ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ມາດາມອຶງຊູຍເມັງຮຽກຮ້ອງ ເຖິງ ຣັຖບານລາວ
Anonymous

Date:
ມາດາມອຶງຊູຍເມັງຮຽກຮ້ອງ ເຖິງ ຣັຖບານລາວ
Permalink   
 


ມາດາມອຶງຊູຍເມັງຮຽກຮ້ອງ ເຖິງ ຣັຖບານລາວ

image

ເນື່ອງໃນວັນສາກົນ ເພື່ອຜູ້ເຄາະຮ້າຍ ຈາກການບັງຄັບ ໃຫ້ຫາຍສາບສູນ ມາດາມ ອຶງ ຊູຍເມັງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາສັງຄົມ ຕົວຢ່າງ ທີ່ຫາຍສາບສູນໄປ ເກືອບຮອດ 5 ປີແລ້ວນັ້ນ ໄດ້ຮຽກຮອງໃຫ້ ຣັຖບານລາວ ເປີດເຜີຍ ຄວາມຄືບໜ້າ ຂອງ ການສືບສວນ:

"ຂ້າພະເຈົ້າຂໍຮຽກຮ້ອງ ມາຍັງທາງການລາວ ຈົ່ງເປີດເຜີຍ ຣາຍງານການສືບສວນວ່າ ພົບເຫັນຫຍັງແດ່ ກະຣຸນາ ຢ່າເຮັດ ໃຫ້ມັນຊັກຊ້າ ໂດຍບອກໃຫ້ຄົນທັງປວງວ່າ ທາງການຍັງດໍາເນີນ ການສືບສວນຢູ່ ຂ້າພະເຈົ້າພຽງຢາກ ຮຽກຮ້ອງວ່າມັນເຈັບປວດ ສໍາລັບ ຂ້າພະເຈົ້າທີ່ ຕ້ອງລໍຖ້າຄໍາຕອບ ມັນເຮັດໃຫ້ຊີວິດ ຂອງ ຂ້າພະເຈົ້າ ມີຄວາມຫຍຸ້ງຍາກ ລໍາບາກ ຂ້າພະເຈົ້າ ຂໍຮຽກຮ້ອງ ທາງການລາວ ຈົ່ງເຫັນອົກ ເຫັນໃຈ ເຂົ້າໃຈ ສະຖານະພາບ ຂອງ ຂ້າພະເຈົ້າ ແລະ ໃນຖານະເປັນ ມະນຸດດ້ວຍກັນ ກະຣຸນາ ເຂົ້າໃຈວ່າ ມະນຸດ ຄົນໃດກໍດີ ທີ່ຕົກ ຢູ່ໃນສະພາບດັ່ງທີ່ ຂ້າພະເຈົ້າ ເປັນຢູ່ນີ້ ປະສົບກັບ ຄວາມຫຍຸ້ງຍາກ ລໍາບາກທີ່ສຸດ ໃນຊີວິດ".

ມາດາມ ອຶງຊູຍເມັງ ໄດ້ໃຫ້ສັມພາດ ແກ່ ເອເຊັຽເສຣີ ໃນວັນທີ່ 30 ສິງຫາ ນີ້ເອງ. ເມື່ອເອເຊັຽເສຣີ ຖາມວ່າ ມາດາມ ຈະເຮັດແນວໃດ ໃນເມື່ອຣັຖບານລາວ ແລະທາງການລາວ ມິດງຽບເສີຍຢູ່ ແລະ ບໍ່ມີຄໍາຕອບໃຫ້ ວ່າທ່ານ ສົມບັດ ຢູ່ໃສ:

"ຂ້າພະເຈົ້າບໍ່ມີທາງເລືອກ ພຽງແຕ່ລໍຖ້າ ດ້ວຍຄວາມຫວັງໄປເລື້ອຍໆ ວ່າທາງການລາວ ຈະມີຄວາມເປັນມະນຸສທັມ ແລະຄວາມເຫັນອົກ ເຫັນໃຈຕໍ່ມະນຸດຄົນ ອື່ນດ້ວຍກັນ ທີກໍາລັງລໍຖ້າຄໍາຕອບ ຂ້າພະເຈົ້າ ພຽງຫວັງວ່າ ຜູ້ໃດຜູ້ນຶ່ງ ໃນຣັຖບານລາວ ຈະມີຫົວໃຈເປັນມະນຸດ ອອກມາໃຫ້ຄໍາຕອບ ແກ່ຂ້າພະເຈົ້າ".

ມາດາມ ອຶງ ຊູຍເມັງ ບອກວ່າ ມາດາມກໍພຍາຍາມ ຕິດຕໍ່ຂໍພົບ ເຈົ້າໜ້າທີ່ ຕໍາຣວດ ເພິ່ນກໍບໍ່ໃຫ້ພົບ. ເມື່ອປະມານ 2 ເດືອນກ່ອນ ກໍໄດ້ ຕິດຕໍ່ໄປອີກ ໂດຍຜ່ານທາງ ສະຖານທູດ ສິງຄະໂປຢູ່ລາວ ກ່າບໍ່ໄດ້ຄໍາຕອບໃດໆໝົດ.

ອົງການຈັດຕັ້ງສິດທິມະນຸດຕ່າງໆ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ການລັກພາຕົວ ທ່ານ ສົມບັດ ສົມພອນ ແລະ ນັກເຄື່ອນໄຫວ ການເມືອງ ຄົນອື່ນໆ ທີ່ຍັງບໍ່ຮູ້ ຊາຕາກັມ. ຍານາງ ວານິດາ ເທບສຸວັນ ປະທານ ຂະບວນການລາວ ເພື່ອ ສິດທິມະນຸດ ທີ່ມີສຳນັກງານ ຢູ່ປາຣີ ປະເທດຝຣັ່ງ ໄດ້ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 29 ສິງຫາ ວ່າ:

ການບັງຄັບໃຫ້ບຸກຄົນຫາຍສາບສູນ ເກີດຂຶ້ນຢູ່ປະເທດ ທີ່ຣັຖບານ ບໍ່ມີຄວາມປາຖນາ ທາງການເມືອງ ໃນການແກ້ໄຂ ຫລື ຮັບຮູ້ບັນຫາ ດັ່ງກ່າວ, ຄືກັບ ປະເທດລາວ ຣັຖບານ ກໍປະຕິເສດ ທີ່ຈະສືບສວນ ກໍຣະນີ ການບັງຄັບບຸກຄົນ ໃຫ້ຫາຍສາບສູນ ໃຫ້ ເປັນທີ່ຍອມຮັບ ແລະ ມີປະສິດທິພາບ ແລະ ຣັຖບານ ບໍ່ເອົາຄວາມຮັບຜິດຊອບ ຕໍ່ຜູ້ກະທຳທີ່ ເປັນອາຊຍາກັມ. ຍານາງ ກ່າວອີກວ່າ: ກໍຣະນີ ຂອງທ່ານ ສົມບັດ ກໍຄ້າຍຄືກັນ ກັບ ກໍຣະນີ ການຫາຍສາບສູນ ອື໋ນໆ ຢູ່ ປະເທດລາວ ເຊັ່ນ ທ່ານ ສົມພອນ ຂັນທິສຸກ ເຈົ້າຂອງທຸຣະກິດ ບ້ານພັກ ການ ທ່ອງທ່ຽວ ແບບອະນຸຮັກ ທຳມະຊາດ ແລະ ເປັນຜູ້ທີ່ກ້າ ວິຈານ ໂຄງການ ກະສິກັມ ທີ່ຄົນຈີນ ສະໜັບສະໜູນ ທີ່ສ້າງຄວາມເສັຍຫາຍ ຕໍ່ສິງແວດລ້ອມ ຢູ່ແຂວງຫລວງນ້ຳທາ ຊຶ່ງທ່ານໄດ້ ຫາຍສາບສູນໄປ ຫລັງຈາກມີຄົນ ນອກເຄື່ອງແບບ ມາລັກພາຕົວ ທ່ານໄປ ໃນເດືອນ ມົກກະຣາ ປີ 2007.

ກໍຣະນີຄ້າຍຄືກັນ ກໍເກີດຂຶ້ນກັບປະຊາຊົນ 9 ຄົນ ລວມມີ; ນາງ ກິ່ງແກ້ວ ແລະ ນາງ ສົມຈິດ, ທ. ສຸບິນ, ທ. ສວນ, ທ. ສິນປະສົງ, ທ. ຄຳສວນ, ທ. ໜູ, ທ. ສົມຄິດ ແລະ ທ. ສຸຣິຍາ ທັງໝົດຖືກເຈົ້າໜ້າທີ່ ຕຳຣວດຈັບ ໃນເດືອນພຶສຈິກາ ປີ 200 ຢູ່ສະຖານທີ່ ຕ່າງໆຢູ່ໃນ ທົ່ວປະເທດ. ຜູ້ສະໜັບສະໜູນເຂົາເຈົ້າ ເວົ້າວ່າ ທັງ 9 ຄົນ ມີການວາງແຜນ ປະທ້ວງແບບສັນຕິ ເພື່ອຮຽກຮ້ອງ ປະຊາທິປະໄຕ ແລະ ການເຄົາຣົ ບສິດທິມະນຸດ. ຫລັກຖານ ໄດ້ສະແດງໃຫ້ເຫັນວ່າ ເຈົ້າໜ້າທີ່ຂອງຣັຖ ເຂົ້າໄປພົວພັນ, ແຕ່ຜູ້ກະທຳຜິດ ບໍ່ຖືກລົງໂທດ.

ຍານາງວ່າ ມັນເຖິງເວລາແລ້ວ ທີ່ຣັຖບານລາວ ຈະຍຸຕິການ ກະທຳແບບນີ້ ແລະໃຫ້ຣັຖບານລາວ ລົງນາມ ສັດຕະຍາບັນ ຕໍ່ສົນທິສັຍາ ສາກົນ ວ່າດ້ວຍ ການປົກປ້ອງທຸກຄົນ ຈາກການຖືກບັງຄັບ ໃຫ້ຫາຍສາບສູນ ທີ່ລາວ ໄດ້ລົງນາມ ຮັບຮອງ ເອົາໃນປີ 2008.



__________________
Anonymous

Date:
Permalink   
 

ສາກົນໃຫ້ທັສນະເຣື້ອງ ທ.ສົມບັດ

image

 

ທ່ານ ຄິງສລີ ແອ໊ບບອດ ທີ່ປຶກສາອາວຸໂສ ດ້ານກົດໝາຍສາກົນ ຂອງຄະນະກໍາມະການ ນັກນິຕິສາດສາກົນ ປະຈໍາຂົງເຂດ ເອເຊັຍ ຕາເວັນອອກສ່ຽງໃຕ້

ໃນວັນສາກົນ ເພື່ອ ຜູ້ເຄາະຮ້າຍ ຈາກການຖືກບັງຄັບ ໃຫ້ຫາຍສາບສູນ ວັນທີ 30 ສິງຫາ ນີ້ໄດ້ມີການຈັດ ກອງປະຊຸມ ຂຶ້ນທີ່ ບາງກອກ ປະເທສໄທ ໂດຍມີ ຫລາຍພາກສ່ວນ ຮວມທັງອົງການ Human Right Watch, ອົງການ Amnesty International ແລະ ຄະນະກັມ -ມະການນັກນິຕິສາດສາກົນ ICJ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ໄດ້ເວົ້າເຖິງບັນຫາ ການຖືກບັງຄັບ ໃຫ້ຫາຍສາບສູນ, ການບັງຄັບນັກສິດທິມະນຸດ ແລະບັງຄັບ ປະຊາຊົນ ໃຫ້ຫາຍ -ສາບສູນຢູ່ປະເທສຕ່າງໆ ໃນເອເຊັຍຕາເວັນອອກສ່ຽງໃຕ້ ອັນເປັນສ່ວນນຶ່ງ ຂອງການລະເມີດ ສິດທິມະນຸດ ຊຶ່ງຣັຖບາລ ປະເທສຕ່າງໆ ຕ້ອງໃຫ້ ຄວາມສໍາຄັນ ໃນການສືບສວນ ສອບສວນ ເພື່ອໃຫ້ຄວາມເປັນທັມ ແກ່ຜູ້ເຄາະຮ້າຍ ແລະຄອບຄົວ ຂອງພວກເຂົາເຈົ້າ.

ທ່ານ ຄິງສະລີ ແອ໊ບບອດ ທີ່ປຶກສາອາວຸໂສ ດ້ານກົດໝາຍສາກົນ ຂອງຄະນະກໍາມະການ ນັກນິຕິສາດສາກົນ ປະຈໍາຂົງເຂດ ເອເຊັຍຕາ -ເວັນອອກສ່ຽງໃຕ້ ໃຫ້ຄວາມເຫັນ ກ່ຽວກັບກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ວ່າ:

"So, in this case, we would expect more from the Lao government in terms of the opportunity. It has to independently, mpartially, and effectively investigate given information that available…. ທ່ານກ່າວວ່າ ສະນັ້ນ, ໃນ ກໍຣະນີນີ້, ພວກເຮົາຄາດຫວັງ ຫຼາຍຈາກຣັຖບານລາວ ໃນເຣື້ອງການໃຫ້ໂອກາດ. ຣັຖບານລາວຕ້ອງໃຫ້ມີ ການສືບສວນສອບສວນ ຢ່າງ ເປັນທັມ, ມີອິສຣະ ແລະມີປະສິດທິພາບ ຕາມທີ່ຂໍ້ມູນທີ່ມີຢູ່. ແຕ່ວ່າມັນ ບໍ່ເປັນແບບນັ້ນເລີຍ, ຣັຖບານລາວ ພັດໃຫ້ຂໍ້ມູນ ໃນການສືບສວນ ສອບສວນ ໜ້ອຍທີ່ສຸດ. ຂໍ້ມູນທີ່ຣະອຽດ ທີ່ຣັຖບານລາວ ໄດ້ເປີດເຜີຍ ອອກມານັ້ນ ແມ່ນໜ້ອຍຫຼາຍ ຫຼັງຈາກທີ່ ທ່ານ ສົມບັດ ສົມພອນ ຫາຍສາບສູນໄປ. ແລະ ຫຼາຍປີ ຜ່ານໄປ ທ່າທີ ຂອງຣັຖບານລາວ ຍິ່ງສະແດງ ໃຫ້ຮູ້ວ່າ ຣັຖບານບໍ່ໄດ້ກ່ຽວຂ້ອງ ແລະ ກໍມີຂໍ້ມູນອອກມາ ພຽງໜ້ອຍດຽວ ນັບແຕ່ນັ້ນມາ".

ທ່ານກ່າວຕື່ມອີກວ່າ ຣັຖບາລລາວ ຄວນມີການປ່ຽນແປງ ຈຸດຢືນຂອງໂຕເອງ ເປີດໃຫ້ອົງການ ຕ່າງປະເທສ ເຂົ້າໄປຊ່ວຍເຫລືອ ກໍຣະນີ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ນັ້ນ:

"I think the government should reassess its position of a lack of transparency around the investigation.... ທ່ານກ່າວວ່າ, ຂ້າພະເຈົ້າ ຄຶດວ່າ ຣັຖບານລາວ ຄວນປະເມີນ ທ່າທີ ໂຕເອງຄືນ ໃນເຣື້ອງ ການຂາດຄວາມໂປ່ງໃສ ໃນການ ສືບສວນ ສອບສວນກໍຣະນີນີ້. ຂ້າພະເຈົ້າຄຶດວ່າມີຫຼາຍຄົນ, ຫຼາຍປະເທສ ແລະ ອົງການຈັດຕັ້ງຕ່າງໆ ທີ່ພ້ອມຈະຊ່ວຍ ໃນການສືບສວນສອບສວນ. ຂ້າພະເຈົ້າ ຍັງຄຶດວ່າ ມັນຫຼ້າມັນສວາຍໄປແລ້ວ ດຽວນີ້ນ່າ ທີ່ທາງການ ຈະຖແລງຂ່າວໃດໆ ໂດຍເອົາ ນັກສືບສວນສອບສວນ ຫຼາຍຄົນມາ ບອກຣາຍລະອຽດ ໃຫ້ກັບຄອບຄົວ ຫຼື ສາທາຣະນະຊົນ ໄດ້ຮັບຮູ້ວ່າ ການສືບສວນສອບສວນ ໄປຮອດໃສແລ້ວກໍ່ຕາມ ທັງໃນເຣື້ອງ ທີ່ວ່າ ພວກເຂົາ ໄດ້ບັນລຸ ອັນໃດແດ່ ແລະ ມີອັນໃດແດ່ ທີ່ຍັງຄ້າງຄາ ແລະ ທັງບັນຫາ ທ້າທາຍ ຫຼື ຂໍ້ຫຍຸ້ງຍາກ ອັນໃດແດ່ ທີ່ຍັງມີ".

ທ່ານ ສົມບັດ ສົມພອນ ນັກພັທນາ ດີເດັ່ນຂອງລາວ ຖືກບັງຄັບ ໃຫ້ຫາຍສາບສູນ ຈາກກາງນະຄອນຫລວງວຽງຈັນ ໃນຕອນແລງ ຂອງ ວັນທີ 15 ທັນວາ 2012. ມາເຖິງປີ 2017 ນີ້ ກໍເປັນເວລາ 5 ປີ ແຕ່ຣັຖບາລ ສປປລາວ ກໍຍັງບໍ່ໃຫ້ ຄວາມກະຈ່າງແຈ້ງ ແກ່ຄອບຄົວ ຂອງທ່ານແລະ ສາທາຣະນະຊົນໄດ້.



__________________
Anonymous

Date:
Permalink   
 

20994006_1936204119985851_8827717196032021149893_1939110343028562_6422171589528421106734_1939110359695227_58024293815995

ແມ່ຍີງລາວຕົກເປັນເຫຍື່ອກຸ່ມຄ້າມະນຸດໃນໄທຫລາຍຂື້ນ ເລື້ອຍໆໃນແຕ່ລະມື້. ຍ້ອນສະພາບ ຄວາມທຸກຍາກ ໃນຄອບຄົວ ແລະ ການຢາກມີ ຊິວີດທີ່ດີຂື້ນ ຂອງແມ່ຍີງ ໃນລາວ ຈື່ງເຮັດໃຫ້ ກະເຈົ້າ ຖືກຕົວະຫຍົວະ ໄດ້ງ່າຍ ຜູ້ເຫັນເຫດການ ທ່ານຫນື່ງເວົ້າວ່າ ໃນປັດຈຸບັນ ແມ່ຍີງລາວ ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ຫລາຍຂື້ນ ແລະ ສ່ວນໃຫຍ່ ກໍສະຫມັກໃຈ ເພາະຄອບຄົວ ທຸກຍາກ ມັນມີທຸກສາຂາ ຂອງທຸຣະກິດ ມີຮ້ານຄາຣາໂອເກະ ຮ້ານເສີມສວຍ ຢູ່ໃນຊອຍ ແລະ ຢູ່ໂຮງແຮມ.​

ກຸ່ມດັ່ງກ່າວ ໃນໄທ ເຮັດກັນເປັນ ຂະບວນການ ແລະ ກໍເປັນເຄືອຂ່າຍ ທີ່ແນບນຽນ ຈະປະກອບດ້ວຍ ເຈົ້າຫນ້າທີ່ ຕຳຣວດ ຜູ້ມີອຳນາດ ໃນທ້ອງຖີ່ນ ແລະເຈົ້າຂອງ ໂຮງແຮມ ບ້ານພັກ ບໍ່ດັ່ງນັ້ນ ທຸລະກິດ ດັ່ງກ່າວ ຄົງຢູ່ມາບໍ່ຮອດ ທຸກວັນນີ້ ພວກຂະເຈົ້າ ມີຜົນປະໂຫຍດ ຮ່ວມກັນ. ມັນບໍ່ແມ່ນແຕ່ ມີຢູ່ແຂວງ ອຸດອນ ຢູ່ຊຽງຄານ ເຂົາເອີ້ນກັນວ່າ ສ.​ລ.​ນ ເຂົາຮູ້ກັນແປວ່າ ສາວລາວນ້ອຍ

ແຕ່ກ່ອນ ຜູ້ຍີງລາວ ຜູ້ໃດຢາກເປັນ ໂສເພນີກໍໄດ້ ແຕ່ໃນປັດຈຸບັນນີ້ ຕ້ອງມີເຄືອຂ່າຍ ຫລືສັງກັດຢູ່ ໃນເຄືອຂ່າຍ ຈື່ງສາມາດເປັນ ໂສເພນີໄດ້ ກຸ່ມເຄືຶອຂ່າຍ ຈະເອົາຜູ້ຍີງ ລາວ ມາຈາກຝັ່ງ ກົງກັນຂ້າມ ເຊັ່ນ ທີ່ມຸກດາຫານ ກໍເອົາມາຈາກ ສະຫວັນນະເຂດ ທີ່ອຸບົນ ຣາດຊະທານີ ກໍເອົາມາ ແຂວງຈຳປາສັກ ສາລະວັນ ແລະ ອັດຕະປື ຫລືແຂວງເລີຍ ກໍແມ່ນມາຈາກ ແຂວງໄຊຍະບູລີ.

ແມ່ຍີງລາວ ຜູ້ທີ່ນຳເຂົ້າ ມານັ້ນ ເຂົາຮູ້ດີວ່າ ເຂົາຈະມາ ທຳງານແບບນີ້ ເພາະເປັນວຽກ ທີ່ຫາເງິນໄດ້ງ່າຍ ອາດບໍ່ມີ ການບັງຄັບກັນ ຄືແຕ່ກອ່ນ ອີກແລ້ວ. ເຂດທີ່ ແມ່ຍີງລາວ ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ຫລາຍກວ່າ ທຸກບ່ອນນັ້ນ ກໍແມ່ນແຂວງ ພາກໃຕ້ ຂອງລາວເຊັ່ນ ແຂວງສວັນນະເຂດ ຈຳປາສັກ ອັດຕະປື ສາລະວັນ ຫລື ແຂວງທີ່ຕິດ ກັບປະເທດໄທ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard