ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສາວບໍລິການທາງເພດ ຈາກຫວຽດນາມ ກຳລັງແຜ່ຫຼາຍໃນສັງຄົມລາວ
Anonymous

Date:
ສາວບໍລິການທາງເພດ ຈາກຫວຽດນາມ ກຳລັງແຜ່ຫຼາຍໃນສັງຄົມລາວ
Permalink   
 


ສາວບໍລິການທາງເພດ ຈາກຫວຽດນາມ ກຳລັງແຜ່ຫຼາຍໃນສັງຄົມລາວ

ມື້ຄືນວານນີ້ 3 ພຶດສະພາ 2016 ເວລາ ປະມານ7~8ໂມງ ແລງ, ຂ້ອຍໄດ້ໄປຈອດລົດຮັບລູກ. ແຖວຫນອງບົວທອງ. ໄດ້ມີສາວ ບໍລິການ ດັ່ງພາບ ແລ່ນອອກມາໃສ່ລົດຂ້ອຍ ສອງສາມຄົນ ມາເຄາະປະຕູ. ເປັນຕາຢ້ານ ລາວຄືຊິຄິດວ່າຂອ້ຍແມ່ນຜູ້ຊາຍຫລືແຂກມາ.

ໂອ້ຍ. ຂ້ອຍກະຕົກໃຈລະເນາະ ປານຜີສາດຫິວໂຫຍ. ເອົາແທ້ເອົາວ່າ. ສາວຫວຽດນາມລ້ວນໆ.

ເປັນຫຍັງບ້ານເມືອງເຮົາຄືເປີດ ຂາຍ. ບໍລິການຢ່າງເສລີແບບນີ້.
ຫຼັງຈາກນັ້ນຂ້າພະເຈົ້າກະຂີ່ລົດໄປຕາມເສັ້ນທາງ ໂພນຕ້ອງຫາດົງໂດກ. ປະຕິໂທ! ມັນລະເຕັມອະຍະ ຫຼາຍແທ້ໆ ຫຼາຍວ່າ ເປີດໄຟຍິບແຍ໋ບ ແລ້ວ ນຸ່ງສະເກີດສັ້ນໆ ມານັ່ງຕາມແຄມທາງ ບັກຫຼາຍໆ. ຖ້າບໍ່ເຊື່ອ ພວກທ່ານໄປເບິ່ງເອງ ຕອນແລງໆ.

ເຫັນແລ້ວ ກະອົດບໍ່ໄດ້ ຈິ່ງຂຽນຈົດໝາຍນີ້ ຊ່ວຍສະທ້ອນບັນຫານີ້ແດ່. ເພາະນັບມື້ແຜ່ຂະຫຍາຍຫຼາຍຂື້ນໃນສັງຄົມລາວເຮົາ.....!13179107_989290014494046_104494763227589

13151875_1231795636852106_1099094771362313166076_1231795633518773_70117642443634



__________________
Anonymous

Date:
RE: ສາວບໍລິການທາງເພດ ຈາກຫວຽດນາມ ກຳລັງແຜ່ຫຼາຍໃນສັງຄົມລາວ
Permalink   
 


ບໍ່ມີແຕ່ຢູ່ວຽງຈັນເດີ ມີທຸກໆ ແຂວງໃນທົ່ວປະເທດ ມີຫລາຍກ່ວາໝູ່ 1.ຢູ່ນະຄອນຫລວງວຽງຈັນ

2. ແຂວງ ສະຫວັນ 3. ຈໍາປາສັກ 4. ຄໍາມ່ວນ 5. ອັດຕະປື



__________________
Anonymous

Date:
Permalink   
 

ແມ່ນ...ລອງມາເບິ່ງໂຮງງານຊີມັງຕັ້ງໃຫມ່,ເມືອງມະຫາໄຊແຂວງຄຳມວ່ນ,

ແຄມທາງ. ທາງເຂົ້າບໍລິສັດເຕັ້ມໄປດວ້ຍຮ້ານຫວຽດແລະຮ້ານບໍລິການທາງເພດ



__________________
Anonymous

Date:
Permalink   
 

ສັງຄົມລາວໃນປະຈຸບັນເຕັມໄປດ້ວຍພິດໄພອັນຕະລາຍ.ຈຳນວນພົນກໍ່ນ້ອຍຢູ່ແລ້ວເສດຖະກິດກໍ່ລ້າຫຼັງດ້ຽພັດທະນາ,

ລະດັບການສຶກສາກໍ່ຍັງຕ່ຳຫຼາຍປຽບທຽບກັບປະເທດເພື່ອນບ້ານ. ຜູ້ຍິງທີ່ຍັງເຍົາໄວຖືກເບື່ອເມົາແລະຂາຍ

ຕົ່ວຄອບຄົວຜິດຖຽງຍ່າຮ້າງເດັກເກີດມາຕ້ອງໄດ້ຮັບເຄາະຂາດຄວາມ

ເອົາໃຈໃສ່ດູແລແລະຄວາມຮັກກາຍເປັນເດັກພະເນຈອນ.ພຍາດໂລກທາງສັງຄົມລະບາດໜັກໜວ່ງຮ້າຍແຮງ

ແມ່ນໂລກເອດ ທີ່ໃນໂລກແມ່ນປົວບໍ່ທັນໄດ້ແຜ່ລາມຢ່າງຫຼວງຫຼາຍແລະຕິດແປດໃສ່ເດັກທີ່ເກີດມາ.ພວກເຮົາ

ຊ່ວຍກັນຄິດແລະວາດພາບເບິ່ງວ່າອະນາຄົດຂອງຊາດລາວທີ່ເຮົາຮັກແລະຫວງແຫນຊິເປັນໄປໃນທຳນອງໃດ. ຄົນລຸ່ນໃໝ່ທີ່ຈະສືບທອດກອ່ນອື່ນໝົດກໍ່ຕອ້ງແຂງແຮງມີສຸກຂະພາບສະຫຼາດສະຫຼຽວມີການສຶກສາມີປັນຍາ

ມີຄວາມຮູ້ຈຶ່ງຈະສາມາດສ້າງສາພັດທະນາປະເທດໃຫ້ທັນເຂົາໄດ້ບໍ່ແມ່ນຍາມໃດກະຊິໄປຂໍທານໝູ່ຢູ່ແລ້ວເອົາມາຍາດກັນກິນ.

ເຮົາກໍ່ແມ່ນຊາດໜຶ່ງທີ່ມີກຽດແລະສັກສີຂໍໃຫ້ທຸກຄົນໄດ້ຄຳນຶງເຖິງບັນຫານີ້ຖ້າເຮົາຍັງມີສຕີສຳນຶກຂອງຄວາມເປັນລາວ.

ເຮົາຢ່າເບື່ອເມົາແລະທຳລ້າຍກັນເລິຍຂໍໃຫ້ຮັກສາມັກຄີກັນແລະເຫັນໃຈກັນເພື່ອໃຫ້ຊາດລາວຄົງໄວ້ຊົ່ວກາລະນາຖ້າບໍດັ່ງນັ້ນຊາດລາວຈະດັບມອດໄປ. ດິນລາວຍັງກ້ວາງໃຫ່ຍໄພສານທະແນມແຕ່ເຮົາດຸໝັ່ນມີວຽກໃຫ້ເຮົາເຮັດໝົດທຸກວຽກແມ່ນມີກຽດພໍ່ແມ່ລ້ຽງພວກເຮົາມາດ້ວຍມືຂອງເພິ່ນເອງ.

ລູກເປັນສິບໆເພິ່ນຍັງລ້ຽງໄດ້ເປັນຫັຍງເຮົາຊິເຮັດຄືເພິ່ນບໍ່ໄດ້ຜູ້ຍິງເຮົາແຕ່ໂບຮານມາແມ່ນດຸໝັ່ນຄ່ຽມຄົມບໍ່ໄດ້ມີອາຊີບຂາຍຕົວດັ່ງ

ປະຈຸບັນແຕ່ກໍ່ມີກຽດແລະຮູ້ທຳມາຫາກິນບໍມີວຽກເຮັດງານທຳບໍນ້ອຍໜ້າຜູ້ຊາຍຂໍຮຽກຮ້ອງໃຫ້ແມ່ຍິ່ງລາວເຮົາເຊິດຊູກຽດແລະຄຸນຄ່າຂອງຕົນເອງໄວ້.

ສິ່ງທີ່ເວົ້າມາຖ້າຜິດພາດກໍ່ຂໍໂທດມານະທີ່ນີ້. ດວ້ຍຄວາມຫັວງດີຕໍ່ສັງຄົມລາວເຮົາ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard