ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກາເຟດາວເຮືອງ ຍັງຕິດໜີ້ ຊາວສວນ
Anonymous

Date:
ກາເຟດາວເຮືອງ ຍັງຕິດໜີ້ ຊາວສວນ
Permalink   
 


 

63503b2d-9887-4477-8762-28e32bea46b1.png

ໃນຫຼາຍເດືອນຜ່ານມາ ຊາວສວນປູກກາເຟ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ຕ້ອງເດືອດຮ້ອນ ຍ້ອນບໍ່ມີເງິນ ທຳການຜລິດຕື່ມ ພາຍຫຼັງ ທີ່ບໍຣິສັດ ກາເຟດາວເຮືອງ ຍັງບໍ່ໄດ້ຈ່າຍ ຄ່າກາເຟ ທີ່ຕິດຄ້າງມາ ແຕ່ຕົ້ນປີ 2017. ຕາມການເປີດເຜີຍ ຂອງຊາວບ້ານ ຜູ້ບໍ່ປະສົງອອກຊື່ ຕໍ່ RFA ໃນວັນທີ 13 ມິຖຸນາ ນີ້:

"ຜູ້ຍັງກໍຍັງ ເພິ່ນຈ່າຍບໍ່ທັນໝົດ ຫລັງປີໃໝ່ມາ ເພິ່ນກໍບໍ່ຈ່າຍ ມິດໆ ສາງກໍປິດໄວ້ ເຫລືອແຕ່ພະນັກງານສາງ ຢູ່ປາກຊ່ອງຫັ້ນກໍໄປ ມີແຕ່ ເພິ່ນວ່າ ຖ້າຟັງເບິ່ງເພິ່ນວ່າຫັ້ນ ໄປຖາມເຂົາຫັ້ນ ຊາວບ້ານຢາກໃຫ້ເພິ່ນ ມາຈ່າຍ ເພາະວ່າເຮົາຕ້ອງໄດ້ ໝູນໃຊ້ເງິນ ມາໃຊ້ໃນການເຮັດ ສວນ ອີ່ຫຍັງນີ້ຕີ້ ມີແຕ່ຖ້າ ຖ້າເຂົາຈ່າຍ ຖ້າບໍ່ຈ່າຍກໍມີແຕ່ ລໍຄອຍໄປເລື້ອຍໆ".

ທ່ານເວົ້າວ່າ ຊາວສວນກາເຟເມືອງປາກຊ່ອງ 10 ປາຍບ້ານ ແຕ່ບໍ່ຮູ້ຈຳນວນຄອບຄົວ ຍັງລໍຖ້າ ເງິນຄ່າຂາຍກາເຟ ໃຫ້ບໍຣິສັດ ດາວເຮືອງ ນັ້ນຢູ່. ພວກເຂົາເຈົ້າ ບໍ່ມີເງິນຊື້ປຸ໋ຍ ຊື້ຢາຂ້າສັດຕູພືດ. ບໍ່ພຽງແຕ່ ຊາວສວນກາເຟ ເທົ່ານັ້ນ ທີ່ໄດ້ຮັບຄວາມ ເດືອດຮ້ອນ, ແມ່ນແຕ່ພໍ່ຄ້າ ຄົນກາງທີ່ຢືມເງິນ ຈາກທະນາຄານ ໄປຊື້ກາເຟ ຈາກຊາວສວນ ແລະຂາຍໃຫ້ ບໍຣິສັດ ກາເຟດາວເຮືອງ ນັ້ນກໍໄດ້ຮັບ ຄວາມເດືອດຮ້ອນ ໄປຕາມໆກັນ ຍ້ອນບໍ່ມີເງິນ ໃຊ້ໜີ້ ທະນາຄານ.

ຊາວບ້ານເວົ້າວ່າ ເຖິງບໍຣິສັດ ກາເຟດາວເຮືອງ ຕິດໜີ້ຊາວສວນ ຄ່າກາເຟຄອບຄົວນຶ່ງ ຫລາຍສິບລ້ານກີບ, ບາງຄອບຄົວ ກໍເຖິງຫລັກຕື້ ແຕ່ທາງການ ທີ່ກ່ຽວຂ້ອງ ຂອງລາວ ຊຶ່ງຊາວສວນຫວັງ ຢາກໃຫ້ມາ ຊ່ວຍເຫລືອນັ້ນ ກໍຍັງບໍ່ຊ່ວຍແກ້ໄຂ:

"ກໍຢາກໃຫ້ທາງເທິງ ເບິ່ງໃຫ້ວ່າມັນເປັນຈັ່ງໃດ ໃຫ້ເພິ່ນລົງມາເບິ່ງຈັກດີ້ ມີແຕ່ປະຊາຊົນ ນີ້ແລ້ວ ສິເຮັດອີ່ຫຍັງ ມີແຕ່ຖ້າ ຈັ່ງໃດກໍຝາກທາງ ເທິງໃຫ້ຕິດຕາມ ນໍາແນ່ ຢາກໄດ້ເງິນແຮງ ແລ້ວດຽວນີ້ ຄອບຄົວນຶ່ງກໍ ປະມານສັກ 70 ລ້ານ ບາງຄອບຄົວ ເຂົາຫລາຍ ກໍເປັນຕື້ 2 ຕື້ ພຸ້ນແຫລະ ເຮົາຕ້ອງໄດ້ ໝູນໃຊ້ເງິນ ຕ້ອງມາໃຊ້ ການຈ້າງເຂົາຊື້ຢາ ຊື້ຝຸ່ນ ຊື້ຫຍັງມາ".

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣຶ່ອງທີ່ວ່ານີ້ RFA ໄດ້ຕິດຕໍ່ໄປຍັງ ບໍຣິສັດ ກາເຟດາວເຮືອງ ໃນມື້ວັນທີ 13 ມິຖຸນາ ນີ້ ແຕ່ບໍ່ສາມາດ ຕິດຕໍ່ໄດ້. ກ່ອນໜ້ານີ້ເຈົ້າໜ້າທີ່ ອຸດສາຫະກັມແລະການຄ້າ ຜູ້ບໍ່ປະສົງອອກຊື່ບອກຕໍ່ RFA ຮູ້ວ່າບໍຣິສັດ ນີ້ແລ່ນ ເງິນໃຫ້ ຄ່າຊື້ກາເຟ ຊາວສວນບໍ່ທັນ:

"ແບບວ່າຫລີ້ນເງິນ ໃຫ້ບໍ່ທັນຈັ່ງຊີ້ເນາະ ບາງເທື່ອກໍຊ່ວງນີ້ ຂ່າວຄືວ່າແຫລະເນາະ ຄືເຮົາເຫັນຫັ້ນແຫລະ ວ່າເຈົ້າຂອງ ບໍຣິສັດ ດາວເຮືອງ ຕ້ອງຄະດີ ແນວນັ້ນແນວນີ້ ບາງເທື່ອກໍ ເຂົາອາຍັດ ເຣື່ອງການເງິນ ຂອງບໍຣິສັດ ຫັ້ນນ່າ".

ໃນເດືອນຜ່ານມາ ບໍຣິສັດ ກາເຟດາວເຮືອງ ໄດ້ຈ່າຍເງິນ ຄ່າກາເຟ ໃຫ້ຊາວສວນ ບາງຄອບຄົວ ຢູ່ເມືອງທ່າແຕງ ແຂວງເຊກອງ ແລະ ເມືອງປາກຊ່ອງ ແຂວງຈຳປາສັກ ພຽງ 5% ຂອງຈຳນວນເງິນ ທີ່ບໍຣິສັດ ຕິດໜີ້ ທັງໝົດ ເທົ່ານັ້ນ.



__________________
Anonymous

Date:
Permalink   
 

article-doc-4619l-6b2Vx7QH5-HSK1-121_634558000009974602.jpeg

ພາຍຫລັງເຈົ້າຫນ້າທີ່ຕໍາຫລວດກໍາປູເຈຍກວດພົບສິນຄ້າຂອງບໍລິສັດດາວເຮືອງທີ່ຊຸກເຊື່ອງ ແລະ ປະປົນມາພອ້ມກັບກັນຊາຈໍານວນ 1 ໂຕນ ໃນວັນທີ 25 ສິງຫາ 2015 ທີ່ຜ່ານມາຫລ້າສຸດກຸ່ມບໍລິສັດດາວເຮືອງອອກມາຢືນຢັນໃນວັນທີ 11 ກັນຍາ 2015 ນີ້ວ່າ ບໍລິສັດຂອງຕົນບໍລິສຸດ ແລະໂປ່ງໃສ.ເລື່ອງທີ່ເກີດຂຶ້ນບໍ່ໄດ້ກ່ຽວຂອ້ງກັບບໍລິສັດຕົນ, ທາງບໍລິສັດໄດ້ຈັດ ງານຖະແຫລງຂ່າວ, ແລະ ໄດ້ເຊີນເອົາບັນດານັກຂ່າວຈໍານວນຫນຶ່ງເທົ່ານັ້ນໄດ້ເຂົ້າຮ່ວມ. ສ່ວນສໍານັກຂ່າວໃຫຍ່ໆພາຍໃນປະເທດກໍບໍ່ໄດ້ຮັບເຊີນເຂົ້າຮ່ວມຢ່າງພອ້ມພຽງຮຽງຫນ້າ. ແລະ ກໍ່ຍັງບໍ່ທັນມີເນື້ອໃນລະອຽດຂອງການຖະແຫຼ່ງຂ່າວນັ້ນວ່າມີແນວໃດແດ່.ຕ້ອງໄດ້ຕິດຕາມຕໍ່ໄປວ່າ ຄະດີກັນຊາ 1 ໂຕນນີ້ຈະມີການສະຫຼຸບແບບໃດ.

11995957_433405453529907_428340260646050

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard