ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານນາຍົກ ທອງລຸນ ສີສຸລິດ ກັບການແກ້ໄຂການຟຸມເຟືອຍຂອງພະນັກງານຣັຖ ...
Anonymous

Date:
ທ່ານນາຍົກ ທອງລຸນ ສີສຸລິດ ກັບການແກ້ໄຂການຟຸມເຟືອຍຂອງພະນັກງານຣັຖ ...
Permalink   
 
ນາຍົກຢືນຢັນ “ຍິນດີສົ່ງລົດທີ່ລາຄາແພງຄືນໃຫ້ລັດ ເພື່ອຂາຍແລ້ວຊື້ລົດລາຄາຖືກມາໃຊ້”

15622590_1077364215708050_41366967054741

ທ່ານ​ນາຍົກ​ ​ໄດ້ກ່າວ​ວ່າ: “ຍີ​ນດີ​ສົ່ງ​ລົດ​ ທີ່​ມີ​ຍີ່​ຫໍ້ລາຄາ​ແພງ​ຄືນໃຫ້​ແກ່​ລັດ ​ແລ້ວ​ປະມູນ​ຂາຍ ​ເຊິ່ງສາມາດ​ຊື້​ລົດທີ່​ມີ​ຄຸນ​ນະພາ​ບດີ​ລາຄາ​ສົມ​ເຫດ​ສົມ​ຜົນ​ ໄດ້​ອີກ 3 ຄັນ ​ເຊິ່ງສາມາດ​​ກຸ້ມໄດ້​ຕຳ​ແໜ່​ງ 3 ຄົນ” ​ເຊິ່ງ​ເປັນ​ການ​ປະຕິບັດ​ມາດ​ຕະການ ​ປະຢັດ​ອີກ​ກໍລະນີ​ໜຶ່ງ. ພ້ອມ​ດຽວ​ກັນ​ນີ້ ​ທ່ານ​ນາຍົກ ​ຍັງ​ກ່າວ​ວ່າ: ທາງ​ກົມ​ການ​ເມືອງ​ ກໍ​ຕົກລົງ​ເຫັນ​ດີ​ກັນ​ ໃນ​ການ​ປະຕິບັດ​ໃນ​ກໍລະນີ​ດັ່ງກ່າວ ​ແລະ ການ​ນຳ​ຂັ້ນ​ສູງ​ຄວນ​ນຳພາ​ເປັນ​ແບບຢ່າງ ​ເຊິ່ງສາມາດ​ຫລຸດຜ່ອນ​ການ​ໃຊ້​ຈ່າຍ​ຕ່າງ​ໆ​ ໄດ້​ອີກ​ເຊັ່ນ: ຄ່າ​ສ້ອມ​ແປງ ​ແລະ ປະ​ຢັດ​ນໍ້າມັນ​ອີກ​ດ້ວຍ.
ການ​ປະ​ຕິ​ບັດ​ມາດ​ຕະການ​ປະຢັດ​ ໃນ​ກໍລະນີ​ດັ່ງກ່າວ​, ບໍ່​ໄດ້​ເປັນ​ການ​ລົບ​ກວນ ຫລື ການ​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ກຳລັງ​​ໃຈ​ ໃນ​ການ​ເຮັດ​ວຽກ ຫລື ປະຕິບັດ​ໜ້າ​ທີ່ ​ແຕ່​ໃນ​ທາງ​ດຽວ​ກັນ​ ບາງ​ພາກສ່ວນ​ ຊ້ຳພັດ​ຍັງ​ບໍ່​ມີ​ລົດ​ປະຈຳ​ຕໍາ​ແໜ່​ງ ​ແຕ່​ໃນ​ຕຳ​ແໜ່​ງທີ່​ເທົ່າ​ທຽມ​ກັນ​ ບາງ​ພາກສ່ວນ​ຊ້ຳພັດ​ມີ​ຫລາຍ​ຈົນ​ເກີນ​ໄປ.
ສະ​ນັ້ນ​ ເພື່ອ​ເຮັດ​ໃຫ້​ມີ​ຄວາມ​ສະ​ເໝີ​ພາບ​ກັນ ​ແລະ ​ໃຫ້​ເປັນ​ເອກະ​ພາບ​ກັນ ຈຶ່ງ​ໄດ້​ແນະນຳ​ໃຫ້​ພາກສ່ວນ ຫລື ໜ່ວຍງານ​ຕ່າງ​ໆ ​ໃຫ້​ໄປ​ສຶກສາ​ວ່າ​ມີ​ລົດ​ຍີ່​ຫໍ້​ທີ່​ມີ​ລາຄາ​ແພງ​ຈັກ​ຄັນ ທີ່​ສາມາດ​ຖອນ​ໄດ້​ແລ້ວ​ປະມູນ​ຂາຍ ​ແຕ່​ຕ້ອງ​ໄດ້​ເອົາ​ລົດ​ຄັນ​ອື່ນ ທີ່​ມີ​ຍີ່​ຫໍ້​ລາຄາ​ສົມ​ເຫດ​ສົມ​ຜົນ ​ເໝາະ​ສົມ​ກັບ​ຕຳ​ແໜ່​ງ​ໄປ​ປ່ຽນ​ແທນ​ໃຫ້ ​ເຊິ່ງສະຫາຍ​ເລຂາທິການ​ໃຫຍ່​ ກໍ​ເຫັນ​ດີ ​ໃນ​ການ​ປະຕິບັດ​ມາດ​ຕະການ​ປະຢັດ ຕ້ານ​ການ​ຟຸມ​ເຟືອຍກໍລະ​ນີນີ້ ​ເຊັ່ນ​ດຽວ​ກັນ.

ຂ່າວ: ສຳນັກຂ່າວສານປະເທດລາວ

__________________
Anonymous

Date:
RE: ທ່ານນາຍົກ ທອງລຸນ ສີສຸລິດ ກັບການແກ້ໄຂການຟຸມເຟືອຍຂອງພະນັກງານຣັຖ ...
Permalink   
 
ຖືວ່າມີວິສັຍທັດ ແລະ ແນວຄິດດີສົມຄວນທຽບໃສ່ນາຍົກ ແລະ ປະທານປະເທດແຕ່ລະຄົນແຕ່ຕົ້ນ

ຈົນເຖິງປະຈຸບັນອັນມີ ດລ ຊຽງບຸນຍັງ ຜູ້ທີ່ທ່ອງໄດ້ກັບປາກ ທິສດີ ມາກສ໌-ໂຫ້ຈິກມິນ ຢ່າງບໍ່ມືນຕາ,ພຶງຫູ

ເຮັດໃຫ້ງົ່ມມືດຊາວໝອຍດົມຫີແກວໃນສົ້ງຫຍ່າມວ່າຕົນຕົກຢູ່ໃນກະບຸງໄໝຄຳ,ຝັນກາງເວັ້ນວ່າຕົນມີຄວາມ

ສະຫຼາຍສ່ອງໃສຊິເຮັດໃຫ້ປະຊາຊົນລາວພົ້ນຄວາມທຸກຍາກໂດຽປ່ອຍໃຫ້ແກວຮູ້ທ່າງມາກອບໂກຍຂົນເອົາ

ຊັພຍາກອນອັນລຳຄ່າຂອງລາວໄປໝົດ,ພ້ອມທັງຂາຍດິນບ່ອນປະຊາຊົນທຳມາຫາກິນມາແຕ່ກ່ອນກີ້ໃຫ້

ນາຍທຶນຕ່າງດ້າວອັນມີເຈັກແດງນຳໜ້າ.ເຮັດໃຫ້ປະຊາຊົນຂາດທີ່ທຳການຜລິດ,ແລ້ວພວກສູ່ເອົາສມອງ

ສ່ວນໃດມາຄຶດວ່າຈະເຮັດໃຫ້ປະຊາຊົນລາວພົ້ນຄວາມທຸກຍາກໃນປີ2020? ບໍ່ແມ່ນພວກສູເມົາກິນຫີແກວບໍ?

ສຳຄັນອັນທີ່ເພິ່ນເວົ້າ ທ່ານນາຍົກ ທອງລຸນ ຈະເຮັດໄດ້ແທ້ບໍ່ໃນຖານະນາຍົກ?ບໍ່ວ່າຕິຊິເປັນຫວັດຕລອດວາລະ

ຂອງການເປັນນາຍົກ?!!!!!!

__________________
Anonymous

Date:
Permalink   
 
ມັນເວົ້າແຕ່ປາກບໍ່ມີຫຍັງທີ່ເປັນຮູບປະທັມຕັ້ງແຕ່ມັນເປັນນາຍົກມາ

__________________
Anonymous

Date:
Permalink   
 
Anonymous wrote:

ມັນເວົ້າແຕ່ປາກບໍ່ມີຫຍັງທີ່ເປັນຮູບປະທັມຕັ້ງແຕ່ມັນເປັນນາຍົກມາ

 ຂໍໄຫວ້ວອນພາວັນນາໃຫ້ປາກົດເປັນຈິງ ປະຊາຊົນທັງໃນແລະນອກປະເທດຈະໄດ້ເຫັນ ຖ້າທ່ານນາຍົກເຮັດແທ້ທຳຈິງ

ດັ່ງທີ່ທ່ານຕັ້ງຕັ້ງໃຈໄວ້.

__________________
Anonymous

Date:
Permalink   
 
ຄົນລາວທັງມວນບໍ່ເຄີຍມີຄວາມຫວັງຫຍັງ ນຳພັກລັດຂີ້ສໍ້ພວກນີ້

ການປະມູນລົດເພື່ອເອົາເງິນເຂົ້າຄັງຫລວງນັ້ນ ກໍເປັນພຽງນະໂຍບາຍ ສ້າງພາບລວງຕາ ຫລອກໃຫ້ ປຊຊ ດີໃຈເທົ່ານັ້ນ

ຂພຈ ເວົ້າໄດ້ເລີຍວ່າ ຈະບໍ່ການເປີດເຜີຍຂໍ້ມູນຜູ້ປະມູນໄດ້ລົດເຫລົ່ານັ້ນ (ຊື່ແລະລາຄາ ) ...

ເພາະນີ້ເປັນແຜນ ຈະເອົາຂອງລັດມາເປັນຂອງສ່ວນໂຕ ຕາມແບບສະບັບທີ່ເຂົາເຮັດກັນມາ

ຈຳນວນເງິນສ່ວນນ້ອຍໆ ທີ່ຈະໄດ້ຈາກການຂາຍລົດນັ້ນ ກໍຈະຫາຍໄປກັບລົມໂດຍບໍ່ມີໃຜຈະຮູ້

ຂໍໃຫ້ທຸກຄົນຈັບຕາໃຫ້ດີໆ ວ່າລົດເຫລົ່ານັ້ນຈະໄປຢູ່ປະເທດໃດ ແລະ ເງິນທີ່ໄດ້ມານັ້ນຈະເຂົ້າຖົງໃຜ ?

ໂຊກດີປີໃຫມ່

__________________
Anonymous

Date:
Permalink   
 
__________________

Member

Status: Offline
Posts: 12
Date:
ທ່ານນາຍົກ ທອງລຸນ ສີສຸລິດ ກັບການແກ້ໄຂການຟຸມເຟືອຍຂອງພະນັກງານຣັຖ ...
Permalink   
 
ຢ່າງໃດກໍ່ດີ.ນີ້ຄືນີມິດໜາຍທີ່ດີສໍາລັບປະເທດເຮົາ.ຂ້າພະເຈົ້າຄຶດວ່າ.ທ່ານນາຍົກເປັນປັນຍາຊົນແທ້.ແລະຜ່ານມາກໍ່ມີປະສົບການການເຮັດວຽກທ່ານຮູ້ດີແລ້ວເຖີ່ງເວລາແລ້ວຄວນຈະເຮັດຫ້ຽງແດ່.ເຮັດແນວໃດ.ປະເທດອ້ອມຂ້າງເຮົາແລະໂລກກ້າວໄປຮອດໃສ່ແລ້ວ.ນາຍົກຮູ້ດີແລ້ວ.

__________________

Member

Status: Offline
Posts: 12
Date:
Permalink   
 
ພີ່ນ້ອງລາວໃນ.ລາວນອກຫາກຍັງຖືວ່າເຮົາແມ່ນຍັງແມ່ນເຊື້ອຊາດລາວ.ຮູ້ຮັກແຜ່ນດີນຕອນນີ້ແລ້ວ.ຂໍຢ່າໃສ່ຮ້າຍປ້າຍສີກັນສາ.ອະດິດຜ່ານມາຢ່າເລົ່າຄືນ.ພ້ອມພາກັນເບີ່ງອານາຄົດຂ້າງໜ້າສາວ່າເຮັດແນວໃດປະເທດເຮົາຄົນລາວເຮົາ.ທັງລາວໃນລາວນອກຈະມີກຽດສັກສີຈະມີຊື່ສຽງແມ່ນພ້ອມກັນສ້າງສາສາ.

__________________

Member

Status: Offline
Posts: 12
Date:
Permalink   
 
ແຕ່ຂໍເຕືອນດ້ວຍຄວາມຈີງໃຈເດີ.ຫາກວ່າປະເທດລາວຍັງທຸກຍາກລ້າຫຼັງຢູ່ຄືເກົ່າບໍ່ພຽງແຕ່ຄົນລາວໃນເທົ່ານັ້ນທີ່ຈະຖືກເພີ່ນດູຖຸກນີນຖາແມ່ນແຕ່ພີ່ນ້ອງລາວນອກກໍ່ບໍ່ພົ້ນຊະຕາກໍານີ້ເຊັນດຽວກັນ.ນອກຈາກວ່າເຈົ້າກ້າເວົ້າວ່າເຈົ້າບໍ່ແມ່ນຄົນລາວເທົ່ານັ້ນ.ແຕ່ຖ້າເຈົ້າກ້າເວົ້າກໍ່ບໍ່ສົມຄວນຈະກ່ຽວຂ້ອງກັບເມືອງລາວອິກ.

__________________
Anonymous

Date:
RE: ທ່ານນາຍົກ ທອງລຸນ ສີສຸລິດ ກັບການແກ້ໄຂການຟຸມເຟືອຍຂອງພະນັກງານຣັຖ ...
Permalink   
 
Lorkuangming wrote:

ຢ່າງໃດກໍ່ດີ.ນີ້ຄືນີມິດໜາຍທີ່ດີສໍາລັບປະເທດເຮົາ.ຂ້າພະເຈົ້າຄຶດວ່າ.ທ່ານນາຍົກເປັນປັນຍາຊົນແທ້.ແລະຜ່ານມາກໍ່ມີປະສົບການການເຮັດວຽກທ່ານຮູ້ດີແລ້ວເຖີ່ງເວລາແລ້ວຄວນຈະເຮັດຫ້ຽງແດ່.ເຮັດແນວໃດ.ປະເທດອ້ອມຂ້າງເຮົາແລະໂລກກ້າວໄປຮອດໃສ່ແລ້ວ.ນາຍົກຮູ້ດີແລ້ວ.

 ປີ 2017 ອອກມາແລ້ວ ການພັດທະນາ ປະເທດຍັງບໍ່ໄປຮອດໃສ ຍອງພາກັນໂກງຊາດ

15697832_695041397340542_70517667362446215741107_695041370673878_37177423205863215780687_695041424007206_171939994352480

29/12/2016 ນີ້ແມ່ນທາງໄປບ້ານປາກຕົມ ເມືອງແກ່ນທ້າວ ແຂວງ ໄຊຍະບູລີ ດຽວນີ້ແມ່ນລະດູແລ້ງ ແຕ່ຍັງມີຂີ້ຕົມຢູ່ ບໍ່ວ່າຈະເປັນລົດໃຫຍ່ ລົດນ້ອຍຖ້າໄປທາງນັ້ນແມ່ນຕິດຫຼົ່ມໝົດທຸກຄັນ . ບາງຄັັ້ງອາດຈະເຮັດໃຫ້ ເສຍເວລາໃນການສັນຈອນຫຼາຍຊົ່ວໂມງ

ທາງເສັ້ນນີ້ ມີ 18ໝູ່ບ້ານ ທຽວແຕ່ລະມື້ ຫ່າງຈາກຕົວເມືອງແກ່ນທ້າວ 22km

__________________
Anonymous

Date:
Permalink   
 
ອຸປະກອນເຄື່ອງມື ໂກງຊາດ ທີ່ມີໜ່ວຍງານເຈົ້າໜ້າທີ່ພັກລັດ ໃຫ້ການສະນັບສະໜຸນ ຢູ່ເບື້ອງຫລັງ

15665734_691110967733585_906204380103676

ເຄື່ອງຈັກຕັດໄມ້ ທີ່ແຂວງຄໍາມວ່ນ

__________________
Anonymous

Date:
Permalink   
 
ນາງ ບຸນຕາ

ຈາກ ເມືອງຫລວງ ເປັນຜູ້ນຳຕອ້ງຮູ້ຈັກຫລາຍກວ່າປະຊາຊົນ ຮູ້ຈັກຄວາມຫຍຸ້ງຍາກ ຂອງປະຊາຊົນ ທຸກໆບັນຫາ ປະຊົນໄປບ໋່ລອດແລ້ວພັກຈຶ່ງອອກມາຟັງມາແກ້ບັນຫາ ພັກລັດບ່່ຮູ້ຈັກປອ້ງກັນ ບັນຫາ" ຄວາຍເສຽແລ້ວ"ຈື່ງລອ້ມຄອກ ເຊັ່ນລັກໄມ້ໄປຂາຍຈົນໝົດແລ້ວ ຈື່ງຫາ້ມປິດປ່າ, ສ໋້ລາດບັງຫລວງ ເອົາໄປຈົນພ໋ແລ້ວຈື່ງມາປາບປາມ,ໃຊ້ຈາ່ຍຟຸມເຟືອຍ, ເງິນຂອງລັດ ຈົນບ໋ມີແລ້ວຈື່ງມາປະຍັດ ເປັນແບບນີ້ແລ້ວປະເທດເຫລືອຍັງໄວ້

 ພວກໂຈນປຸ້ນຊາດມັນເວົ້າຫລາຍແຕ່ພາກປະຕິບັດບໍ່ເຮັດ

__________________
Anonymous

Date:
Permalink   
 
Anonymous wrote:

ນາງ ບຸນຕາ

ຈາກ ເມືອງຫລວງ ເປັນຜູ້ນຳຕອ້ງຮູ້ຈັກຫລາຍກວ່າປະຊາຊົນ ຮູ້ຈັກຄວາມຫຍຸ້ງຍາກ ຂອງປະຊາຊົນ ທຸກໆບັນຫາ ປະຊົນໄປບ໋່ລອດແລ້ວພັກຈຶ່ງອອກມາຟັງມາແກ້ບັນຫາ ພັກລັດບ່່ຮູ້ຈັກປອ້ງກັນ ບັນຫາ" ຄວາຍເສຽແລ້ວ"ຈື່ງລອ້ມຄອກ ເຊັ່ນລັກໄມ້ໄປຂາຍຈົນໝົດແລ້ວ ຈື່ງຫາ້ມປິດປ່າ, ສ໋້ລາດບັງຫລວງ ເອົາໄປຈົນພ໋ແລ້ວຈື່ງມາປາບປາມ,ໃຊ້ຈາ່ຍຟຸມເຟືອຍ, ເງິນຂອງລັດ ຈົນບ໋ມີແລ້ວຈື່ງມາປະຍັດ ເປັນແບບນີ້ແລ້ວປະເທດເຫລືອຍັງໄວ້

 ຄວາມເຫັນຂອງທ່ານ ຜຂ ເຫັນພ້ອມ 1000% ທ່ານເວົ້າຖືກຕ້ອງ ເພາະລາວເຮົາມັນເປັນລະບົບ  " ມືໃຜຍາວ ສາວໄດ້ສາວເອົາ " ມາຕັ້ງແຕ່ດຶກດຳບັນ

ເຈົ້ານາຍລາວພາກັນແຍ່ງຊິງເອົາອຳນາດ ກໍເພື່ອາຢາກລ້ຳຢາກລວຍ ເຂົາບໍ່ໄດ້ມາເພື່ອຮັບໃຊ້ປະເທດຊາດຮັບໃຊ້ປະຊາຊົນ.

ໄກສອນ, ສຸພານຸວົງ ໄດ້ຕາຍໄປແລ້ວ ແຕ່ບາບກຳທີ່ເຂົາທັງສອງໄດ້ສ້າງໄວ້ໃຫ້ລູກຫລານເຮົານັ້ນ ຍັງບໍ່ທັນໄດ້ຕາຍາເທື່ອແລະຈະບໍ່ຕາຍງ່າຍໆ

ດັ່ງທີ່ເຮົາເຈົ້າຂ້ອຍຄິດກັນເອົາໄວ້.

__________________
Anonymous

Date:
Permalink   
 
Lorkuangming wrote:

ແຕ່ຂໍເຕືອນດ້ວຍຄວາມຈີງໃຈເດີ.ຫາກວ່າປະເທດລາວຍັງທຸກຍາກລ້າຫຼັງຢູ່ຄືເກົ່າບໍ່ພຽງແຕ່ຄົນລາວໃນເທົ່ານັ້ນທີ່ຈະຖືກເພີ່ນດູຖຸກນີນຖາແມ່ນແຕ່ພີ່ນ້ອງລາວນອກກໍ່ບໍ່ພົ້ນຊະຕາກໍານີ້ເຊັນດຽວກັນ.ນອກຈາກວ່າເຈົ້າກ້າເວົ້າວ່າເຈົ້າບໍ່ແມ່ນຄົນລາວເທົ່ານັ້ນ.ແຕ່ຖ້າເຈົ້າກ້າເວົ້າກໍ່ບໍ່ສົມຄວນຈະກ່ຽວຂ້ອງກັບເມືອງລາວອິກ.

 ທ່ານບໍ່ຕ້ອງແກ່ລາກຄົນລາວທຸກຄົນລົງເຫວໃຫ້ຕາຍນຳກັນຫມົດທຸກຄົນໄດ້ບໍ່ ?

ທ່ານເຮັດໃຫ້ປະເທດລາວລ້າຫລັງແບບນີ້ ເພື່ອອຸດົມການລົມໆ ແລ້ງໆ ແບບນີ້

ພວກທ່ານຕ່າງຫາກທີ່ຈະຕ້ອງຮັບຜິດຊອບໃນຊະຕາກັມຂອງຊາດລາວແຕ່ພຽງຜູ້ດຽວ

ພວກທ່ານສ້າງກັມສ້າງເວນ ໃຫ້ແກ່ຊົນຊາດລາວທັງມວນ ແລ້ວສິມາດຶງເອົາລາວນອກໄປຮັບເອົາຄວາມບາບເຫລົ່ານີ້

ມັນຍຸຕິທັມຢູ່ບ່ອນໃດ ?

ຄວາມເປື່ອຍເຍື່ອຍ ທີ່ເກີດຂື້ນໃນທົ່ວຜືນແຜ່ນດິນລາວ ກໍເຫມືອນກັນກັບ ໄວຣັສ ທີ່ກຳລັງເກາະກິນຮ່າງກາຍຂອງທ່ານ

ວິທີການປົວແປງສັງຄົມຂອງພວກທ່ານກໍຄືແບບທີ່ເຫັນກັນໃນວິທີການຮັກສາຄົນເຈັບໃນໂຮງຫມໍຕ່າງໆ ...ຂພຈ ຄຶດວ່າທຸກຄົນຮູ້ດີ

ທ່ານເຈັບ ທ່ານສິຕາຍ ແລ້ວສິໂຍນເອົາພະຍາດຂອງທ່ານມາຖິ້ມໃສ່ຄົນລາວນອກ ເພື່ອໃຫ້ຕາຍນຳກັນ ມັນແມ່ນການປົວແປງແບບໃດ ?

ຄົນລາວນອກ ບໍ່ໄດ້ມາແຊກແຊງຫຍັງໃນການບໍລິຫານປະເທດ ມີພຽງແຕ່ຮ້ອງໂຫ່ ໃຫ້ດັດໃຫ້ແປງ ເພາະພາກັນເຫັນຄວາມບໍ່ດີບໍ່ງາມທີ່ເກີດຂື້ນ.

ນ້ຳມັນທົ່ວໂລກຈະຂື້ນລາຄາໃນອີກບໍ່ທໍ່ໃດມື້ໃນປີໃຫມ່ນີ້ ປຊຊ ລາວ ກໍຈະເດືອດຮ້ອນໃນເລື້ອງຄ່າຄອງຊີບທີ່ຈະຖີບຕົວສູງຂື້ນ

ທ່ານຈະເປັນຜູ້ແກ້ໃຂ ໃຫ້ ປຊຊ ລາວ ຢູ່ດີກິນດີ...ຖ້າແກ້ໄດ້ ປຊຊ ກໍຈະຍ້ອງ...ຖ້າແກ້ບໍ່ໄດ້ກໍສົມຄວນຖືກດ່າ

ຢ່າຫາເລື້ອງຖິ້ມຄວາມບໍ່ດີໃສ່ຜູ້ອື່ນເລີຍ

ໂຕເຮັດບໍ່ໄດ້ ໂຕຕ້ອງຮັບຜິດຊອບ

 ໂຊກດີປີໃຫມ່

__________________
Anonymous

Date:
Permalink   
 
ນີ້ແມ່ນຜູ່ນຳທີ່ທຸກຈົນທີ່ສຸດໃນໂລກ, ທ່ານວ່າຜູ່ນຳປະເທດໃດ??. ເບິ່ງ ຄລິບຂ້າງຫລຸ້ມນີ້ໄດ້ເລີຍ ....

__________________
Anonymous

Date:
Permalink   
 
ນາຍົກຊີ້ແນະນໍາໃຊ້ຣົດ ຣາຄາ ບໍ່ແພງ...

image

ທາງການລາວ ກຳລັງຈັດຕັ້ງ ຄນະກັມມະການ ເພື່ອກວດກາ ແລະ ປະເມີນຣາຄາຣົດ ປະຈຳຕຳແຫນ່ງ ຂອງຄນະ ຣັຖມົນຕຣີ ຊື່ງເປັນ ຣົດຍົນ ທີ່ ມີຣາຄາແພງ ເພື່ອເອົາໄປ ປະມູນຂາຍ. ເງິນ ທີ່ຈະໄດ້ ຈາກ ການຂາຍຣົດນັ້ນ ຈະເອົາໄປຊື້ ຣົດ ທັມມະດາ ໃນຣາຄາ ທີ່ ເຫມາະສົມ ຊຶ່ງ ເປັນນະໂຍບາຍ ການປະຢັດ ຕ້ານ ການຟຸມເຟືອຍ ຂອງນາຍົກ ຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ. ດັ່ງ ເຈົ້າຫນ້າທີ່ ຣະດັບສູງ ທ່ານນຶ່ງ ກ່າວວ່າ:

"ອັນນີ້ເພິ່ນກຳລັງ ເຮັດດຳຣັດເນີ ເຊັນດຳຣັດ ອອກໄປແລ້ວ ຣາຍລະອຽດນັ້ນ ຄືມີຜູ້ຈັດຕັ້ງ ປະຕິບັດຕື່ມ ສ່ວນຣາຍລະອຽດ ຄິດວ່າແມ່ນ ຈະໃຫ້ພາກສ່ວນ ກ່ຽວຂ້ອງ ສິເລີ້ມໃນໄວໆນີ້ແຫຼະ ໃນເດືອນ ນີ້ແຫຼະ".

ທ່ານວ່າ ສຳລັບຣົດ ທີ່ຈະເອົາມາ ປະມູນນັ້ນ ຍັງບໍ່ຮູ້ວ່າ ຈະມີຈັກຄັນ ແລະ ຈະໄດ້ເງິນ ຈາກການປະມູນ ຫຼາຍປານໃດ ຍັງບໍ່ສາມາດ ປະເມີນໄດ້ ຍ້ອນວ່າ ຍັງລໍຖ້າ ການຈັດຕັ້ງ ຄນະກັມມະການ ຂຶ້ນມາ ປະເມີນ ສະພາບໂຕຈິງ ຂອງຣົດກ່ອນວ່າ ຈະມີຣົດ ຈັກຄັນຖືກ ສົ່ງຄືນ ໃຫ້ຣັຖບານ.

ການປະກາດ ຂອງ ນາຍົກຣັຖມົນຕຮີ ທອງລຸນ ສີສຸລິດ ໃນການສົ່ງຣົດ ປະຈຳ ຕຳແຫນ່ງຄືນນັ້ນ ມີຂຶ້ນ ໃນມື້ວັນ 20 ທັນວາ ຜ່ານມາ ທ່ານໄດ້ກ່າວ ກ່ຽວກັບ ເຣື້ອງນີ້ ໃນກອງປະຊຸມ ແນະນຳ ການຈັດຕັ້ງ ປະຕິບັດ ວຽກງານ ການພັທນາ ເສຖກິດ ແລະ ສັງຄົມ ແຫ່ງຊາດ. ທ່ານ ທອງລຸນ ກ່າວວ່າ ທ່ານ ຍີນດີ ສົ່ງຣົດ ປະຈຳ ຕຳແຫນ່ງ ຣາຄາແພງ ຄືນໃຫ້ຣັຖ ເອົາໄປ ປະມູນຂາຍ ເພື່ອມາຊື້ ຣົດ ທັມມະດາ ໃຫ້ໄດ້ 3 ຄັນ ໃນ 3 ຕຳແຫນ່ງ ເພື່ອ ປະຢັດເງິນຫຼວງ ແລະ ກັມມະການ ກົມການເມືອງ ຫຼາຍຄົນ ກໍຕົກລົງເຫັນດີ ປະຕິບັດ ຕາມ.

ປັດຈຸບັນຣົດ ປະຈຳຕຳແຫນ່ງ ຂອງຜູ້ນຳຣະດັບສູງ ພັກ-ຣັດຂອງລາວ ປະກອບດ້ວຍຣົດ BMW 7 SERIES 11 ຄັນ, MERCEDEZ BENZ ລຸ້ນ S350 ແລະ E350 ຮວມ 5 ຄັນ ແລະໃນສ່ວນຂອງ ຄນະຣັຖບານ ມີຣົດ MERCEDEZ BENZ ຮວມ 30 ຄັນ.

__________________
Anonymous

Date:
Permalink   
 
?type=3

__________________
Anonymous

Date:
Permalink   
 
16114338_1200616376653880_25525582825490Anonymous wrote:

ນາຍົກຢືນຢັນ “ຍິນດີສົ່ງລົດທີ່ລາຄາແພງຄືນໃຫ້ລັດ ເພື່ອຂາຍແລ້ວຊື້ລົດລາຄາຖືກມາໃຊ້”

15622590_1077364215708050_41366967054741

ທ່ານ​ນາຍົກ​ ​ໄດ້ກ່າວ​ວ່າ: “ຍີ​ນດີ​ສົ່ງ​ລົດ​ ທີ່​ມີ​ຍີ່​ຫໍ້ລາຄາ​ແພງ​ຄືນໃຫ້​ແກ່​ລັດ ​ແລ້ວ​ປະມູນ​ຂາຍ ​ເຊິ່ງສາມາດ​ຊື້​ລົດທີ່​ມີ​ຄຸນ​ນະພາ​ບດີ​ລາຄາ​ສົມ​ເຫດ​ສົມ​ຜົນ​ ໄດ້​ອີກ 3 ຄັນ ​ເຊິ່ງສາມາດ​​ກຸ້ມໄດ້​ຕຳ​ແໜ່​ງ 3 ຄົນ” ​ເຊິ່ງ​ເປັນ​ການ​ປະຕິບັດ​ມາດ​ຕະການ ​ປະຢັດ​ອີກ​ກໍລະນີ​ໜຶ່ງ. ພ້ອມ​ດຽວ​ກັນ​ນີ້ ​ທ່ານ​ນາຍົກ ​ຍັງ​ກ່າວ​ວ່າ: ທາງ​ກົມ​ການ​ເມືອງ​ ກໍ​ຕົກລົງ​ເຫັນ​ດີ​ກັນ​ ໃນ​ການ​ປະຕິບັດ​ໃນ​ກໍລະນີ​ດັ່ງກ່າວ ​ແລະ ການ​ນຳ​ຂັ້ນ​ສູງ​ຄວນ​ນຳພາ​ເປັນ​ແບບຢ່າງ ​ເຊິ່ງສາມາດ​ຫລຸດຜ່ອນ​ການ​ໃຊ້​ຈ່າຍ​ຕ່າງ​ໆ​ ໄດ້​ອີກ​ເຊັ່ນ: ຄ່າ​ສ້ອມ​ແປງ ​ແລະ ປະ​ຢັດ​ນໍ້າມັນ​ອີກ​ດ້ວຍ.
ການ​ປະ​ຕິ​ບັດ​ມາດ​ຕະການ​ປະຢັດ​ ໃນ​ກໍລະນີ​ດັ່ງກ່າວ​, ບໍ່​ໄດ້​ເປັນ​ການ​ລົບ​ກວນ ຫລື ການ​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ກຳລັງ​​ໃຈ​ ໃນ​ການ​ເຮັດ​ວຽກ ຫລື ປະຕິບັດ​ໜ້າ​ທີ່ ​ແຕ່​ໃນ​ທາງ​ດຽວ​ກັນ​ ບາງ​ພາກສ່ວນ​ ຊ້ຳພັດ​ຍັງ​ບໍ່​ມີ​ລົດ​ປະຈຳ​ຕໍາ​ແໜ່​ງ ​ແຕ່​ໃນ​ຕຳ​ແໜ່​ງທີ່​ເທົ່າ​ທຽມ​ກັນ​ ບາງ​ພາກສ່ວນ​ຊ້ຳພັດ​ມີ​ຫລາຍ​ຈົນ​ເກີນ​ໄປ.
ສະ​ນັ້ນ​ ເພື່ອ​ເຮັດ​ໃຫ້​ມີ​ຄວາມ​ສະ​ເໝີ​ພາບ​ກັນ ​ແລະ ​ໃຫ້​ເປັນ​ເອກະ​ພາບ​ກັນ ຈຶ່ງ​ໄດ້​ແນະນຳ​ໃຫ້​ພາກສ່ວນ ຫລື ໜ່ວຍງານ​ຕ່າງ​ໆ ​ໃຫ້​ໄປ​ສຶກສາ​ວ່າ​ມີ​ລົດ​ຍີ່​ຫໍ້​ທີ່​ມີ​ລາຄາ​ແພງ​ຈັກ​ຄັນ ທີ່​ສາມາດ​ຖອນ​ໄດ້​ແລ້ວ​ປະມູນ​ຂາຍ ​ແຕ່​ຕ້ອງ​ໄດ້​ເອົາ​ລົດ​ຄັນ​ອື່ນ ທີ່​ມີ​ຍີ່​ຫໍ້​ລາຄາ​ສົມ​ເຫດ​ສົມ​ຜົນ ​ເໝາະ​ສົມ​ກັບ​ຕຳ​ແໜ່​ງ​ໄປ​ປ່ຽນ​ແທນ​ໃຫ້ ​ເຊິ່ງສະຫາຍ​ເລຂາທິການ​ໃຫຍ່​ ກໍ​ເຫັນ​ດີ ​ໃນ​ການ​ປະຕິບັດ​ມາດ​ຕະການ​ປະຢັດ ຕ້ານ​ການ​ຟຸມ​ເຟືອຍກໍລະ​ນີນີ້ ​ເຊັ່ນ​ດຽວ​ກັນ.

ຂ່າວ: ສຳນັກຂ່າວສານປະເທດລາວ

__________________
Anonymous

Date:
Permalink   
 
ແມ່ນຊັ້ນເບາະ ອີ່ລຸງມັກໃຫ້ແຕ່ແກວຟັນດາກຈົນຈຳ ຈົນນ້ຳລາຍໄຫລຟຸມຟາຍ... ?

ສະຫາຍ ທອງລຸນ ໄດ້ຖືກແຕ່ງຕັ້ງຂື້ນມາໃຫ້ເປັນ ພະນັກງານເກັບຂີ້ເຫຍື້ອຊັ້ນສູງ ໂດຍພັກຂີ້ສໍ້ ປຊຊ ລາວ.

ພວກພັກລັດຂີ້ສໍ້ ມັນກິນກັນອິ່ມຫນຳກັນຫມົດແລ້ວ ຂາຍປະເທດວອດວາຍຫມົດແລ້ວ ເລີຍເຫັນດີໃຫ້ສະຫາຍທອງລຸນມາມ້ຽນຄວາມເຫນົ່າເຫມັນ

ທີ່ເຫລືອແຕ່ຂີ້ເຫຍື້ອ ເຫນົ່າເຫມັນເປືອຍເຍື່ອຍ ເຕັມທົ່ວປະເທດ.

ສະຫາຍ ປະຣິນຍາເອກ ດອກເຕີ້ ທອງລຸນ ກໍອອກມາຟ້ອນມາລຳ ທຳທ່າວ່າ ກູນີ້ມີມົນວິເສດ ...ສິມ້ຽນຂີ້ເຫຍື້ອໃຫ້ເຫມິດ ວ່າຊັ້ນ !

ແຕ່ຜ່ານມາ 1 ປີແລ້ວ ກໍຄືສິບໍ່ຕ່າງຫຍັງກັບສະຫາຍເຕັ້ຍ ທອງສິງ ທຳແຕກ ເວົ້າສະ ນະໂມ ຕາມພາສາ ຄົນເຕັ້ຍຈອງຫອງ.

ທອງສິງ ກໍໄປປິດໄດ້ ແຕ່ບ່ອນກິນດື່ມຢູ່ວັງວຽງ 

ທອງລຸນ ກໍຄົງຈະປິດໄດ້ແຕ່ບ່ອນກິນດື່ມ ຢູ່ອ້ອມແອ້ມ ໂຮງຮຽນ ...ຕໍ່ໄປກໍຄົງຈະມິດຈີ່ຫລີ່ຄືຈຸຈີ່ ແບບທອງສິງ ແນ່ນອນ.

ການລັກໄມ້ ຍັງເກື່ອນຢູ່ເຕັມເມືອງ ...

ສຸດແຕ່ຢາກປິດ ຢາກເຊື່ອງຕາ ປຊຊ ແຕ່ ເທວະດາຍັງມີຫູມີຕາ ຂາຍຫນ້າພວກຜີເຜດເຫລົ່ານີ້ ຢ່າງບໍ່ເລີກບໍ່ແລ້ວ.

ຖ້າຈິງໃຈແທ້ ໄປສາບານຕໍ່ຫນ້າວັດໃດກໍໄດ້ ວ່າຈະເຮັດແທ້ທຳຈິງເພື່ອປະເທດລາວ.

ລືມໄປວ່າ ພວກນີ້ບໍ່ມີຫຳ ຖືກພວກແກວ ຕອນໄປເຫມິດແລ້ວ ...

__________________
Anonymous

Date:
Permalink   
 
ການປະມູນຂາຍ ລົດປະຈຳຕຳແໜ່ງລະດັບສູງ

15965366_1846203338957697_91360509978328

16143019_1846203352291029_3356929780358016142625_1846203368957694_7090737787964416143282_1846203365624361_50031260129840

__________________
Anonymous

Date:
Permalink   
 
Anonymous wrote:

ນາຍົກຊີ້ແນະນໍາໃຊ້ຣົດ ຣາຄາ ບໍ່ແພງ...

image

ທາງການລາວ ກຳລັງຈັດຕັ້ງ ຄນະກັມມະການ ເພື່ອກວດກາ ແລະ ປະເມີນຣາຄາຣົດ ປະຈຳຕຳແຫນ່ງ ຂອງຄນະ ຣັຖມົນຕຣີ ຊື່ງເປັນ ຣົດຍົນ ທີ່ ມີຣາຄາແພງ ເພື່ອເອົາໄປ ປະມູນຂາຍ. ເງິນ ທີ່ຈະໄດ້ ຈາກ ການຂາຍຣົດນັ້ນ ຈະເອົາໄປຊື້ ຣົດ ທັມມະດາ ໃນຣາຄາ ທີ່ ເຫມາະສົມ ຊຶ່ງ ເປັນນະໂຍບາຍ ການປະຢັດ ຕ້ານ ການຟຸມເຟືອຍ ຂອງນາຍົກ ຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ. ດັ່ງ ເຈົ້າຫນ້າທີ່ ຣະດັບສູງ ທ່ານນຶ່ງ ກ່າວວ່າ:

"ອັນນີ້ເພິ່ນກຳລັງ ເຮັດດຳຣັດເນີ ເຊັນດຳຣັດ ອອກໄປແລ້ວ ຣາຍລະອຽດນັ້ນ ຄືມີຜູ້ຈັດຕັ້ງ ປະຕິບັດຕື່ມ ສ່ວນຣາຍລະອຽດ ຄິດວ່າແມ່ນ ຈະໃຫ້ພາກສ່ວນ ກ່ຽວຂ້ອງ ສິເລີ້ມໃນໄວໆນີ້ແຫຼະ ໃນເດືອນ ນີ້ແຫຼະ".

ທ່ານວ່າ ສຳລັບຣົດ ທີ່ຈະເອົາມາ ປະມູນນັ້ນ ຍັງບໍ່ຮູ້ວ່າ ຈະມີຈັກຄັນ ແລະ ຈະໄດ້ເງິນ ຈາກການປະມູນ ຫຼາຍປານໃດ ຍັງບໍ່ສາມາດ ປະເມີນໄດ້ ຍ້ອນວ່າ ຍັງລໍຖ້າ ການຈັດຕັ້ງ ຄນະກັມມະການ ຂຶ້ນມາ ປະເມີນ ສະພາບໂຕຈິງ ຂອງຣົດກ່ອນວ່າ ຈະມີຣົດ ຈັກຄັນຖືກ ສົ່ງຄືນ ໃຫ້ຣັຖບານ.

ການປະກາດ ຂອງ ນາຍົກຣັຖມົນຕຮີ ທອງລຸນ ສີສຸລິດ ໃນການສົ່ງຣົດ ປະຈຳ ຕຳແຫນ່ງຄືນນັ້ນ ມີຂຶ້ນ ໃນມື້ວັນ 20 ທັນວາ ຜ່ານມາ ທ່ານໄດ້ກ່າວ ກ່ຽວກັບ ເຣື້ອງນີ້ ໃນກອງປະຊຸມ ແນະນຳ ການຈັດຕັ້ງ ປະຕິບັດ ວຽກງານ ການພັທນາ ເສຖກິດ ແລະ ສັງຄົມ ແຫ່ງຊາດ. ທ່ານ ທອງລຸນ ກ່າວວ່າ ທ່ານ ຍີນດີ ສົ່ງຣົດ ປະຈຳ ຕຳແຫນ່ງ ຣາຄາແພງ ຄືນໃຫ້ຣັຖ ເອົາໄປ ປະມູນຂາຍ ເພື່ອມາຊື້ ຣົດ ທັມມະດາ ໃຫ້ໄດ້ 3 ຄັນ ໃນ 3 ຕຳແຫນ່ງ ເພື່ອ ປະຢັດເງິນຫຼວງ ແລະ ກັມມະການ ກົມການເມືອງ ຫຼາຍຄົນ ກໍຕົກລົງເຫັນດີ ປະຕິບັດ ຕາມ.

ປັດຈຸບັນຣົດ ປະຈຳຕຳແຫນ່ງ ຂອງຜູ້ນຳຣະດັບສູງ ພັກ-ຣັດຂອງລາວ ປະກອບດ້ວຍຣົດ BMW 7 SERIES 11 ຄັນ, MERCEDEZ BENZ ລຸ້ນ S350 ແລະ E350 ຮວມ 5 ຄັນ ແລະໃນສ່ວນຂອງ ຄນະຣັຖບານ ມີຣົດ MERCEDEZ BENZ ຮວມ 30 ຄັນ.

 ເປັນແນວໃດ ປະມູນກັນໄປຮອດໃສແລ້ວ ?

ຣົຖຈຳພວກນີ້ ໄດ້ມາຈັ່ງໃດ ຖ້າຊື້ ຊື້ມານຳໃຜ ລາຄາຄັນທໍ່ໃດ ?

ຫຼືເປັນຣົຖທີ່ໄດ້ມາຈາກ ການໃຫ້ສິນບົນຂອງສະຫາຍ ໄຊຊະນະ ?

ຖ້າເປັນຣົຖເຖື່ອນທີ່ໄດ້ນຳ ສະຫາຍໄຊຊະນະ ເພື່ອເອົາມາຟອກເງິນນັ້ນ

ສົງໃສ ການປະມູນຄົງຈະຄ້າງໂຄກ ແມ່ນບໍ່ ? 

ສຫະປະຊາຊາດ ກຳລັງຕຽມເອົາພວກລັດຂີ້ສໍ້ນີ້ຂື້ນສານໂລກ

ເພາະປົກປິດສຫະປະຊາຊາດ ເລື້ອງຂາຍຢາເສບຕິດ ເຮັດໃຫ້ ປຊຊ ທົ່ວໂລກ ລຳບາກເດືອດຮ້ອນ.

ສຫະປະຊາຊາດ

__________________
Anonymous

Date:
Permalink   
 
ຣົຖຈຸນີ້ໄດ້ຊື້ມາຮັບໃຊ້ກອງປະຊຸມ ASEM9 ຂີ່ 7-8 ປີ ຣາຄາຄົງຫລຸດ

ກາຍເຄິ່ງ, ຈະຊື້ຣົຖຄຸນນະພາບດີ ຣາຄາຖືກໄດ້ 3 ຄັນບໍ່ລະ?

ນີ້ອາດຈະແມ່ນການລວງຕາເພື່ອສ້າງຄະແນນນິຍົມໃຫ້ຕົນແລະພັກພວກ

ເບິ່ງຄັກໆເດີພີ່ນ້ອງ !

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard