ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນາຍົກ ທອງລຸນ ແຈ້ງການ ປາບປາມລົດເຖື່ອນ 5,639 ຄັນ ທົ່ວປະເທດ
Anonymous

Date:
ນາຍົກ ທອງລຸນ ແຈ້ງການ ປາບປາມລົດເຖື່ອນ 5,639 ຄັນ ທົ່ວປະເທດ
Permalink   
 


2017-01-28_084639.jpg16395600_1887985468007249_481467202_n.jp16296066_1887985464673916_1807201653_n.j

 



__________________
Anonymous

Date:
RE: ນາຍົກ ທອງລຸນ ແຈ້ງການ ປາບປາມລົດເຖື່ອນ 5,639 ຄັນ ທົ່ວປະເທດ
Permalink   
 


ເມືອງລາວຊ່າງບໍ່ມີຂື່ ບໍ່ມີແປດັ່ງບ້ານອື່ນປະເທດເຂົາເນາະ

ແມ່ນຫຍັງ ໆ​ ກະມີແຕ່ແນວເຖື່ອນ ໆ :

ໄມ້ກະເຖື່ອນ ຢາມ້າກະເຖື່ອນ  ລົດກະເຖື່ອນ ໃບປະກາດກະເຖື່ອນ ແລະ່ອື່ນໆ ອີກນັບບໍ່ໄຫວ...

ໂດຍສຳຄັນແລ້ວແມ່ນ ອຳນາດເຖື່ອນ. ເຮັດຈັ່ງໃດ ມັນສິເປັນບ້ານ ເປັນເມືອງຄືເພິ່ນ ?

ອະນາຈັກລ້ານຊ້າງຄົງຈະເຖິງຄາວຫລົ້ມສະຫຼາຍເປັນແນ່ແທ້

ການຍາດແຍງເອົາອຳນາດມາເພື່ອທຳລາຍປະເທດຊາດຂອງຕົນເອັງ ແມ່ນມີຊາດໃດເຂົາເຮັດກັນ ?

ຈິດວິນຍານຂອງພະເຈົ້າຟ້າງຸ່ມ ຂອງເຈົ້າອະນຸວົງ ທີ່ຢາກສ້າງແຜ່ນດິນລາວຜືນນີ້ໃຫ້ ປຊຊ ໄດ້ກັນຢູ່ຊຸມກິນເຢັນ

ຄົງຈະພາກັນຕອມຕົມໃຈຕາຍຢ່າງແນ່ນອນ.

ເປັນຫຍັງລໍຖ້າກັນ ຈົນມີລົດເຖື່ອນຮອດ 5,639 ຄັນ ທົ່ວປະເທດ ຈຶ່ງລົງມືປາບປາມ ?

ຄືບໍ່ປາບກັນຕອນມີ 100 - 200 ຫຼື 300 ຄັນ ?

ຮູ້ບໍ່ວ່າ ນີ້ຄືການສ້າງຄວາມເດືອດຮ້ອນໃຫ້ແກ່ ປຊຊ ທີ່ບໍ່ຮູ້ ທີ່ໄປທີ່ມາຂອງລົດຈຳພວກນີ້​​ ?

ໄທຈັບຢາບ້າຂອງລາວ ກໍເພາະເຫດຜົນ ຢາບ້າລາວ ໄປທຳລາຍ ປຊຊ ຄົນໄທ .

ສ່ວນລາວເດ້ ...ລາວໄປຈັບລົດເຖື່ອນທີ່ເອົາຜ່ານເຂົ້າມາຈາກໄທ ພຽງເພື່ອແກ້ມືທີ່ເຈົ້າຫນ້າທີ່ໄທ ທີ່ຈັບຢາບ້າຈາກລາວ.

ມັນສົມຄວນບໍ່ ?  ເພາະຜູ້ທີ່ເຄາະຮ້າຍ ບໍ່ແມ່ນມີແຕ່ເຈົ້າຫນ້າທີ່ໄທທໍ່ນັ້ນ ມັນແມ່ນເຈົ້າຂອງລົດທັງ ຫມົດ 5639 ຄັນ

ຫລືອາດຫລາຍກວ່ານັ້ນ ທີ່ຈະພາກັນເດືອດຮ້ອນ ເພາະໄປຮັບຊື້ຂອງໂຈນ ໂດຍບໍ່ເຈດຕະນາ.

ມັນຍຸຕິທຳຢູ່ບ່ອນໃດ ?

- ໄທເຮັດ ເພື່ອຮັກສາ ປຊຊ ເຂົາ ແລະ ເພື່ອຜົນປະໂຫຍດຂອງເຂົາ

- ລາວເຮັດ ແມ່ນຢູ່ເພື່ອທຳລາຍຜົນປະໂຫຍດຂອງເຂົາ ແຕ່ກັບລົງໂທດ ປຊຊ ລາວ

ການນຳລາວບໍ່ມີວິທີການທີ່ດີກວ່ານີ້ບໍ່ ຖ້າຢາກຕອບໂຕ້ ?.

 

 

 

 

 

 

 

 

 

 



__________________
Anonymous

Date:
Permalink   
 

ປ້າຍ​ລົດ​ເຖື່ອນ​ເຕັມ​ບ້ານ ເຕັມ​ເມືອງ ຄວນ​ປາບ​ແຕ່​ດົນ​ແລ້ວ

ແຕ່​ທ່ານ​ນາ​ຍົກ​ອອກ​ແຈ້ງ​ການ​ມາ​ແບບນີ້ ກະ​ບໍ່​ຮູ້​ວ່າ​ຜູ້​ປະ​ຕິ​ບັດ

ຊິ​ເຮັດ​ໄດ້​ບໍ?, ລົດ​ພວກພໍ່​ຄ້າ ກໍ່​ຕິດປ້າຍ​ສີ​ຟ້າ (ປ້າຍ​ລັດ) ໃຊ້​ແຊວ​ຊະ​ຢູ່

ບໍ່​ຮູ້​ວ່າ​ໄປ​ອອກ​ໃຫ້​ກັນ​ໄດ້​ແນວ​ໃດ. ໃນ​ພາກ​ປະ​ຕິ​ບັດ​ຢ້ານ​ແຕ່​ພະ​ນັກ​ງານ

ທີ່​ເຮັດ​ວຽກ​ນີ້ບໍ່​ສາ​ມາດ​ໄປ​ແຕະ​ຕ້ອງ​ເຂົາ​ໄດ້​ຫັ້ນ​ແລ້ວ. ອີກ​ບັນ​ຫາ​ໜື່ງ​ກໍ

ຄື​ປ້າຍ​ລົດ​ເຂດ​ເສດ​ຖະ​ກິດ​ພິ​ເສດ ດອກງີ້ວ​ຄຳ (ສາມ​ລ່ຽມ​ຄຳ) ຕັ້ງ​ຢູ່​ໃນ​ເຂດ

ອະ​ທິ​ປະ​ໄຕ​ຂອງ​ລາວ​ແທ້ໆ ມີ​ປ້າຍພິ​ເສດ​ຕ່າງ​ຫາກ ມີ​ສິດ​ທິ​ພິ​ເສດ​ອີກ​ໄປ​ໄດ້​

ທົ່ວ​ໝົດຜືນ​ແຜ່ນ​ດີນ​ລາວ

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard