ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣັຖບານລາວຢາກຜີກໂຕ ຈາກຈີນ
Anonymous

Date:
ຣັຖບານລາວຢາກຜີກໂຕ ຈາກຈີນ
Permalink   
 


ຣັຖບານລາວຢາກຜີກໂຕ ຈາກຈີນ

f8cbfd3b-7a02-435e-a082-8cee4d613e0e.jpe

 

ຫນັງສືພິມ ຕ່າງຊາດ ໃຫ້ທັສນະວ່າ ຜູ້ນຳໃຫມ່ ຂອງສປປລາວ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີລາວ ກຳລັງ ຊອກຊ່ອງທາງ ຈາກການເພິ່ງພາ ຈີນ ໄປຫາ ປະເທດອື່ນ ຫຼາຍຂຶ້ນ ໃນການ ຂຍາຍການເຕີບໂຕ ຂອງ ເສຖກິດ ໃນປະເທດ.

ປະເທດ ຄອມມິວນິສ ພັກດຽວ ເປັນສະມາຊິກ ປະຊາຄົມ ອາຊຽນ ແລະ ສປປລາວ ຍັງເປັນນຶ່ງ ໃນບັນດາ ປະເທດ ທີ່ທຸກຍາກ ແລະ ກໍາລັງພັທນາ ໃນໂລກ. ຣັຖບານຂອງ ນາຍົກ ຣັຖມົນຕຣີ ທອງລຸນ ສີສຸລິດ ຜູ້ທີ່ຂຶ້ນ ກຳອຳນາດ ໃນເດືອນເມສາ ຜ່ານມາ ຫວັງວ່າ ຈະສີ້ນສຸດ ຖານະ ດັ່ງກ່າວ ໃນປີ 2020 ແລະ ຈະເຮັດໃຫ້ ສປປລາວ ກາຍເປັນ ປະເທດ ຜູ້ມີຣາຍໄດ້ ປານກາງ ພາຍໃນປີ 2030. ຜົລສຳເຣັດ ດັ່ງກ່າວ ຈະເຮັດໃຫ້ ປະຊາຊົນ ລາວ ໃນທົ່ວປະເທດ ພຶງພໍໃຈ ໃນ ການປົກຄອງ ຂອງພັກ ປະຊາຊົນ ປະຕິວັດ ລາວ.

ແຕ່ເຖິງຢ່າງໃດ ກໍຕາມ ເພື່ອໃຫ້ ສຳເຣັດຜົລ ໃນການກະທຳ ດັ່ງກ່າວ ໃນທີ່ສຸດ ນາຍົກ ຣັຖມົນຕຣີ ລາວ ທ່ານ ທອງລຸນ ກໍຈະປ່ຽນ ພາບພົດ ຈາກການເພິ່ງ ຈີນ ຫຼາຍເກີນໄປ ແລະ ກໍຫັນໄປ ເພິ່ງປະເທດອື່ນ ຫຼາຍຂຶ້ນ ເປັນຕົ້ນ ສະຫະພາບ ຢູໂຣບ ແລະ ສະຫະຣັດ ອະເມຣິກາ ໃນການຂຍາຍ ການເຕີບໂຕ ທາງດ້ານ ເສຖກິດ ຂອງລາວ ໃຫ້ໄດ້ ໃນຣະດັບ ນັ້ນ.

ຣາຍງານວ່າ ຫລັງຈາກຂຶ້ນ ກຳອຳນາດ ທ່ານ ທອງລຸນ ສີສຸລິດ ກໍໄດ້ເລັ່ງລັດ ໃນການ ປະຕິບັດ ຫນ້າທີ່ການງານ ຢ່າງ ເອົາຈິງ ເອົາຈັງ ເພື່ອຮັບໃຊ້ ປະຊາຊົນ ແລະ ປະເທດຊາດ ແຕກຕ່າງ ຈາກຜູ້ນຳ ຊຸດກ່ອນໆ.

ບັນຫາ ທີ່ທ່ານແກ້ໄຂ ກ່ອນຫມູ່ ກໍ່ແມ່ນ ການຫ້າມ ສົ່ງໄມ້ອອກ, ການປັບ ຄ່າໄຟຟ້າ ໃຫ້ຖືກລົງ ແລະ ທົບທວນ ການໃຫ້ ສຳປະທານ ໂຄງການ ໃຫຍ່ໆ ໃນລາວ ຮ່ວມດ້ວຍ ການໂຈະ ໂຄງການ ທີ່ບໍ່ສ້າງ ຣາຍໄດ້ໃຫ້ແກ່ ປະເທດຊາດ ແລະ ປະຊາຊົນ ຫຼາຍ ໂຄງການ



__________________
Anonymous

Date:
Permalink   
 

ຂພຈ ວ່າກົງກັນຂ້າມມັນຖະຫຼຳເຂົ້າຫາຈີນຫຼາຍກວ່າເພື່ອສືບຕໍ່ຜູກຂາດອຳນາດຜເດັດການ ພັກໂທນ.

ເັຫນໄດ້ຊັດຄືການໄປເຂົ້າຂ້າງຈີນໃນບັນຫາທະເລຈີນໄຕ້.ການສ້າງທາງລົດໄຟຜ່ານລາວດ້ວຍການເປັນ

ໜີ້ຈີນແຕ່ຜົລປະໂຫຍດທີ່ປະຊາຊົນລາວຈະໄດ້ແມ່ນບໍ່ມີຫັຽງນອກພວກ ພັກ-ລັດ ຈະອາໃສຈີນປົກປ້ອງ

ອຳນາດຂອງຕົນໄວ້ເພື່ອກົດຂີ່ປະຊາຊົນກອບໂກຍສ້າງຮັ່ງຄູນມີໃຫ້ແກ່ຄອບຄົວຕົນເອງ ແລະ ພວກເທົ່ານັ້ນ.



__________________


Member

Status: Offline
Posts: 12
Date:
Permalink   
 

ຕໍ່ກັບແນວທາງແລະນະໂຍບາຍມະຫາພາກຂອງລັດຖະບານທ່ານທອງລຸນຊຸດນີ້.ຂ້າພິເຈົ້າໃນນາມຄົນລາວທໍາມະດາສາມັນເຫັນວ່າເຖີ່ງເວລາແລ້ວທີ່ປະເທດຊາດເຮົາຄວນຈະໄດ້ຮັບການເບີ່ງແຍງດຸແລຢ່າງຈີ່ງຈັງເພາະຜ່ານມາຊາດເຮົາປຽບເໜືອນເດັກອານະຖາທີ່ໄຮ້ຜູ້ດູແລໄຮ້ຜູ້ປົກປ້ອງ40ປີຜ່ານມາເໜືອນກັບນາລົກຂາດທີ່ເພີ່ງພາຂາດຜູ້ອຸ້ມຊູດູແລ.ຮອດເວລາແລ້ວເຖີ່ງເວລາແລ້ວພີ່ນ້ອງຕ້ອງພ້ອມພຽງຮຽງໜ້າກັບລັດຖະບານຊຸດໃໜ່ພັດຖະໜາຊາດໃຫ້ຮັ່ງມີສີສຸກດັ່ງປະເທດເພື່ອນນະພີ່ນ້ອງ...ນົ

__________________
Anonymous

Date:
Permalink   
 

ຄົນລາວໃນເບີ່ງໄວ້ເປັນບົດຮຽນຕຳຫລວດເຈັກເຮັດກັບຄົນງານແກວ



__________________
Anonymous

Date:
Permalink   
 

ຂພຈ ກະວ່າຜູ້ທີ່ຕັ້ງຫົວຂໍ້ກະທູ້ນີ້ຂື້ນມາວິເຄາະບັນຫາແມ່ນເບີ່ງ

ບັນຫາຜິດພາດທີ່ສຸດ, ຫາກແມ່ນນັກຮຽນຕອບຄຳຖາມຂໍ້ສອບ

ແບບນີ້ ດ້ວຍຄຳຕອບແບບນີ້ ແມ່ນໄດ້ຄແນນ 0 ແນ່ນອນ.

ບໍ່ມີວັນທີ່ ພັກ-ຣັຖ ຂອງ ສປປລ ຈະໜີອອກຈາກການອູ້ມຊູຂອງ

ຈີນ ແລະ ວຽດນາມ ໂດຍໄປເພີ່ງພາອາສັຍໂລກເສຣີ ຕາເວັນຕົກ

ຢ່າງເດັດຂາດ

 



__________________


Member

Status: Offline
Posts: 12
Date:
Permalink   
 

ຢ່າງໃດກໍ່ດີປະເທດຊາດເປັນປະເທດຊາດຊົນຊາດລາວເປັນຊົນລາວນີ້ຄືກົດເກນທີ່ບໍ່ປ່ຽນແປງໄດ້ຈະແມ່ນພັກການເມືອງໃດມາປົກຄອງ.ຜ່ານມາປະເທດຊາດຈະປະສົບບັນຫາທີ່ບໍ່ເພີ່ງປາດຖະໜາແນວໃດກໍ່ຕາມ.ມື້ນີ້ຄົນລາວເຮົາຄວນແລ້ວທີ່ຈະປູ້ມລູມກັນນັບທາງລາວໃນແລະລາວນອກບໍ່ມີໃຜອີກແລ້ວທີ່ຈະຊ່ວຍເຮົາໄດ້ປະເທດອື່ນຢາກແຕ່ໃຫ້ເຮົາທູກເພື່ອຈະໄດ້ຕິດໜີ້ບູນຄຸນເຂົາເຮົາເຫັນໄດ້ຊັດເຈັນວ່າມະຫາປະເທດໃນໂລກລ້ວນແຕ່ເຫັນແຕ່ຜົນປະໂຫຽດຕົນເທົ່ານັ້ນຊມ່ຊ່

__________________


Member

Status: Offline
Posts: 12
Date:
Permalink   
 

ກ່ອນທີ່ປະເທດຊາດຈະໄດ້ຮັບການພັດທະໜາຢ່າງຈິງຈັງແລະຈີງໃຈນັ້ນລັດຖະບານຜູ້ບໍລີຫານຄວນຈະເຮັດວຽກໜັກໂດຍສະເພາະ.ເດັດຂາດເຮັດໃຫ້ກົດໝາຍຕ້ອງສັກສິດ.ການນໍາສູງສຸດຕ້ອງເປັນແບບຢ່າງ.ພະນັກງານສັງກັດລັດຕ້ອງເປັນແບບຢ່າງ.ຜິດແລ້ວຄວນລົງໂທດເປິດເຜີຍແລະເຮັດດີຕ້ອງຍົກຍ້ອງຢ່າງເປິດເຜິຍ.ຕ້ອງຈັດສັນຄືນຈໍານວນພະນັກງານສັງກັດລັດ.ຕ້ອງຄັດເລືອກພະນັກງານສັງກດັລັດທີ່ດີເດັ່ນເຮັດວຽກເພື່ອຊາດແຕ່ບໍ່ແມ່ນເພື່ອໂຕເອງ.ພະນັກງານລັດທີ່ຈະເຂົ້າສັງກັດຕ້ອງເຊັນສັນຍາແລະປະຕິຍານຕົນຕໍ່ໜ້າກົດໝາຍທໍາຜິດຕ້ອງລົງໂທດທັນທີ່ແລະເປິດເຜີຍ.ເຮັດແນວນີ້ປະເທດຊາດຈື່ງຈະໄດ້ຮັບການພັດທະໜາຢ່າງແທ້ຈີງ..ບັນຫາຊີ້ຂາດຄໍາຖາມດຽວຄື...ເຮັດໄດ້ບໍ່.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard