ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພັນທະມິດເປີດປະຊຸມໃຫຍ່ ປະຈໍາປີ 2016
Anonymous

Date:
ພັນທະມິດເປີດປະຊຸມໃຫຍ່ ປະຈໍາປີ 2016
Permalink   
 


ພັນທະມິດເປີດປະຊຸມໃຫຍ່ ປະຈໍາປີ 2016

a1002129-a2bb-4a81-8f15-775bcc236c10.jpe

 

ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ຊຶ່ງ ເປັນອົງການ ຈັດຕັ້ງ ຂອງ ຊຸມຊົນ ຊາວລາວ ທີ່ ມີສູນກາງ ຢູ່ ປະເທສ ເຢັຽຣະມັນ ແລະ ມີສາຂາ ຢູ່ຫລາຍ ປະເທສ ໃນໂລກ ໄດ້ຈັດກອງປະຊຸມ ໃຫຍ່ ປະຈຳປີ 2016 ເປັນເວລາສາມວັນ ເພື່ອ ສິດທິມະນຸດ, ໃຫ້ມີການເລືອກ ຕັ້ງ ເສຣີ ມີຫລາຍພັກ ການເມືອງ ແລະ ເອກກະຣາດ ແຫ່ງຊາດ ຢູ່ ເມືອງ Nashville, ຣັຖ Tennessee, ສະຫະຣັຖ ອະເມຣິກາ ແຕ່ ວັນທີ 18 ເຖິງວັນທີ 20 ພຶສຈິກາ 2016 ນີ້.

ໃນກອງປະຊຸມ ດັ່ງກ່າວ ໄດ້ມີຕົວແທນ ຂອງ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ຈາກ ທຸກເຂດ ທົ່ວ ສະຫະຣັຖ ອະເມຣິກາ, ການາດາ ແລະ ເຢັຽຣະມັນ ເຂົ້າຮ່ວມ, ໄດ້ສະຫລຸບ ແລະຖອດຖອນ ບົດຮຽນ ໃນການເຄື່ອນໄຫວ ຕໍ່ສູ້ ເພືຶ່ອຄວາມເປັນ ເອກກະຣາດ ອັນແທ້ຈິງ ຂອງຊາດ ແລະ ເພື່ອສິດ, ເສຣີພາບ, ປະຊາທິປະຕັຍ ຂອງ ປວງຊົນລາວ ທັງຊາດ. ດັ່ງ ດຣ.ບຸນທອນ ຈັນທະລາວົງ ວີເຊີ ປະທານ ອົງການ ດັ່ງກ່າວ ໃຫ້ສຳພາດ ວິທຍຸ ເອເຊັຽເສຣີ ໃນຄືນວັນທີ 19 ພຶສຈິກາ ຕອນນຶ່ງ ວ່າ:

"ສລຸບລວມໄດ້ ອັນເດັ່ນທີ່ສຸດ ແມ່ນພົ້ນເດັ່ນ ຢູ່ໃນ ເວທີສາກົລ ການເຄື່ອນໄຫວ ຂອງ ພັລທະມິດ ພວກເຮົາ ທີ່ໄດ້ປະກອບສ່ວນ ຢູ່ໃນ ກອງປະຊຸມ ຂອງ ສະພາ ສິດທິມະນຸດ ສະຫະປະຊາຊາດ ທີ່ Geneva ຊື່ງທີ່ສາມາດ ນໍາເອົາ ຄໍາສເນີໄປໃຫ້ ທາງການ ສປປລາວ ຈໍານວນ 196 ຂໍ້ນັ້ນ ທາງການ ສປປລາວ ກໍຈໍາເປັນ ຕ້ອງນໍາໄປ ແກ້ໄຂ ປະຕິບັດຈໍານວນ 116 ຂໍ້ ນີ້ເປັນຜົລງານ ພັລທະມິດ ພວກເຮົາ ມີສ່ວນ ປະກອບ ເປັນຂໍ້ມູນຕ່າງໆ ໃຫ້ ທາງຄະນະ ກັມການ ສະຫະປະຊາຊາດ".

ພ້ອມກັນນັ້ນ ໃນ ກອງປະຊຸມໃຫຍ່ ປະຈຳປີ ຄັ້ງນີ້ ຍັງໄດ້ ວາງແຜນ ການເຄື່ອນໄຫວ ເພື່ອ ເຮັດໃຫ້ ສປປລາວ ມີການ ປ່ຽນແປງ ຈາກ ຣະບອບ ການປົກຄອງ ແບບ ຜະເດັດການ ພັກດຽວ ຜູກຂາດອຳນາດ ໄປສູ່ ປະຊາທິປະຕັຍ. ດັ່ງ ດຣ.ບຸນທອນ ໄດ້ກ່າວ ໃນຕອນ ນຶ່ງວ່າ:

"ແຜນການ ເຄື່ອນໄຫວ ສະເພາະໜ້າ ຂອງ ພັລທະມິດ ພວກເຮົາ ສໍາຄັນທີ່ສຸດ ໄດ້ແບ່ງເປັນ 3 ສາຍ ຄື ສາຍພົວພັລ ສາກົລ ພວກເຮົາ ຈະມີການ ສືບຕໍ່ ແລະ ເພີ່ມທະວີ ການພົວພັນ ທາງ ສະຫະປະຊາຊາດ ທາງ ສະພາ ແລະ ສະຫະພາ ຢູໂຣບ ກໍຄືອາຊຽນ ແລະ ພາກ ການ ຈັດຕັ້ງ ບໍ່ຂຶ້ນກັບ ຣັຖບານ ຫລື NGO ຂອງ ສາກົລ ເພື່ອວ່າ ເຄື່ອນໄຫວ ໃຫ້ ພວກເພິ່ນ ເພີ່ມທະວີ ການ ຜັກດັນ ທາງການ ສປປລາວ ໃຫ້ຍອມ ແກ້ໄຂ ບັນຫາ ການລະເມີດ ສິດທິ ມະນຸດ ຍອມ ເປີດໂອກາດ ໃຫ້ ປະຊາຊົນລາວ ຢູ່ໃນ ປະເທດ ມີສິດສຽງ ໂດຍສະເພາະ ຍອມເປີດ ມີຂ່າວເສຣີ ເກີດຂຶ້ນ ຍອມເປີດ ໃຫ້ມີການ ປ່ຽນແປງໄປສູ່ ເສຣີ ປະຊາທິປະຕັຍ ທີ່ມີຣະບົບ ຫລາຍພັກ ການເມືອງ".

ທ່ານ ພອນໄຊ ວໍຣະຣາດ ນັກເຄື່ອນໄຫວ ເພື່ອ ສິດທິມະນຸດ ແລະ ປະຊາທິປະຕັຍ ໃນລາວ ຈາກ ຣັຖ ຄອນເນັກຕິກັດ ຜູ້ເຂົ້າຮ່ວມ ເຄື່ອນໄຫວ ໃນກິຈກັມ ການເມືອງ ຄັ້ງນີ້ ກໍໄດ້ກ່າວເຖິງ ຄວາມສໍາຄັນ ຂອງ ກອງປະຊຸມ ໃຫຍ່ ນັ້ນວ່າ:

"ມັນມີ ຄວາມສໍາຄັນ ຄືວ່າ ມີ ພວກຊາວໜຸ່ມ ນີ້ໜາຂຶ້ນມາ ປະສານຮ່ວມກັນ ມີຫລາຍພາກສ່ວນ ເຂົ້າມາຮ່ວມ ນີ້ແມ່ນ ຈຸດໝາຍ ປາຍທາງ ທີ່ດີ ເພື່ອ ອະນາຄົດ ຂ້າງໜ້າ ໂຕນີ້ ເປັນເປົ້າໝາຍ ທີ່ວ່າ ຢາກໃຫ້ປ ວງຊົນລາວ ຢູ່ພາຍໃນຫັ້ນ ໄດ້ເຫັນວ່າ ບົດບາດ ແລະ ຄວາມ ຄິດຮອດ ຄິດເຖິງ ພໍ່ແມ່ ປະຊາຊົນລາວ ຢູ່ ສປປລາວ ຫັ້ນວ່າ ຄວາມຮັກແພງ ຂອງ ພວກເຮົານີ້ ຢູ່ພາຍນອກນີ້ ມັນເປັນ ຈັ່ງໃດ ສໍ່ ສະແດງ ຄວາມຮັກແພງ ພີ່ນ້ອງ ປະຊາຊົນລາວ ທີ່ຢູ່ ພາຍໃນ ປະເທສ".

ແລະທ່ານ ບຸນຍົງ ບຸນພະໄຊຊົນ ສະມາຊິກ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ເຂດ 3 ຈາກຣັຖ ມັດສາຈຸເຊັດ ໄດ້ກ່າວເຖິງ ຄວາມຮູ້ສຶກ ຂອງຕົນໃນການ ເຂົ້າຮ່ວມ ກອງປະຊຸມໃຫ່ຍ ຄັ້ງນີ້ວ່າ:

"ຂ້າພະເຈົ້າເອງ ຮູ້ສຶກດີມົກ ດີໃຈ ດີໃຈຫລາຍ ທີ່ວ່າ ເຫັນພວກພໍ່ແມ່ ພີ່ນ້ອງ ຄົນລາວເຮົາ ມີຄວາມສມານ ສາມະຄີ ເກີນຄາດໝາຍ ທີ່ວ່າ ຂ້າພະເຈົ້າ ໄດ້ຄາດໝາຍໄວ້ ຄວາມນຶກຄິດ ຂອງ ຂ້າພະເຈົ້າ ກະແມ່ນ ບໍ່ຄຶດ ບໍ່ຝັນວ່າ ຄົນລາວ ເພີ່ນສິ ທ້ອນໂຮມ ຫລືວ່າ ສມານ ສາມະຄີກັນ ຫລາຍປານນີ້ ຄົນຢູ່ໃນ Hall ແປວ່າ ເຕັມ ມີຈິດໃຈ ອັນນຶ່ງ ອັນດຽວກັນ ແລະ ກະຈຸດໝາຍ ປາຍທາງ ອັນດຽວກັນ ການປະຊຸມ ເທື່ອນີ້ ແມ່ນຂ່້າພະເຈົ້າ ຄຶດວ່າ ແມ່ນດີທີ່ສຸດ".

ຫລັງຈາກ ກອງປະຊຸມໃຫຍ່ ແລ້ວ ກໍຍັງມີ ກອງປະຊຸມ ເປີດກວ້າງ ຊຶ່ງມີອົງການ ຈັດຕັ້ງ ຕ່າງໆ ຂອງລາວ ຢູ່ ນອກປະເທສ ແລະ ຊາວລາວ ເຂົ້າຮ່ວມ ຈຳນວນ 200 ປາຍຄົນ. ໃນນັ້ນ ໄດ້ເວົ້າເຖິງ ຫລາຍບັນຫາ ທີ່ກ່ຽວຂ້ອງ ກັບການ ເຮັດໃຫ້ລາວ ເປັນປະເທສ ເອກກະຣາດ ແລະ ເຮັດໃຫ້ ປະຊາຊົນລາວ ທັງຊາດ ມີ ປະຊາທິປະຕັຍ.

ການເຄື່ອນໄຫວ ຂອງ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ເມືອງ Nashville, ຣັຖ Tennessee ສະຫະຣັຖ ອtເມຣິກາ ຄັ້ງນີ້ ມີທັງ ກອງປະຊຸມ ໃຫຍ່, ກອງປະຊຸມ ເປີດກວ້າງ, ການປຶກສາ ຫາລື ກ່ຽວກັບ ຊາວໜຸ່ມ, ຂ່າວສານ ໂຄສະນາ ຂອງ ທີວີ ພປລ ແລະ ການຊຸມນຸມ ປະທ້ວງ ສປປລາວ ວັນທີ 2 ທັນວາ ຊຶ່ງ ຜູ້ເຂົ້າຮ່ວມ ຖືວ່າເປັນ ວັນອຸບາດ ສໍາລັບ ປະເທສຊາດ ແລະ ປະຊາຊົນ ລາວ ນໍາດ້ວຍ.



__________________
Anonymous

Date:
Permalink   
 

ຂໍສແດງຄວາມດີໃຈນຳພັນທະມິດເພື່ອປະຊາທິປະໄຕໃນລາວທີ່ສາມາດເຕົ້າໂຮມເອົາຄົນລາວ

ຜູ້ທີ່ຮັກຊາດແລະຄິດເຖິງປິຕຸພູມ,ຢາກເຮັດໃຫ້ຊາດບ້ານເມືອງມີຄວາມສີວິໂລທຽມທັນປະເທດ

ອີ່ນໆໃນໂລກ.ເຫັນວ່າບັນດາບຸກຄົນທີ່ເຂົ້າຮ່ວມຊຶ່ງລ້ວນແລ້ວມີແຕ່ຜູ້ຫ້າວຫັນອັນມີແມ່ທັບ

ນາຍກອງຊຶ່ງພ້ອມແລ້ວຈະບີບຄໍ ຮັດຫຳຜູ້ນຳໂງ່ ສປປ.ລາວ ໝາຮັບໄຊ້ຈັກກະພັດທ້ອງຖິ່ນ

ແກວຫ່າໂນ້ຍ ແລະ ເຈັກແດງ ,ອັນມີ ສະຫາຍ ດລ ບຸນຍັງ ວໍ້ຣະຈິດ ເປັນຫົວໜ້າຝຸງ ພ້ອມ

ດ້ວຍພວກ ສຈ, ປອ ຄົນອື່ນທີ່ເປັນລູກຝຸງ.ຂໍອະທິບາຍຄວາມໝາຍຂອງອັກສອນຫຍໍ້ສາມຄຳ

ຂ້າງເຖິງນີ້ໂດຽຢືມຈາກທ່ານນຶ່ງທີ່ໄດ້ເຫັນເພິ່ນຂຽນໄວ້ໃນໂຊຊຽນເມເດຍດັ່ງນີ້:

ດລ=ດາກລິງ , ສຈ=ສີ້ຈຸ່ມ , ປອ=ປ່ອຍອ່ຽນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard