ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສປປລາວ ມີໂຄງການຜີ
Anonymous

Date:
ສປປລາວ ມີໂຄງການຜີ
Permalink   
 


ໂຄງການພັທນາທີ່ສະພາ ບໍ່ໄດ້ ຮັບຮູ້

image

 

ທ່ານ ບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ ຫົວຫນ້າຫ້ອງການ ກວດສອບແຫ່ງຣັຖ

 

ໂຄງການພັທນາຂອງຣັຖບານ ທີ່ບໍ່ໄດ້ຮັບ ອະນຸຍາດ ຫລາຍກວ່າ 100 ໂຄງການ ຖືກກວດເຫັນ ຈາກຫ້ອງການກວດສອບ ແຫ່ງຣັດ ໃນ ສົກງົບປະມານ 2013-14, ຫົວຫນ້າຫ້ອງການກວດສອບ ແຫ່ງຣັຖ ທ່ານ ບຸນທອງ ຈີດມະນີ ກ່າວຕໍ່ກອງປະຊຸມ ສະພາໃນອາທິດນີ້. ດັ່ງ ທ່ານກ່າວໃນຕອນນຶ່ງວ່າ:

"ໂຄງການທີ່ບໍ່ໄດ້ປະມູນມີ 113 ໂຄງການ ມູນຄ່າ 3549 ຕື້ 240 ລ້ານກີບ ແລະໂຄງການທີ່ປະມູນ ບໍ່ຖືກຕ້ອງຕາມຫລັກການ ມີຢູ່ 106 ໂຄງການມູນຄ່າ 5331 ຕື້ 330 ລ້ານກີບ ເຫດຜົລ ຍ້ອນມີ ຄຳສັ່ງ ຈາກຂັ້ນເທິງ ແລະຈຳນວນນຶ່ງ ເປັນໂຄງການພັຍພິບັດ ແຕ່ສຳຄັນ ແມ່ນເຈົ້າຂອງໂຄງການ ບໍ່ເຂັ້ມງວດ ໃນການປະຕິບັດ ກົດຫມາຍ ການລົງທຶນແລະນິຕິກັມອື່ນໆ ບໍ່ມີການປະມູນ ມີຫລາຍ ໂຄງການ ມູນຄ່າກໍສູງ".

ທ່ານວ່າ ໂຄງການດັ່ງກ່າວ ບໍ່ຖືກອະນຸມັດ ຈາກສະພາແຫ່ງຊາດ ແຕ່ຍັງຖືກດຳເນີນ ກິຈການຢູ່. ການລົງທຶນຂອງຣັຖບານ ໃນໂຄງການ ຕ່າງໆ ໃນປີນັ້ນ ມີຢູ່ປະມານ 1 ພັນ 151 ຕື້ກີບ ໃນນັ້ນຫຼາຍ ກວ່າ 254 ຕື້ກີບ ແມ່ນໃຊ້ຈ່າຍ ໃນໂຄງການ ທີ່ບໍ່ໄດ້ຮັບ ອະນຸຍາດ ແລະວ່າ 39 ໂຄງການໃນມູນຄ່າ ທັງຫມົດກວ່າ 542 ຕື້ກີບ ໃນນັ້ນ ຖືກຮ່ວມເຂົ້າ ໃນແຜນການລົງທຶນ ຂອງຣັຖບານ.

ນອກຈາກນັ້ນ ໂຄງການການລົງທຶນຂອງຣັຖ ອີກຈຳນວນ 342 ໂຄງການ ໃນມູນຄ່າທັງຫມົດ ກວ່າ 12,803 ລ້ານລ້ານກີບ ຖືກດຳເນີນ ກິຈການ ປາສຈາກ ການປະເມີນຜົລ ແລະ ໃບອະນຸຍາດ ຈາກຫ້ອງການ ທີ່ກ່ຽວຂ້ອງ.

ໃນການກວດສອບ 124 ໂຄງການ ການລົງທຶນຂອງຣັຖ ພົບເຫັນການຄາດເຄື່ອນ ໃນຫລາຍໂຄງການ ໃນນັ້ນຮ່ວມດ້ວຍ ການປະຕິບັດ ບໍ່ຖືກຕອ້ງ ເປັນຕົ້ນ ,

1-ໂຄງການສ່ວນໃຫຍ່ ມີຣາຄາແພງ ເກີນໄປ

2-ການປະຕິບັດງານ ໃນບາງໂຄງການ ບໍ່ເປັນໄປຕາມ ການອອກແບບ ວຽກງານ ທີ່ກຳນົດໄວ້ ແລະບາງໂຄງການ ເມື່ອສຳເຣັດແລ້ວ ກໍບໍ່ເປັນໄປຕາມ ທີ່ຄາດໄວ້.

ມີໂຄງການນື່ງ ທີ່ຖືກອະນຸມັດ ຈາກສະພາແຫ່ງຊາດ ໃນມູນຄ່າປະມານ 56.70 ຕື້ກີບ ແຕ່ຈຳນວນ ຕົວເລກ ທີ່ບັນທືກໄວ້ ໃນສັນຍາ ການລົງທຶນ ໃນໂຄງການນັ້ນ ມີພຽງແຕ່ 47.96 ຕື້ກີບ ເທົ່ານັ້ນ.

 

 



__________________
Anonymous

Date:
Permalink   
 

ພີ່ນ້ອງຂອງນ້ອງເຂີຍຂ້ອຍຄົນນຶ່ງກໍ່ລ້ຳລວຍຂຶ້ນມາຍ້ອນຈັບເສືອມືເປົ່າ.

ແຕ່ກ່ອນ ຕອນເຂົາຍຶດອຳນາດໄດ້ໃໝ່ໆ ອ້າຍນີ້ກໍ່ຖືກສັບຊ້ອນເຂົ້າເປັນ

ອາຈານສອນເຄຫາ ແຕ່ຍ້ອນນັກຮຽນສາວນັ່ງລືມຕີນສິ້ນ ລາວຈຶ່ງຖືກ

ປົດປ່ອຍມາເຫັນປະຊາຊົນຄົນທຳມະດາ ອາໃສເມຍກິນ ເປັນເວລາຫຼາຍ

ປີ. ພໍດີໝູ່ນັກສຶກສາທີ່ໄລ່ຈັບກົ້ນສາວຝຣັ່ງນຳກັນໄດ້ຖືກເລື່ອນຕຳແນ່ງ
ຂຶ້ນມາເປັນໂຄສົກຣັຖບານ ພີ່ນ້ອງຂອງນ້ອງເຂີຍຈຶ່ງຢຸດເຊົາຍູ້ລໍ້ຮັບໃຊ້

ແມ່ຄ້າຕະລາດກົກໂພ ມາເປັນຄົນວິ້ງເຕັ້ນປະກອບເອກະສານຊ່ອຍ

ນັກລົງທຶນຕ່າງປະເທດຖົງແຫ້ງ(ພວກຈັບເສືອມືເປົ່າ) ຊ່ອຍຈົນລູກ

ເອົາເຈ້ຍທີ່ມີຮູບທ່ານເຈັບເຟີຊັນ ມາເຊັດຂີ້ມູກ, ພີ່ນ້ອງປ້ອງປາຍຕ້ອງ
ການເງິນຈັກແກ໊ດ ເຂົ້ໄປຂົນອອກໂກດັງ ແຕ່ເຂົາເອົາແຕ່ 1$ ເອົາຫຼາຍ
ມີບັນຫາຕອນເຂົ້າຜ່ານດາວຄົນເຂົ້າເມືອງ.

 

 



__________________
Anonymous

Date:
Permalink   
 

ພວກຜີເຜດ ຜີກ່ອງກ໋ອຍ ຄອງເມືອງ

ມັນຈຶ່ງມີແຕ່ໂຄງການຜີ 

ໂດຍສະເພາະ ມັນມັກກິນຕັບກິນໄຕປະຊາຊົນ

ດັ່ງທີ່ຮູ້ທີ່ເຫັນກັນ ຈົນປະຊາຊົນລາວຕ້ອງເດືອດຮ້ອນກັນໄປທົ່ວແຜ່ນດີນ.

ຖ້ານະຣົກມີຈິງ ກໍເຖິງຄາວມາເອົາພວກນີ້ໄປຢູ່ນຳໄດ້ແລ້ວ.....



__________________
Anonymous

Date:
Permalink   
 

31C.jpg

ກວດພົບເກືອບ 500 ໂຄງການຂອງລັດຖະບານທີ່ບໍ່ຜ່ານການປະເມີນ-ການປະມູນ

12-01-101-620x330.jpg

 

ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານ ຍັງສືບຕໍ່ເຮັດວຽກຢ່າງໜັກໜ່ວງ ຫຼັງພົບວ່າສົກປີ 2013-2014 ແລະ ສົກປີ 2014-2015 ພົບວ່າມີໂຄງການຂອງລັດຖະບານທີ່ລົງທຶນໃສ່ພື້ນຖານໂຄງລ່າງທີ່ບໍ່ຜ່ານການປະເມີນຈຳນວນຫຼາຍເຖິງ 342 ໂຄງການລວມມູນຄ່າ 12.8 ພັນຕື້ກວ່າກີບ ແລະ ໂຄງການບໍ່ຜ່ານການປະມູນ 113 ໂຄງການມູນຄ່າ 3.5 ພັນຕື້ກວ່າກີບ. ອົງການກວດກາລັດຖະບານລາຍງານວ່າ: ສົກປີ 2013-2014 ແລະ ສົກປີ 2014-2015 ກວດພົບໂຄງການທີ່ບໍ່ຜ່ານການປະເມີນຈຳນວນ 342 ໂຄງການ ມູູນຄ່າ 12.8 ພັນຕື້ກວ່າກີບ ໃນນິ້ກວດກາແລ້ວ 124 ໂຄງການ ມູນຄ່າ 7 ພັນຕື້ກວ່າກີບເຫັນວ່າມີ 119 ໂຄງການ ມີຄວາມຈຳເປັນໃນການພັດທະນາ ແລະ ມີ 5 ໂຄງການບໍ່ທັນມີຄວາມຈຳເປັນພັດທະນາໃນໄລຍະນີ້ ໃນ 124 ໂຄງການດັ່ງກ່າວ ຜ່ານການກວດກາພົບເຫັນກໍລະນີຕ່າງໆຄື: ໂຄງການຈຳນວນຫຼາຍມີມູນຄ່າສູງຖ້າທຽບໃສ່ລາຄາຫົວໜ່ວຍທີ່ກະຊວງກ່ຽວຂ້ອງວາງອອກ,ໂຄງການບໍ່ເຮັດຕາມການອອກແບບ, ມີການດັດແກ້ແບບ, ບໍລິມາດມີການປ່ຽນແປງ (ຫຼຸດລົງ) ແຕ່ມູນຄ່າໃນສັນຍາຍັງຮັກສາໄວ້ຄືເກົ່າ, ໂຄງການທີ່ບໍ່ປະຕິບັດບໍ່ສຳເລັດ 100% ແຕ່ຢັ້ງຢືນວ່າສຳເລັດ 100% ມີ 6 ໂຄງການມູນຄ່າໜ້າວຽກທີ່ບໍ່ໄດ້ປະ ຕິບັດ 13 ຕື້ກີບ, ມີ 2 ໂຄງການຄິດໄລ່ເງິນແຮ 11.62 ຕື້ກີບ ແລະ 9 ໂຄງການຄິດໄລ່ເງິນວ່າຈ້າງທີ່ປຶກສາ 15.28 ຕື້ກີບ ແຕ່ບໍ່ໄດ້ນຳໃຊ້ ແລະ ມີ 35 ໂຄງການທີ່ໄດ້ຮັບການຊຳລະແລ້ວມູນຄ່າ 170 ຕື້ກວ່າກີບ ແຕ່ເຈົ້າຂອງໂຄງການຍັງບໍ່ທັນລົບອອກຈາກບັນຊີງົບປະມານ ນອກຈາກນີ້ຍັງມີ 1 ໂຄງ ການສະພາຮັບຮອງ 56.7 ຕື້ກີບແຕ່ມູນຄ່າຕາມສັນຍາມີພຽງແຕ່ 47.96 ຕື້ກີບ.
ສຳລັບໂຄງການທີ່ບໍ່ໄດ້ປະມູນຈຳນວນ 113 ໂຄງການມູນຄ່າ 3,5 ພັນຕື້ກວ່າກີບ ແລະ ໂຄງ ການທີ່ປະມູນບໍ່ຖືກຕາມລະບຽບມີ 106 ໂຄງການມູນຄ່າ 5.3 ພັນຕື້ກວ່າກີບຍ້ອນມີຄຳສັ່ງແຈ້ງການຈາກຂັ້ນເທີງຈຳນວນໜຶ່ງເປັນໂຄງການສຸກເສີນ ແຕ່ສຳຄັນແມ່ນຍ້ອນເຈົ້າຂອງໂຄງການບໍ່ເຂັ້ມງວດໃນການປະຕິບັດກົດໝາຍການລົງທຶນ ແລະ ນິຕິກຳຕ່າງໆ ວ່າດ້ວຍການຈັດຊື້ຈັດຈ້າງ, ບ່ອນທີ່ມີການປະ ມູນກໍ່ເປັນພຽງຮູບການເທົ່ານັ້ນ ມີຫຼາຍໂຄງການມູນຄ່າການກໍ່ສ້າງສູງເຊັ່ນ: ໂຄງການສ້າງທາງຈາກສະໜາມບິນໜອງຄ້າງ-ສາມແຍກຫາງລ້ອງ ມູນຄ່າ 442 ຕື້ກີບ ສະເລ່ຍ 14.7 ຕື້ກີບຕໍ່ກີໂລແມັດ ຖ້າທຽບໃສ່ລາຄາຫົວໜ່ວຍຂອງກະຊວງໂຍທາທິການ ແລະ ຂົນສົ່ງວາງອອກໃນປີ 2013 ຜິດດ່ຽງ 11.1 ຕື້ກີບຕໍ່ກີໂລແມັດ ສ່ວນດ້ານຄຸນນະພາບກໍ່ມີຫຼາຍໂຄງການທີ່ຍັງມີບໍ່ສູງ.



Attachments
__________________
Anonymous

Date:
Permalink   
 

22688652_10210326335105781_4557593820442



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard