ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄວາມຈະເລີນ ສວຍງາມ ວຽງຈັນໃນອາດີດ
Anonymous

Date:
ຄວາມຈະເລີນ ສວຍງາມ ວຽງຈັນໃນອາດີດ
Permalink   
 


ຄວາມຈະເລີນ ສວຍງາມ ວຽງຈັນໃນອາດີດ



__________________
Anonymous

Date:
Permalink   
 

ສັງຄົມລາວ ໃນປັດຈຸບັນນີ້ ໂດຍການປົກຄອງ ຂອງພັກແນວລາວສ້າງຊາດ



__________________
Anonymous

Date:
Permalink   
 

ເດືອດຮ້ອນໜັກ ສ້າງທາງບໍ່ໄດ້ມາດຕະຖານ

ພາບເຫລົ່ານີ້ແມ່ນຜົນກະທົບຈາກໄພ້ນໍ້າຖ້ວມ ສາເຫດຫນື່ງກໍ່ເພາະວ່າການສ້າງເສັ້ນທາງທີ່ບໍ່ມີມາດຕະຖານ ແລະ

ຜົນກະທົບຈາກສະຫນາມກອບລອງແທງ ( ບ້ານດົງຄຳຊ້າງ ) ເຮັດໄຫ້ປະຊາຊົນເຂດນີທຸກຄົວເຮືອນເດືອດຮ້ອນຈາກໄພນໍ້າຖ້ວມ

13533251_1270581289640207_5808590828466813511967_1270581406306862_1690968140473113516653_1270581239640212_3645360096156113511059_1270581319640204_5618655109280213566928_1270581429640193_4778586128862713465944_1270581439640192_43388925228813



__________________
Anonymous

Date:
Permalink   
 

ບັນຫາມົນລະຜິດຈາກໂຮງງານດິນຈີ່ ຂອງຄົນຈິນ ທີ່ເຜົາດ້ວຍຖ່ານຫິນມາຕັ້ງຢູ່ບ່ອນຊຸມຊົນຊາວບ້ານແລະເຂດບ້ານ

ໃກ້ຄຽງມີຄວາມເດຶອດຮ້ອນຫຼາຍຢູ່ບ້ານໂນນສະອາດເມືອງໄຊທານີນະຄອນຫຼວງ ວຽງຈັນ

13495177_1746920488897554_2821048422267913439223_1746920518897551_8371848682836613439169_1746920502230886_88498767503460



__________________
Anonymous

Date:
Permalink   
 

ຈົດຫມາຍຂອງປະຊາຊົນໂດຍມີຂໍ້ຄວາມວ່າ: ແມ່ຄ້າຂາຍເຄື່ອງນຸ່ງຫົ່ມລາວແກວ່ງຫົວວືດໆວ່າໂອຍເທວະດາໂອຍເທວະດາຫລຸບທຶນ ເພາະແຂ່ງຂັນກັບພໍ່ຄ້າແມ່ຄ້າຕ່າງປະເທດບໍ່ໄຫວ ແລະ ສູ້ເຂົາບໍ່ໄດ້ ແມ່ຄ້າລາວຕອ້ງຂ້າມໄປຊື້ສິນຄ້າຢູ່ໄທ ແລະ ຈີນມາວາງຂາຍຕໍ່ອີກທອດຫນຶ່ງ ແຕ່ແມ່ຄ້າພໍ່ຄ້າຕ່າງປະເທດນໍາເຂົ້າມາຈາກປະເທດເຂົາເອງ ແລະ ຍັງຜະລິດເອົາເອງເຮັດໃຫ້ເຂົາເຈົ້າຂາຍຖືກກວ່າ ເຊີນເບິ່ງຮູບນີ້ແມ່ຄ້າພໍ່ຄ້າຕ່າງປະເທດຂາຍພຽງແຕ່ 10 ພັນກີບ ຫາ 14 ພັນກີບຢູ່ຕະຫລາດເຈົ້າອານຸວົງແຄມຂອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ສະນັ້ນຢາກວີງວອນໃຫ້ພາກລັດເບິ່ງຄືນວ່າຄວນ ຫລື ບໍ່? ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າມາຄ້າຂາຍເຄື່ອງຍອ່ຍ, ຕັ້ງຮ້ານເສີມສວຍແອບແຝງກັບການຂາຍບໍລິການທາງເພດ ແລະ ຍ່າງເລາະຂາຍເຄື່ອງເຮັດຄືບ້ານໂຕເອງ ຖ້າປ່ອຍປະລະເລີຍໄປດົນນັ້ນຄົນລາວ ແລະ ຊາວລາວຈະຖືກຢຶດອາຊີບແບບອັດຕະໂນມັດ ຜົນຕາມມາອາດເຮັດໃຫ້ຄົນລາວບໍ່ມີວຽກເຮັດງານທໍາ ແລະ ເກີດປະກົດການຫຍໍ້ທໍ້ແຜ່ລາມຂຶ້ນນັບມື້. ແລະ ນີ້ຍັງເປັນເຫດຜົນໜຶ່ງທີ່ເກີດກ້າຄ້າປະເວນີຂ້າມຊາດ, ຄົນລາວຫຼັ່ງໄຫຼອອກໄປຫາວຽກເຮັດງານທຳຢູ່ປະເທດໄທ.
ໃນໂລກນີ້ບໍ່ມີປະເທດໃດອະນຸຍາດໃຫ້ຄົນຕ່າງປະເທດເຂົ້າໄປຄ້າຂາຍເຄື່ອງຍ່ອຍ ຍ່າງເລາະຂາຍສິນຄ້າຕາມອຳເຜີໃຈ ເຊິ່ງເປັນການຍາດອາຊີບຄົນລາວ
ຍົກຕົວຢ່າງ: ປະເທດໄທ, ຫວຽດ, ຈີນ ແລະ ປະເທດອື່ນໆນັ້ນໃຫ້ຈົນເລືອດຕາອອກກໍບໍ່ສາມາດເຂົ້າໄປຂາຍເຄື່ອງຍ່ອຍໃນປະເທດເຂົາໄດ້. ມີແຕ່ປະເທດລາວເທົ່ານັ້ນທີ່ມີປະກົດການແບບນີ້ ແລະ ຄົນທີ່ມາຂາຍກະບໍ່ແມ່ນຊາດອື່ນຊາດໃດ ມີແຕ່ຫວຽດນາມ, ຄົນຈີນເຂົາກະຂາຍມີຈຸດ ເປັນຕະຫຼາດມີການສຳປະທານກັບທາງການ ແຕ່ຫວຽດພວກມັນເຮັດຄືກັບວ່າບໍ່ເຫັນຫົວຄົນລາວເລີຍ!
ມັນກໍ່ແມ່ນຢູ່ດອກວ່າຍຸກ AEC ແຕ່ການກະທຳທຸກຢ່າງຂອງປະຊາຄົມອາຊຽນກໍ່ດຳເນີນພາຍໃຕ້ກົດໝາຍ.

13567272_512224395646230_821669552146929



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard