ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຕະກຸນ ຂາຍຊາດ
Anonymous

Date:
ຕະກຸນ ຂາຍຊາດ
Permalink   
 


 

ຮອງນາຍົກລັດຖະມົນຕີ ຢ້ຽມຢາມໂຄງການຂຸດຄົ້ນ-ປຸງແຕ່ງແຮ່ຄຳ ຢູ່ ແຂວງ ອັດຕະປື

Screen%2BShot%2B2017-06-08%2Bat%2B18.52.

 

ໃນວັນ​ທີ 6 ມິຖຸນາ ນີ້ ​ທ່ານ ສອນ​ໄຊ ສີ​ພັນ​ດອນ ​ຮອງ​ນາຍົກລັດຖະມົນຕີ ​ພ້ອມຄະນະ​ ໄດ້ເດີນທາງໄປຢ້ຽມຢາມ ແລະ ຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດ ໂຄງການຊອກ​ຄົ້ນ-ສຳຫລວດຂຸດ​ຄົ້ນ-ປຸງ​ແຕ່ງ​ແຮ່​ຄຳ ທີ່ ​ເຂດ​ວັງ​ຕັດ​ໃຫຍ່ ​ເມືອງ​ຊານ​ໄຊ ​ແຂວງ​ ອັດ​ຕະປື ເຊິ່ງມີຮອງ​ເຈົ້າ​ແຂວງໆອັດ​ຕະປື, ພະ​ແນ​ກ ການ​ທີ່ກ່ຽວຂ້ອງ ແລະ ຄະນະອຳນວຍ​ການ​ ຜູ້ຮັບຜິດຊອບໂຄງການ ໃຫ້ການ​ຕ້ອນຮັບ.

ທ່ານ ພົງ​ໄຊ ​ໄຊຊະນະ​ເສນາ ອຳນວຍ​ການ​ກຸ່ມ​ບໍລິສັດ​ ລັດພັດທະນາ​ຊົນນະບົດ​ໃໝ່ ​ໄດ້​ລາຍ​ງານ​ໃຫ້​ຊາບ​ ກ່ຽວກັບ​ຄວາມ​ຄືບໜ້າຂອງ​ໂຄງການ​ດັ່ງກ່າວ, ​ເຊິ່ງ​ໄດ້​ຮ່ວມ​ທຸລະ​ກິດ​ກັບບໍລິສັດ​ຫຸ້ນ​ສ່ວນຫວຽດນາມ-ລາວ ​ແຫ່ງ ສສ ຫວຽດນາມ ນັບ​ແຕ່​ເດືອນ​ພະຈິກ 2006 ​ເປັນຕົ້ນມາ ​ໃນເນື້ອທີ່​ການ​ຊອກ​ຄົ້ນ ​ແລະ ສຳຫລວດ ​ເກືອບ 400 ກິ​ໂລ​ຕາ​ແມັດ, ກວມ​ເອົາ​ເມືອງ​ດາກ​ຈຶງ ​ແຂວງ​ເຊ​ກອງ ​ແລະ ​ເມືອງ​ຊານ​ໄຊ​ ແຂວງ ອັດ​ຕະປື ລວມມູນ​ຄ່າ​ການ​ລົງທຶນ 50 ລ້ານ​ໂດ​ລາ​ສະຫະລັດ, ​ໄດ້​ມອບ​ພັນທະ​ເຂົ້າກອງ​ທຶນ​ພັກ ຫ້ອງ​ວ່າການ​ສູນ​ກາງ​ພັກ ລວມນ້ຳໜັກຄຳກວ່າ 600 ກິ​ໂລ ​ແລະ ມອບ​ພັນທະ​ຄ່າ​ເຊົ່າ​ສຳ​ປະທານ​ເນື້ອທີ່​ດິນ ​ແລະ ອາກອນ​ເງິນ​ເດືອນ ​ໃຫ້​ລັດຖະບານ​ ​ແລ້ວ​ກວ່າ 290 ພັນ​ໂດ​ລາ​ສະຫະລັດ​. ນອກຈາກ​ນີ້, ບໍລິສັດ ຍັງ​ໄດ້​ເອົາ​ໃຈ​ໃສ່​ ໃນ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ, ສັງຄົມ ​ແລະ ທຳ​ມະ​ຊາດ, ການ​ຊ່ວຍ​ເຫລືອສັງ​ຄົມ ​ແລະ ການ​ປະກອບສ່ວນ​ ພັດທະນາ​ທ້ອງ​ຖິ່ນ ​ເປັນຕົ້ນ ປະກອບສ່ວນ​ທຶນຮອນ​ມູນ​ຄ່າ 1 ​ແສນ​ໂດ​ລາ​ສະຫະລັດຕໍ່ປີ ​ເຂົ້າ​ໃນ​ການ​ພັດທະນາ​ເຂດ​ວັງ​ຕັດ ​ເມືອງ​ຊານ​ໄຊ, ປິ່ນປົວ​ພະຍາດ, ​ແຈກ​ຢາຍ​ຢາ ​ແລະ ​ເຂົ້າສານ​ໃຫ້​ປະຊາຊົນ​​ຢູ່ບ້ານ​ອ້ອມ​ຂ້າງ ​ໂດຍ​ບໍ່​ເສຍ​ຄ່າ, ປະກອບສ່ວນ​ຊ່ວຍ​ເຫລືອ ​ໃນ​ເວລາ​ເກີດ​ໄພພິບັດ​ທຳ​ມະ​ຊາດ, ນຳພາ​ຕົວ​ແທນ​ປະຊາຊົນ​ຢູ່ບ້ານ​ອ້ອມ​ຂ້າງ ​ໄປ​ທັດສະນະ​ສຶກສາ ກ່ຽວກັບ​ການ​ພັດທະນາ​ບ້ານ ​ແລະ ບ້ານວັດທະນະທຳ ຢູ່ ສສ ຫວຽດນາມ ລວມ​ເຖິງ​ການ​ສົ່ງ​ເສີມ ​ການ​ຜະລິດ​ກະສິກຳ ​ເປັນຕົ້ນ ການ​ປູກ​ກາ​ເຟ, ພິກ​ໄທ ​ແລະ​ ມີ​ການ​ເກັບຊື້ນຳ​ປະຊາຊົນ ​ເພື່ອ​ຮັບປະກັນ​ລາຍ​ໄດ້​ ໃຫ້​ແກ່​ປະຊາຊົນ.

ໃນ​ໂອກາດ​​ນີ້, ທ່ານ ສອນ​ໄຊ ສີ​ພັນ​ດອນ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່ຜົນສຳ​ເລັດ ​ຂອງ​ການຈັດຕັ້ງປະ​ຕິບັດ​ໂຄງການ ​​ເຊິ່ງປະກອບສ່ວນ​ ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ກໍຄື​ການ​ພັດທະນາ​ທ້ອງ​ຖິ່ນ. ຢ່າງ​ໃດ​ກໍ​ຕາມ ດ້ວຍ​ເນື້ອ​ໃນ​ຈິດ​ໃຈ ​ຂອງ​ສູນ​ກາງ​ພັກ ​ແລະ ລັດຖະບານ ​​ໄດ້ຫັນ​ເອົາ​ບັນດາ​ໂຄງການ​ນີ້ ທີ່ຂຶ້ນກັບ​ກອງ​ທຶນ​ພັກ ​ແລະ ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ​​ໃຫ້​ຢູ່​ໃນການ​ຄຸ້ມ​ຄອງ​ຂອງ​ລັດຖະບານ ຕາມ​ລະບຽບກົດໝາຍ ​ແລະ ສອດຄ່ອງ​ກັບ​ກົດໝາຍ ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ລົງທຶນ, ​ໂດຍ​ທີ່​ບັນດາ​ໂຄງການ​ເຫລົ່ານັ້ນ ສາມາດ​ດຳ​ເນີນ​ກິດຈະການ​ຂອງ​ຕົນ​ ຕໍ່​ໄປ​​ຢ່າງ​ຕໍ່​ເນື່ອງ ​ແລະ ​ເປັນ​ກຳລັງ​ແຮງໃຫ້​ແກ່​ການ​ຊ່ວຍ​ແກ້​ໄຂ​ຄວາມທຸກ​ຍາກ​ ຂອງ​ປະຊາຊົນ. ພ້ອມ​ດຽວກັນນັ້ນ, ໃຫ້​​ເອົາ​ໃຈ​ໃສ່​​ການ​ຄຸ້ມ​ຄອງ​ແຮງ​ງານ, ການໂຄສະນາ​ອົບຮົມ ​ພໍ່​ແມ່​ປະຊາຊົນ ທີ່​ນອນ​ຢູ່​ໃນ​ໂຄງການ ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ ເຖິງ​ລະບຽບກົດໝາຍ, ຄວາມ​ຈຳ​ເປັນ ​ແລະ ຜົນ​ໄດ້​ຮັບຈາກ​ການ​ພັດທະນາ​ໂຄງການ ທັງ​​ເປັນການ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ການ​ຜະລິດ​ສະບຽງອາຫານໃຫ້​ແກ່​ໂຄງການ.

ທ່ານຮອງ​ນາຍົກລັດຖະມົນຕີ ຍັງ​ໄດ້​​ເນັ້ນຢ້ຳ​ໃຫ້​ບໍລິສັດ ເອົາ​ໃຈ​ໃສ່​ວຽກງານ​ຊົດ​ເຊີຍ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ ຕິດ​ພັນ​ກັບ​ການຈັດ​ສັນ​ອາຊີບຄົງ​ທີ່, ຫັນ​ຈາກ​ການ​ເຮັດ​ໄຮ່​ເລື່ອນລອຍ​ ໄປ​ສູ່​ການ​ການ​ປູກ​-ການ​ລ້ຽງ ​​ເປັນຕົ້ນ ການ​ປູກ​ໄມ້​ອຸດສາຫະກຳ ​ເພື່ອ​ເປັນ​ການຈັດຕັ້ງຜັນ​ຂະຫຍາຍ​ຄຳ​ສັ່ງ 15/ນຍ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ປະກອບ ສ່ວນ​​ເຮັດ​ໃຫ້​ມີ​ພື້ນທີ່​ປ່າ​ໄມ້​ປົກ​ຫຸ້ມ 70% ​ໃນ​ປີ 2020, ທັງ​​ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າເປົ້າໝາຍ ຕິດ​ພັນ​ກັບ​ການ​ເກັບຊື້ ​ແລະ ຕະຫລາດຈຳໜ່າຍທີ່​ແນ່ນອນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard