ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: Joseph Freeman ປະກົດຕົວ
Anonymous

Date:
Joseph Freeman ປະກົດຕົວ
Permalink   
 


16806949_1853967594882165_22592917018749

ເລື່ອງ: ເຈົ້າໜ້າທີ່ສະເພາະກິດ ຕິດຕາມໄລ່ລ່າ
ຈັບໂຕ ຂ້າພະເຈົ້າ

ຮຽນພະນະທ່ານທອງລຸນ ສີສຸລິດ ນາຍຍົກລົດຖະມົນຕີ
ແຫ່ງ ສປປລາວ

ຂະພະເຈົ້າໂຈເຊຟ ຂໍຮຽນຖາມມາຍັງທ່ານນາຍຍົກ ວ່າເປັນຄວາມຈິງແທ້ບໍ ທີ່ມີກະແສຂ່າວວ່າມີເຈົ້າໜ້າທີ່ສະເພາະກິດ ມາໄລ່ລ່າແລະຕິດຈັບໂຕຂ້າພະເຈົ້າ

ເຊີ່ງຖ້າເປັນຄວາມຈິງແທ້ ບໍ່ຈຳເປັນຕ້ອງໄລ່ລ່າຕິດຕາມໃຫ້
ຫຍຸ້ງຢາກ ພຽງແຕ່ເອົາໝາຍສານສົ່ງມາໃຫ້ຂ້າພະເຈົ້າ
ແລະຂ້າພະເຈົ້າຈະໄປມອບໂຕເອງ

ເຊີ່ງຂ້າພະເຈົ້າບໍ່ຊາບວ່າ ໂຕເອງເຮັດຜິດຂໍ້ຫາໃດ
ພຽງແຕ່ເຫັນເຜີຍແພ່ກັນທາງເຟສບຸກ ມີ 2 ເລື່ອງ
ໃຫຍ່ໆ ຄືເລື່ອງທີ່ວ່າຂ້າພະເຈົ້າ ນຳເອົາຂໍ້ມູນທີ່ປະຊາຊົນ
ບ້ານຫ້ວຍຊອຍ ເມືອງປາກຊ່ອງ ແຂວງຈຳປາສັກ
ທີ່ເດືອດຮ້ອນ ໄດ້ຮັບຜົນກະທົບຕໍ່ການສ້າງເຄື່ອນ
ເຊີ່ງມີການກ່າວຫາວ່ານີ້ເປັນເລຶ່ອງບໍ່ມີມູນຄວາມຈິງ ຂ້າພະເຈົ້າສ້າງເລື່ອງຂື້ນມາເອງ ແຕ່ຫລັກຖານມີຄົບທຸກຢ່າງ
ມີວິດີໂອ ທີ່ປະຊາຊົນອອກມາເລົ່າເຫດການດ້ວຍ
https://m.facebook.com/story.php…

ແລະປັນຫາທີ່ສອງທີ່ບອກທາງສາວ Air
ໄດ້ໄປຮ້ອງທຸກ ກ່າວຫາວ່າຂ້າພະເຈົ້າປະຈານເພີ່ນ ເຮັດໃຫ້ເກີດຄວາມເຊື່ອມເສຍ ເຊີ່ງຂ້າພະເຈົ້າກະໄດ້ບອກແລ້ວວ່າ
ເລື່ອງນີ້ມີການນຳມາໂພສກັນກ່ອນໜ້ານີ້ແລ້ວ ທາງເຟສບຸກ
ເຊີ່ງມີການໂພສກັນຢ່າງຫລວງຫລາຍ

ກ່ອນທີ່ຂ້າພະເຈົ້າຈະນຳມາໂພສ ແລະຂ້າພະເຈົ້າກະອ້າງອີງແລ້ວວ່ານຳຈາກຄົນອື່ນມາ ແລະ ຂຽນຕາມທີ່ຜູ້ທີ່ຢູ່ໃນເຫດການຂຽນ ທຸກຢ່າງ ບໍ່ໄດ້ມີການບິດບຽນແຕ່ຢ່າງໃດ
ແລະຂ້າພະເຈົ້າຍັງໄດ້ຕັດເອົາບາງປະໂຫຍດທີ່ບໍ່ສຸພາບອອກຊ້ຳ https://m.facebook.com/story.php…

ຖ້າເລື່ອງການໄລ່ລ່າເຈັບໂຕຂ້າພະເຈົ້າເປັນເລື່ອງຈີງ
ພຽງເພາະເຫດຜົນຊ່ຳນີ້ ຂ້າພະເຈົ້າຄິດວ່າ ມັນເປັຍການກະທຳທີ່ບໍ່ຄຸ້ມຄ່າແນ່ນອນ ເພາະນີ້ກໍ່ເປັນເສລີພາບຂັ້ນພື້ນຖານຂອງປະຊາຊົນ ທີ່ທາງລັດທະບານລາວ ໄດ້ໃຫ້ສັດຕະຢາບັນຕໍ່ອົງການສະຫະປະຊາຊາດ

ການທີ່ຈະມາຈັບຄົນເພາະເຫດຜົນທໍ່ນີ້
ມັນຊ່ຳກັບການທີ່ເຮົາໄປປະຈານປະເທດຊາດເຮົາເອງ
ວ່າເປັນພະເດັດການ ວ່າລັດທະບານລາວເຮົາປົກຄອງປະເທດຊາດດ້ວຍການປາເຖື່ອນ ຕ່າງຊາດເຂົາຈະໂຈມຕີແລະປະນາມປະເທດເຮົາ

ຖ້າເລື່ອງນີ້ເປັນຄວາມຈີງ ຂ້າພະເຈົ້າຢາກຮຽກຮ້ອງໃຫ້ທ່ານ
ນາຍຍົກຊ່ວຍທົບທວນ ແລະພິຈາລະນາຄືນໃໝ່
ເພາະມັນຈະນຳມາເຊີ່ງຜົນເສຍຢ່າງຫລວງຫລາຍຕໍ່ປະເທດຊາດເຮົາ

ຮຽນມາດ້ວຍຄວາມເຄົາລົບແລະນັບຖືຢ່າງສູງ
...ໂຈເຊຟ.

Image may contain: 1 person


__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard