ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນແບບນີ້ ປະເທດຊາດມັນຊິຈະເລີນນຳເຂົາໄດ້ແນວໃດ?
Anonymous

Date:
ເປັນແບບນີ້ ປະເທດຊາດມັນຊິຈະເລີນນຳເຂົາໄດ້ແນວໃດ?
Permalink   
 
ເປັນຫຍັງ ມຊ ຈຶ່ງບໍ່ມີພິທີມອບ-ຮັບໃບປະກາດສະນີຍະບັດຄືກັບທຸກໆ ປີ?

Screen%2BShot%2B2017-09-29%2Bat%2B01.16.

ນີ້ຫົວຂໍ້ຂ່າວຈາກໜັງສືພິມ ເສດຖະກິດ-ການຄ້າ  ພາດຫົວຂ່າວໄວ້ຢ່າງໜັາສົນໃຈ ແລະ ເຊື່ອວ່າ ນັກຮຽນ ນັກສຶກສາທີ່ຈົບປີນີ້ ກໍກໍາລັງໃຈຈົດໃຈຈໍ່ຢາກຮູ້ຄໍາຕອບ ເຊັ່ນດຽວກັບຄົນໃນສັງຄົມ ເປັນຕົ້ນແມ່ນຜູ້ປົກຄອງຫຼາຍທ່ານ :

" ເປັນຫຍັງ ມຊ ຈຶ່ງບໍ່ມີພິທີມອບ-ຮັບໃບປະກາສະນີຍະບັດຄືກັບທຸກປີ? "

Screen%2BShot%2B2017-09-29%2Bat%2B01.16.

ປີນີ້ມະຫາວິທະຍາໄລແຫ່ງຊາດ ບໍ່ມີພິທີທາງການໃນການມອບ-ຮັບໃບປະກາດຄືກັບປີຜ່ານໆມາອີກ ໂດຍໃຫ້ແຕ່ລະຄະນະເປັນຜູ້ມອບ ຫຼື ໃຫ້ນັກສຶກສາໄປເຊັນເອົາດ້ວຍຕົນເອງ ກັບຄະນະທີ່ຕົນສັງກັດ.ທ່ານ ຮສ ປອ ຄຳຜົງ ນາມມະນີໄຊ ຫົວໜ້າຫ້ອງການວິຊາການ ບອກວ່າ: ໂດຍອີງຕາມທິດຊີ້ນຳຂອງຂັ້ນເທິງກໍ່ຄືກະຊວງສຶກສາທິການ ແລະ ກິລາ ວ່າປີນີ້ແມ່ນໃຫ້ທຸກໆໂຮງຮຽນ, ມະຫາວິທະຍາໄລ ແລະ ວິທະຍາ ໄລທັງພາກລັດ ແລະ ພາກເອກະຊົນ ທົ່ວປະເທດ ບໍ່ໃຫ້ມີການຈັດພິທີມອບ-ຮັບໃບປະກາດຄືປີຜ່ານມາ, ເພາະການຈັດພິທີມອບ-ຮັບນັ້ນ ເຮັດໃຫ້ເສຍງົບປະມານ ແລະ ອີກຢ່າງໜຶ່ງເຫັນວ່ານັກສຶກສາຈະສຸມໃສ່ແຕ່ຄ່ານິຍົມຂອງປະກາສະນີຍະບັດ ເຊັ່ນ: ຈົບປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ ໂດຍບໍ່ຄຳນຶງເຖິງຄຸນຄ່າທີ່ແທ້ຈິງວ່າເຮົາຈົບມາສາມາດນຳເອົາຄວາມຮູ້, ຄວາມສາມາດໄປຕອບໜອງຕໍ່ໜ້າທີວຽກງານ, ຄວາມສາມາດພັດທະນານາຕົນເອງ ແລະ ພັດທະນາປະເທດຊາດ.ທ່ານ ຮສ ປອ ຄຳຜົງ ນາມມະນີໄຊ ໃຫ້ຮູ້ອີກວ່າ: ສົກສຶກສາ 2016-2017 ມະຫາວິທະຍາໄລແຫ່ງຊາດ ສາມາດສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ທັງໝົດຈຳນວນ 5,303 ຄົນ, ຍິງ 2,354 ຄົນ, ນັກສຶກສາໃນແຜນ 1,935 ຄົນດ ຍິງ 960 ຄົນ, ປະລິນຍາໂທ 456 ຄົນ, 178 ຄົນ, ປະລິນຍາຕີ 4,785 ຄົນ, 2,149 ຄົນ, ນັກສຶກສາອານຸປະລິນຍາ 62 ຄົນ, ຍິງ 29 ຄົນ, ນັກສຶກສາຕ່າງປະເທດ 514 ຄົນ, ຍິງ 20 ຄົນ, ພຣະສົງ-ສາມະເນນ 38 ອົງ.

ໃນນັ້ນ ມີນັກສຶກສາທີ່ໄດ້ກຽດນິຍົມ (ປະກາສະນີຍະບັດແດງ) ຈຳນວນທັງໝົດ 45 ຄົນ, ຍິງ 25 ຄົນ. ພິທີການສະຫຼຸບສົກຮຽນ (ຖອດຖອນບົດຮຽນ ແລະ ເຊັນຮັບໃບປະກາດ) ແມ່ນໄດ້ເລີ່ມແຕ່ວັນທີ 25 ສິງຫາ ຮອດ ວັນທີ 15 ກັນຍາ ແມ່ນສຳເລັດເປັນທີ່ຮຽບຮ້ອຍ.

ທ່ານ ຮສ. ປອ. ສີຖານ ສຸຂະວົງ ຮອງຄະນະບໍດີ ຄະນະສຶກສາສາດ ໄດ້ກ່າວວ່າ: ໃບປະກາສະນີ ຍະບັດບໍ່ໄດ້ຢັ້ງຢືນວ່ານັກສຶກຜູ້ນັ້ນມີຄວາມຮູ້ຄວາມສາມາດສໍ່າໃດ? ແຕ່ສິ່ງສຳຄັນແມ່ນຕອນໄປເຮັດວຽກສາມາດມາດນຳເອົາຄວາມຮູ້ທີ່ຮຽນມາປະກອບອາຊີບຂອງຕົນເອງ ແລະ ພັດທະນາປະເທດຊາດແນວໃດ? ຖ້າວ່າເຮົາຈະຈັດພິທີມອບ-ຮັບຄືຜ່ານມາ ເຫັນໄດ້ວ່າສະຖານທີ່ແອອັດການສັນຈອນຕິດຂັດ ເຮັດໃຫ້ເກີດຂໍ້ຫຍຸ້ງຍາກໃນການໄປມາ ແລະ ເປືອງງົບປະມານ. ສຳລັບປີນີ້ ພວກເຮົາໄດ້ຈັດຕັ້ງປະຕິບັດແບບລຽບງ່າຍໂດຍໃຫ້ແຕ່ລະຄົນມາເຊັນຮັບເອົາໃບປະກາສະນີຍະບັດຕາມຄະນະຂອງຕົນເອງ

__________________
Anonymous

Date:
Permalink   
 
ພັກລັດ ລວ້ມຫົວກັນກັບ ນາຍທຶນ ກົດລາຄາຢາງພາລາ ປະຊາຊົນ

Screen%2BShot%2B2017-09-28%2Bat%2B23.55.

ປະຊາຊົນຂົນຢາງພາລາໄປຂາຍບ່ອນອື່ນແຕ່ເຈົ້າໜ້າທີ່ ໄປລັດໄວ້ເມືອງບູນເໝືອ ແຂວງຜົ້ງສາລີ

ແຂວງຜົ້ງສາລີ : ວັນທີ 17/9/2017 ທີ່ຜ່ານມານີ້ ປະຊາຊົນ 3 ໝູ່ບ້ານຄື ບ້ານຢໍ້, ບ້ານຊຽງປີ້, ບ້ານເດື່ອ ເມືອງບູນເໝືອ ແຂວງຜົ້ງສາລີ ໄດ້ເອກະພາບກັນ

ຂົນຢາງພາລາທີ່ປະຊາຊົນລົງທຶນປູກເອງ ຂົນໄປຂາຍຢູ່ຕະຫລາດ ທິ່ໄດ້ລາຄາດີກ່ອນບໍລິສັດນາຍທຶນ.... ເຊິ່ງລາຄາຕະຫຼາດນອກຮັບຊຶ້ 6500 ກີບຕໍ່ກິໂລ ແລະ ທາງບໍລິສັດຮັບຊື້ແມ່ນ 5800 ກີບຕໍ່ກິໂລ ລາຄານີ້ແມ່ນພະແນກການຄ້າແຂວງວາງລາຄາໃຫ້ບໍລິສັດຊຶ້ .

ສະນັ້ນ, ປະຊາຊົນຈຶ່ງບໍ່ຍອມຂາຍໃຫ້ບໍລິສັດນາຍທຶນທີ່ໄດ້ລາຄາຕໍ່າກ່ອນ ຈຶ່ງພາກັນຂົນຢາງພາລາເປັນຂະບວນຝົດຟື້ນໄປຂາຍຕະຫຼາດທີ່ໄດ້ລາຄາສູງ ແຕ່ເຈົ້າໜ້າທີ່ຕຳຫລວດ, ກະສິກຳ, ການຄ້າ ແລະ ບໍລິສັດນາຍທຶນມາລັດທາງ ບໍໃຫ້ໄປຂາຍບ່ອນອື່ນ ຢາກໃຫ້ຂາຍກັບບໍລິສັດນີ້ເທົ່ານັ້ນ ຈຶ່ງຝາກໃຫ້ທາງຂັ້ນເທິ່ງລົງໄປຕິດຕາມ ແກ້ໄຂບັນຫານີດ່ວນ.

Screen%2BShot%2B2017-09-28%2Bat%2B23.55.Screen%2BShot%2B2017-09-28%2Bat%2B23.55.

-- Edited by buckhumnoy on Friday 29th of September 2017 02:42:00 AM

__________________
Anonymous

Date:
RE: ເປັນແບບນີ້ ປະເທດຊາດມັນຊິຈະເລີນນຳເຂົາໄດ້ແນວໃດ?
Permalink   
 
wrote:

  ຄົບເລີຍເນາະ ທັງຕຳຫລວດ ທັງພະແນກກະສິກຳ ພະແນກການຄ້າ ລ້ວນແລ້ວແຕ່ຢາກມາຫາຜົນປະໂຫຍດ ຕອນປະຊາຊົນປູກ ປະຊາຊົນລົງທຶນ ປະຊາຊົນອອກແຮງບຳລຸງຮັກສາແລະເກັບກ່ຽວຄືບໍ່ເຫັນພວກເພິ່ນຍື່ນມືເຂົ້າຊ່ວຍເຫລືອ ບາດປະຊາຊົນສະຫລາດຫາຕະຫລາດເອງໄດ້ ເສືອກພາກັນອອກຮ້ອນຍ້ອນບໍລິສັດນາຍທຶນໄດ້ຮັບຜົນກະທົບ ຕົກລົງພວກເຈົ້າເປັນພະນັກງານລັດຢູ່ບໍ? ເປັນຫຍັງບໍ່ຊ່ວຍປະຊາຊົນແລ້ວຍັງມາຂີດຂວາງຄວາມຈະເລີນກ້າວຫນ້າທີ່ເຂົາເຈົ້າຫາມາໄດ້ດ້ວຍໂຕເອງອີກ? ທາງກະຊວງພິຈາລະນາເຫດການນີ້ໃຫ້ດີແດ່ເດີ ອີ່ຕົນປະຊາຊົນຕາດຳໆຜູ້ຄວາມຮູ້ຫນ້ອຍດ້ອຍປັນຍາແດ່ ຢ່າໃຫ້ຄົນບໍ່ດີມາກອບໂກຍເອົາຜົນປະໂຫຍດອັນບໍ່ຊອບທຳໂດຍການໃຊ້ຍົດຕຳແຫນ່ງຂອງລັດໃນທາງທີ່ຜິດ

------------------------------------------------

ພັກລັດຕາຍຫ່າຫຍັງ...?
ປະຊົນເຂົາເຈົ້າລົງທືນປູກເອງ ເຂົາເຈົ້າກະຂາຍລະເບາະ ຊີກ່ຽວຫຍັງກັບນາຍທືນ
ບ່ອນໃດໄດ້ລາຄາດີກະເຈົ້າກາຂາຍບ່ອນນັ້ນລະຫວາ

ຍ້ອນພາກສ່ວນທີ່ກ່ຽວຂ້ອງບໍ່ໄດ້ແດກເງີນປະຊາຊົນຈື່ງເຮັດແບບນີ້ກັບປະຊາຊົນ...

-----------------------------------------------------

ໃນທີ່ສຸດ ຕຳລວດ ຜູ່ມີຫນ້າທີ່ຊ່ວຍເຫລືອປົກປ້ອງ ປະຊາຊົນກໍເປັນເຄື່ອງມືໃຫ້ພວກນາຍທືນ ແບບບໍ່ມີສັກສີແລະຢາງອາຍ ນີ້ລະເຂົາວ່າ ເງີນເຮັດໃຫ້ຜີດເປັນຖືກ ຊົ່ວໃຫ້ກາຍເປັນດີ ຄວາມຍຸຕິທັມຢູ່ໃສ ຖ້າເປັນແນວນີ້ ທັງທີ່ເງີນເດືອນຕຳລວດກໍໄດ້ມາຈາກເງີນພາສີ ຂອງປະຊາຊົນ ແຕ່ກາຍເປັນເຄື່ອງມືນາຍທືນແບບ ບໍ່ມີສັກສີ...ຖອດເຄື່ອງຕຳລວດອອກສາສູກູອາຍແທນ ...

__________________
Anonymous

Date:
Permalink   
 
ແບບນີ້ກະມີນໍ້ ເຮັດໄດ້ແນວໃດບໍ່ອາຍແດ່ຫວາ ມັນເປັນກຳມະສິດຂອງເຂົາ ບ່ອນໃດໃຫ້ລາຄາດີເຂົາເຈົ້າກະຂາຍຢູ່ບ່ອນນັ້ນຕັ໋ວ ຊິໄປຫ້າມເຂົາເຮັດຫຍັງ ຄືຊິເສຍຜົນປະໂຫຍດຫລາຍນໍ້ຈຶ່ງເຮັດແນວນີ້ ຖ້າຢາກໃຫ້ປະຊາຊົນຂາຍໃຫ້ກະຢ່າກົດລາຄາຕ່ຳຈົນເປັນຕາຂີ້ດຽດຫລາຍ. ເຂົາແຫ່ງທຸກຢູ່ແລ້ວ ກະຍັງມາເຮັດແບບນີ້ນໍ, ຜູ້ກີນກະກີນຈົນທ້ອງຊິແຕກຕາຍແລ້ວ

__________________
Anonymous

Date:
Permalink   
 
ພໍ່ແມ່ທຸ້ມເງິນໃຫ້ລູກສຶກສາ ມຊ ກໍ່ເພື່ອຫວັງເຫັນລູກຂຶ້ນໄປຮັບໃບປະກາດຟ່າງມີກຽດສະຫງ່າ
ຖ້າບໍ່ມີງົບ ເກັບນຳນັກຮຽນກໍ່ໄດ້ !
ຊາວກະສິກອນມີສິດຂາຍຜົນຜະລິດຂອງຕົນໃຫ້ໃຜກໍ່ໄດ້ !

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard