ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາ ເຂດຊາຍແດນ ລາວ-ກໍາພູຊາ
Anonymous

Date:
ບັນຫາ ເຂດຊາຍແດນ ລາວ-ກໍາພູຊາ
Permalink   
 


ຊາວບ້ານຢູ່ເຂດຊາຍແດນ ຫາກິນ ບໍ່ສະດວກ

20770183_874415596055072_145641689970403

ຊາວບ້ານຈຳນວນນຶ່ງ ທີ່ອາໃສຢູ່ຕາມແຄມ ລຳນໍ້າເຊກອງ ເມືອງສະໜາມໄຊ, ແຂວງອັດຕະປື ໃນເຂດຊາຍແດນ ລາວ-ກໍາພູຊາ ໄດ້ຮັບ ຄວາມເດືອດຮ້ອນ ຍ້ອນບໍ່ສາມາດ ໄປທໍາມາ ຫາກິນໄດ້ຕາມ ປົກກະຕິ ພາຍຫຼັງ ທີ່ເກີດບັນຫາ ຂໍ້ຂັດແຍ່ງ ຊາຍແດນລາວ ແລະກຳພູຊາ ແລະມີທະຫານກຳພູຊາ ມາປະຈຳການ ຢູ່ຕາມລຳເຊກອງ, ແຕ່ເຂດ ຫ້ວຍຕະເງົາໄປເຖິງ ຫ້ວຍກະໂຕ່ມ ແລະທັງບໍ່ໃຫ້ ຊາວບ້ານເຂົ້າໄປ ຫາກິນ ຢູ່ໃນເຂດນັ້ນ. ຕາມຄໍາເວົ້າຂອງ ຊາວບ້ານໃນເຂດດັ່ງກ່າວ ຕໍ່ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້.

ງົວ, ຄວາຍ ຫຼາຍສິບໂຕ ຂອງຊາວບ້ານສົ້ມປ່ອຍ ທີ່ປ່ອຍກິນຫຍ້າ ກ່ອນມື້ວັນທີ 12 ສິງຫາ 2017 ນັ້ນກໍຍັງບໍ່ຮູ້ວ່າ ເປັນແນວໃດ ຍ້ອນ ທະຫານກຳພູຊາ ບໍ່ໃຫ້ຊາວບ້ານ ຂ້າມເຊກອງ ໄປເອົາຄືນມາ ແລະວ່າ ຖ້າຜູ້ໃດຂ້າມໄປ ທະຫານ ກຳພູຊາ ກໍຈະຍິງ.

ຕໍ່ບັນຫານີ້, ເຈົ້າໜ້າທີ່ ຕໍາຣວດລາວ ໄດ້ຊີ້ແຈງຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ກັນຍາ ນີ້ວ່າ ມີທະຫານກຳພູຊາ ໃນເຂດດັ່ງກ່າວ ແທ້, ແຕ່ອາຈບໍ່ຮອດ ເຂດຫ້ວຍກະໂຕ່ມ ແລະວ່າ ເຈົ້າໜ້າທີ່ທ້ອງຖິ່ນ ກຳລັງແກ້ໄຂ ບັນຫານີ້ໃຫ້ ຊາວບ້ານຢູ່:

“ພຽງແຕ່ວ່າຢູ່ຫ້ວຍຕະເງົາຫັ້ນແຫຼະ ບໍ່ໄປຮອດ ປານນັ້ນດອກຫວາ ກະບໍ່ໄດ້ໄປຮອດໄປເຖິງ ພຸ້ນດອກ ມີແຕ່ວ່າຮອດ ສ່ຳນັ້ນ. ຂອງເຂດນັ້ນ ແມ່ນເຂດທີ່ວ່າ ເຂດທີ່ເວົ້າກັນ ບໍ່ທັນໄດ້, ຫັ້ນນ່າ. ຝ່າຍລາວເຮົາຖອນອອກ ລະກຳພູຊາ ໄປປັກໃສ່ ມັນກະຂອບເຂດ ຫ້ວຍຕະເງົາເທົ່ານັ້ນ. ຫ່າງເຂົ້າໄປໃນດິນ ເບື້ອງຝ່າຍລາວ ກະປະມານ 100 ແມັດ ທໍ່ນັ້ນນ່າ ມັນກະບໍ່ຫຼວງ ບໍ່ຫຼາຍ ຈັ່ງຊັ້ນຫັ້ນດຽວນີ້ ກະກຳລັງປະຊຸມກັນ ເວົ້າໂຕນີ້ແຫຼະ”.

ເຣື້ອງທີ່ຊາວບ້ານເວົ້າວ່າ ທະຫານກຳພູຊາ ຂົ່ມຂູ່ຊາວບ້ານ ບໍ່ໃຫ້ຂ້າມເຊກອງ ໄປຫາກິນ ຢູ່ຟາກນ້ຳເບື້ອງນັ້ນ ທ່ານກ່າວວ່າ ອາຈບໍ່ແມ່ນ ທະຫານ ກຳພູຊາ ແລະກໍໄດ້ ແກ້ໄຂໄປແລ້ວ:

“ຫາກບາດນີ້ ເພິ່ນເວົ້າວ່າ ບໍ່ໃຫ້ເຂົາໄປຫັ້ນ ອັນນັ້ນຫັ້ນ ມັນມີແຕ່ພວກກຸ່ມນຶ່ງ ຊື່ໆດອກ ຂອງຝ່າຍກຳພູຊາ ຫັ້ນນ່າ ເປັນຜູ້ເວົ້າ ແນວນັ້ນ. ປະຊາຊົນເຮົາ ມັນພັດ ບໍ່ຢາກໃຫ້ເກີດມີ ບັນຫາ ເຂົາກະເລີຍ ແຈ້ງການຄືນມາ ເພື່ອຣາຍງານໃຫ້ຮູ້ວ່າ ເບື້ອງຝ່າຍກຳພູຊາ ຫັ້ນແຈ້ງການ ແນວນັ້ນ ແກ້ໄຂກັນມື້ນີ້ແຫຼະ ເພິ່ນປະຊຸມກັນ ມື້ເຊົ້ານີ້ຫັ້ນນ່າ”.

ແຕ່ເຖິງຢ່າງໃດກໍຕາມ ປັດຈຸບັນ ບໍ່ພຽງແຕ່ຊາວບ້ານສົ້ມປ່ອຍ ຊາວບ້ານອື່ນໆ ກໍບໍ່ກ້າຂ້າມເຊກອງ ໄປຫາຢູ່ຫາກິນ ຄືແຕ່ກ່ອນ ເພາະຢ້ານ ທະຫານ ກຳພູຊາຍິງ ເຖິງຈະຮູ້ວ່າ ຟາກນ້ຳເບື້ອງນັ້ນ ແມ່ນຢູ່ ໃນເຂດ ອະທິປະຕັຍ ຂອງລາວ ກໍ່ຕາມ.



__________________
Anonymous

Date:
Permalink   
 

ທອງລຸນ  ນຳບໍ່ທັນ ກົນອຸບາຍຮຸນເຊນ

21271023_1443368015711691_79873925927466

 

 

ທອງລຸນ ສັ່ງຖອນທະຫານທັງໝົດ ຕາມແນວຊາຍແດນ

ແຕ່ ຮຸນເຊນ ສັ່ງເພີ້ມຈຳນວນຂື້ນຫລາຍກວ່າເກົ່າ

 



__________________
Anonymous

Date:
Permalink   
 

ຜູ່ນຳລາວອ່ອນແອຫລາຍ ຍອມເສຍດິນແດນໃຫ້ຕ່າງຊາດ, ຄວນໄດ້ແຜນທີ່
ຈາກສາກົນ(ຝຣັ່ງ)ກ່ອນຈຶ່ງຕັດສິນໃຈ !



__________________
Anonymous

Date:
Permalink   
 

ອັນ​ໃດ​ກໍ່​ຄາ​ນຳ​ທຸກ​ຫັ້ນ​ລະ ເຮັດ​ຫຍັງ​ກໍ່​ເຮັດ​ບໍ່​ໄດ້ ຍ້ອນ​ທຸກ ປະ​ເທດ​ອ້ອມ​ຂ້າງ​ຊິ​ກືນ​ກີນ​ໝົດ​ແລ້ວ

ບໍ່​ເວັ້ນ​ແຕ່​ຂະ​ເມັນ

 



__________________
Anonymous

Date:
Permalink   
 

Anonymous wrote:

ອັນ​ໃດ​ກໍ່​ຄາ​ນຳ​ທຸກ​ຫັ້ນ​ລະ ເຮັດ​ຫຍັງ​ກໍ່​ເຮັດ​ບໍ່​ໄດ້ ຍ້ອນ​ທຸກ ປະ​ເທດ​ອ້ອມ​ຂ້າງ​ຊິ​ກືນ​ກີນ​ໝົດ​ແລ້ວ

ບໍ່​ເວັ້ນ​ແຕ່​ຂະ​ເມັນ

 


 ຕັດສິນໃຈບໍ່ໄດ້ດ້ວຍຕົນເອງ ຕ້ອງເດີນໄປຕາມທິດທາງແຫຍ້ຊັກດຶງ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard