ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ-ວຽດນາມຮ່ວມປະທ້ວງ
Anonymous

Date:
ລາວ-ວຽດນາມຮ່ວມປະທ້ວງ
Permalink   
 


ລາວ-ວຽດນາມຮ່ວມປະທ້ວງ

ff8a88e7-61f3-4ad9-9051-40314aa9896f.jpe

ການຊຸມນຸມປະທ້ວງ ທີ່ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ນຳໂດຍ ດຣ. ບຸນທອນ ຈັນມະລາວົງ-ວີເຊີ ຈັດຂຶ້ນ ຢູ່ຕໍ່ໜ້າ ສະຖານທູດ ສປປລາວ ແລະ ຕໍ່ໜ້າບ້ານພັກ ທູດ ວຽດນາມ ທີ່ ກຸງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ ໃນວັນທີ 21 ມິຖຸນາ 2016.

ເປົ້າໝາຍຂອງການຊຸມນຸມປະທ້ວງ ຄັ້ງນີ້ ແມ່ນເພື່ອເຮັດໃຫ້ ລາວ ມີເອກກະຣາດ ສົມບູນ ແລະ ເພື່ອ ປະຊາທິປະຕັຍ ຮວມທັງ ໃຫ້ປ່ອຍຕົວ ຄົນງານລາວ 3 ຄົນ ທີ່ ກັບຈາກ ປະເທສໄທ. ຕາມຄໍາເວົ້າ ຂອງ ດຣ. ບຸນທອນ ຈັນມະລາວົງ-ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ ມີສູນກາງ ຢູ່ ປະເທສ ເຢັຽຣະມັນ ແລະ ມີສາຂາ ຢູ່ຫຼາຍ ປະເທສ ໃນໂລກ ຮວມທັງ ສະຫະຣັຖ ອະເມຣິກາ ໄດ້ຖແລງ ຢູ່ໃນຣະຫວ່າງ ການຊຸມນຸມ ປະທ້ວງນັ້ນວ່າ:

ຜູ້ເຂົ້າຮ່ວມ ການປະທ້ວງ ຈາກເມືອງ East Hartford, ຣັຖ Connecticut ທ່ານ ພອນໄຊ ວໍຣະຣາຊ ອາດີດ ນາຍທະຫານ ກອງທັບ ຣາຊອານາຈັກລາວ ໄດ້ກ່າວເຖິງ ຄວາມຕັ້ງໃຈ ຂອງຕົນ ໃນການມາຮ່ວມ ເຄື່ອນໄຫວ ປະທ້ວງ ຄັ້ງນີ້ວ່າ:

ແລະ ຍານາງ ວຽນ ແກ້ວເມືອງຊອງ ຈາກ ເມືອງ ຊະກຣາເມັນໂຕ ຣັຖຄາລີຟໍເນັຽ ກໍເວົ້າເຖິງ ຄວາມຮູ້ສຶກ ຂອງຕົນ ທີ່ໄດ້ມາຮ່ວມ ການປະທ້ວງ ຄັ້ງນີວ່າ:

ໃນການປະທ້ວງ ໄດ້ມີການ ທັກທ້ວງ ຕິຕຽນ ຢ່າງຮຸນແຮງ ແລະ ທວງໃຫ້ ທາງການ ສປປລາວ ແລະ ວຽດນາມ ເຄົາຣົບ ແລະ ປະຕິບັດ ຫຼາຍຢ່າງ ຊຶ່ງ ໃນນັ້ນ ດຣ. ບຸນທອນ ໄດ້ທັກທ້ວງວ່າ:

ການຊຸມນຸມປະທ້ວງ ຢູ່ຕໍ່ໜ້າ ສະຖານທູດ ສປປລາວ ແລະ ບ້ານພັກ ທູດວຽດນາມ ທີ່ ກຸງ ວໍຊິງຕັນ ດີຊີ ໃນວັນທີ 21 ມິຖຸນາ ນີ້ ນອກຈາກ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ແລ້ວ ກໍມີອີກ ຫຼາຍອົງການ ເພື່ອ ສິດທິມະນຸດ ແລະ ປະຊາທິປະຕັຍ ແລະ ຊຸມຊົນ ຊາວລາວ ຈາກ ຣັຖຕ່າງໆ ທົ່ວ ສະຫະຣັຖ ແລະ ມີທັງ ຊາວຕ່າງປະເທສ ການປະທ້ວງ ດຳເນີນໄປ ໃນ ບັນຍາກາດ ຟົດຟື້ນ ແລະໄດ້ຮັບຜົລດີ. ຕາມຄໍາເວົ້າ ຂອງ ຄນະຈັດຕັ້ງ ການປະທ້ວງ.



__________________
Anonymous

Date:
Permalink   
 

  



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard