ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຫດຍິງປະທະກັບຄົນຮ້າຍເຈົ້າໜ້າເສຍຊີວິດ 1 ບາດເຈັບ 2 ທີ່ເມືອງເຊໂປນ
Anonymous

Date:
ເຫດຍິງປະທະກັບຄົນຮ້າຍເຈົ້າໜ້າເສຍຊີວິດ 1 ບາດເຈັບ 2 ທີ່ເມືອງເຊໂປນ
Permalink   
 


ເຫດຍິງປະທະກັບຄົນຮ້າຍເຈົ້າໜ້າເສຍຊີວິດ 1 ບາດເຈັບ 2 ທີ່ເມືອງເຊໂປນ

14971231_209513652820842_668864609_n-169x14937115_1147717505323553_1021044653_n.

ເມື່ອວັນທີ 02/11/2016 ທີ່ຜ່ານມາໄດ້ເກີດເຫດວຸ້ນວາຍທີ່ບ້ານໂພນມ່ວງ, ເມືອງເຊໂປນ, ແຂວງສະຫວັນນະເຂດ. ທ້າວສົມພອນ ຫຼື ຕາກ ກໍ່ເຫດຍິງປະຊາຊົນບາດເຈັບໄປສາມຄົນໃນອາທິດທີ່ຜ່ານມາ ແລະເຖິງຕອນນີ້ເຈົ້າໜ້າຍັງບໍສາມາດຕາມຈັບຕົວໄດ້ຜູ້ກ່ຽວຍັງລົບລີ້ຢູ່ໃນບໍລິເວນເມືອງເຊໂປນ ແລະລ່າສຸດໃນຕອນແລງຂອງວັນທີ 09/11/2016 ໄດ້ເບາະແສຂອງຄົນຮ້າຍເຂົ້າຫຼົບລີ້ຢູ່ໃນຕຶກຮ້າງຫຼັງໜຶ່ງ (ພັບຢູໂຣເກົ່າ) ເຈົ້າໜ້າທີ່ໄດ້ຍົກກຳລັງເຂົ້າເພື່ອຈະຈັບຕົວໄດ້ມີການຍິງປະທະກັນເກີດຂຶ້ນເຈົ້າໜ້າທີ່ຖືກຍິງເສຍຊີວິດ 1 ຄົນແລະບາດເຈັບອີກ 2 ຄົນ.

 



__________________
Anonymous

Date:
RE: ເຫດຍິງປະທະກັບຄົນຮ້າຍເຈົ້າໜ້າເສຍຊີວິດ 1 ບາດເຈັບ 2 ທີ່ເມືອງເຊໂປນ
Permalink   
 


ຕຳຫລວດທະຫານບໍ່ມີປະສົບການໃນການເຮັດວຽກ ບໍ່ມີການຕຽມແຜນກ່ອນສິໄປຈັບຜູ້ຮ້າຍບໍ່ມີການສົ່ງສັນຍານບໍ່ມີການວາງແຜນໃຫ້ຮອບຄອບ, ສັງເກດໄດ້ເລີຍຕອນທີ່ປະທະກັນຕຳຫລວດຫລືທະຫານຢູ່ທາງຫລັງທີ່ຍິ່ງປີ້ນໄປນັ້ນບໍ່ຄິດເລີຍບໍວ່າສິຖືກທະຫານຫລືຕໍາຫລວດທີ່ຢູ່ຫນ້າ ຫລືຍິາງໄປເພື່ອຄວາມມັນມື ແລະ ຕອນທີ່ໄດ້ຍິນຕຳຫລວດຢູ່ແນວຫນ້າຮ້ອງອອກມາວ່າຖືກຍິງກຳລັງນຸນຢູ່ແຖວກຳແພງ 6-7 ຄົນນັ້ນແທນທີ່ສິຮີບຮ້ອນຟ້າວເຂົ້າໄປຊ່ວຍຜູ້ບາດເຈັບຊຳ້ພັດຢືນເບິ່ງເສີຍ



__________________
Anonymous

Date:
Permalink   
 

ໄປຈັບຄົນຮ້າຍທີ່ມີອາວຸດ ຄືເຮັດແບບປະໝາດແທ້

ແທນທີ່ຈະໄປແບບງຽບໆ ວາງກຳລັງປິດລ້ອມໄວ້ກ່ອນ

ອາດຈະເຂົ້າຈູ່ໂຈມຕອນກາງຄືນ ແບບເຂົາຕັ້ງໂຕບໍ່ທັນ.

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard