ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສາກົນຮຽກຮ້ອງເສຣີພາບ ໃນລາວ
Anonymous

Date:
ສາກົນຮຽກຮ້ອງເສຣີພາບ ໃນລາວ
Permalink   
 


ສາກົນຮຽກຮ້ອງເສຣີພາບ ໃນລາວ

image

 

ສະຫະພັນ ສາກົລ ເພື່ອ ສິດທິມະນຸດ ຫລື FIDH ແລະ ຂະບວນການລາວ ເພື່ອ ສິດທິມະນຸດ ຫລື LMHR ອອກຖແລງການຮ່ວມ ຮຽກຮ້ອງໃຫ້ ສະຫະພາບ ຢູໂຣບ ທວງໃຫ້ ຣັຖບານລາວ ປ່ອຍ ນັກໂທດ ການເມືອງ ທຸກຄົນ ແລະ ໃຫ້ປະຕິບັດ ຢ່າງແທ້ຈິງ ໃນ ການແກ້ໄຂ ທຸກກໍຣະນີ ການບັງຄັບ ຄົນ ໃຫ້ຫາຍສາບສູນ, ຕາມຖແລງການ ຂອງ FIDH ແລະ LMHR ລົງວັນທີ 13 ກຸມພາ ນີ້. ທ່ານ Andrea Giorgetta ຈາກ FIDH ກ່າວຕໍ່ RFA ເຖິງ ເຫດຜົລ ການອອກຖແລງການ ຮ່ວມນັ້ນວ່າ:

"ເຫດຜົລຄື ພວກເຮົາ ຕ້ອງການ ທີ່ຈະເຫັນ ການກົດດັນ ທາງການເມືອງ ຫລາຍຂຶ້ນ ຈາກສະຫະພາບ ຢູໂຣບ ໃສ່ຣັຖບານລາວ ຍ້ອນວ່າ ການເຈຣະຈາ ເຣື່ອງ ສິດທິມະນຸດ ໄດ້ດໍາເນີນມານານ ຫລາຍປີແລ້ວ. ແຕ່ກໍຍັງບໍ່ ບັນລຸຜົລ ຕາມທີ່ພວກເຮົາ ຄາດຫວັງ ຕາມທີ່ພາກ ປະຊາສັງຄົມລາວ ຄາດຫວັງ".

ຄໍາຮຽກຮ້ອງ ຂອງ FIDH ແລະ LMHR ດັ່ງກ່າວ ມີຂຶ້ນກ່ອນໜ້າ ການເຈຣະຈາ 2 ຝ່າຍ ຄັ້ງທີ 7 ຣະຫວ່າງ ສະຫະພາບຢູໂຣບ ແລະ ສປປລາວ ຊຶ່ງກໍານົດ ຈັດຂຶ້ນ ທີ່ ນະຄອນຫລວງ ວຽງຈັນ ໃນວັນ ທີ 16 ແລະ 17 ກຸມພາ 2017 ນີ້.

ນອກຈາກຄຳຮຽກຮ້ອງ ທີ່ວ່ານັ້ນແລ້ວ 2 ອົງການຈັດຕັ້ງ ດັ່ງກ່າວ ຍັງເວົ້າເຖິງ ສະພາບ ສິດທິມະນຸດ ໃນລາວ ນັບຕັ້ງແຕ່ ການເຈຣະຈາ ຄັ້ງກ່ອນ ເມື່ອເດືອນ ພຶສຈິກາ 2015 ເຖິງປັດຈຸບັນ ຊຶ່ງທ່ານ Giorgetta ກ່າວວ່າ ຢາກເຫັນຄວາມຄືບໜ້າ ຂອງການ ປະຕິບັດງານ ຂອງທາງການລາວ ໃນການ ແກ້ໄຂບັນຫາ ຕ່າງໆ ຮວມທັງການບັງຄັບ ຄົນ ໃຫ້ຫາຍສາບສູນ ແລະ ນັກໂທດ ການເມືອງ ນຳດ້ວຍ:

"ຂ້າພະເຈົ້າຄິດວ່າ ສິ່ງທີ່ພວກເຮົາ ຕ້ອງການເຫັນ ຄືສິ່ງທີ່ພວກເຮົາ ເວົ້າຢູ່ໃນຖແລງການ ແລະພວກເຮົາ ກໍຕ້ອງການເຫັນ ຣັຖບານລາວ ມີຄວາມຄືບໜ້າ ໃນແກ້ໄຂ ບັນຫາບັງຄັບ ຄົນ ໃຫ້ຫາຍ ສາບສູນ ແລະປ່ອຍນັກໂທດ ການເມືອງ ຫລື ພວກຄົນ ທີ່ຄັດຄ້ານ ທາງການ ແລະດໍາເນີນ ການປະຕິຮູບ ເພື່ອສິດເສຣີພາບ ໃນການສະແດງ ຄວາມຄິດເຫັນ ແລະ ໂຮມຊຸມນຸມ".

ນັບຕັ້ງແຕ່ໄດ້ມີ ການເຈຣະຈາ ເຣຶ່ອງສິດທິມະນຸດ ຄັ້ງທໍາອິດ ກັບສະຫະພາບ ຢູໂຣບ ເມື່ອ ປີ 2005 ມານັ້ນ ສປປລາວ ກໍຖືກອົງການ ເອກຣາຊ ທີ່ໃຫ້ຄວາມສໍາຄັນ ໃນຫລັກການ ປະຊາທິປະຕັຍ ແລະ ສິດທິພົລເຮືອນ ແລະການເມືອງ ຈັດໃຫ້ຢູ່ໃນດັດສະນີ ແລະອັນດັບ ເກືອບວ່າ ຕໍ່າສຸດ ຫລື ຂີ້ຮ້າຍທີ່ສຸດ.

ທ່ານ Andrea Giorgetta ເວົ້າວ່າ ການເຈຣະຈາ ເຣຶ່ອງ ສິດທິມະນຸດ ກັບ ສປປລາວ ຄວນຖືກຈັດຂຶ້ນ ທຸກໆປີ ແລະການເຈຣະຈາ ຄັ້ງນີ້ ໃນຕົວຈິງແລ້ວ ແມ່ນຖືກກໍານົດ ຈັດຂຶ້ນ ໃນເດືອນ ທັນວາ ປີກາຍ, ແຕ່ຖືກເລື່ອນມາໃສ່ ເດືອນມົກຣາ 2017 ຕາມຄໍາຮຽກຮ້ອງ ຂອງ ຝ່າຍລາວ ແລະໃນທີ່ສຸດ ກໍກໍານົດຈັດຂຶ້ນ ໃນວັນທີ 16 ແລະ 17 ກຸມພາ ນີ້ ທີ່ນະຄອນຫລວງ ວຽງຈັນ.

ກ່ຽວກັບຖແລງການນັ້ນ ທາງ ວິທຸຍຸ ເອເຊັຽ ເສຣີ ກໍໄດ້ຕິດຕໍ່ໄປຫາ ກົມການຂ່າວ ກະຊວງການຕ່າງ ປະເທດ ສປປລາວ ເພື່ອຂໍຄວາມເຫັນ, ແຕ່ ເຈົ້າໜ້າທີ່ ບອກໃຫ້ ໂທຣະສັບ ຄືນມາອີກ ໃນມື້ອື່ນ ເພາະມື້ນີ້ ເຈົ້າໜ້າທີ່ ຜູ້ຮັບຜິດຊອບ ເຣຶ່ອງນີ້ ຄາປະຊຸມ.

 

 
 


__________________
Anonymous

Date:
Permalink   
 

ຢືນຢັນ! ເຫດປາຕາຍທີ່ນໍ້າງາວ ວັນທີ 12/2/2017 ມີສານເຄມີ! ເຈົ້າໜ້າທີ່ເລັ່ງເກັບປາມາທຳລາຍຖີ້ມ!

25.jpg

 

ບໍ່ແກ້ວ: ຈາກເຫດການປາຕາຍໝູ່ ໃນວັນທີ  12/2/2017 ຕອນເຊົ້າປະມານ 06:00 ເກີດເຫດປາຕາຍບໍ່ຮູ້ສາຍເຫດ ຢູ່ທີແມ່ນ້ຳງາວ, ບ້ານປຸ່ງນາຫນູນ,ເມືອງຫ້ວຍຊາຍ.ແຂວງບໍ່ແກ້ວ.

ການສຳຫຼວດຈາກພາກສ່ວນເຈົ້າໜ້າທີ່ຢືນຢັນ ປາຖືກສານເຄມີ ແຕ່ຈະແມ່ນມາຈາກ ສວນກ້ວຍ ຫຼື ຈາກໃສນັ້ນ ຍັງບໍ່ທັນສະຫຼຸບ.. ດັ່ງນັ້ນ, ເຈົ້າໜ້າທີ່ຈິ່ງໄດ້ຟ້າວເກັບເອົາປາທັງໝົດ ທີ່ປະຊາຊົນເອົາໄປຕາກ ມາທຳລາຍຖີ້ມ.

ເຊິ່ງໄດ້ມີ ພິທີທຳລາຍປາ ໃນວັນທີ14/2/2017 ໂດຍສົມທົບກັບ ປກສ ກຸ່ມບ້ານ ເເລະ ກອງຫລອນບ້ານ ໄດ້ລົງເກັບປາແຕ່ລະຄົວເຮືອນ ເພື່ອທີຈະນຳໄປທຳລາຍ. ສ່ວນປະຊາຊົນທີ່ກິນປາໄປແລ້ວນັ້ນ,  ປະຈຸບັນເເມ່ນຍັງລໍຖ້າຜົນກວດເລືອດຂອງປະຊາຊົນທີກີນປາເພື່ອຢັງຢືນສານເຄມີຊະນິດທີເຮັດໃຫ້ປາຕາຍ.

16711612_1661365907499975_6447257464874216641119_1661365917499974_47745630517223



Attachments
__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard