ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພວກຄວາຍ ແຕ່ງເພັງຊາດ ໃຫ້ລຸກຫຼານລາວຮ້ອງ ດ່າເມຣິກາ
Anonymous

Date:
ພວກຄວາຍ ແຕ່ງເພັງຊາດ ໃຫ້ລຸກຫຼານລາວຮ້ອງ ດ່າເມຣິກາ
Permalink   
 


31.jpg

ພວກຄວາຍ ແຕ່ງເພັງຊາດ ໃຫ້ລຸກຫຼານລາວຮ້ອງ ດ່າເມຣິກາ

ແຕ່ນ້ອງໆ ນັກຮຽນໄດ້ກິນເຂົ້າທຽ່ງ ຍອ້ນ ເມຣິກາ

 

ສະຫະລັດມອບເຂົ້າ 3 ພັນກວ່າໂຕນເປັນອາຫານທ່ຽງໃຫ້ເດັກນ້ອຍຢູ່ 7 ແຂວງຂອງລາວ

IMG_7455.JPG

 

ສະຫະລັດອາເມລິກາສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວໃນຂະແໜງການສືກສາ ໂດຍຫຼ້າສຸດແມ່ນໄດ້ນຳເອົາເຂົ້າສານຈຳນວນ 3 ພັນກວ່າໂຕນ ສົ່ງຕົງມາແຕ່ອາເມລິກາ ເພື່ອໂຄງການອາຫານທ່ຽງສຳລັບເດັກນ້ອຍນັກຮຽນໃນ 7 ແຂວງເປົ້າໝາຍ.

 ພິທີມອບ-ຮັບເຂົ້າສານຈຳນວນ 3.482 ໂຕນຈາກກະຊວງກະສິກຳ, ປະເທດສະຫະລັດອາເມລິກາ ໄດ້ຈັດຂຶ້ນໃນວັນທີ 26 ກັນຍາ ຜ່ານມານີ້ ທີ່ສາງອາຫານຂອງອົງການອາຫານໂລກ ນະຄອນຫຼວງວຽງຈັນ ຊຶ່ງກ່າວມອບໂດຍທ່ານ ນາງ ຊາຣາ ກໍດອນ ກິບສັນ ຜູ້ຕາງໜ້າອົງ ການອາຫານໂລກ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍ ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ຊ່ອງໜ້າແຂກເຂົ້າຮ່ວມ.

 

123246.jpg

ທ່ານນາງ ຣີນາ ບິດເຕີ ກ່າວວ່າ: ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ, ລັດຖະບານແຫ່ງປະເທດສະຫະລັດອາເມລິກາ ໂດຍສະເພາະ ແມ່ນໜ່ວຍງານສົ່ງເສີມວຽກງານອາຫານເພື່ອການສືກສາ ແລະໂພຊະນາການ ໄດ້ໃຫ້ການຊ່ວຍເຫຼືອລ້າແກ່ແຜນງານອາຫານໃນໂຮງຮຽນຂອງ ສປປ ລາວ ໂດຍຜ່ານອົງການອາຫານໂລກ ໃນມູນຄ່າທັງໝົດ 36 ລ້ານໂດລາສະຫະລັດ. ໃນແຕ່ລະມື້ນັກຮຽນຈຳນວນ 150.000 ຄົນໃນ 1.450 ໂຮງຮຽນໃນຂອບເຂດ 7 ແຂວງເປົ້າໝາຍຄື: ແຂວງຫຼວງນໍ້າທາ, ອຸດົມໄຊ, ຜົ້ງສາລີ, ສາລະວັນ, ເຊກອງ ແລະ ອັດຕາປື ໄດ້ຮັບອາຫານທີ່ມີໂພຊະນາການ, ເຊິ່ງແມ່ນສ່ວນໜຶ່ງທີ່ສະໜັບສະໜູນວຽກງານການສຶກສາ ໂດຍລວມມີ ກິດຈະກຳສົ່ງເສີມການອ່ານອອກຂຽນໄດ້ຂອງເດັກ, ລະບົບນ້ຳໃຊ້ໃນໂຮງຮຽນ, ສຸຂະພິບານ ແລະສຸຂະອານາໄມ, ການລ້ຽງປາ ແລະ ສວນຄົວຂອງໂຮງຮຽນ. ເພື່ອປະຕິບັດຕາມນະໂຍບາຍສົ່ງເສີມອາຫານທ່ຽງໃນໂຮງຮຽນ, ອົງການອາຫານໂລກໄດ້ສຳເລັດການຄ່ຽນຖ່າຍຈາກການສະໜອງອາຫານຫວ່າງມາເປັນອາຫານທ່ຽງໃນທຸກໂຮງຮຽນ. ນອກຈາກນີ້ ອົງການອາຫານໂລກຍັງຈະສະໜອງເຕົາໄຟສະອາດໃຫ້ແກ່ໂຮງຮຽນເປົ້າໝາຍເພື່ອລຸດຜ່ອນຄວັນໄຟໃນຂະນະແຕ່ງອາຫານ ແລະແຮງງານໃນການຫາຟືນ.

IMG_7552.JPG

 

ແຜນງານການຈັດຊື້ອາຫານພາຍໃນພາກພື້ນ ແລະ ທ້ອງຖິ່ນ ໂດຍການສະໜັບສະໜູນຈາກ ກະຊວງກະສິກຳຂອງສະຫະລັດອາເມລິກາ ໄດ້ນຳໃຊ້ງົບປະມານຈຳນວນ 1 ລ້ານໂດາລາສະຫະລັດ. ເພື່ອເຊື່ອມໂຍງ ແຜນງານອາຫານທ່ຽງເຂົ້າກັບການສົ່ງເສີມການຜະລິດກະສິກຳພາຍໃນທ້ອງຖິ່ນ. ແຜນງານ ດັ່ງກ່າວສຸມໃສ່ການສ້າງຂີດຄວາມສາມາດແກ່ຊາວກະສິກອນ ໂດຍສະເພາະແມ່ນແມ່ຍິງ ເພື່ອເພີ່ມຜົນຜະລິດ ແລະ ຕິດພັນກັບ ການຕະຫຼາດ. ເນື່ອງຈາກວ່າໂຮງຮຽນໄດ້ຈັດຊື້ຜົນຜະລິດຈາກຊາວກະສິກອນໂດຍກົງ ສິ່ງນີ້ນຳໄປສູ່ການສ້າງຄວາມເປັນ ເຈົ້າການຂອງຊຸມຊົນ ແລະ ຄວາມຍືນຍົງໃນໄລຍະຍາວ.

8040_n.jpg

 



Attachments
__________________
Anonymous

Date:
RE: ພວກຄວາຍ ແຕ່ງເພັງຊາດ ໃຫ້ລຸກຫຼານລາວຮ້ອງ ດ່າເມຣິກາ
Permalink   
 


ພວກຄວາຍທັງຫລາຍ ຄົງຈະກັດຫຳ ກັັດຫ..xີ ໂຕເອັງຕາຍ

ເພາະຢາກເອົາເຂົ້າເຫລົ່ານີ້ ໄປໃຫ້ແກວກິນຟຣີ.

ອັນໃດ ໆ ກະມີແຕ່ຊາດອື່ນມາເຮັດໃຫ້

ຫົວປອດພວກພັກຄວາຍ ມັນເຄີຍຊ່ອຍຄົນລາວແນວໃດບໍ່​ ?

ນອກຈາກຂາຍຊາດ ຂາຍປະເທດ ແລ້ວລ້ຽງແຕ່ພວກຄວາຍນຳກັນ ?

ຫ່າຂົ້ວສູເອີ່ຍ..............................

 



__________________
Anonymous

Date:
Permalink   
 

18033888_422735038095885_391621182725123



__________________
Anonymous

Date:
Permalink   
 

ມອບ-ຮັບ ໂຄງການບູລະນະປະຕິສັງຂອນອາຮາມວັດວິຊຸນ ແຂວງຫຼວງພະບາງ

Screen%2BShot%2B2017-10-21%2Bat%2B19.35.

 

ໂຄງການບູລະນະປະຕິສັງຂອນອາຮາມວັດວິຊຸນ ໄດ້ເລີ່ມປະຕິບັດມາແຕ່ ປີ 2015 ເປັນ ຕົ້ນມາ ໂດຍການຈັດຕັ້ງປະຕິບັດຂອງ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກກອງທຶນທ່ານທູດ ເພື່ອການອະນຸລັກວັດ ທະນະທຳ ແຫ່ງສະຫະລັດອາເມຣິກາ ໃນມູນຄ່າທັງໝົດ 257,000 ໂດລາສະຫະລັດ ແບ່ງອອກເປັນ 2 ຊ່ວງ ຄື: ຊ່ວງທີ1 ມູນຄ່າ 125.000 ໂດລາສະຫະລັດ, ຊ່ວງທີ2 ມູນຄ່າ 132,000 ໂດລາສະຫະລັດ ໂດຍແມ່ນບໍລິສັດສຸວັນນະລິດກໍ່ສ້າງ ເປັນຜູ້ຮັບເໝົາສ້ອມແປງ ເຊີ່ງການບູລະນະຊ່ວງທີ1 ແມ່ນສ້ອມແປງຫຼັງຄາອາຮາມວັດ, ສ່ວນຊ່ວງທີ2 ແມ່ນສ້ອມແປງຝາ, ທາສີຝາລູກຕິ່ງປະຕູປ່ອງຢ້ຽມ ແລະ ເສົາ, ສ້ອມແປງກາໂລພື້ນ, ແຕ້ມດອກລວດລາຍໄມ້ຂື່, ໄມ້ກອນ, ໄມ້ເສົາ, ຕິດຕັ້ງລະບົບໄຟຟ້າໃໝ່ ແລະ ລະບົບກັນຝ້າຜ່າ, ເຊີ່ງມາຮອດປັດຈຸບັນແມ່ນໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ.



__________________
Anonymous

Date:
Permalink   
 

ຢູ່ໃນໂລກໃບນີ້ ປະເທດໃດກໍຕາມ ຖ້າປາສຈາກ USAແລ້ວ ປະເທດນັ້ນຈະຕົກທຸກຂະມອດໄຮ້ໄປຈົນລູກຊົ່ວຫລານຢ່າງແນ່ນອນ

ປະເທດລາວ ຜູ້ນຳເຂົາໃຊ້ຢຸທວິທີທີ່ແປກໆ ຄືຕົວະປາໂຊນ ແຕ່ໂຕເອງເອົາຊາຍລູກສາວໄປຮຽນຢູ່ຕ່າງປະເທດແລະເອົາລູກສະໃພ້ ລູກສາວ

ໄປອອກລູກຢູ່ປະເທດ ໄທຍ໌, ຝຣັ່ງ ອັງກິດ ກັນທັງນັ້ນ.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard