ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຖະແຫຼງຂ່າວກ່ຽວກັບເຫດໄຟໄໝ້ ສູນການຄ້າສາກົນຊັ່ງຈ່ຽງ
Anonymous

Date:
ຖະແຫຼງຂ່າວກ່ຽວກັບເຫດໄຟໄໝ້ ສູນການຄ້າສາກົນຊັ່ງຈ່ຽງ
Permalink   
 
ຖະແຫຼງຂ່າວກ່ຽວກັບເຫດໄຟໄໝ້ ສູນການຄ້າສາກົນຊັ່ງຈ່ຽງ

2.jpg4.jpg3.jpg5.jpg

ອີງຕາມການລາຍງານຂ່າວຂອງ CRI M 93 ວ່າ : ກຸ່ມບໍລິສັດຊັ່ງຈ່ຽງ ໄດ້ຈັດພິທີຖະແຫຼງຂ່າວຂຶ້ນໃນຕອນບ່າຍວັນທີ 17 ກໍລະກົດ 2017 ນີ້, ທີ່ໜ້າສູນການຄ້າສາກົນຊັ່ງຈ່ຽງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຕິ່ງ ກົວຈ່ຽງ ຕາງໜ້າກຸ່ມບໍລິສັດ ຊັ່ງຈ່ຽງ ພ້ອມດ້ວຍບັນດາແມ່ຄ້າຊາວລາວ ແລະ ຈີນຂອງຕະຫຼາດດັ່ງກ່າວ ມີສື່ມວນຊົນລາວແລະຕ່າງປະເທດເຂົ້າຮ່ວມ.

ທ່ານ ຕິ່ງ ກົວຈ່ຽງ ຕາງໜ້າກຸ່ມບໍລິສັດ ຊັ່ງຈ່ຽງ ກ່າວວ່າ: ໃນເຫດໄຟໄໝ້ສູນການຄ້າສາກົນຊັ່ງຈ່ຽງ ເວລາ 5 ໂມງ 35 ນາທີ ຂອງວັນທີ 14 ກໍລະກົດ 2017 ນີ້, ໄດ້ສ້າງຄວາມເສຍຫາຍໃຫ້ແກ່ກຸ່ມບໍລິສັດຊັ່ງຈ່ຽງ ແລະ ບັນດາພໍ່ຄ້າແມ່ຄ້າທັງໝົດ 269 ຮ້ານ ແຕ່ບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ. ສ່ວນເນື້ອທີ່ທີ່ຖືກໄໝ້ທັງໝົດ 18.000 ແມັດກາເລ້, ສາເຫດທີ່ພາໃຫ້ເກີດມີໄຟໄໝ້ ແລະ ມູນຄ່າການເສຍຫາຍທັງໝົດນີ້ ທາງກຸ່ມບໍລິສັດຊັ່ງຈ່ຽງ ຈະຮີບຮ້ອນສົມທົບກັບຕໍາຫຼວດ ປກສ ມອດໄຟ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງລັດ ເພື່ອກວດກາຊອກຮູ້ ແລະ ແຈ້ງໃຫ້ສັງຄົມຮັບຊາບຕື່ມພາຍຫຼັງ.

ທ່ານກ່າວອີກວ່າ: ພວກຂ້າພະເຈົ້າໂດຍຢູ່ໃຕ້ການຊີ້ນໍານໍາພາຂອງລັດຖະບານລາວ ແລະ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ຈະແຕ່ງຕັ້ງຄະນະສະເພາະກິດຂຶ້ນເພື່ອຈັດການບໍລິການຫຼັງໄຟໄໝ້ ຕາມແຜນການເທື່ອລະກ້າວ. 

ກຸ່ມບໍລິສັດຊັ່ງຈ່ຽງ ຈະຮ່ວມທຸກກັບບັນດາພໍ່ຄ້າແມ່ຄ້າທີ່ຮັບເຄາະໄຟໃໝ້ຮ່ວມກັນປະເຊີນໜ້າຮັບມືກັບໄພພິບັດຄັ້ງນີ້ ແລະ ຈະເລີ່ມກໍ່ສ້າງແລະ ຟຶ້ນຟູຕະຫຼາດຊັ່ງຈ່ຽງໃຫ້ໄດ້ດີຂຶ້ນກວ່າເກົ່າໃຫ້ໄວເທົ່າທີ່ຈະໄວໄດ້.

__________________
Anonymous

Date:
RE: ຖະແຫຼງຂ່າວກ່ຽວກັບເຫດໄຟໄໝ້ ສູນການຄ້າສາກົນຊັ່ງຈ່ຽງ
Permalink   
 
ໄຟໄຫມ້ເຮືອນຊາວບ້ານ ຢູ່ບ້ານອາຊິງ ເມືອງສະມ້ວຍ ແຂວງສາລະວັນ ທັງຫມົດ 33 ຫລັງ

image

ໄຟໄຫມ້ເຮືອນຊາວບ້ານ ຢູ່ບ້ານອາຊິງ ເມືອງສະມ້ວຍ ແຂວງສາລະວັນ ທັງຫມົດ 33 ຫລັງ ໃນຕອນຫົວຄ່ຳ ຂອງວັນທີ 11 ກໍຣະກະດາ ເຮັດໃຫ້ຊາວບ້ານ ປະມານ 108 ຄົນ ບໍ່ມີ ບ່ອນຢູ່ ອາສັຍ ອາຫານການກິນ ເຄື່ອງນຸ່ງຫົ່ມ ແລະ ນ້ຳສະອາດ ມີເດັກນ້ອຍ ຫລາຍຄົນ ໄດ້ ຮັບບາດເຈັບ ຍ້ອນໄຟໄຫມ້. ສ່ວນສາເຫດ ຂອງໄຟໄຫມ້ ໃນເວລານີ້ ຍັງບໍ່ມີ ຣາຍລະອຽດ ເທື່ອ ໄຟອາດໄຫມ້ ຈາກເຮືອນຫລັງນຶ່ງ ແລ້ວ ລາມໄປຫາ ຫລັງອື່ນໆ ກໍເປັນໄດ້ ຍັງເຫລືອແຕ່ ຫລັງດຽວ ທີ່ໄຟບໍ່ໄຫມ້. ດັ່ງ ເຈົ້າຫນ້າທີ່ ຫ້ອງການ ເມືອງສະມ້ວຍ ກ່າວ ໃນຕອນນຶ່ງວ່າ:

"34 ຫລັງແຕ່ວ່າໄຫມ້ໄປ 33 ຫລັງເຮືອນ ມັນໄກກັນ ເພີ່ນກໍກຳລັງ ຊອກຫາສາເຫດມັນຢູ່ ຢ້ານວ່າໄຟ ມອດບໍ່ຫມົດຫັ້ນນ່າ ໃນເຮືອນ ຜູ້ໃດຜູ້ນື່ງ ເພີ່ນກໍກຳລັງ ຊອກຫາ ສາເຫດ ຕົວຫລັກໆກໍແມ່ນ ເຄື່ອງນຸ່ງຫົ່ມ ສັງກະສີ ເຂົ້ານ້ຳອຸປກອນ ເຄື່ອງຄົວ".

ທ່ານວ່າ ໄຟໄດ້ໄຫມ້ຫມົດ ບໍ່ເຫລືອຫຍັງ ຊາວບ້ານປະມານ 108 ຄົນ ທັງຜູ້ໃຫຍ່ເດັກນ້ອຍ ແລະຜູ້ເຖົ້າ ບໍ່ມີບ່ອນຢູ່ອາສັຍ ໂດຍສະເພາະ ຍາມນີ້ແມ່ນ ຣະດູຝົນ ກໍແຮ່ງລຳບາກ ຂັ້ນຕົ້ນ ເຈົ້າຫນ້າທີ່ ແຂວງສາລະວັນ ໄດ້ເອົາເຄື່ອງຂອງ ທີ່ຈຳເປັນໄປໃຫ້ ແຕ່ກໍຍັງບໍ່ພໍ ປັດຈຸບັນ ຊາວບ້ານ ໄດ້ພາກັນ ນອນປູສາດ ຢູ່ກາງເດີ່ນ ບາງຄອບຄົວ ກໍບໍ່ມີຮອດ ຜ້າຫົ່ມ ໃຊ້ຮ່ວມກັນ.

ທ່ານກ່າວຕື່ມວ່າ ໃນປັດຈຸບັນ ທາງການເມືອງ ແລະ ແຂວງສາຣະວັນ ກຳລັງກະຕຽມ ເຈົ້າຫນ້າທີ່ ແລະອາສາສມັກ ເພື່ອໄປປຸກຕູບ ໃຫ້ ຊາວບ້ານ ໄດ້ຢູ່ຊົ່ວຄາວ ແຕ່ຍັງລໍຖ້າ ງົບປະມານ.ບ້ານອາຊິງ ເປັນບ້ານຊົນເຜົ່າ ກະໂປະ ມີທັງຫມົດ 34 ຫຼັງເຮືອນ ຫ່າງຈາກ ເທສບານ ເມືອງສະມ້ວຍ ປະມານ 30 ກິໂລແມັດ ສ່ວນໃຫຍ່ ມີອາຊີບ ເຮັດໄຮ່ ເຮັດສວນ ແລະລ້ຽງສັດ ຍັງບໍ່ມີ ການພັທນາ ໂຄງຮ່າງ ພື້ນຖານ ໃນບ້ານດັ່ງກ່າວ ນີ້ເທື່ອ ເປັນຕົ້ນ ໂຮງຮຽນ ສຸຂສາລາ ໄຟຟ້າ ແລະ ນ້ຳປະປາ.

__________________
Anonymous

Date:
Permalink   
 
Anonymous wrote:

 ສົງໃສມັນຢາກໄດ້ດິນແຖວນັ້ນ ເອົາໄປຂາຍໃຫ້ແກວ ....

ເປັນຫຍັງຊາວລາວທົ່ວພື້ນພິພົບນີ້ ຈຶ່ງມີແຕ່ຄວາມເດືອດຮ້ອນກັນແທ້ ?

__________________
Anonymous

Date:
Permalink   
 
ສິທທິມະນຸສໃນລາວ ບໍ່ ຄືບໜ້າ

image

ອົງການສິ້ງຊອມ ສິທທິມະນຸສ ໄດ້ສົ່ງເອກສາຣ ເຖິງຣັຖບານ ອອສເຕຣເລັຽ ມີເນື້ອໃນໃຈຄວາມວ່າ: ເຈົ້າໜ້າທີ່ ທາງການ ອອສເຕຣເລັຽ ຄວນກົດດັນ ທາງການລາວ ໃຫ້ນັບຖື ປະຕິບັດ ດ້ານສິທທິມະນຸສ ໃຫ້ຫຼາຍຂຶ້ນ ໃນກອງປະຊຸມ ກວດສອບ ທົບທວນ ຄັ້ງທີ 5 ຂອງ ອອສເຕຣເລັຽ ກ່ຽວກັບ ສະພາບການ ສິທທິມະນຸສ ໃນລາວ ຊຶ່ງມີກຳນົດ ຈັດຂຶ້ນ ຢູ່ ນະຄອນຫລວງ ວຽງຈັນ ລະວ່າງ ວັນທີ 18-19 ກໍຣະກະດາ ນີ້ ແລະຈຸດໃຫຍ່ໃຈຄວາມ ທີ່ຍັງມີຄວາມ ໜ້າເປັນຫ່ວງ ວິຕົກກັງວົນ ກໍແມ່ນກ່ຽວກັບ ສິທທິ ໃນການປາກເວົ້າ ອອກຄວາມ ຄຶດຄວາມເຫັນ, ໃນການຈັດຕັ້ງ ສະມາຄົມ ການຊຸມນຸມ, ເປັນຫ່ວງ ວິຕົກກັງວົນ ໃນການທີ່ຍັງມີ ຄົນຖືກບັງຄັບ ໃຫ້ຫາຍສາບສູນ, ຍັງມີ ການລ່ວງລະເມີດ ໃນສູນ ກັກຂັງ ຂອງຜູ້ກະທຳ ຄວາມຜິດ ກ່ຽວກັບ ຢາເສບຕິດ ແລະ ຍັງມີການ ນາບຂູ່ ປາບປາມ ຊຸມຊົນກຸ່ມນ້ອຍ ທີ່ນັບຖື ປະຕິບັດ ສາສນາຕ່າງໆ ອີກດ້ວຍ. ຜູ້ອຳນວຍການ ອົງການ ສິ້ງຊອມ ສິທທິມະນຸສ ອອສເຕຣເລັຽ ຍານາງ Elaine Pearson ກ່າວກ່ຽວກັບ ເຣື່ອງນີ້ວ່າ:

“ທາງການລາວກຳຫຼາບປາບປາມ ນັກການເມືອງ ທີ່ບໍ່ເຫັນດີເຫັນພ້ອມ ກັບຝ່າຍຣັຖບານ ແລະບໍ່ມີຄວາມ ຮັບຜິດຊອບກ່ຽວກັບ ການລ່ວງ ລະເມີດ ຂອງເຈົ້າໜ້າທີ່ທາງການ ກໍເປັນການລ່ວງລະເມີດ ສິທທິມະນຸສໂດຍກົງ ແລະເນື່ອງຈາກວ່າ ອອສເຕຣເລັຽ ເປັນນຶ່ງ ໃນຈຳນວນ ຮຸ້ນສ່ວນໃຫຍ່ ເພື່ອການພັທນາ ໃນລາວ ອອສເຕຣເລັຽ ຈຶ່ງສາມາດ ແລະ ຄວນກົດດັນ ໃຫ້ລາວ ນັບຖືປະຕິບັດ ພື້ນຖານດ້ານ ສິທທິ ມະນຸສນີ້ຫຼາຍຂຶ້ນ”.

ຍານາງ Pearson ບອກກັບ ອົງການຂ່າວ RFA ຢູ່ ນະຄອນ Sydney ຕໍ່ໄປວ່າ:

“ຫລັງຈາກການປະຊຸມ ອອສເຕຣເລັຽ ຄວນອອກຖແລງການ ເພື່ອໃຫ້ຊຸມຊົນລາວ ແລະ ຊຸມຊົນໂລກ ຮູ້ວ່າສະພາບການ ສິທທິມະນຸສ ໃນລາວ ຍັງໜ້າເປັນຫ່ວງ, ແລະກອງ -ປະຊຸມ ເປັນໂອກາດ ເພື່ອເປີດໂປງ ບັນຫາການລະເມີດ ສິທທິມະນຸສ ແລະ ກົດດັນບັງຄັບໃຫ້ ທາງການລາວ ນັບຖືປະຕິບັດ ພື້ນຖານ ດ້ານສິທທິມະນຸສ ບໍ່ແມ່ນເປັນພຽງ ກອງປະຊຸມ ເພື່ອ  ປຶກສາສົນທະນາ ກ່ຽວກັບ ການລະເມີດ ສິທທິມະນຸສ ເທົ່ານັ້ນ”

ຫລັງຈາກກອງປະຊຸມ RFA ຈະຂໍເຂົ້າພົບ ເຈົ້າໜ້າທີ່ທາງການ ອອສເຕຣເລັຽ ເພື່ອຫາຄຳຕອບ ກ່ຽວກັບຄວາມຄືບໜ້າ ຂອງ ສະພາບ ສິທທິມະນຸສ ໃນລາວ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard