້ວ ເຂື່ອນ ຍັງທຳຣາຍ ປ່າໄມ້ ແລະ ສັດປ່າ ນໍ້າຖ້ວມ ພື້ນທີ່ດິນ ບໍ່ແຮ່ ບ່ອນຢູ່ ອາໄສ ແລະ ບ່ອນທຳມາ ຫາກິນ ຂອງ ປະຊາຊົນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard