ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣົດບັນທຸກໄມ້ 27 ຄັນ ຢູ່ແຂວງ.ອັດຕະປື ຍັງບໍ່ມີ ເຈົ້າຂອງ
Anonymous

Date:
ຣົດບັນທຸກໄມ້ 27 ຄັນ ຢູ່ແຂວງ.ອັດຕະປື ຍັງບໍ່ມີ ເຈົ້າຂອງ
Permalink   
 


18767512_1979621262268056_538234887330781280e9e9-786d-451f-b3da-5f27ee430ad0.jpe

ໄມ້ ຂ.ອັດຕະປື ຍັງບໍ່ມີ ເຈົ້າຂອງ

ປັດຈຸບັນ ການສືບສວນ ເຣື້ອງໄມ້ທີ່ຍຶດໄດ້ ຈາກຣົດບັນທຸກ 27 ຄັນ ຢູ່ດ່ານພູເກືອ ແຂວງອັດຕະປື ຂອງຄນະກັມມະການ ສະເພາະກິດ ຍັງບໍ່ມີຄວາມຄືບໜ້າ ຍ້ອນການເກັບຂໍ້ມູນ ຈາກພະຍານຫລັກຖານ ຕ່າງໆ ຍັງບໍ່ທັນສໍາເຣັດ ດັ່ງນັ້ນຈຶ່ງເຮັດໃຫ້ ເຈົ້າໜ້າທີ່ ກ່ຽວຂ້ອງ ຍັງ ຕ້ອງໄດ້ ປະຕິບັດງານ ຕໍ່ໄປຕື່ມອີກ ໃນຂນະທີ່ທາງຣັຖບານ ບໍ່ປະກາດແນວໃດ ອອກມາໃຫ້ຮູ້, ດັ່ງເຈົ້າໜ້າທີ່ ແຂວງອັດຕະປື ທ່ານນຶ່ງ ກ່າວໃນມື້ວັນທີ 28 ກໍຣະກະດາ ນີ້ວ່າ:

"ກະບໍ່ທັນຄືບໜ້າແນວໃດ ກະບໍ່ທັນລະອຽດເທື່ອຣັຖບານ ກະບໍ່ທັນແຈ້ງໃຫ້ຮູ້ວ່າມັນແນວໃດແທ້ໆ ບັນດາຂໍ້ມູນກະບໍ່ທັນໄດ້ຖືກ ເປີດເຜີຍນະ".

ສໍາລັບໄມ້ທັງໝົດ ທີ່ຖືກຍຶດໄດ້ຈາກຣົດບັນທຸກ ທີ່ວ່ານັ້ນ ຍັງຖືກເກັບໄວ້ຢູ່ແຂວງ ແລະມີການຄຸ້ມຄອງເປັນຢ່າງດີ. ໃນຄໍາຖາມທີ່ວ່າໃຜເປັນ ເຈົ້າຂອງໄມ້ນັ້ນ ກໍຍັງເວົ້າບໍ່ທັນໄດ້ ຕ້ອງລໍໃຫ້ ເຈົ້າໜ້າທີ່ ຄນະສືບສວນສອບສວນ ເປັນຜູ້ຊີ້ແຈງ. ທ່ານກ່າວ ອີກວ່າ ປັດຈຸບັນ ທາງແຂວງ ອັດຕະປື ໄດ້ເພີ່ມມາຕການກວດກາ ການເຄື່ອນຍ້າຍໄມ້ ຢ່າງເຂັ້ມງວດທີ່ສຸດ ເພື່ອປະຕິບັດຕາມດໍາຣັດ ນາຍົກຣັຖມົນຕຣີ ເລກທີ 15 ຢ່າງ ເຄັ່ງຄັດ ເພື່ອບໍ່ໃຫ້ມີ ການເຄື່ອນຍ້າຍໄມ້ ແລະການ ລັກລອບຕັດໄມ້ ແບບຊະຊາຍ ເກີດຂຶ້ນອີກ.

ຜ່ານມາເຈົ້າໜ້າທີ່ກວດກາ ຣັຖບານທ່ານນຶ່ງ ເວົ້າວ່າໄມ້ໃນຣົດ 27 ຄັນທີ່ຖືກຍຶດໄດ້ແຕ່ ເດືອນມີຖຸນາ ຜ່ານມານັ້ນແມ່ນເປັນຂອງ ຍານາງ ແສງ ວິຍະເກດ ພັລຍາຂອງເຈົ້າແຂວງອັດຕະປື ແຕ່ຍານາງ ໄດ້ກ່າວຢືນຢັນຕໍ່ RFA ວ່າຕົນເອງບໍ່ແມ່ນເຈົ້າຂອງ ໄມ້ ຕາມທີ່ຖືກກ່າວຫາ ແລະ ທຸຣະກິດສ່ວນຕົວ ຂອງຍານາງ ກໍບໍ່ກ່ຽວຂ້ອງ ກັບໄມ້ ແຕ່ຢ່າງໃດ.



__________________
Anonymous

Date:
Permalink   
 

02A.jpg

 

ທ່ານ ນາມ ວິຍະເກດ ວ່າໄມ້ ຂອງພາກ ທຸຣະກິຈ

image

 

ໃນວັນທີ 1 ສິງຫາ 2017 ນີ້ ທ່ານ ນາມ ວິຍະເກດ ເຈົ້າແຂວງໆອັດຕະປື ໄດ້ອອກມາຊີ້ແຈງ ຜ່ານສື່ສັງຄົມເຟສບຸກ ວ່າຣົດບັນທຸກສິນຄ້້າ ປົນກັບໄມ້ ຈໍານວນ 27 ຄັນ ທີ່ທາງການຍຶດໄວ້ ແລະກໍາລັງສືບຕໍ່ ກວດການັ້ນ ເປັນຂອງພາກສ່ວນ ທຸຣະກິຈ:

"ຄືສັງຄົມສົນໃຈຫັ້ນນະ ຂໍຍືນຢັນວ່າ ອັນນີ້ແມ່ນໄມ້ຂອງ ພາກທຸຣະກິດ ປາກົດວ່າ ຕາມການລາຍງານເບື້ອງຕົ້ນ ນັ້ນມັນມີ 5 ໂຮງງານ ທີ່ ເປັນເຈົ້າຂອງໄມນີ້, ດັ່ງນັ້ນພວກເຮົາ ຈະສືບຕໍ່ລົງກວດກາ ແຕ່ລະໂຮງງານນັ້ນຕື່ມວ່າໄມ້ ມີທີ່ມາຈາກໃສ ແມ່ນແນວໃດແທ້ ຄໍາຕອບຈະມີ ພາຍຫລັງ ຈາກການກວດກາ ສໍາເຣັດພຸ້ນ".

ທ່ານ ນາມ ວິຍະເກດ ໄດ້ແຈ້ງຣາຍລະອຽດ ຫລັງຈາກຂ່າວການຍຶດ ຣົຖໄມ້ 27 ຄັນ ນັ້ນນອງນັນໄປທົ່ວ ສັງຄົມອອນລາຍ ເປັນເວລາດົນ ພໍສົມຄວນ ໂດຍບໍ່ມີຝ່າຍໃດ ຂອງທາງການ ອອກມາ ອະທິບາຍ ໃຫ້ປະຊາຊົນຮູ້ວ່າ ມັນເກີດຂຶ້ນໄດ້ ແນວໃດ.

ສ່ວນວ່າ ຣົຖ 27 ຄັນ ນີ້ແມ່ນອອກຊື່ ຂອງບໍຣິສັດ ທ່ານ ຄໍາ ຣັດຕະນະພອນ ທີ່ດໍາເນີນ ທຸຣະກິດ ນໍາເຂົ້າແລະສົ່ງອອກ ໄມ້ແກະສະຫລັກ. ປັດຈຸບັນ ເຈົ້າໜ້າທີ່ຈາກສູນກາງ ສົມທົບກັບແຂວງ ໄດ້ກວດກາ ແລະເອົາໄມ້ລົງຈາກຣົຖ 13 ຄັນແລ້ວ ຍັງເຫຼືອອີກ 14 ຄັນ ທີ່ຕ້ອງສືບຕໍ່ ກວດກາຕື່ມ ແລະຍັງບໍ່ສລຸບໄດ້ວ່າ ມີໄມ້ຈັກປະເພດ ແລະມີຈໍານວນເທົ່າໃດ.

ບັນຫາທີສອງ ແມ່ນທາງແຂວງ ຈະໄດ້ແຕ່ງຕັ້ງຄນະຮັບຜິດຊອບ ກວດກາຫາພາກສ່ວນ ທີ່ຮັບຜິດຊອບວ່າ ແມ່ນພາກສ່ວນໃດແດ່ ທີ່ປ່ອຍ ໃຫ້ເກີດບັນຫານີ້ຂຶ້ນ. ທ່ານເວົ້າວ່າ ຄວາມຈິງແລ້ວ ບັນຫາ ການລັກລອບສົ່ງໄມ້ອອກ ແບບຜິດກົດໝາຍ ຢູ່ແຂວງ ອັດຕະປື ນີ້ເປັນບັນຫາ ຊໍາເຮື້ອມາໄດ້ ຫລາຍປີແລ້ວ ຍ້ອນວ່າ ການຄຸ້ມຄອງຂອງຣັຖ ມັນລົ້ມແຫລວ:

"ຕ້ອງຍອມຮັບວ່າ ແຂວງອັດຕະປືຂອງເຮົາ ບັນຫາໂຕນີ້ ມັນເປັນບັນຫາຊໍາເຣືອ ມາຫລາຍປີແລ້ວ ເກືອບວ່າຫຼາຍຂະບວນການ ທີ່ເກີດມາ ມີລັກສນະແນວນີ້ ສໍາລັບ ພາກທຸຣະກິດ ການຖືໂອກາດຂອງເຂົາ ຍາມໃດກ່າມີຢູ່ ແລະເຂົາສວຍໂອກາດ ຕລອດມາ ສ່ວນພາກຣັຖ ຂອງ ເຮົານີ້ ຍ້ອນພວກເຮົາລົ້ມແຫລວ ໃນການຄຸ້ມຄອງ ໃນລະຍະຜ່ານມາ ມັນກາຍເປັນພຍາດຊໍາເຮື້ອ ໃນອົງກອນຂອງຣັຖ ພວກເຮົາ".

ນັບແຕ່ຣັຖບານຊຸດໃໝ່ ທີ່ນໍາໂດຍ ນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ມານີ້ປະຊາຊົນ ຈາກຫລາຍໆພາກສ່ວນ ກໍໄດ້ມີໂອກາດ ອອກມາ ສະແດງຄວາມຕິຊົມ ການເຮັດວຽກຂອງ ເຈົ້າໜ້າທີ່ຣັຖ ຕໍ່ບັນຫາຕ່າງໆ ໄດ້ຫລາຍຂຶ້ນ ແລະ ເຈົ້າໜ້າທີ່ ຂັ້ນນໍາກໍຄ່ອຍໆ ອອກມາຖແລງຕໍ່ ປະຊາຊົນຫລາຍຂຶ້ນ ເຊັ່ນກັນ.



Attachments
__________________
Anonymous

Date:
ໄມ້ ຂ.ອັດຕະປື ຍັງບໍ່ມີ ເຈົ້າຂອງ
Permalink   
 


moneyt.pngdansavhan-vert.jpgພາສີເຂດ 3.jpg

ເຈົ້າໜ້າທີ່ພາສີ-ອາກອນ ທົ່ວປະເທດ ຮັ່ງມີຜິດປົກກະຕິ

ເມື່ອ​ບໍ່​ດົນ​ມາ​ນີ້, ມີພະນັກງານ ​ແລະ ປະຊາຊົນ ຈຳນວນ​ໜຶ່ງ ຢູ່ນະຄອນຫລວງວຽງຈັນ ແລະ ແຂວງໄຊຍະບູລີ ​ໄດ້ສະ​ເໜີ​ຜ່ານເບີໂທລະສັບສາຍດ່ວນ 1519 ຂອງກະຊວງການເງິນ ໃຫ້ມີ​ການຕິດຕາມ ​ແລະ ກວດກາຢ່າງໃກ້ຊິດ ຕໍ່ກັບການປະຕິບັດໜ້າທີ່ວຽກງານ ຂອງພະນັກງານເຈົ້າໜ້າ ທີ່ພາ​ສີ-ອາ​ກອນ ຢູ່ບັນດາດ່ານພາສີ (ນະຄອນຫລວງ, ແຂວງ, ເມືອງ, ບ້ານ) ໃນຂອບເຂດທົ່ວປະເທດ ເພາະເຫັນວ່າພະນັກງານດັ່ງກ່າວ ມີລັກສະນະຮັ່ງມີຜິດປົກກະຕິ, ພ້ອມທັງສະເໜີໃຫ້ມີມາດຕະການ ແລະ ລະບຽບການ ແກ້ໄຂບັນຫານີ້ ເພື່ອຮັບປະກັນຄວາມໂປ່ງໃສ ໃນການເກັບລາຍຮັບເຂົ້າງົບປະມານ​ ໃຫ້​ໄດ້​ຕາມ​ແຜນ ​ແລະ ບໍ່ໃຫ້ຕົກເຮ່ຍເສຍຫາຍ.

ຕໍ່​ບັນຫາດັ່ງກ່າວ, ກະຊວງ​ການ​ເງິນ ຊີ້​ແຈງ​ວ່າ: ໃນໄລຍະຜ່ານມາ ຂະ​ແໜງ​ການກວດ​ກາ ຂອງ​ກະ​ຊວງ​ການ​ເງິນ ໄດ້ເອົາໃຈໃສ່ ໃນການລົງຕິດຕາມກວດກາຢ່າງໃກ້ຊິດ ກັບບັນດາຂະແໜງ ການທີ່ມີຄວາມສ່ຽງ ເພື່ອຊອກຫາຂໍ້ມູນ ແລະ ສາເຫດທີ່ເປັນຫາງສຽງ ຢູ່ບັນດາດ່ານພາສີ, ກອງ ກວດກາພາສີ ແລະ ຂະແໜງສ່ວຍສາອາກອນ ໃນຂອບເຂດທົ່ວປະເທດ. ສຳ​ລັບ ​ປະ​ກົດ​ການ​ຫຍໍ້​ທໍ້ ທີ່​ປະ​ຊາ​ຊົນ​ໄດ້​ສະ​ເໜີ​ມານັ້​ນ, ກະ​ຊວງ​ການ​ເງິນ ໄດ້ມີມາດຕະການ ແລະ ລະບຽບການ ໃນການແກ້ໄຂ, ນອກຈາກ​ໄດ້ລົງເຜີຍແຜ່​ບັນດາລະບຽບກົດໝາຍ ແລະ ນິຕິກຳ ທີ່ຕິດພັນກັບການເຄື່ອນ ໄຫວວຽກຕົວຈິງຂອງ​ພະນັກງານ​ແລ້ວ, ກະຊວງການເງິນ ຍັງໄດ້ອອກຂໍ້ຕົກລົງກ່ຽວ​ກັບ 10 ຂໍ້ຫ້າມ ແລະ ວິໄນຂອງພະນັກງານ-ລັດຖະກອນ ຂະແໜງການເງິນ. ພ້ອມນັ້ນ, ຍັງໄດ້ກຽມລົງແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ ຮອບ II ຂອງຂະແໜງການເງິນ, ພ້ອມ​ທັງມີມາດຕະການຕໍ່ຜູ້ລະເມີດ. ຖ້າພະນັກງານບຸກຄົນ ໃດຫາກບໍ່ລາຍງານ, ປິດບັງເຊື່ອງອໍາ, ບໍ່ມອບເອກະສານແຈ້ງຊັບສິນ ແລະ ລາຍຮັບຂອງຕົນ, ທັງມີການກະທໍາຜິດອື່ນໆ ຈະຖືກສຶກສາອົບຮົມ, ຕັກເຕືອນ, ປະຕິບັດວິ​ໄນ ແລະ ຖືກດໍາເນີນຄະດີ ຕາມທີ່ກຳນົດໄວ້ ໃນໝວດທີ 6 ຂອງດຳລັດ ວ່າດ້ວຍການແຈ້ງຊັບສິນ ສະບັບເລກທີ 159/ລບ, ລົງວັນທີ 04 ມິ​ຖຸ​ນາ 2013 ຢ່າງ​ເຂັ້ມ​ງວດ.
ຢ່າງ​ໃດ​ກໍຕາມ ການມີສ່ວນຮ່ວມຂອງສັງຄົມ ກໍ​ຄືພົນລະເມືອງລາວ ຜູ້ທີ່ມີຄວາມປະສົງຢາກຊ່ວຍ ໃນການແກ້ໄຂປະກົດການຫຍໍ້ທໍ້ ​ແລະ ການສໍ້ລາດບັງຫລວງ ຫາກພົບເຫັນ ແລະ ມີຂໍ້ມູນຊັດເຈນ ຂອງພະນັກງານຂະແໜງການເງິນ ທີ່ລະເມີດລະບຽບກົດໝາຍ, ມີພຶດຕິກຳສໍ້ລາດບັງຫລວງ, ມີຫລັກຖານຮັດກຸມ ຊ່ວຍແຈ້ງມາຍັງກົມກວດກາ ກະຊວງການເງິນ ເພື່ອຈະໄດ້ລົງເກັບກຳຂໍ້ມູນ ຕິດຕາມກວດກາ ແລະ ເຂົ້າສູ່ຂະບວນການຍຸຕິທຳ.



Attachments
__________________
Anonymous

Date:
RE: ຣົດບັນທຸກໄມ້ 27 ຄັນ ຢູ່ແຂວງ.ອັດຕະປື ຍັງບໍ່ມີ ເຈົ້າຂອງ
Permalink   
 


ພວກຫ່າຂົ້ວນີ້ ເກັ່ງແຕ່ຕູ່ໃສ່ຜູ້ອື່ນ

ຫົວມັນເອງ ເຮັດເອງ ສັ່ງເອງ ບາດຖືກຈັບໄດ້ໄລ່ທັນແລ້ວມັນຕູ່ໄປທົ່ວທີບ​ !

 



__________________
Anonymous

Date:
Permalink   
 

https://www.youtube.com/watch?v=jqkyKwX1VBQ



__________________
Anonymous

Date:
Permalink   
 

ຊິຫາຊອກຍາກຫຍັງເດ ເຈົ້າຂອງມັນຢູ່ ນະຄອນຫລວງ ວຽງຈັນ

ມີແຕ່ວ່າເຈົ້າຫນ້າທີ່ກ້າເຊີນໄປພົບບໍ່?



__________________
Anonymous

Date:
Permalink   
 


https://www.youtube.com/watch?v=jqkyKwX1VBQ


 



__________________
Anonymous

Date:
Permalink   
 


https://www.youtube.com/watch?v=jqkyKwX1VBQ


 



__________________
Anonymous

Date:
Permalink   
 

Anonymous wrote:

https://www.youtube.com/watch?v=jqkyKwX1VBQ


 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard