ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສວນປູກພືດຂອງຈີນສ້າງ ມົລພິດ
Anonymous

Date:
ສວນປູກພືດຂອງຈີນສ້າງ ມົລພິດ
Permalink   
 
ສວນປູກພືດຂອງຈີນສ້າງ ມົລພິດ

image13450785_507094776159192_754251129536511

 ສວນໝາກໂມ ແລະ ສວນກ້ວຍ ຂອງຈີນ ສ້າງ ມົລພິດ ຕໍ່ ສິ່ງແວດລ້ອມ ຢູ່ແຂວງ ຫຼວງພຣະບາງ ຊຶ່ງ ກໍ່ໃຫ້ເກີດ ບັນຫາ ຕໍ່ ຣະບົບ ແຫຼ່ງນ້ຳ ແລະ ດິນ ຂອງ ປະຊາຊົນ ເມືອງນ້ຳບາກ ແຂວງ ຫຼວງພຣະບາງ ຍ້ອນວ່າ ມີຖົງຢາງ ທີ່ ປົນເປື້ອນ ສານເຄມີ ປະຖິ້ມ ຊະຊາຍ, ແລະ ປຸຍ ສານເຄມີ ທີ່ຕ້ອງຫ້າມ ນັ້ນ ກໍພາກັນ ລັກລອບ ນຳເຂົ້າມາໃຊ້ ໃນ ສວນກ້ວຍ ແລະ ສວນໝາກໂມ. ດັ່ງ ເຈົ້າໜ້າທີ່ ກະສິກັມ ກ່າວວ່າ:

"ແຕ່ຂະເຈົ້າ ບໍ່ຢາກໃຫ້ປູກ ໝາກໂມ ຫລາຍຍ້ອນວ່າ ຂະເຈົ້າຮູ້ວ່າ ເຫັນໄດ້ຊັດເຈນ ວ່າ ຖົງຢາງ ເພາະວ່າ ມັນເປື້ອນເນາະ ຖົງຢາງ ຖ້າ ຂະເຈົ້າ ປູກໝາກໂມ ຫັ້ນ ມັນມີຖົງຢາງ ມີຫຍັງເນາະ ຂະເຈົ້າ ເກັບມ້ຽນ ອະນາມັຍ ຍາກ ເຫັນນ້ຳ ບາງບ່ອນນີ້ ຍັງບໍ່ໄດ້ ອະນາມັຍ ເທື່ອ ຍັງມີຖົງຢາງ ຄ້າງຢູ່ຫຼາຍ".

 ການປູກ້ວຍ ແລະ ໝາກໂມ ຂອງຄົນຈີນນີ້ ມີການໃຊ້ ສານເຄມີ ຢູ່ຫຼາຍ ຊຶ່ງສົ່ງຜົນກະທົບ ຕໍ່ດິນ ຂອງ ປະຊາຊົນ. ເຈົ້າໜ້າທີ່ ກ່າວຕື່ມວ່າ ແຕ່ກໍມີຢູ່ ຫຼາຍທີ່ໄດ້ ລັກລອບ ນຳ ສານເຄມີ ເຂົ້າມາໃຊ້:

 "ສ່ວນຫຼາຍ ຂະເຈົ້າ ຈະລັກນຳ ເຂົ້າມາ ກະແມ່ນ ນັ້ນແຫຼະ ນຳເຂົ້າມາ ໂດຍທີ່ວ່າ ບໍ່ຜ່ານເມືອງ ຜ່ານແຂວງ ນັ້ນແຫລະ ນຳມາ ກໍເອົາ ມາໃຊ້ເລີຍ ກໍຄືວ່ານັ້ນແຫລະ ແລະ ຄືວ່າ ປະຊາຊົນ ແຈ້ງມາ ພວກເຮົາ ຈຶ່ງຮູ້ຫັ້ນ".

ນັກລົງທຶນ ຈີນ ທີ່ເຂົ້າມາປູກກ້ວຍ ປູກໝາກໂມ ໃນເມືອງນ້ຳບາກ ເຫຼົ່ານີ້ ບໍ່ໄດ້ເຮັດວຽກ ຖືກກົດໝາຍ ສ່ວນຫຼາຍ ຈະເຂົ້າ ໄປລົມກັບ ຊາວບ້ານ ໂດຍກົງ ເພື່ອຂໍເຊົ່າ ດິນ ນຳຊາວບ້ານ. ຖ້າ ເຈົ້າໜ້າທີ່ ກວດພົບ ຈຶ່ງຈະຄ່ອຍ ແລ່ນ ເອກກະສານ ຕາມພາຍຫລັງ ແລະ ບາງ ກໍຣະນີ ນັກລົງທຶນ ຈີນ ກໍຈ້າງ ເຈົ້າຂອງທີ່ດິນ ເຮັດວຽກ ຢູ່ໃນສວນກ້ວຍ ແລະ ສວນໝາກໂມ ເລີຍ ໃນຄ່າຈ້າງ ວັນລະ 50,000 ກີບ ຕໍ່ມື້. ປັດຈຸບັນ ຢູ່ ເມືອງນ້ຳບາກ ມີຊາວຈີນ ມາເຊົ່າທີ່ດິນ ປູກກ້ວຍ 60 ເຮັກຕາ ແລະ ເຊົ່າທີ່ດິນ ປູກໝາກໂມ 40 ເຮັກຕາ

------------------------------------------------------------------------------------------

ປາຕາຍຢູ່ໜ້າເຂື່ອນ ນໍ້າຄານ3

73b4f539-f724-4236-a429-7bc133c88dff.jpe

ເຈົ້າໜ້າທີ່ ຜແນກ ຊັພຍາກອນ ແລະ ສິ່ງແວດລ້ອມ ແຂວງ ເປິດເຜີຍວ່າ, ມີປາຕາຍ ເປັນຝຸງ ຢູ່ໜ້າ ເຂື່ອນ ນໍ້າຄານ3 ເມືອງຊຽງເງິນ ແຂວງ ຫຼວງພຣະບາງ ໂດຍບໍ່ຮູ້ ສາເຫດ, ທາງ ໂຄງການ ເຂື່ອນ ກໍ ບໍ່ມີການ ກວດສອບ ຄຸນນະພາບ ຂອງນໍ້າ ແລະວ່າ ບໍ່ມີ ງົປມານ ທີ່ຈະໄປ ກວດສອບ ເຣື້ອງນີ້.

ປັຈຈຸບັນ ຜແນກ ຊັພຍາກອນ ນ້ໍາ ປະຈໍາແຂວງ ກໍໃຊ້ ງົປມານ ຣັຖ ໃນການລົງ ກວດກາ ຊຶ່ງສາມາດ ອອກໄປກວດ ໄດ້ແຕ່ລະ 3 ເດືອນ ເທື່ອ 1, ເຮັດໃຫ້ ການແກ້ໄຂ ນໍ້າເສັຽ ບໍ່ສໍາເຣັດ ໄດ້ເທື່ອ ດັ່ງ ທ່ານກ່າວວ່າ:

“ກໍບໍ່ຮູ້ສາເຫດ ເພາະວ່າ ເຮົາບໍ່ໄດ້ ສົ່ງເຂັ້າ Lab ຢູ່ວຽງຈັນ ເຮົາກໍບໍ່ໄດ້ ເອົາເຄື່ອງໄປ ວັດວ່າ EC ມັນຕໍ່າບໍ pH ມັນສູງບໍ ຕາມມາຕຖານ ພື້ນຖານ ຂອງມັນ ຫັ້ນນະ ບັດນີ້ ທາງເຈົ້າຂອງ ພັທນາ ໂຄງການ ເຂົາບໍ່ຕອບ ສນອງ ງົປມານ ໃຫ້ເຮົາ ເຂົາເຈົ້າວ່າ ງົປມີໜ້ອຍ ເຂົາເຈົ້າ ບໍ່ຢາກໃຫ້ ຄວາມຮ່ວມມື”.

ກ່ຽວກັບ ເຫດການ ປາຕາຍ ຢູ່ໜ້າ ເຂື່ອນ ນໍ້າຄານ3 ເທື່ອນີ້ ເກີດຂຶ້ນ ໃນເດືອນ ເມສາ ຜ່ານມາ ຫລັງຈາກ ໂຄງການ ໄດ້ທົດລອງ ປ່ອຍ ນໍ້າຈາກ ເຂື່ອນ ເພື່ອຜລິດ ກະແສ ໄຟຟ້າ. ເຈົ້າໜ້າທີ່ ຊັພຍາກອນ ໃຫ້ ສັນນິຖານ ວ່າ:

“ຕາມການ ສັນນິຖານ ເກີດຈາກນໍ້າເສັຽ ທີ່ສະສົມ ຢູ່ໃນໜ້າເຂື່ອນ ນັ້ນເນາະ ເວລາ ປ່ອຍອອກມາແລ້ວ ນໍ້າຢູ່ພື້ນ ຂອງ ເຂື່ອນ ຫັ້ນນະ ມັນອອກມາ ແລ້ວບັດນີ້ ເຮັດໃຫ້ ມັນມີ ນໍ້າເສັຽ ຢູ່ຕົວເກົ່າ ທີ່ເກິດຈາກ ພຶດ ສັດ ໃບໄມ້ ມັນຕາຍ ຢູ່ໃນຫັ້ນນະ ເຂົາເຈົ້າມາ ປ່ອຍລົງ ບາດດຽວ ເນາະ ບັດນີ້ ມັນບໍາບັດ ບໍ່ທັນຫັ້ນນະ ເກີດ ໃຫ້ປາຕາຍ”.

ເຈົ້າໜ້າທີ່ ຜແນກ ຊັພຍາກອນ ແລະ ສິ່ງແວດລ້ອມ ໄດ້ແນະນໍາ ປະຊາຊົນ ບໍ່ໃຫ້ ເອົາ ປາຕາຍ, ໄຄ ແລະ ພຶດຜັກ ຢູ່ໜ້າເຂື່ອນ ນໍ້າຄານ ນັ້ນມາກິນ ຍ້ອນ ພຶດ ແລະ ສັດນໍ້າ ເຫລົ່າ ນັ້ນ ຍັງບໍ່ຜ່ານ ການກວດສອບ ສາເຫດ ປາຕາຍ ທີ່ ແນ່ນອນ ເທື່ອ.

ເຂື່ອນນໍ້າຄານ 3 ຈະຜລິດກະແສ ໄຟຟ້າ ໄດ້ 60 mega wat, ສ້າງ ໂດຍ ບໍຣິສັດ ຊິໂນ ໄຣໂດຣ ຂອງຈີນ ເປັນຜູ້ ຮັບເໝົາ ກໍ່ສ້າງ. ປັຈຈຸບັນ ການກໍ່ສ້າງ ສໍາເຣັດແລ້ວ ແລະ ຄາດວ່າ ຈະເຣີ້ມຜລິດ ໄຟຟ້າ ໃນທ້າຍເດືອນ ມິຖຸນາ ນີ້.

__________________
Anonymous

Date:
Permalink   
 
wrote:

ສວນປູກພືດຂອງຈີນສ້າງ ມົລພິດ

image13450785_507094776159192_754251129536511

 ສວນໝາກໂມ ແລະ ສວນກ້ວຍ ຂອງຈີນ ສ້າງ ມົລພິດ ຕໍ່ ສິ່ງແວດລ້ອມ ຢູ່ແຂວງ ຫຼວງພຣະບາງ ຊຶ່ງ ກໍ່ໃຫ້ເກີດ ບັນຫາ ຕໍ່ ຣະບົບ ແຫຼ່ງນ້ຳ ແລະ ດິນ ຂອງ ປະຊາຊົນ ເມືອງນ້ຳບາກ ແຂວງ ຫຼວງພຣະບາງ ຍ້ອນວ່າ ມີຖົງຢາງ ທີ່ ປົນເປື້ອນ ສານເຄມີ ປະຖິ້ມ ຊະຊາຍ, ແລະ ປຸຍ ສານເຄມີ ທີ່ຕ້ອງຫ້າມ ນັ້ນ ກໍພາກັນ ລັກລອບ ນຳເຂົ້າມາໃຊ້ ໃນ ສວນກ້ວຍ ແລະ ສວນໝາກໂມ. ດັ່ງ ເຈົ້າໜ້າທີ່ ກະສິກັມ ກ່າວວ່າ:

"ແຕ່ຂະເຈົ້າ ບໍ່ຢາກໃຫ້ປູກ ໝາກໂມ ຫລາຍຍ້ອນວ່າ ຂະເຈົ້າຮູ້ວ່າ ເຫັນໄດ້ຊັດເຈນ ວ່າ ຖົງຢາງ ເພາະວ່າ ມັນເປື້ອນເນາະ ຖົງຢາງ ຖ້າ ຂະເຈົ້າ ປູກໝາກໂມ ຫັ້ນ ມັນມີຖົງຢາງ ມີຫຍັງເນາະ ຂະເຈົ້າ ເກັບມ້ຽນ ອະນາມັຍ ຍາກ ເຫັນນ້ຳ ບາງບ່ອນນີ້ ຍັງບໍ່ໄດ້ ອະນາມັຍ ເທື່ອ ຍັງມີຖົງຢາງ ຄ້າງຢູ່ຫຼາຍ".

 ການປູກ້ວຍ ແລະ ໝາກໂມ ຂອງຄົນຈີນນີ້ ມີການໃຊ້ ສານເຄມີ ຢູ່ຫຼາຍ ຊຶ່ງສົ່ງຜົນກະທົບ ຕໍ່ດິນ ຂອງ ປະຊາຊົນ. ເຈົ້າໜ້າທີ່ ກ່າວຕື່ມວ່າ ແຕ່ກໍມີຢູ່ ຫຼາຍທີ່ໄດ້ ລັກລອບ ນຳ ສານເຄມີ ເຂົ້າມາໃຊ້:

 "ສ່ວນຫຼາຍ ຂະເຈົ້າ ຈະລັກນຳ ເຂົ້າມາ ກະແມ່ນ ນັ້ນແຫຼະ ນຳເຂົ້າມາ ໂດຍທີ່ວ່າ ບໍ່ຜ່ານເມືອງ ຜ່ານແຂວງ ນັ້ນແຫລະ ນຳມາ ກໍເອົາ ມາໃຊ້ເລີຍ ກໍຄືວ່ານັ້ນແຫລະ ແລະ ຄືວ່າ ປະຊາຊົນ ແຈ້ງມາ ພວກເຮົາ ຈຶ່ງຮູ້ຫັ້ນ".

ນັກລົງທຶນ ຈີນ ທີ່ເຂົ້າມາປູກກ້ວຍ ປູກໝາກໂມ ໃນເມືອງນ້ຳບາກ ເຫຼົ່ານີ້ ບໍ່ໄດ້ເຮັດວຽກ ຖືກກົດໝາຍ ສ່ວນຫຼາຍ ຈະເຂົ້າ ໄປລົມກັບ ຊາວບ້ານ ໂດຍກົງ ເພື່ອຂໍເຊົ່າ ດິນ ນຳຊາວບ້ານ. ຖ້າ ເຈົ້າໜ້າທີ່ ກວດພົບ ຈຶ່ງຈະຄ່ອຍ ແລ່ນ ເອກກະສານ ຕາມພາຍຫລັງ ແລະ ບາງ ກໍຣະນີ ນັກລົງທຶນ ຈີນ ກໍຈ້າງ ເຈົ້າຂອງທີ່ດິນ ເຮັດວຽກ ຢູ່ໃນສວນກ້ວຍ ແລະ ສວນໝາກໂມ ເລີຍ ໃນຄ່າຈ້າງ ວັນລະ 50,000 ກີບ ຕໍ່ມື້. ປັດຈຸບັນ ຢູ່ ເມືອງນ້ຳບາກ ມີຊາວຈີນ ມາເຊົ່າທີ່ດິນ ປູກກ້ວຍ 60 ເຮັກຕາ ແລະ ເຊົ່າທີ່ດິນ ປູກໝາກໂມ 40 ເຮັກຕາ

------------------------------------------------------------------------------------------

ບັນຫາ :​ ການທີ່ຄົນງານລາວໃຊ້ມືເປົ່າຈັບບາຍຢາເຄມີເຫລົ່ານັ້ນ ກໍຮູ້ໄດ້ແລ້ວວ່າ ວຽກງານດັ່ງກ່າວ ແມ່ນເປັນອັນຕະລາຍຕໍ່ຊີວິດ.

-ຊີວິດຂອງຄົນງານລາວ ຈະສັ້ນລົງ ພຽງເພື່ອແລກປ່ຽນກັບເງິນຕາ ເລັກໆ ນ້ອຍໆ.

-ສານເຄມີທີ່ຊື່ມລົງໄປນຳດິນ ແລ້ວໄຫລຕໍ່ໄປລົງຫ້ວຍນ້ຳລຳຄອງ ປາໃນນ້ຳກໍຈະຕາຍ ຄືອາຫານຂອງປະຊາຊົນຈະຂາດຫາຍໄປ.

-ຄົນທີ່ຍັງມີຊີວິດຢູ່ ລົງໄປອາບນ້ຳ ຫລືໄປເອົານ້ຳນັ້ນມາໃຊ້ເຮັດຢູ່ເຮັດກິນ  ກໍຈະເປັນພິດພະຍາດຕໍ່ຮ່າງກາຍ

-ຄົນຈະພາກັນຕາຍວອດຕາຍວາຍ ...ລູກໆ ທີ່ເກີດມາຈະບໍ່ສົມປະກອບ ຈະເປັນເປັ້ຍເປັນຫລ່ອຍ ໃຫຍ່ມາໃຊ້ການຫຍັງບໍ່ໄດ້

ເມື່ອເບິ່ງຄັກໆ ແລ້ວຈະເຫັນວ່າ ການລົງທຶນແບບທີ່ວ່ານີ້ ມັນແມ່ນການຂ້າປະຊາຊົນຄົນລາວຕາຍ ຢ່າງບໍ່ຕ້ອງໃຊ້ອາວຸດ.

ແມ່ນໃຜເປັນຜູ້ໄດ້ຮັບປະໂຫຍດ ? :

1- ນາຍທຶນ ຈະໄດ້ຜົນກຳໄລຢ່າງຫລວງຫລາຍ : ຈ່າຍຄ່າແຮງຖືກ ແລະ ບໍ່ມີຄວາມຮັບຜິດຊອບຫຍັງຫມົດຕໍ່ຄົນງານລາວ

2- ເຈົ້າຫນ້າທີລາວ :  ພວກເຂົາກິນສິນຈ້າງລາງວັນຈາກກຸ່ມນາຍທຶນ ດັ່ງນັ້ນ ພວກເຂົາຈະປົກປ້ອງຜົນປະໂຫຍດຂອງນາຍທຶນ,

    ສ່ວນຊີວິດຂອງປະຊາຊົນລາວ ບໍ່ໄດ້ມີຄວາມສຳຄັນຫຍັງຕໍ່ພວກເຂົາ ຈະເປັນຫລືຕາຍ ພວກເຂົາບໍ່ໄດ້ສົນ.

    ພວກເຂົາເຮັດວຽກໃຫ້ນາຍທຶນ ເຂົາບໍ່ໄດ້ເຮັດວຽກເພື່ອຄົນລາວ.

ວິທີແກ້ໄຂ : ຕາບໃດທີ່ບ້ານເມືອງຍັງເປັນແບບນີ້ຢູ່ ຈະບໍ່ມີວັນແກ້ໄຂໄດ້. ກົດຫມາຍໃຊ້ການບໍ່ໄດ້ ເຈົ້າຫນ້າທີ່ໄປຮັບໃຊ້ນາຍທຶນ

              ປະຊາຊົນບໍ່ມີທີ່ເພິ່ງອາໃສ ລູກເຕົ້າເກີດມາບໍ່ໄດ້ຮັບການສຶກສາ ໃຫຍ່ມາກໍພຽງມາຮັບເຄາະຕໍ່ໆໄປ

              ລັດບໍ່ເຄີຍລົງມາຖາມຄວາມສຸກທຸກ ເຫັນຫນ້າຍາມໃດ ແມ່ນມີແຕ່ມາຂູດຮີດ ຂູດເອົາເລືອດນຳກະປູ...

ສະຫລຸບ :​ ການລົງທຶນແບບນີ້ ແມ່ນບໍ່ດີຕໍ່ປະຊາຊົນລາວ.​ຖ້າເຈົ້າຫນ້າທີບ້ານເມືອງ ຍັງບໍ່ເອົາຫົວໃສ່ໃຈຊາ ຕໍ່ຄວາມເປັນຢູ່ຂອງ

            ຄົນງານລາວແລ້ວ ປະຊາຊົນລາວຈະຕ້ອງໄດ້ພາກັນອອກມາ ກຳຈັດເຈົ້າຫນ້າທີຊົ່ວໆ ເຫລົ່ານີ້ໃຫ້ສິ້ນຈາກແຜ່ນດິນລາວ.

ນີ້ຄືຄວາມເຫັນສ່ວນໂຕຂອງ ຂພຈ

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard