ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຖ​ນົນ​ເປ່​ເພ ຢ່າງ​ໜັກ ທີ່​ເມືອງ​ກາ​ສີ
Anonymous

Date:
ຖ​ນົນ​ເປ່​ເພ ຢ່າງ​ໜັກ ທີ່​ເມືອງ​ກາ​ສີ
Permalink   
 


ຖ​ນົນ​ເປ່​ເພ ຢ່າງ​ໜັກ ທີ່​ເມືອງ​ກາ​ສີ

image

 

ປະຊາຊົນ ບ້ານຜາຕໍ້ ເມືອງກາສີ ແຂວງວຽງຈັນ ຈຳນວນ 160 ຄອບຄົວ ປະສົບກັບບັນຫາ ໄປ-ມາລຳບາກ ຍ້ອນຖນົນຫົນທາງເປ່ເພ ຢ່າງຫນັກ ໃນຍາມຣະດູຝົນ ໂດຍສະເພາະ ຖນົນເລກທີ 13 ເໜືອ ເປັນຂຸມເປັນຕົມ ໃນຫຼາຍຈຸດ ສົ່ງຜົລກະທົບ ຕໍ່ການຂົນສົ່ງສີນຄ້າ ຂອງປະຊາຊົນ ໄປເມືອງກາສີ ແລະ ເຮັດໃຫ້ລາຍໄດ້ ຂອງປະຊາຊົນທ້ອງຖີ່ນ ຕົກຕ່ຳ, ດັ່ງຊາວບ້ານ ທ້ອງຖີ່ນ ທີ່ເມືອງກາສີ ທ່ານນື່ງ ເວົ້າວ່າ:

"ຫົນທາງ ກະ ຄັນຝົນຕົກໃສ່ ມັນກະບໍ່ດີ ມັນມີນ້ຳເປັນຂຸມເປັນບໍ່ນະ ເປັນຂຸມເລິກ ຍັງມີຄວາມທຸກຍາກຫລາຍ ລະບໍ ຫົນທາງນີ້ ຍັງຍຸ້ງຍາກຫລາຍ ຍາມຝົນນີ້ ມັນໄປບໍ່ໄດ້ ຣົດຈັກກະໄປບໍ່ໄດ້ ທາງນັ້ນມາເບິ່່ງລະບໍ ຫົນທາງນີ້ ມັນຍຸ້ງຍາກ  ບາງເທື່ອ ປະຊາຊົນຜລິດ ຜົລລະຜລິດ ມັນບໍ່ໄດ້ຂາຍ."

ຊາວບ້ານ ທ່ານນີ້ ກ່າວເພີ້ມວ່າ ນອກຈາກ ບັນຫາຖນົນ ບໍ່ດີແລ້ວ ປະຊາຊົນ ໃນບາງເຂດ ຍັງໄດ້ຮັບຄວາມເດືອນຮ້ອນ ຈາກສະພາບ ດິນເຈື່ອນນຳອີກ ແຮ່ງເຮັດໃຫ້ ການຂົນສົ່ງສິນຄ້າລຳບາກ. ບ້ານຜາຕໍ້ ຫ່າງຈາກ ເມືອງກາສີ ປະມານ 20 ຫລັກ ຕາມເສັ້ນທາງ ເລກທີ່ 13 ເໜືອປະຊາຊົນ ທ້ອງຖິ່ນ ສ່ວນໃຫຍ່ ຈະປູກຝັງ ເປັນອາຊີບ ເປັນຕົ້ນ ປູກໝາກເຜັດ ໝາກເດືອຍ ແລະ ໝາກສາລີ ສິນຄ້າສ່ວນໃຫຍ່ ຈະສົ່ງໄປຂາຍ ທີ່ຕລາດ ເມືອງກາສີ ແລະ ນະຄອນຫລວງວຽງຈັນ ປະສົບຄວາມລຳບາກຫຼາຍ ໃນຍາມຣະດູຝົນ.

"ເອີ່ຍາກໂອ່ ບໍ່ສະດວກແຫລະ ໄປຍາກມີຂີ້ຕົມ ເປັນບວກ ເປັນຂຸມ ໄປໂຮງຮຽນ ກໍຍຸ້ງຍາກ ຈາກບ້ານນີ້ ໄປເມືອງກາສີ ປະມານ 20 ຫລັກນີ້ແຫລະ ເຂົ້າກໍຍາກ ອອກກໍອອກຍາກ ເຂົ້າກະເຂົ້າຍາກ."

ການຊ່ອຍເຫຼືອ ຈາກພາກຣັຖ ກໍມີຫນ້ອຍ ທີ່ຜ່ານມາກໍມີການຊ່ອຍເຫຼືອ ເພື່ອລຸດຜ່ອນຄວາມທຸກຍາກ ແຕ່ກໍຍັງບໍ່ພຽງພໍ. ບ້ານຜາຕໍ້ ນອກຈາກ ຖນົນບໍ່ດີແລ້ວ ຍັງຂາດນ້ຳສະອາດ ໄຟຟ້າ ແລະການສຶກສານຳອີກ

 



__________________
Anonymous

Date:
Permalink   
 

ຮັບບໍ່ໄດ້ ກັບກອງທຶນທາງ ທີ່ແພງ

image

 

ເມື່ອຕົ້ນເດືອນ ກໍຣະກະດານີ້ ກອງປະຊຸມ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ລົງມະຕິຮັບຮອງເອົາ ຮ່າງຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ກອງທຶນທາງ ປະຊາຊົນນະຄອນຫຼວງວຽງຈັນ ” ຫຼືເອີ້ນສັ້ນໆວ່າ “ກອງທຶນທາງນະຄອນຫຼວງ” ທີ່ຈະເກັບເງິນ ກັບຜູ້ທີ່ມີຣົດ ແພງ ແພງເກີນໄປ ສຳຣັບຫລາຍໆຄົນ. ອຳນາດການປົກຄອງ ນະຄອນຫລວງວຽງຈັນ ວາງແຜນໄວ້ວ່າ ຈະເລິ້ມເກັບເງິນເຂົ້າກອງທຶນ ນັບແຕ່ວັນທີ 1 ເດືອນ 1 ປີໜ້າເປັນຕົ້ນໄປ ຈົນເຖິງວັນທີ 31 ເດືອນທັນວາ ປີ 2020 ໂດຍຈະເກັບ 120,000 ກີບ ກັບຣົດຈັກຕໍ່ຄັນຕໍ່ປີ; 5 ແສນກີບ ກັບຣົດໃຫຍ່ ທີ່ມີ ຄວາມແຮງ ຕ່ຳກວ່າ 3,000 ຊີຊີ ເຊັ່ນຣົດເກັງ ກະບະແລະຣົດຈິບ; ແລະຈະແພງເຖິງ 8 ແສນກີບ ກັບຣົດ ທີ່ໃຫຍ່ກວ່ານັ້ນ.

ທາງການນະຄອນຫລວງວຽງຈັນ ຈັດຕັ້ງກອງທຶນທາງ ນະຄອນຫລວງນີ້ຂື້ນ ກໍເພື່ອຫາເງິນມາໃຊ້ໜີ້ ສ້ອມແປງ ແລະສ້າງຖນົນຫົນທາງ ໃນເຂດ ນະຄອນຫລວງ ດັ່ງທ່ານ ເດດສົງຄາມ ທັມມະວົງ ຫົວໜ້າຜແນກໂຍທາທິການແລະຂົນສົ່ງນະຄອນຫລວງວຽງຈັນ ກ່າວກັບນັກຂ່າວ ເມື່ອວັນທີ່ 12 ເດືອນກໍຣະກະດານີ້ວ່າ:

“ຍ້ອນວ່າ ທຶນດັ່ງກ່າວ ທັງໝົດ ເປັນທຶນຂອງປະຊາຊົນ ເພື່ອມາຮັບໃຊ້ ໃຫ້ແກ່ໂຄງການ ກໍ່ສ້າງແລະສ້ອມແປງ ຂອງນະຄອນຫຼວງວຽງຈັນ ລະກະໃຊ້ໜີ້ບາງສ່ວນປະມານ 25%, ກໍ່ສ້າງ ແລະ ສ້ອມແປງປະມານ 74% ລະກະເງິນບໍຣິຫານ ອີກ 1%. ໃຊ້ໜີ້ ແມ່ນໃຊ້ໜີ້ເສັ້ນທາງ ທີ່ ປະຊາຊົນ ນຳໃຊ້ ຢູ່ໃນປະຈຸບັນນີ້ເນາະ. ການກໍ່ສ້າງແລະສ້ອມແປງ 74% ແມ່ນເອົາມາໃຊ້ ຕາມແຜນຣາຍຊື່ ໂຄງການອົງການປົກຄອງ ຮັບຮອງດຍຜ່ານ ແຜນຂອງສພາແຫ່ງຊາຕ ຮັບຮອງ, ເຮົາບໍ່ໄດ້ເອົາເງິນດັ່ງກ່າວມາໃຊ້ ໂດຍທີ່ບໍ່ມີຕາມແຜນເນາະ. ບໍ່ແມ່ນວ່າ ຜແນກໂຍທາ ເປັນຜູ້ຄຸ້ມຄອງ ລະຜແນກໂຍທາຊິໄປໃຊ້ຈ່າຍຕາມຄວາມຕ້ອງການຂອງຜແນກໂຍກທາ, ບໍ່ແມ່ນ."

ທ່ານ ເດດສົງຄາມ ທັມມະວົງ ຊີ້ແຈງຕື່ມວ່າ ທາງການທີ່ກ່ຽວຂ້ອງ ຈະເກັບເງິນ ເຂົ້າກອງທຶນທາງຢ່າງໂປ່ງໃສ ໂດຍຈະໃຫ້ ເຈົ້າໜ້າທີ່ທ້ອງຖິ່ນ ນັບແຕ່ຂັ້ນບ້ານຂື້ນໄປ ເປັນຜູ້ເກັບ ເພາະອຳນາດການປົກຄອງບ້ານ ຮູ້ດີວ່າ ແຕ່ລະຫຼັງຄາເຮືອນ ມີຣົດໃຫຍ່ຣົດນ້ອຍຈັກຄັນ. ປະກົດວ່າ ຊາວລາວ ໃນນະຄອນຫຼວງວຽງຈັນ ຈຳນວນນຶ່ງ ກໍສນັບສນູນການຈັດຕັ້ງກອງທຶນທາງດັ່ງກ່າວ. ຊາວບ້ານສີສັງວອນຜູ້ນຶ່ງເວົ້າວ່າ:

“ໂຕນີ້ກະດີຢ່າງນຶ່ງໄດ໋ອ້າຍ, ການໃຊ້ຣົດໃຊ້ຖນົນຫັ້ນນ່າ ມັນກະຫຼາຍຄັນເນາະຣົດເນາະ ເກັບເງິນມາປົວແປງທາງ ສ້ອມແປງທາງແຕ່ຣະບ່ອນອິຫຍັງ ຫັ້ນນ່າ ເກັບກະສ້ອມແປງທາງຮ່ອມ ທາງຫຍັງເຮົາຫັ້ນແຫຼະ.”

ແຕ່ໃນຂະນະດຽວກັນ ປະຊາຊົນ ນະຄອນຫຼວງ ວຽງຈັນຫລາຍຄົນ ບໍ່ເຫັນດີເຫັນພ້ອມ ເພາະເກັບແພງເກີນໄປ  ດັ່ງຊາວນະຄອນຫຼວງ ວຽງຈັນຄົນນຶ່ງ ໄດ້ກ່າວກັບນັກຂ່າວ ວິທະຍຸເອເຊັຽເສຣີຂອງພວກເຮົາ ເມື່ອອາທິດທີ່ແລ້ວວ່າ “ອັນ 5 ແສນນີ້ແພງແທ້, ຄັນວ່າ 5 ແສນນີ້ ມັນສູງເກີນໄປ. ແນ່ນອນແລ້ວ, ບາງຄົນກະແມ່ນມີຣົດໃຫ່ຍຂີ່, ແຕ່ວ່າຣາຍໄດ້ເຂົາເດ? ຄ່າໄຟເດືອນນຶ່ງທໍ່ໃດ? ຄ່າໄຟຄ່ານ້ຳ. ລະຊິມາເສັ ຽອັນນີ້ອີກ 5 ແສນ ປະກັນພັຍເຂົາອີກ ເຂົາກະມີຣາຍຈ່າຍ ເຂົາຫຼາຍອັນຫຼາຍແນວ. ຄືນະຄອນຫຼວງ ກະແຈ້ງການອອກມາ ໃຫ້ປະຊາຊົນ ເສັຽຄ່າໄຟເຍືອງທາງ ຊ່ວຍຣັຖບານອີກ, ໂອ້ຍ! ແຮ່ງກະເຕັກແຫຼະ. ແຮ່ງມາຕື່ມໂຕນີ້ອີກ ໂອ້ຍພໍດີ.

 



__________________
Anonymous

Date:
Permalink   
 

ເຊັ່ນດຽວກັນ ຜູ້ມີຣົດໃນນະຄອນຫຼວງວຽງຈັນ ອີກຜູ້ນຶ່ງ ກໍຈົ່ມວ່າ:

“ເຊິ່ງຂ້າພະເຈົ້າ ກະບໍ່ຄ່ອຍເຫັນດີປານໃດເນາະ, ການເກັບຄ່າທຳນຽມໂຕນີ້ ຫັ້ນນ່າ, ມັນຖືວ່າ ເປັນການກ້າວກະໂດດເກີນໄປເນາະ ຊຶ່ງໂຕນີ້ ມັນກະສອດຄ່ອງເຖິງຣາຍໄດ້ແດ່ ພໍ່ແມ່ປະຊາຊົນຜູ້ທີ່ມີຣາຍໄດ້ໜ້ອຍ, ເງິນເດືອນ ພະນັກງານແຕ່ລະເດືອນນີ້ ຮອນໆໃສ່ນີ້ ມັນກະຍັງບໍ່ເຫຼືອຍັງເນາະ. ຄັນແມ່ນຈາກ 50 ມາຂຶ້ນເປັນແສນນຶ່ງ ກະພໍຟັງຢູ່ເນາະ, ກະຢາກໃຫ້ຣັຖບານເພິ່ນເບິ່ງຄືນເນາະ.”

ຊາວນະຄອນຫລວງຜູ້ນີ້ ກ່າວຕື່ມວ່າ ຖ້າຈະເກັບແທ້ໆ ທາງການ ຄວນເກັບໜ້ອຍກ່ອນ ແລ້ວຄ່ອຍ ເກັບເພິ້ມຂື້ນ ເທື່ອລະເລັກເທື່ອລະໜ້ອຍ ຕົວຢ່າງປີນີ້ເກັບກັບຣົດຈັກ 20,000 ກີບ; ປີໜ້າຂື້ນເປັນ 30,000 ກີບ ແລະຄ່ອຍຂື້ນໃນອັດຕຣານີ້ໃນປີຕໍ່ໆໄປ.

ຕໍ່ຄວາມບໍ່ພໍໃຈຂອງປະຊາຊົນ ສະມາຊິກ ສະພາປະຊາຊົນ ນະຄອນຫລວງວຽງຈັນ ທ່ານນຶ່ງ ກໍຊີ້ແຈງວ່າ ເວລາພິຈາຣະນາ ຜ່ານຂໍ້ຕົກລົງ ຕັ້ງກອງທຶນ ສະມາຊິກສະພາ ນະຄອນຫລວງ ກໍຄິດເຫັນໃຈປະຊາຊົນ ຜູ້ມີຣາຍຮັບໜ້ອຍຢູ່ ແລະອາດຈະມີການປ່ຽນແປງ ກໍເປັນໄດ້

“ສະພາພວກເຮົາກະເຫັນດີ ໃນການ ສ້າງຕັ້ງ ກອງທຶນ ທາງຫັ້ນນ່າເນາະ, ແຕ່ວ່າ ຄວນຕ້ອງໄປປັບປຸງເນື້ອໃນຫຼາຍຢ່າງ. ແຕ່ທີ່ຈິງແລ້ວ, ທັດສະນະສະມາຊິກສະພານະຄອນຫຼວງຂອງພວກເຮົາແຕ່ລະທ່ານ ກະເປັນຫ່ວງຫັ້ນແຫຼະເນາະ ທັງຢາກໄດ້ກໍຢາກໄດ້ການພັທນາຫັ້ນນ່າ, ແຕ່ພວກເຮົາກໍເປັນຫ່ວງນຳປະຊາຊົນ ເພາະ ປະຊາຊົນພວກເຮົາ ມັນມີຫຼາຍຣະດັບເດ. ສະພາພວກເຮົາ ໄດ້ມີຄຳເຫັນ ຢູ່ທີ່ປະຊຸມໄປແລ້ວ ເໝິດລະ ບັນຫາມັນຊິແຕະຕ້ອງ ປະຊາຊົນຈັ່ງໃດແນວໃດ ໄທເຮົາກໍມີຄວາມເຫັນບໍ່ແຕກຕ່າງຫຍັງ ກັບປະຊາຊົນນັ້ນແຫລະ.”

ສະມາຊິກສະພາ ນະຄອນຫລວງ ທ່ານນີ້ ຊີ້ແຈງຕື່ມວ່າ ປະຊາຊົນ ບໍ່ຄວນຟ້າວແຕກຕື່ນ ເພາະຮ່າງຂໍ້ຕົກລົງ ສະບັບນີ້ ຕ້ອງ ໄດ້ຮັບຄວາມເຫັນດີ ເຫັນພ້ອມຈາກຣັຖບານ ແລະ ສະພາແຫ່ງຊາດ ເສັຍກ່ອນ ກ່ອນທາງການ ຈະລົງມືຈັດຕັ້ງປະຕິບັດໄດ້ “ພາຍຫຼັງທີ່ສພາພວກເຮົາ ຮັບຮອງແລ້ວ ບໍ່ໝາຍຄວາມວ່າ ຊິເອົາໄປຈັດຕັ້ງປະຕິບັດ ໄດ້ໂລດໄດ໋ ເພາະວ່າ ນະຄອນຫຼວງຕ້ອງໄດ້ໄປສເນີ ຣັຖບານກ່ອນເດ, ຢູ່ສພາແຫ່ງຊາຕອີກ ເພິ່ນອາຈໄປຄົ້ນຄວ້າອີກຕອນນຶ່ງ. ຖ້າວ່າ ສພາແຫ່ງຊາຕເຫັນດີ ໃຫ້ນະຄອນຫຼວງສ້າງຕັ້ງ ມັນຈັ່ງຊິປະຕິບັດໄດ້. ຖ້າຫາກວ່າ ສພາແຫ່ງຊາຕ ຫຼື ຣັຖບານ ບໍ່ເຫັນດີ ກະສະແດງວ່າ ຍົກເລີກຫັ້ນແຫຼະ. ກະເຫັນນຳກັນຈັ່ງຊີ້ແຫຼະ ຫາງສຽງຂອງປະຊາຊົນ ວິພາກວິຈານ ຫຼາຍສົມຄວນຢູ່”.

ໃນກອງປະຊຸມ ສະພາປະຊາຊົນນະຄອນຫຼວງວຽງຈັນ ເມື່ອຕົ້ນປີນີ້ ທ່ານ ປະຈິຕ ໄຊຍະວົງ ສະມາຊິກສະພາ ນະຄອນຫຼວງ ຈາກເຂດເລືອກຕັ້ງ ເມືອງໄຊເສດຖາ ກໍກ່າວເຕືອນວ່າ ຄົງເປັນເຣື້ອງທີ່ບໍ່ເໝາະສົມ ຖ້າຈະເກັບເງິນປະຊາຊົນ ແລ້ວນຳໄປໃຊ້ໜີ້ເກົ່າ “ຊ້ຳບໍ່ໜຳ ເງິນກອງທຶນທາງ ທີ່ພວກເຮົາຈະສ້າງຂຶ້ນນີ້ ສ່ວນນຶ່ງ ແມ່ນປະຊາຊົນເອົາເຂົ້າມາ ລະຊິໃຊ້ໜີ້ເກົ່າ, ອັນນັ້ນສຳຄັນໄດ໋. ເຮົາບໍ່ຄວນສ້າງໜີ້ເພີ້ມ ເອົາມາຄວນໄດ້ໃຊ້ເບິດ, ປະຊາຊົນປະກອບສ່ວນ ເຮົາກະຕ້ອງໄດ້ເຮັດຕາມຈຸດປະສົງ ຂອງຂະເຈົ້າຫັ້ນ ເພາະທຸກຄົນກະຕ້ອງປະກອບສ່ວນໃສ່ ລະກະຕ້ອງ ເຮັດຕາມຈຸດປະສົງ ຂະເຈົ້າ”.

ປັດຈຸບັນ ປະຊາຊົນຜູ້ມີຣົດ ໃນນະຄອນຫລວງວຽງຈັນ ກໍຈ່າຍພາສີອາກອນ ສອງຢ່າງ ໃຫ້ແກ່ຣັຖບານ ເປັນປະຈຳຢູ່ແລ້ວ ຄືຢ່າງທີ່ 1. ຈ່າຍພາສີນ້ຳມັນລີດລະ 520 ກີບ ແລະ 2. ເສັຍຄ່າທາງປະຈຳປີໃຫ້ແກ່ກະຊວງການເງິນຣົດຈັກ 7,000 ກີບຕໍ່ຄັນຕໍ່ປີ ແລະຣົດເກັງ 52,000 ກີບ ຊຶ່ງການເກັບທັງສອງຢ່າງນີ້ ກໍອາດຈະສູງຂື້ນໃນອານາຄົດອັນໃກ້ໆນີ້ເຊັ່ນກັນ.

ສະນັ້ນ ຖ້າວ່າຮ່າງຂໍ້ຕົກລົງວ່າດ້ວຍການສ້າງກອງທຶນທາງປະຊາຊົນນະຄອນຫຼວງວຽງຈັນ ຖືກຮັບຮອງຈາກຣັຖບານ ແລະ ສະພາແຫ່ງຊາຕ ຕາມອັດຕຣາ ການເກັບຄ່າທຳນຽມ ທີ່ຖືກກຳນົດໄວ້ ໃນຮ່າງ ສະບັບນີ້ ໃນເບື້ອງຕົ້ນນັ້ນ ຊາວນະຄອນຫຼວງວຽງຈັນ ກໍຈະຕ້ອງເສັຽເງິນ ໃຫ້ທາງການເປັນຢ່າງທີ່ 3. ຖ້າລວມການຈ່າຍທັງສາມຢ່າງເຂົ້າກັນ ຣົດຈັກຄັນນຶ່ງ ຈະຈ່າຍຢ່າງໜ້ອຍ 1 ແສນແລະ 5 ໝື່ນກີບຕໍ່ປີ; ຣົດເກງ ຈະຈ່າຍປະມານນ່ຶງລ້ານກີບຕໍ່ປີ. ຊາວນະຄອນຫລວງວຽງຈັນບາງຄົນ ກໍຫວັງວ່າ ທາງການອາດຈະພິຈາຣະນາ ຫລຸດ ການເກັບເງິນ ຈາກປະຊາຊົນລົງ ບໍ່ໃນວິທີໃດກໍວິທີ່ນຶ່ງ ຕົວຢ່າງ ອາດຈະລົບລ້າງການເກັບໃດນຶ່ງຫລືອາດຈະເອົາໂຮມກັນເຂົ້າ ດັ່ງເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ຜູ້ນຶ່ງຊີ້ແຈງວ່າ:

“ອັນດຽວກັນເລີຍ ໝາຍຄວາມວ່າ ສຳລັບການເສັຽຄ່າທາງຫັ້ນ ຈະບໍ່ໃຫ້ມີເລີຍ, ມີແຕ່ເຮົາຈະເກັບໂຕນີ້ຫັ້ນເປັນເສັຽຄ່າທາງ ລະກະເປັນການເກັບເອີ້ນວ່າປະກອບສ່ວນບູຣະນະຮັກສາທາງ ໝາຍຄວາມວ່າເງິນຫ່ວງນີ້ຈະເຂົ້າເປັນເງິນຂອງຄັງກອງສ້ອມແປງ ແລະ ບູຣະນະທາງ ຢູ່ໃນນະຄອນຫຼວງວຽງຈັນ. ເສັຽຄ່າຫັ້ນຈະບໍ່ມີ, ແຕ່ວ່າຈະປ່ຽນເປັນໂຕນີ້ແຫຼະ ເກັບເງິນໂຕນີ້ຫັ້ນເພິ່ນຈະເກັບຕາມແຮງຂອງຣົດ, ແຕ່ວ່າມັນກະຍັງບໍ່ໄດ້ມີຜົລທີ່ວ່າຕ້ອງບັງຄັບໃຊ້ ຕ້ອງຍັງໄດ້ຜ່ານຫຼາຍພາກສ່ວນກ່ອນເນາະ.”

ເຖິງຢ່າງໃດກໍຕາມ ຊາວນະຄອນຫຼວງວຽງຈັນ ບາງຄົນເວົ້າວ່າ ພວກເຂົາບໍ່ຂັດຄ້ານການເກັບຄ່າທາງ ສອງຢ່າງຫລືສາມຢ່າງ ແຕ່ຂັດຂ້ອງການເກັບແພງເກີນໄປ ແພງກວ່າປັດຈຸບັນເຖິງສິບເທົ່າ.ປະຊາຊົນນະຄອນຫລວງວຽງຈັນຈຳນວນຫລວງຫລາຍ ໂດຍສະເພາະ ບັນດາພະນັກງານ ຣັຖກອນ ມີຣາຍໄດ້ຣາຍຮັບໜ້ອຍ ຄ່າຄອງຊີບຊ້ຳພັດນັບມື້ນັບສູງຂື້ນ ເປັນຕົ້ນຄ່າອາຫານ ຄ່ານ້ຳ ແລະຄ່າໄຟ ຊຶ່ງກໍແພງຂື້ນທຸກໆປີ. ຖ້າການເກັບພາສີອາກອນຣົດແພງຂື້ນເຖິງສິບເທົ່າ ປະຊາຊົນກໍຈະມີຊີວິດການເປັນຢູ່ຝືດເຄືອງຂື້ນຢ່າງແນ່ນອນ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard