ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫວັນນະເຂດ ສັ່ງຮື້ຖອນໂຮງງານປຸງແຕ່ງໄມ້ 74 ແຫ່ງ
Anonymous

Date:
ສະຫວັນນະເຂດ ສັ່ງຮື້ຖອນໂຮງງານປຸງແຕ່ງໄມ້ 74 ແຫ່ງ
Permalink   
 


03A.jpg

ສະຫວັນນະເຂດ ສັ່ງຮື້ຖອນໂຮງງານປຸງແຕ່ງໄມ້ 74 ແຫ່ງ

20430104_690384164498700_4803787235517482017-08-01_073708.jpg

ໃນການຕິດຕາມ ກວດກາບັນດາໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີທົ່ວແຂວງມີທັງໝົດ 526 ແຫ່ງ, ໃນນີ້ ມີ ໃບອະນຸຍາດຖືກຕ້ອງພຽງແຕ່ 273 ແຫ່ງ ແລະ ບໍ່ມີໃບອະນຸຍາດ 253 ແຫ່ງ. ສຳລັບໂຮງງານທີ່ມີ ໃບອະນຸຍາດຖືກຕ້ອງນັ້ນ ໂດຍຜ່ານການກວດກາດັດສົມມີໂຮງງານທີ່ໃຫ້ສືບຕໍ່ 56 ແຫ່ງ, ໃຫ້ປັບປຸງ 107 ແຫ່ງ, ຢຸດເຊົາຊົ່ວຄາວອີກ 38 ແຫ່ງ ແລະ ໃຫ້ຍຸບເລີກ-ຮື້ຖອນຈຳນວນ 74 ແຫ່ງ.

ພ້ອມນັ້ນ ຍັງກວດພົບໄມ້ຄ້າງສະໜາມ III ຢູ່ໂຮງງານ 129 ແຫ່ງ ເປັນໄມ້ແປຮູບຈຳນວນ 50.225 ກວ່າແມັດກ້ອນ, ໃນນັ້ນ ເປັນໄມ້ທີ່ມີເອກະສານແຫລ່ງທີ່ມາຖືກຕ້ອງຈຳນວນ 47.595 ກວ່າ ແມັດກ້ອນ ແລະ ບໍ່ມີເອກະສານແຫລ່ງທີ່ມາ (ໄມ້ຜິດລະບຽບ) ຈຳນວນ 2.630 ກວ່າແມັດກ້ອນ ເຊິ່ງເປັນໄມ້ຂອງ 87 ໂຮງງານ ແລະ ໄມ້ຈຳນວນດັ່ງກ່າວກໍ່ໄດ້ຢຶດເຂົ້າເປັນຂອງລັດ, ທັງໄດ້ເຊີນຜູ້ປະ ກອບ ການທັງໝົດ ມາສຶກສາອົບຮົມຕັກເຕືອນ ແລະ ເຮັດບົດບັນທຶກ, ພ້ອມຄິດໄລ່ຄ່າປັບໄໝ ແລະ ພັນທະໄມ້ ແຕ່ ເຈົ້າຂອງໂຮງງານດ່ັງກ່າວ ໄດ້ມາພົບຄະນະກຳມະການ 81 ໂຮງງານ ເພື່ອອອກໃບສັ່ງ ມອບເງິນ ປັບໄໝ, ໃບຄິດໄລ່ເສຍພັນທະມອບ ແລະ ມອບເງິນແລ້ວ 17 ໂຮງງານ, ລວມມູນຄ່າ 535 ລ້ານ ກວ່າກີບ.

ເຈົ້າໜ້າທີ່ຕິດຕາມກວດກາໄມ້ ຍັງໄດ້ພົບເຫັນການລະເມີດລະບຽບປ່າໄມ້, ເຄື່ອງປ່າຂອງດົງ ແລະ ສັດນ້ຳ-ສັດປ່າຈຳນວນ 150 ກໍລະນີ, ໃນນີ້ສາມາດຮູ້ຜູ້ກະທຳຜິດ 125 ກໍລະນີ ໃນນີ້, ກ່ຽວກັບ ພະນັກງານ ລັດ 9 ກໍລະນີ ທີ່ເອົາໄມ້ຂຶ້ນລົດໄປວາງສະແດງຢູ່ນະຄອນດານັງ ສສ.ຫວຽດນາມ ຫລາຍກວ່າ 16 ແມັດ ກ້ອນ, ຜູ້ປະກອບການໂຮງງານປຸງແຕ່ງໄມ້ 3 ກໍລະນີ, ປະຊາຊົນທົ່ວໄປ 113 ກໍລະນີ ແລະ ຍັງບໍ່ຮູ້ ຜູ້ລະເມີດອີກ 25 ກໍລະນີ ເຊິ່ງເຈົ້າໜ້າທີ່ສາມາດຢຶດພາຫະນະທີ່ນຳໃຊ້ເຂົ້າໃນເຄື່ອນຍ້າຍ ແລະ ຂຸດຄົ້ນໄມ້ ຈຳນວນຫລາຍຄັນ.



Attachments
__________________
Anonymous

Date:
Permalink   
 

ຖແລງການສິດທິມະນຸດ ຢູ່ລາວ

image

 

ຣັຖບານອອສເຕຣເລັຽ ໄດ້ອອກຖແລງການ ຜ່ານເວັບໄຊທ ຂອງກະຊວງ ການຕ່າງປະເທສ ແລະການຄ້າ ເມື່ອວັນທີ 2 ສິງຫາ 2017 ນີ້. ໃນນັ້ນໄດ້ກ່າວເຖິງ ຣາຍລະອຽດ ຂອງກອງປະຊຸມຮ່ວມ ຣະຫວ່າງ ເຈົ້າໜ້າທີ່ ດ້ານສິທທິມະນຸສ ຂອງຣັຖບານ ອອສເຕຣເລັຽ ແລະ ຂອງ ຣັຖບານລາວ ພາຍຫລັງທີ່ ທັງ 2 ຝ່າຍໄດ້ ພົບພໍ້ກັນທີ່ ນະຄອນຫລວງ ວຽງຈັນ ເມື່ອວັນທີ 18 ແລະ 19 ກໍຣະກະດາ ທີ່ຜ່ານມາ.

ຜູ້ແທນດ້ານສິທທິມະນຸສ ທີ່ຕາງໜ້າໃຫ້ຣັຖບານອອສເຕຣເລັຽ ອັນມີທັງ ດຣ. Lachlan Strahan, ແລະ ດຣ. ທິມ ສຸດພົມມະສານ ໄດ້ພົບ ພໍ້ ດຣ. ບຸນເກີດ ສັງສົມສັກ, ຣັຖມົນຕີຣ ປະຈຳສຳນັກງານ ນາຍົກຣັຖມົນຕຼີ ແລະ ປະທານ ຄນະກັມມະການ ດ້ານສິທທິມະນຸສ ແຫ່ງຊາຕ ລາວ ທີ່ເປັນຫົວໜ້າ ຄນະຜູ້ແທນ ຣັຖບານລາວ, ໄດ້ປຶກສາຫາລື ກັນໃນວຽກງານ ດ້ານສິທທິມະນຸສ ຫຼາຍຢ່າງ ແລະທັງຮຽກຮ້ອງຣັຖບານ ລາວ ໃຫ້ນັບຖືສິທທິມະນຸສ, ສິດທິ ໃນການເຊື່ອຖື ສາສນາ ຕາມຫລັກການສາກົນ ທີ່ ຣັຖບານລາວ ໄດ້ຮ່ວມເປັນພາຄີ ໃນສົນທິ ສັນຍາ ຕ່າງໆ.

ນອກຈາກນີ້, ທາງການອອສເຕຣເລັຽ ຍັງຮຽກຮ້ອງ ໃຫ້ທາງການລາວ ແກ້ໄຂບັນຫາ ບຸກຄົນທີ່ຖືກບັງຄັບ ໃຫ້ຫາຍສາບສູນ ໂດຍສະເພາະ ກໍຣະນີ ທ່ານ ສົມບັດ ສົມພອນ, ນັກພັທນາຊຸມຊົນ ດີເດັ່ນທີ່ຖືກບັງຄັບ ໃຫ້ຫາຍສາບສູນ ເມື່ອທ້າຍປີ 2012, ຈົນມາຮອດມື້ນີ້ ກໍຍັງບໍ່ທັນ ມີຄວາມຄືບໜ້າໃດໆ ໃນການສືບສວນສວບສວນ.

ກ່ອນຈະພົບພໍ້ກັບເຈົ້າໜ້າທີ່ ດ້ານສິທທິມະນຸສ ຂອງຣັຖບານລາວ ຜູ້ຕາງໜ້າຣັຖບານ ອອສເຕຣເລັຽ ໄດ້ພົບພໍ້ກັບ ມາດາມ ອື້ງ ຊຸຍ-ເມັ່ງ ພັລຍາ ທ່ານ ສົມບັດ ສົມພອນ ເພື່ອໃຫ້ມາດາມ ໝັ້ນໃຈວ່າທາງການ ອອສເຕຣເລັຽ ບໍ່ລືມແລະຍັງຈະທວງຖາມ ກ່ຽວກັບ ທ່ານ ສົມບັດ ສົມພອນ ແລະບັນຫາດ້ານ ສິທທິມະນຸສໃນລາວຕໍ່ໆໄປ. ດັ່ງມາດາມ ໄດ້ກ່າວຕໍ່ RFA ເມື່ອວັນທີ 18 ກໍຣະກະດາ 2017 ນີ້ຕອນນຶ່ງວ່າ:

"ຂະເຈົ້າໃຫ້ຄຳໝັ້ນສັນຍາວ່າ ຣັຖບານອອສເຕຣເລັຽເນາະ ເຣື້ອງການສາບສູນ ຂອງລຸງ ສົມບັດ, ຣັຖບານອອສເຕຣເລັຽ ຍັງເປັນຫ່ວງ ເປັນໃຍ ລະຂະເຈົ້າ ຊິບໍ່ໄດ້ລືມ ບໍ່ໄດ້ຖືເບົາ. ອີກອັນນຶ່ງ ຂະເຈົ້າກະໃຫ້ ຄຳໝັ້ນສັນຍາ ວ່າຊິຖາມຣັຖບານລາວ ຕລອດໄປຈົນຮອດ ໄດ້ ຄຳຕອບຈາກ ຣັຖບານລາວ”.

ຖແລງຂ່າວສບັບລົງວັນທີ 2 ສິງຫາ 2017 ເວົ້າອີກວ່າຝ່າຍອອສເຕຣເລັຽ ໄດ້ ຮຽກຮ້ອງໃຫ້ທາງການລາວ ເບິ່ງຄືນກົດໝາຍ ທີ່ກ່ຽວພັນ ກັບການຈຳກັດ ສິດທິໃນການ ສະແດງອອກ ທາງຄວາມຄຶດຄວາມເຫັນ ຜ່ານສື່ສັງຄົມຕ່າງໆ ຂອງພົລເມືອງ ແລະຮຽກຮ້ອງໃຫ້ປ່ອຍຕົວ ທຸກຄົນທີ່ຖືກຈຳຄຸກ ຍ້ອນກົດໝາຍ ດັ່ງກ່າວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard