ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຮ້ານກິນດື່ມຝືນຄໍາສັ່ງ ນາຍຍົກ ທອງລຸນ
Anonymous

Date:
ຮ້ານກິນດື່ມຝືນຄໍາສັ່ງ ນາຍຍົກ ທອງລຸນ
Permalink   
 


image

ປັດຈຸບັນ ຍັງມີຜູ້ປະກອບການ ຮ້ານກິນດື່ມ ທີ່ ເປີດຂາຍເຫຼົ້າ ໃກ້ສະຖານ ການສຶກສາ ເຊັ່ນ, ຢູ່ມະຫາວິທຍາໄລ ສຸພານຸວົງ ແຂວງ ຫຼວງພະບາງ ເຖິງວ່າທາງການ ໄດ້ສັ່ງຫ້າມ ບໍ່ໃຫ້ເປີດ ຮ້ານກິນດື່ມ ໃກ້ກັບເຂດ ການສຶກສາ ທຸກແຫ່ງ. ຕາມຄຳເວົ້າ ຂອງອາຈານ ທ່ານນຶ່ງ ທີ່ສອນຢູ່ ມະຫາວິທຍາໄລ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

"ສ່ວນເລື້ອງຫລັກການນີ້ ພວກເຮົາກໍໄດ້ ຄຸຍກັບ ການຈັດຕັ້ງ ໝົດຫັ້ນແຫຼະ ສ່ວນຫຼາຍກະແມ່ນ ການຈັດຕັ້ງແຂວງ ເພິ່ນຈັດຕັ້ງ ແຕ່ວ່າ ຊ້ວງນີ້ ຫລັງຈາກ ງຽບໄປ ກໍກັບຄືນມາ ໃໝ່ເນາະ".

ທ່ານກ່າວຕື່ມວ່າ ຫລັງຈາກທີ່ມີ ຣະບຽບການອອກມາ ເຈົ້າໜ້າທີ່ ແຂວງຫຼວງພຣະບາງ ກໍໄດ້ສັ່ງການ ໃຫ້ຜູ້ປະກອບການ ຮ້ານກິນດື່ມ ມ້າງຮ້ານ ຍ້າຍອອກໄປ, ແຕ່ຕໍ່ມາພຽງ 3 ເດືອນ ເຂົາເຈົ້າ ກໍກັບຄືນ ມາເປີດອີກ ແລະ ທາງມະຫາວິທຍາໄລ ກໍໄດ້ອອກແຈ້ງການ ຫ້າມນັກສຶກສາ ບໍ່ໃຫ້ໄປໃຊ້ ບໍຣິການ ແຕ່ກໍຍັງມີ ນັກສຶກສາ ຈຳນວນນຶ່ງ ເຂົ້າໄປນັ່ງ ກິນ-ດື່ມ ຢູ່.

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ໄດ້ກ່າວ ໃນວັນທີ 7 ຕຸລາ 2016 ເນື່ອງໃນວັນຄຣູ ແຫ່ງຊາດ ວ່າ, ຈະບໍ່ອະນຸຍາດ ໃຫ້ຮ້ານ ກິນດື່ມ ທີ່ຈຳໜ່າຍ ສິ່ງມຶນເມົາ ໃນສະຖານທີ່ ບັນເທີງ ຫລື ສະຖານທີ່ ການພະນັນ ເປັນຕົ້ນວ່າ ຮ້ານສະນຸກເກີ ແລະ ຮ້ານເກມ ຢູ່ໃກ້ ສະຖານທີ່ ສຶກສາ ເດັດຂາດ, ທີ່ຜ່ານມາ ຮ້ານກິນດື່ມ ພວກນີ້ ເປັນໄພອັນຕະລາຍ ຮ້າຍແຮງ ຢ່າງນຶ່ງ ທີ່ເຮັດໃຫ້ ນັກສຶກສາ ເຍົາວະຊົນ ກາຍເປັນບັນຫາ ຫຍໍ້ທໍ້ ໃນວົງກວ້າງ ແລະ ຮຽກຮ້ອງ ໃຫ້ພໍ່ແມ່ ຜູ້ປົກຄອງ ຮ່ວມມືກັນ ເບິ່ງແຍງຊ່ວຍກັນ ເພື່ອສະກັດກັ້ນ ສິ່ງບໍ່ງາມນີ້ ໃຫ້ໝົດໄປ ຖ້າວ່າ ຮ້ານກິນດື່ມ ແຫ່ງໃດ ຂັດຕໍ່ ຣະບຽບການ ຈະຕ້ອງຖືກ ນຳມາສຶກສາ ອົບຮົມ ຫລື ດຳເນີນຄະດີ ຕາມກົດໝາຍ.

 



__________________
Anonymous

Date:
Permalink   
 

16997657_192451587905212_31631898339501817200885_10208579535196875_7017366222506

ອານາຄົດລູກຫຼານລາວ ພັງພິນາຕ ຍອ້ນ ພັກລັດ



__________________
Anonymous

Date:
Permalink   
 

ລັດຖະບານໄທຍ ສ້າງໃຫ້ລູກຫຼານລາວ

17191365_189887424845535_55036585206171017361957_189888791512065_202056208293651

ພັກລັດ ສ້າງໃຫ້ ລູກຫຼານລາວ

17264737_213222585824359_668191421429655



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard