ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ອາເມລິກາຈົກ 400 ລ້ານໂດລາ ສ້າງໄຟຟ້າແສງຕາເວັນຢູ່ລາວ
Anonymous

Date:
ອາເມລິກາຈົກ 400 ລ້ານໂດລາ ສ້າງໄຟຟ້າແສງຕາເວັນຢູ່ລາວ
Permalink   
 


ອາເມລິກາຈົກ 400 ລ້ານໂດລາ ສ້າງໄຟຟ້າແສງຕາເວັນຢູ່ລາວ

WeChat%2BImage_20170929164807.jpg

 

ບໍລິສັດຄອນວອດພະລັງງານ ເຫັນທ່າແຮງໃນລາວເປັນເຂດທີ່ອາກາດຮ້ອນແສງແດດຫຼາຍ ຈິ່ງຍອມຈົກທຶນ 400 ລ້ານໂດລາ ຫຼື ປະມານ 3,2 ພັນຕື້ ພັດທະນາພະລັງງານໄຟຟ້າຈາກແສງຕາເວັນຢູ່ ບໍລິຄຳໄຊ ແລະອັດຕະປື ຫວັງໃຫ້ໄດ້ລົງມື້ກໍ່ສ້າງທ້າຍປີ 2019.

ໂຄງການດັ່ງກ່າວນີ້ຈະມີການຮ່ວມມືຈາກ 4 ບໍລິສັດ ໃນນັ້ນມີບໍລິສັດຄອນວອດທ໌ພະລັງງານຊຶ່ງເຮັດທຸລະກິດຜະລິດພະລັງງານອິດສະຫຼະ ມີສຳນັກງານໃຫຍ່ຄັ້ງຢູ່ນິວຢອກ, ບໍລິສັດເຈເນໂຣອີເລັກທຼິກ, ທະນາຄານຄາເທຢູໄນເຕັດຈາກໄຕ້ຫວັນ ແລະບໍລິສັດດີຈີເຄເລັກຂອງສະຫະລັດ.

solar.jpg

ທັງ 4 ບໍລິສັດນີ້ແມ່ນຈະເຮັດໜ້າທີ່ແຕກຕ່າງກັນ ໃນການດຳເນີນໂຄງການດັ່ງກ່າວໂດຍຄອນວອດທ໌ ເປັນຜູ້ພັດທະນາໂຄງການ, ບໍລິສັດ GE ຜູ້ສະໜອງບັນດາອຸປະກອນໄຟຟ້າຕ່າງໆເຊັ່ນ: ເຄື່ອງຄວບຄຸມໄຟຟ້າ, ອຸປະກອນເພື່ອສ້າງສາຍສົ່ງ ແລະສະຖານີ ທີ່ເປັນສ່ວນໜຶ່ງຂອງໂຄງການ, ທະນາຄານຄາເທຢູໄນເຕັດ ຊ່ວຍໃນດ້ານສະໜອງທຶນຮອນໃຫ້ໂຄງການ ແລະດີຈີໂຄເລັກ ເປັນບໍລິສັດສຶກສາຄວາມເປັນໄປໄດ້ລວມເຖິງການສຶກສາວິໄຈຜົນກະທົບດ້ານສິ່ງແວດລ້ອມ, ສັງຄົມ ແລະບັນດາການສຶກສາທາງວິຊາການອື່ນໆກ່ຽວຂ້ອງກັບໂຄງການ.

ແນໃສ່ເຮັດໃຫ້ໂຄງການໄດ້ຮັບການກໍ່ສ້າງໂດຍໄວ ໃນວັນທີ 29 ກັນຍາ 2017 ນີ້ທັງ 4 ບໍລິສັດໄດ້ຮ່ວມເຊັນເອກະສານສະແດງເຈດຈຳນົງຮ່ວມກັນທີ່ໂຮງແຮມຄຣາວພລາຊາ ໂດຍຊ້ອງໜ້າທ່ານ ວີວເບີ ຣອດສ໌ ເລຂາທິການການຄ້າຂອງສະຫະລັດ, ທ່ານນາງ ຣິນາບິດເຕີ ທ່ານສະຫະລັດປະຈຳ ສປປ ລາວ ແລະທ່ານຈັນສອນ ແສນບຸດຕະລາດ ຮອງລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ຂອງລາວ.

ການລົງທຶນຄັ້ງນີ້ຂອງສະຫະລັດແມ່ນຈະພັດທະນາພະລັງງານແສງຕາເວັນທີ່ມີກຳລັງຕິດຕັ້ງ 50 ເມກາວັດຢູ່ແຂວງບໍລິຄຳໄຊ ແລະ250 ເມກາວັດຢູ່ແຂວງອັດຕະປື ລວມມູນຄ່າສອງໂຄງການຕົກເປັນເງິນ 400 ລ້ານໂດລາ

solar%2B%25281%2529.jpg

ຕາມແຜນການແລ້ວຖ້າການສຶກສາສຳຫຼວດເປັນໄປຕາມເປົ້າໝາຍຈະໃຫ້ໄດ້ດຳເນີນການກໍ່ສ້າງໃນເດືອນທັນວາປີ 2019.ບໍລິສັດຄອນວອດທ໌ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2011 ເປັນໜຶ່ງໃນເຄືອບໍລິສັດຂອງກຸ່ມບໍລິສັດລົງທຶນເອຊີໂອ ທີ່ສຸມໃສ່ການພັດທະນາ ແລະບຳລຸງຮັກສາຊັບສິນ, ອຸປະກອນການຜະລິດ, ຂົນສົ່ງ ແລະແຈກຈ່າຍໄຟຟ້າ. ຄອນວອດທ໌ກ່ອນໜ້ານີ້ແມ່ນໄດ້ມາລົງທຶນທີ່ເຂດແມນດາເລ ຂອງມຽນມາແລ້ວ ກ່ຽວກັບພັດທະນາພະລັງງານໄຟຟ້າແສງຕາເວັນແລະໂຄງການຢູ່ລາວຖືເປັນແຫ່ງທີ 2 ໃນອາຊຽນ.

 



__________________
Anonymous

Date:
RE: ອາເມລິກາຈົກ 400 ລ້ານໂດລາ ສ້າງໄຟຟ້າແສງຕາເວັນຢູ່ລາວ
Permalink   
 


ທ່ານນາຍົກຕ້ອນຮັບລັດຖະມົນຕີ ການຄ້າຂອງອາເມລິກາ

WeChat%2BImage_20170929164820.jpg

 

ໃນຕອນເຊົ້າວັນທີ 29 ກັນຍາ 2017 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການຢ້ຽມຂໍ່ານັບທ່ານWilbur Ross ລັດຖະມົນຕີກະຊວງການຄ້າປະເທດສະຫະລັດອາເມລິກາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງຄະນະທ່ານລັດຖະມົນຕີກະຊວງການຄ້າ ສະຫະລັດອາເມລິກາ ໃນຄັ້ງນີ້ຖືວ່າເປັນການປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທັງເປັນການຈັດຕັ້ງຜັນຂະຫຍາຍການຮ່ວມມື ຂອງສອງປະເທດ ໃຫ້ມີໝາກມີຜົນ ແລະ ປະສິດທິພາບສູງຂຶ້ນເລື້ອຍໆ.ເຊິ່ງໃນໄລຍະຜ່ານມາ ການມາຢ້ຽມຢາມ ສປປ ລາວ ຂອງອະດີດປະທານາທິບໍດີ ໂອບາມາ (Obama)ໃນປີ2016 ໄດ້ເປີດສັງກາດໃໝ່ ໃນການພົວພັນຮ່ວມມື ລະຫວ່າງ ລາວ-ອາເມລິກາ ແລະ ໄດ້ມີຖະແຫຼງການຮ່ວມ ທີ່ມີເຈດຈໍານົງ ກ່ຽວກັບການຍົກລະດັບເປັນຄູ່ຮ່ວມມືແບບກວມລວມ.ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ໃຫ້ທ່ານລັດຖະມົນຕີກະຊວງການຄ້າ ສະຫະລັດອາເມລິກາ ໄດ້ຮັບຊາບ ພ້ອມທັງ ອວຍພອນໃຫ້ຄະນະຈົ່ງປະສົບຜົນສຳເລັດ ໃນການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້.

ໃນໂອກາດດຽວກັນ, ທ່ານWilbur Rossກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ໄດ້ສະຫຼະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ແລະ ຖືໂອກາດນີ້ ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີຊາບ ໂດຍສະເພາະແມ່ນ ຜົນການເຮັດວຽກຮ່ວມກັບກະຊວງອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ.



__________________
Anonymous

Date:
Permalink   
 

ຂອບໃຈທີ່ນຳຂ່າວດີນີ້ມາບອກແລະຂໍສະແດງຄວາມຍິນດີນຳນັກລົງທຶນອາເມຣິກັນ
ແລະບັນດາທ່ານທີ່ມີລາຍເຊັນງາມ. ຫວັງວ່າ ໂຄງການນີ້ຄົງສະບໍ່ຕັດໄມ້ທຳລາຍປ່າ
ເໝືອນໂຄງການສ້າງເຂື່ອນໄຟຟ້ານ້ຳຕົກຫລາຍສິບໂຄງການ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard