ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສິບປາກວ່າບໍ່ເທົ່າຕາເຫັນ, ນີ້ເຫັນມາກັບຕາ
Anonymous

Date:
ສິບປາກວ່າບໍ່ເທົ່າຕາເຫັນ, ນີ້ເຫັນມາກັບຕາ
Permalink   
 


ສິບປາກວ່າບໍ່ເທົ່າຕາເຫັນ, ນີ້ເຫັນມາກັບຕາ ຕ້ອງອຸທານວ່າ ໂອ້ໂຫ! ມັນພິລຶກແທ້ໆ(ນີ້ແມ່ນພາບຖ່າຍລະຫວ່າງຂັບລົດຜ່ານກາຍໄປເຫັນ).

ຢາກບອກວ່າເດືອນນີ້ເປັນເດືອນແຫ່ງການປູກຕົ້ນໄມ້ແຫ່ງຊາດ ເຫຼົ່າຄົນດັງທັງຫຼາຍທີ່ປູກຕົ້ນໄມ້ທີ່ອອກເປັນຂ່າວທາງສື່ຕ່າງໆຫວັງວ່າທ່ານທັງຫຼາຍ

ຈະຮັກຕົ້ນໄມ້ດ້ວຍໃຈຈິງ ຢ່າພຽງແຕ່ປູກໂຊ. ອີກອັນໜຶ່ງ ປະກົດການຕັດໄມ້ຢ່າງທ້າທາຍ ສາຍຕາປະຊາຊົນແບບນີ້ເຮົາຢ່າໄປໂທດແຕ່ນາຍທຶນຫວຽດນາມເທົ່ານັ້ນ

ຄົນທີ່ຄວນໂທດຄືຄົນເຮົາເອງ ທີ່ສົມຮູ້ຮ່ວມຄິດເພື່ອຜົນປະໂຫຍດສ່ວນຕົວ. ປະກົດການທີ່ເຫັນທາງສືນັ້ນມັນບໍ່ແມ່ນເລື່ອງຂີ້ຕົວະ

ແລະບໍ່ແມ່ນສິ່ງຂອງເລັກນ້ອຍທີ່ຈະເອົາໃສ່ກະເປົາໜີໄປໄດ້. ຫວັງວ່າຈະບໍ່ງຽບຫາຍໄປຊື່ໆໂດຍບໍ່ສາມາດຈັບໃຜໄດ້ເລີຍ. ທ່ານຜູ້ໃຫຍ່ນໍາພາສ້າງຂະບວນການປູກຕົ້ນໄມ້

ສິ່ງທີ່ທ່ານນໍາພານັ້ນລູກຫຼານກໍ່ພ້ອມປະຕິບັດຕາມ ແລະລູກຫຼານຫວັງວ່າທ່ານຜູ້ນຳຈະປາບພວກທີ່ຕັດໄມ້ທີ່ທ້າທາຍ ເຫຼົ່ານີ້ໃຫ້ໜົດໄປ......

13321732_10205120467926386_464652592729113406973_10205120467846384_424623021920613339513_10205120468646404_2600712532586



__________________
Anonymous

Date:
Permalink   
 

ມື້ນີ້ ພາໄປທ້າພິສູດເສັ້ນທາງ ດົງໂດກຫາ ໜອງພະຍາ ໜອງບຶກ
ໂຊກອັບບໍ່ດີ ຕ້ອງລະວັງ

ທາງໄປໂຮງໝໍແມ່ແລະເດັກແມ່ມານ ຊິໄປເກິດລູກເພີ່ນກະທ່ຽວທາງຍາກ ຊິອອກລູກກາງທາງລະ ເພື່ອຊິໄປຮອດ

ຢາກໃຫ້ພາກສ່ວນກ່ຽວຂ້ອງມາເບີ່ງແດ່

13346729_966791433438115_244168412134579

 

ພວກໂລກສວຍໄປທາງໃດຫມົດລະຮຶສູ..ເຫັນບໍ່ລະຕາແຕກສູມືນເບີ່ງບໍ່... ເທື່ອຫນ້າຄັນສູບໍ່ໄດ້ເດືອດຮ້ອນລະຢ່າມາໂລກສວຍ...ຍາມໃດກະວ່າກຳລັງພັດທະນາ...

ກຳລັງພາກັນສະແຕກເງີນຫລວງຫັ້ນຕິ..ຫງົບລັດສົ່ງໃຫ້ແປງທາງທຸກປີພາກັນສະແຕກຫມົດ... ກູລະເບື່ອພວກເຫັນແກ່ຕົວ.



__________________
Anonymous

Date:
Permalink   
 

ວັນທີ່ 6/6/2016 ມີແຟນເພຈ໌ ທ່ານໜຶ່ງໄດ້ສົ່ງຂໍ້ມູນມາໃຫ້ ຊ່ວຍນຳສະເຫນີຂໍ້ມູນໃຫ້ແດ່ ຜູ້ເຮັດທາງກະເຮັດຕາມໝ້າທີ່ ແຕ່ຜູ້ໃຊ້ທາງໃຊ້ແບບທຳລາຍ.

ຂ້າພະເຈົ້າເປັນພະນັກງານຂົວທາງ ຈົນວ່າເມືອຍກັບການແປງທາງ ເສັ້ນຜາເມືອງ ຫາທ່າສີ (ໄປຊຽງຂວາງ) ເສັ້ນນີ້ ລົດຂົນໄມ້ມີແຕ່ຄັນໃຫຍ່ໆ ນໍ້າໜັກຫຼາຍໆ

ເຮັດໃຫ້ທາງເພ ຂົນໄມ້ກັນທຸກມື້.

ຢາກຮຽກຮ້ອງໃຫ້ຜູ້ດຳເນີນທຸລະກິດໄມ້ປະຕິບັດຕາມຄຳສັ່ງຂອງລັດຖະບານ ແລະ ຂໍໃຫ້ເຈົ້າໜ້າທີ່ປ່າໄມ້ກວດກາລະອຽດວ່າການດຳເນີນການຂຸດຄົ້ນໄມ້ຖືກຕ້ອງບໍ

ຖ້າເປັນໄປໄດ້ຂໍຄວາມເຫັນໃຈຢາກໃຫ້ຢຸດຊົ່ວຄາວ ເພາະການສອມແປງທາງພົບຫຼາຍຂໍ້ຍຸງຍາກ 

13327464_504809746387695_26426537279271713315724_504818303053506_216570925317115



__________________
Anonymous

Date:
Permalink   
 

ເຄື່ອນຍ້າຍໄມ້ຫຼົບຫຼີກ ທາງການ

1f89b59e-3e26-49e7-b764-da1db7dab3ff.jpe

 

ຫລັງຈາກ ຣັຖບານ ອອກຄຳສັ່ງ ເລກທີ 15 ລົງວັນທີ 13 ພຶສພາ ຜ່ານມາ, ທີ່ຫ້າມການ ສົ່ງແລະຕັດໄມ້ ເດັດຂາດ, ບັນດາ ພວກພໍ່ຄ້າໄມ້ ຢູ່ແຂວງ ບໍຣິຄຳໄຊ ກໍພາກັນ ຂົນໄມ້ໄປ ເຊື່ອງໄວ້ ໃນປ່າ ແລະ ຢູ່ຕາມໂຮງເລື່ອຍ ຕ່າງໆ ເຂດຫລັກ 20 ແລະ ຕາມເມືອງອື່ນໆ ເພື່ອຫລົບຫລີກ ການກວດກາ ຂອງ ຣັຖບານ. ດັ່ງຊາວບ້ານ ທີ່ ແຂວງ ບໍຣິຄຳໄຊ ທ່ານນຶ່ງ ຜູ້ບໍ່ປະສົງ ອອກຊື່ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 5 ພຶສພາ ນີ້ວ່າ:

"ໂອຍບອກສາຍກວດ ລົງມາ ຮັກສາເອົາ ແດ່ແມ້ ເມືອງຄຳເກີດ ແຂວງ ບໍຣິຄຳໄຊ ເຕັມໝົດ ເລີຍນະ ໄມ້ເຂົາເຊື່ອງ ຍັງຫຼາຍ 10 ພັນ ແມັດກ້ອນ ນ່າ ເມືອງຄຳເກີດ ມັນ ໜ້ອຍດຽວນຶ່ງນ້າ ຂັ້ນຖ້າວ່າ ມີສາຍກວດກາ ລົງມາແທ້ໆ ກະຢູ່ ຈັກສອງມື້ ກະຮູ້ໂລດ ດຽວນີ້ ເຂົາເລີ້ມຕັດ ມາຮອດ ເຂດຊາຍແດນ ເລກ 8 ລະບາດນີ້ ໂອ້ ອັນຕະລາຍ".

ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ ພວກພໍ່ຄ້າ ຈະຂົນສົ່ງໄມ້ ໃສ່ຣົດ ແລ້ວເອົາ ຜ້າເຕັ້ນປົກ ເພື່ອບໍ່ໃຫ້ ຄົນຮູ້ວ່າ ເປັນໄມ້ທ່ອນ ໃນເວລາ ທີ່ສົ່ງອອກໄປ ປະເທດ ວຽດນາມ. ໃນວັນທີ 6 ເດືອນ ມິຖຸນາ ຜ່ານມາ ກໍມີປະຊາຊົນ ຢູ່ແຂວງ ບໍຣິຄຳໄຊ ຣາຍງານວ່າ ຣົດຂົນໄມ້ ຂອງວຽດນາມ ບໍ່ສາມາດແກ່ໄມ້ ໄປດ່ານນໍ້າພາວ ແຂວງ ບໍຣິຄຳໄຊ ໄດ້, ເລີຍຈຳຕ້ອງ ເອົາໄປຝາກ ໄວ້ກັບ ໂຮງເລື່ອຍໂຊກໄຊ ຢູ່ ບ້ານທົ່ງໃຫຍ່ ເມືອງປາກຊັນ ແຂວງ ບໍຣິຄຳໄຊ ໂດຍບອກວ່າ ເປັນຂອງ ນາງ ນົກ ຫລື ເຈນົກ ຜູ້ມີອິດທິພົນ ໃນ ເຂດນັ້ນ.

ໃນວັນດຽວກັນ ກໍມີຣາຍງານ ຈາກ ແຂວງ ສາຣະວັນ ວ່າ ມີການແກ່ໄມ້ ອອກໄປດ່ານ ຊາຍແດນ ລາວ-ວຽດນາມ ຢູ່ ເມືອງສະໝ້ວຍ ແຂວງ ສາຣະວັນ ໄປແຂວງ ກວາງຈິ ຂອງ ວຽດນາມ.

ກ່ຽວກັບ ບັນຫາ ການລັກລອບ ຕັດໄມ້ ອອກໄປ ປະເທດ ວຽດນາມ, ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີລາວ ກໍໄດ້ຮຽກຮ້ອງ ໃຫ້ ປະຊາຊົນ ລາວ ໃຫ້ຄວາມ ຮ່ວມມື ເປັນຫູ ເປັນຕາ ຊ່ອຍເຈົ້າຫນ້າທີ່ ໃນການ ປາບປາມ ກຸ່ມຄົນບໍ່ດີ ດັ່ງກ່າວ.



__________________
Anonymous

Date:
Permalink   
 

Anonymous wrote:

ມື້ນີ້ ພາໄປທ້າພິສູດເສັ້ນທາງ ດົງໂດກຫາ ໜອງພະຍາ ໜອງບຶກ
ໂຊກອັບບໍ່ດີ ຕ້ອງລະວັງ

ທາງໄປໂຮງໝໍແມ່ແລະເດັກແມ່ມານ ຊິໄປເກິດລູກເພີ່ນກະທ່ຽວທາງຍາກ ຊິອອກລູກກາງທາງລະ ເພື່ອຊິໄປຮອດ

ຢາກໃຫ້ພາກສ່ວນກ່ຽວຂ້ອງມາເບີ່ງແດ່

13346729_966791433438115_244168412134579

 

ພວກໂລກສວຍໄປທາງໃດຫມົດລະຮຶສູ..ເຫັນບໍ່ລະຕາແຕກສູມືນເບີ່ງບໍ່... ເທື່ອຫນ້າຄັນສູບໍ່ໄດ້ເດືອດຮ້ອນລະຢ່າມາໂລກສວຍ...ຍາມໃດກະວ່າກຳລັງພັດທະນາ...

ກຳລັງພາກັນສະແຕກເງີນຫລວງຫັ້ນຕິ..ຫງົບລັດສົ່ງໃຫ້ແປງທາງທຸກປີພາກັນສະແຕກຫມົດ... ກູລະເບື່ອພວກເຫັນແກ່ຕົວ.


 ເງິນຂາຍໄມ້ເອົາໄປໃສຫມົດ ຖະຫນົນຫົນທາງເປັນບວກເປັນຫນອງ ອີກບໍ່ດົນປະຊາຊົນຈະໄລ່ພວກໂຈນປຸ້ນຊາດ

ກັບຖໍ້າຊໍາເຫນືອ

13346576_1255922094439460_8544862736429313339693_1644989379158209_3452849644118313319772_1576682412630188_4174508324231813412859_653852491431531_83019924094361013407203_1631174490532869_7675956579758313417475_113502542406846_563387048594022



__________________
Anonymous

Date:
Permalink   
 

ນີ້ຄືພາບທີ່ພວກເຂົາກໍາລັງແກ່ໄມ້ໄປທາງ ບ້ານຜາລາແວກ ຫາ ບ້ານນໍ້າປຸ່ງນອ້ຍ

ຫາ ບ້ານນໍ້າທວາຍ ແລະ ອອກ ປ່າທວາຍ- ປາກຊັນ ວັນທີ່ ໙ ມິຖຸນາ ໒໐໑໖

13322076_505419132993423_67557105480950013269282_505408339661169_60325031498366213335664_505409276327742_281353032455363



__________________
Anonymous

Date:
Permalink   
 

Anonymous wrote:

ນີ້ຄືພາບທີ່ພວກເຂົາກໍາລັງແກ່ໄມ້ໄປທາງ ບ້ານຜາລາແວກ ຫາ ບ້ານນໍ້າປຸ່ງນອ້ຍ

ຫາ ບ້ານນໍ້າທວາຍ ແລະ ອອກ ປ່າທວາຍ- ປາກຊັນ ວັນທີ່ ໙ ມິຖຸນາ ໒໐໑໖

13322076_505419132993423_67557105480950013269282_505408339661169_60325031498366213335664_505409276327742_281353032455363


 ທອງລຸນ ສີສຸລິດ ຂີ້ຕະເຟືອຍເອີຍ ເຮັດແນວໃດຄຳສັ່ງເຈົ້າຈຶ່ງບໍ່ມີນໍ້າຢາ ຫຼືວ່າ ມີອ່ຽວນຳເຂົາບໍ່?

ກຳລັງຕຳຣວດ,ທະຫານ,ສິດອຳນາດທຸກຢ່າງມີໃນກຳມືຢູ່ບໍ? ຫຼື ຢູ່ໃນກຳມືຂອງພໍ່ແກວທ່ານທອງລຸນພຸ້ນບໍ?

ຫຼື ຖືກກໍ້າປັ້ນເຈັ້ຍນາຍທຶນແລ້ວຕາເລີຍມົວບໍ່ເຫັນເຂົາຕັດແລະແກ່ໄມ້ອອກໄປ.ຖ້າມີເລືອດ ແລະ ຈິດໃຈເປັນ

ລາວກໍ່ນຳໄຊ້ມັນແດ່ຕຳຣວດຫັ້ນ.ຢ່າໃຫ້ມັນມາຍ່າງໂກ້ຊອກເປົ່າໝາກຫວີດໄຖເງິນນຳປະຊົນຫຼາຍ.ຕຳຣວດ

ທະຫານມີໜ້າທີ່ປົກປ້ອງຊາດຊັພສິນຂອງປະຊາຊົນບໍ່ແມ່ນບໍ?ລັດຖະບານເດມີໜ້າທີ່ຫັຽງ?ຢ່າຕອບວ່າເພື່ອ

ຂື້ນມາດົມດາກແກວເນີ.40 ກວ່າປີແລ້ວຍັງບໍ່ເປີດເທື່ອບໍອາຍກິນຮູດາກແກວຫັ້ນນະ?



__________________
Anonymous

Date:
Permalink   
 

ວັນທີ່ ໑໐ ມິຖຸນາ ໒໐໑໖ ໄດ້ມີກຸ່ມຄົນຈຳນວນໜຶ່ງບໍ່ຮູ້ມາຈາກພາກສ່ວນໃດ ໄດ້ຕັດໄມ້ເຂດນີ້ມາດົນສົມຄວນແລ້ວ

ບໍ່ຮູ້ເປົ້າໝາຍຈະເອົາໄປເຮັດຫຍັງ ຢູ່ທີ່ບ້ານ ສີບຸນເຮືອງ ເມືອງທ່າໂທມ ແຂວງໄຊສົມບຸນ.

13407238_505735506295119_42425528181089313406859_279625355719474_883691139150118



__________________
Anonymous

Date:
Permalink   
 

ສະຫາຍທອງລຸນເອີຍ, ເຮົາຈະຊ່ວຍໃຫ້ໄອເດຍເດີ້ ໃຫ້ໂຕອອກມາຖະແຫລງການແລ້ວຕູ່ໃສ່ອະດີດລັດຖະບານນາຍົກທອງສິງທີ່ໄດ້ເຊັນ

ສັນຍາອະນຸຍາດໃຫ້ນາຍເໜືອຫົວແກວເຂົ້າມາຕັດເອົາໄມ້ໃນລາວ ແກວເຂົາຍັງບໍ່ທັນໄດ້ຂົບອັດຕາທີ່ໄດ້ເຊັນສັນຍາກັນໄວ້ ແລ້ວສະຫາຍ

ຈຳເປັນຕ້ອງສືບຕໍ່ອຳນວຄວາມສະດວກໃຫ້ແກວຮີບຕັດໄມ້ທີ່ຍັງເຫລືອຄ້າງໂຄຕາທີ່ເຊັນກັນໄວ້ແຕ່ລັດຖະບານທີ່ຜ່ານມາ ອອກມາປະ

ກາດໃຫ້ຄົນລາວຮູ້ທັງປະເທດກໍສິ້ນເລື່ອງ. ຮຽນແບບຜະເດັດການທະຫານໄທຄອງເມືອງນັ້ນ ສິ່ງໃດຂີ້ບໍອອກຍ່ຽວບໍ່ອອກພວກເຂົາກໍພາ

ກັນຕູ່ໃສ່ລັດຖະບານນາງສາວ ຍິ່ງລັກ ໂລດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard