ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໃຜ ສັ່ງໃຫ້ສ້າງ ສນາມບິນອັດຕະປື ?
Anonymous

Date:
ໃຜ ສັ່ງໃຫ້ສ້າງ ສນາມບິນອັດຕະປື ?
Permalink   
 


ສນາມບິນອັດຕະປືຍັງມີ ໜີ້ສິນ

88595f58-b475-448c-96a9-3a6b28e0f758.jpe

 

ສາຍການບິນລາວ ເປີດຖ້ຽວບິນ ໄປແຂວງອັດຕະປື ໃນມື້ວັນທີ 30 ພຶສພາ 2015 ແລະໃນມື້ວັນເປີດສະໜາມບິນ ຢ່າງເປັນທາງການ ວັນທີ 1 ມິຖຸນາ ຂອງ ປີດຽວກັນມີ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ໃນຕອນນັ້ນ ແລະ ທ່ານ Truong Tan Sang ປະທານ ປະເທດວຽດນາມ ເປັນຜູ້ເປີດ.

ຕໍ່ມາກໍໄດ້ຢຸດໃຫ້ການບໍຣິການ ຫລັງຈາກເຫັນວ່າ ຖ້ຽວບິນສຸດທ້າຍໃນວັນທີ 26 ຕຸລາ 2016 ບໍ່ມີຜູ້ໂດຍສານພໍເທົ່າໃດຄົນ. ທ່ານ ສົມບູນ ດາວສະຫວັນ ຜູ້ບໍຣິຫານ ສະໜາມບິນ ທົ່ວປະເທດ ກະຊວງໂຍທາທິການ ແລະຂົນສົ່ງໄດ້ກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 18 ຕຸລາ ນີ້ວ່າ:

"ເຫດຜົນກະຊິແມ່ນ ຜູ້ໂດຍສານຫຼຸດລົງວືບວາບ ໄປບາດດຽວຫັ້ນແຫຼະ ກະເຮັດໃຫ້ການບິນລາວບໍ່ສາມາດແບກຫາບພາລະ ໜີ້ສິນຫັ້ນ".

ແຕ່ເຖີງຢ່າງໃດກໍຕາມຣັຖບາລ ສປປລາວ ກໍຕ້ອງການຢາກໃຫ້ ການບິນລາວ ເປີດບໍຣິການ ສາຍການບິນຢູ່ຄືເກົ່າ ແຕ່ການບິນລາວ ຂໍ ໃຫ້ຣັຖບາລ ຊ່ວຍແກ້ໄຂ ເຣຶ່ອງໜີ້ສິນໃຫ້ ດັ່ງທ່ານ ສົມບູນ ກ່າວຕື່ມອີກວ່າ:

"ເຮົາໄດ້ສະເໜີຫາຣັຖບານລາວວ່າ ຂັ້ນຊິໃຫ້ການບິນລາວ ບິນ ກະໃຫ້ຣັຖບານລາວ ໄດ້ຊ່ວຍເລື້ອງໜີ້ ເລື້ອງສິນຫັ້ນໃຫ້ ດຽວນີ້ ກະຊວງ ໂຍທາກະໄດ້ ເປັນເຈົ້າການ ສະເໜີຫາຣັຖບານ ດຽວນີ້ຍັງບໍ່ ທັນໄດ້ຮັບຄຳຕອບ ຈາກຣັຖບານເທື່ອ".

ແຕ່ໃນເວລາດຽວກັນ ແຫຼ່ງຂ່າວໃກ້ຊິດບໍຣິສັດ ຮ່ວງອັນຍະລາຍ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 15 ຕຸລາວ່າ: ການສ້າງສນາມບິນ ແຂວງອັດຕະປື ທີ່ໄດ້ເລີ້ມສ້າງໃນປີ 2013 ນັ້ນບໍ່ແມ່ນ ແນວຄວາມຄິດຂອງການບິນລາວ ແຕ່ເປັນຂອງອາດີດການນຳ ຂອງລາວຣະດັບ ກົມການເມືອງ ສູນກາງພັກທ່ານນຶ່ງ ທີ່ມີຜົນປໂຍດ ຮ່ວມກັນກັບບໍຣິສັດ ຮ່ວງອັນຍະລາຍ ໃຊ້ອິດທິພົນ ສ່ວນຕົວ ໃຫ້ສ້າງ.

ການສ້າງສະໜາມບິນແຫ່ງນີ້ ອຳນວຍຄວາມສະດວກ ໃນການໄປມາໃຫ້ບໍຣິສັດ ດັ່ງກ່າວ ເພາະວ່າຈາກ ສະໜາມບິນ ໄປຫາຫ້ອງການ ບໍຣິສັດ ມີໄລຍະທາງພຽງ 6 ກິໂລແມັດ, ແຕ່ວ່າຈາ ກສນາມ ບິນ ເຂົ້າໄປໃນຕົວ ເມືອງໄກປະມານ 26 ກິໂລແມັດ ແລະ ຍັງບໍ່ມີຣົດ ໂດຍສານ ໃຫ້ການບໍຣິການ. ຕາມຂໍ້ມູນຂອງແຫລ່ງຂ່າວ.ແຫ່ງຂ່າວເວົ້າຕື່ມວ່າ: ໃນເວລາສ້າງສນາມບິນ ໄດ້ຍ້າຍຊາວບ້ານ ອອກຈາກ ເຂດນັ້ນ ແລະຊາວບ້ານ ກໍບໍ່ພໍໃຈ. ປັດຈຸບັນ ມີພຽງເຈົ້າໜ້າທີ່ ຈຳນວນນຶ່ງ ປະຈຳການຢູ່ຕຶກ ສະໜາມບິນ.

ສ່ວນວ່າບໍຣິເວນນອກຕຶກ ເຫັນແຕ່ຫຍ້າ ແລະຂີ້ງົວຂີ້ຄວາຍ ຂອງຊາວບ້ານ ສະໜາມບິນ ທີ່ມີເນື້ອທີ່ 4,300 ແມັດມົນທົນແຫ່ງນີ້ມີທາງ ແລ່ນຂອງເຮືອບິນ ຍາວ 1,850 ແມັດ ແລະຮອງຮັບ ຜູ້ໂດຍສານໄດ້ 300 ຄົນຕໍ່ມື້ ມູນຄ່າການກໍ່ສ້າງແມ່ນ 36 ລ້ານໂດລາສະຫະຣັຖ ໂດຍແມ່ນ ບໍຣິສັດ ຮວງອັນຍະລາຍ ຂອງວຽດນາມ ເປັນຜູ້ລົງທຶນສ້າງກ່ອນ ແລ້ວຣັຖບານລາວ ຈະໃຊ້ແທນຄືນ ຕາມພາຍຫຼັງ.

20258309_475388016166438_1159285873126420f097cab-565e-4db7-8a82-8a7990eb1f86.jpe

ມີແຕ່ຫຍ້າ ແລະຂີ້ງົວຂີ້ຄວາຍ



__________________
Anonymous

Date:
Permalink   
 

ໃຜ ສັ່ງໃຫ້ສ້າງ ສນາມບິນອັດຕະປື ?

ກະຄວາຍສັ່ງໃຫ້ສ້າງ ເພາະພວກຄວາຍຢາກມີບ່ອນຂີ້ໃສ່

ຄືເຫັນຫັ້ນລະ  ! !​ !

ຕ່າງແຕ່ວ່າພວກຄວາຍທີ່ອອກຄຳສັ່ງສ້າງນັ້ນ

ມັນກໍມີຊື່ ມີລາຍເຊັນ ຄືຄົນ.....



__________________
Anonymous

Date:
Permalink   
 

Anonymous wrote:

ໃຜ ສັ່ງໃຫ້ສ້າງ ສນາມບິນອັດຕະປື ?

ກະຄວາຍສັ່ງໃຫ້ສ້າງ ເພາະພວກຄວາຍຢາກມີບ່ອນຂີ້ໃສ່

ຄືເຫັນຫັ້ນລະ  ! !​ !

ຕ່າງແຕ່ວ່າພວກຄວາຍທີ່ອອກຄຳສັ່ງສ້າງນັ້ນ

ມັນກໍມີຊື່ ມີລາຍເຊັນ ຄືຄົນ.....


 55555 ເປັນຄຳຕອບ ທີ່ຖືກຕ້ອງ ທ່ານ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard