ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຫດໃດ ພັກ-ລັດ ສປປ.ລາວແດງ ຈຶ່ງມັກກຳສັີບໃຫ້ທູດລາວແດງອອກພົວພັນຄົນເຊື້ອຊາດລາວໃນໄທ?
Anonymous

Date:
ເຫດໃດ ພັກ-ລັດ ສປປ.ລາວແດງ ຈຶ່ງມັກກຳສັີບໃຫ້ທູດລາວແດງອອກພົວພັນຄົນເຊື້ອຊາດລາວໃນໄທ?
Permalink   
 


ບໍ່ວ່າໂອກາດບຸນປີໄໝ່ ຫຼື ງານບຸນສຳຄັນຕ່າງໆຂອງພີ່ນ້ອງເຊື້ອຊາດລາວໃນໄທ,ບໍ່ວ່າລາວວຽງ

ລາວຄັງ,ລາວພວນ,ລາວໄຕດຳ ຕ່າງໆດັ່ງນີ້ເປັນຕົ້ນ ທູດລາວໃນໄທ ຮວມໄປເຖິງລະດັບອະດີດລັດຖະ

ມົນຕີຕ່າງປະເທດຄືນາຍົກຄົນປະຈຸບັນ ທອງລຸນ ສີສຸລິດ ມັກຈະໄປຮວ່ມຟ້ອນລຳວົງສາມະຄີຮ່ວມ

ກັບພີ່ນ້ອງເຊື້ອຊາດລາວໃນໄທດັ່ງກ່າວ,ສະແດງຄວາມຮັກຄວາມແພງເປັນຫວ່ງເປັນໄຍເໝືອນວ່າ

ເປັນຜູ້ຮັກເຊື້ອແພງຊາດເອົາແທ້ເອົາວ່າ.ແຕ່ເພື່ອເຫດຜົນໃດພວກ ພັກ-ລັດ ສປປ.ລາວແດງຈຶ່ງ

ກະທຳຄືແນວນັ້ນເປັນຫັຽງບໍ່ຫວ່ງໄຍໃຫ້ຄວາມສດວກ,ຄວາມສຸກແກ່ຄົນລາວໃນຊາດນັ້ນເສຍກ່ອນ?

ຕາມັນຄືບໍ່ມືນເບິ່ງບັນຫາຄວາມທຸກຍາກຂອງປະຊາຊົນທີ່ຢູ່ພາຍໄຕ້ການປົກຄອງຂອງຕົນທີ່ຕົນມີສິດ

ຈະຄຸ້ມຄອງໃຫ້ຄວາມເປັນທຳ,ສຸກທຸກໄດ້ ຕລອດບັນຫາພີ່ນ້ອງລາວທີ່ໄປຂາຍແຮງງານໃນໄທຊຶ່ງພົບ

ສາລະພັດບັນຫາ,ເຂົາເຂົ້າມາຫາກໍ່ເບິ່ງແຍງເຂົາກ່ອນແດ່ທີ່ຈະໄປສົນໃຈພີ່ນ້ອງເຊື້ອຊາດລາວໃນໄທ

ເຂົາກຸມຕົວເຂົາເອງແລ້ວ ແລະ ລັດຖະບານໄທກໍ່ຄຸ້ມຄອງເພາະເຂົາເປັນຄົນໄທໄໃນຕົວແລ້ວ.ເຊີນໃຫ້

ເບິ່ງຄົນລາວໂຕເອງໃນລາວແທ້ໆນັ້ນກ່ອນ.ແລ້ວຈຶ່ງມາສົນໃຈຄົນລາວທີ່ອອກໄປຢູ່ຕ່າງແດນໃນສັດ

ຕະວັດທີ່20 ນີ້ ກ່ອນໃຫ້ເຂົາມີສິດເສຣີພາບ,ສະເມີພາບໃນຄວາມເປັນລາວເສຍກ່ອນເພື່ອສ້າງພາບ

ພົດອັນດີງາມສແດງຕໍ່ພີ່ນ້ອງເຊື້ອຊາດລາວໃນໄທເພື່ອພວກເພິ່ນຈະໄດ້ມາຍິນດີເຊື່ອແລະໜັ້ນໃຈ

ກັບພວກເຈົ້າ ສປປ.ລາວແດງວ່າເປັນຜູ້ຫ່ວງຊາດແພງເຊື້ອທີ່ມີຄວາມສາມາດຈະເພິ່ງພາ ແລະ

ເຮັດໄດ້ສຳເຣັດໜ້າທີ່ເພື່ອໃຫ້ຄົນລາວມີຄວາມສຸກ.ບໍ່ແມ່ນຈະເຮັດແບບອະດີດຜ່ານມາ ແລະ ປະຈຸບັນ

ທີ່ເຮັດໃຫ້ປະຊາຊົນລາວທຸກຍາກ ບ້ານເມືອງຫຼົ້ມຈົມ.ຖ້າແກ້ໄຂບັນຫານີ້ບໍ່ໄດ້ເສຍກ່ອນແລ້ວ ບໍ່ຈຳເປັນ

ໄປສ້າງກຳເວນຄວາມຫາຍະນະຕໍ່ຄົນເຊື້ອຊາດລາວໃນໄທໃຫ້ຊອກຊໍ້າຕາມສບັບຊົ່ວໆທີ່ພວກເຈົ້າພັກ-ລັດ ລາວແດງ

ເຮັດກັບຊາດແລະປະຊາຊົນລາວຕົນເອງປະຈຸບັນ.ຂໍຝາກໄປເຖິງດ້ວຍຄວາມເປັນຫວ່ງຕໍ່ພີ່ນ້ອງເຊື້ອຊາດລາວ

ທີ່ກ່າວມາຂ້າງເທິງໃນໄທຈົ່ງສຶກສາໃຫ້ດີກ່ອນຈະໄປຫຼົງເຊື່ອພວກພັກ-ລັດລາວແດງເພື່ອກັນຄວາມເສຍໃຈ

ຕາມຫຼັງດັ່ງລັດຖະບານພຣະຣາຊອານາຈັກ ແລະ ປະຊາຊົນລາວທີ່ກິນເຂົ້າກັບນໍ້າຕາທົນທຸກທໍລະມານເທົາ

ທຸກວັນນີ້ຍ້ອນຢາກຮ່ວມວົງສາຄານະຍາດຊາດລາວກັບຄົນບໍ່ຈິ່ງໃຈຄື ພັກ-ລັດລາວແດງ.ຫວັງວ່າບົດ

ຮຽນຂອງພວກ ຂພຈ ປະຊາຊົນອະດີດພຣະຣາຊອານາຈັກລາວຈະເປັນແວ່ນແຍງກະຕຸ້ນໃຈແກ່ພີ່ນ້ອງ

ເຊື້ອຊາດລາວໃນໄທເປັນຢ່າງດີຕໍ່ເລ້ຫຼຽມໂດຽການນຳໄຊ້ສາຍຕໍ່ທາງເຄື່ອຍາດເຊື້ອຊາດ ແລ້ວດັບສູນ

ຄົນເພື່ອເອົາຜື່ນແຜ່ນດິນມອບເວນເຄນໃຫ້ພໍ່ແກວມັນດັ່ງປະຈັກເດັ່ນທີ່ສຸດໃນປະຈູບັນ.

ປະເພນີ,ວັດທະນະທັມຂອງລາວອັນສຸດທ້າຍຄົງແມ່ນພວກທ່ານພີ່ນ້ອງເຊື້ອຊາດລາວໃນໄທເທົ່າ

ນັ້ນທີ່ຈະເປັນຜູ້ຮັກສາໄວ້ໄດ້.ຄືແນວນັ້ນຈົ່ງຣະວັງຢ່າໄປຫຼົງເຊື້ອເລກົນ ພັກ-ລັດ ສປປ.ລາວແດງ ເດີ!!!!

ແຫຼ່ງຂອງຂ່າວ: ທູດໂຈນລາວແດງ ທີ່ ກທມ ບຸນຫລີ ບູນຄຳ ໄປຢາມພີ່ນ້ອງລາວໄຕດຳ ທີ່ ນະຄອນປະຖົມ

http://www.siengserixonlao.com/

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard