ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະພາແຫ່ງຊາດວຽດນາມ ຮຽກຮ້ອງໃຫ້ ສປປລາວ ສ້າງເງື່ອນໄຂ ທີ່ດີທີ່ສຸດ ສໍາລັບຊາວວຽດນາມ ທີ່ ຢູ່ລາວ
Anonymous

Date:
ສະພາແຫ່ງຊາດວຽດນາມ ຮຽກຮ້ອງໃຫ້ ສປປລາວ ສ້າງເງື່ອນໄຂ ທີ່ດີທີ່ສຸດ ສໍາລັບຊາວວຽດນາມ ທີ່ ຢູ່ລາວ
Permalink   
 


aad56780-155a-4bf7-9cf5-ab2a4869da2e.png

ຍານາງ Nguyen Thi Kim Ngan ປະທານສະພາແຫ່ງຊາດວຽດນາມ ທີ່ມາເຂົ້າຮ່ວມພິທີ ວາງຫีນສິລາລືກ ສ້າງຫໍສະພາແຫ່ງຊາດລາວ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 1 ພຶສຈິກາ 2017 ນີ້ໄດ້ຮຽກຮ້ອງໃຫ້ ສປປລາວ ສ້າງເງື່ອນໄຂ ທີ່ດີທີ່ສຸດ ສໍາລັບຊາວວຽດນາມ ທີ່ ເຮັດວຽກຢູ່ລາວ.

ໃນຣະຫວ່າງການພົບພໍ້ກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານ ປະເທສ, ຍານາງ ກ່າວວ່າ ສະພາ ນິຕິບັນຍັດວຽດນາມ ຈະເຮັດວຽກກັບ ສະພາແຫ່ງຊາດ ສປປລາວ ເພື່ອສນັບສນູນ ໃຫ້ໜ່ວຍງານ ທີ່ ກ່ຽວຂ້ອງ ສາມາດປະຕິບັດ ໄດ້ຕາມຂໍ້ຕົກລົງ ຂອງບັນດາ ຜູ້ນໍາອາວຸໂສ ຂອງສອງປະເທສ ວຽດນາມ-ລາວ ແລະຜົລຂອງ ກອງປະຊຸມ ຂອງທັງສອງຝ່າຍ ໃນຂະນະທີ່ຕຽມຄວາມພ້ອມ ໃຫ້ແກ່ກອງປະຊຸມ ຣະຫວ່າງ ກົມການເມືອງ ສູນກາງພັກ ຂອງສອງພັກ ແລະກອງປະຊຸມ ຄະນະກັມການ ຮ່ວມຣະຫວ່າງຣັຖບາລ ຂອງ ສອງປະເທສ ວຽດນາມ ແລະ ສປປລາວ ປີ 2018.

ຍານາງໄດ້ຮຽກຮ້ອງໃຫ້ສປປລາວ ສ້າງເງື່ອນໄຂທີ່ດີທີ່ສຸດ ເທົ່າທີ່ຈະເຮັດໄດ້ ສໍາລັບຊາວວຽດນາມ ທີ່ເຮັດວຽກ ແລະສຶກສາຢູ່ລາວ, ພິຈາຣະ ນາຫລຸດຄ່າທໍານຽມ ສໍາລັບຂັ້ນຕອນ ແລະການບໍຣິການ ຕ່າງໆ, ຫລຸດພາສີ ສໍາລັບຄົນວຽດນາມ ແລະຈ້າງຄົນງານວຽດນາມ ຫລາຍຂຶ້ນ ໃນໂຄງການທີ່ວຽດນາມລົງທຶນ ຫລືໂຄງການ ຮ່ວມມືຕ່າງໆ.

ໃນໂອກາດດັ່ງກ່າວ ທ່ານ ບຸນຍັງ ວໍລະຈິດ ກໍໄດ້ກ່າວເຖິງການຊ່ວຍເຫຼືອ ທີ່ມີຄຸນຄ່າຂອງວຽດນາມ ໃນການກໍ່ສ້າງ ຫໍສະພາແຫ່ງຊາດຂອງ ລາວ ອັນເປັນສັນຍາລັກ ຂອງຄວາມສາມັກຄີ ພິເສດ ຣະຫວ່າງສອງພັກ, ຣັຖບາລ, ສະພານິຕິບັນຍັດ ແລະປະຊາຊົນ ສອງປະເທສ.



__________________
Anonymous

Date:
RE: ສະພາແຫ່ງຊາດວຽດນາມ ຮຽກຮ້ອງໃຫ້ ສປປລາວ ສ້າງເງື່ອນໄຂ ທີ່ດີທີ່ສຸດ ສໍາລັບຊາວວຽດນາມ ທີ່ ຢູ່ລາວ
Permalink   
 


ຄົນຕ່າງດ້າວລັກເຮັດວຽກ ຢູ່ລາວ ເພີ້ມຂຶ້ນ

image

 

ຄົນຕ່າງດ້າວ ເປັນຕົ້ນຄົນວຽດນາມ ແລະຄົນຈີນ ເຂົ້າມາລັກເຮັດວຽກ ຫາຢູ່ຫາກິນ ຫລາຍຂື້ນ ຢູ່ໃນແຂວງຕ່າງໆຂອງລາວ. ເມື່ອເຈົ້າໜ້າທີ່ ອອກໄປກວດ ພວກເຂົາກໍຫລົບລີ້ ເວລາເຈົ້າໜ້າທີ່ ໜີໄປ ກໍກັບມາຄືນຄືເກົ່າ. ທ່ານ ຄໍາແພງ ໄຊສົມແພງ ຣັຖມົນຕຣີ ກະຊວງແຮງງານ ແລະສວັດດີ ການສັງຄົມ ຂອງລາວ ກ່າວຕອບຄໍາຖາມ ຂອງບັນດາ ສະມາຊິກ ສະພາແຫ່ງຊາດ ໃນກອງປະຊຸມສະພາ ທີ່ກໍາລັງ ດໍາເນີນ ກັນຢູ່ນີ້ວ່າ ນັ້ນເປັນບັນຫາ ທີ່ເຈັບຫົວສົມຄວນ ຕ້ອງປະຕິບັດ ຣະບຽບກົດໝາຍໃຫ້ເຂັ້ມງວດ:

"ແຕ່ເນື່ອງຈາກວ່່າພວກເຮົາ ເປັນຄົນໃຈດີ ຫລາຍຄົນເຮົານີ້ ກະໃຫ້ເພິ່ນເຮັດໄປແນວນັ້ນລະ ຮອດມື້ຮອດວັນກະປະເພິ່ນ ຍາມເຮົາມາກວດ ເພິ່ນກະໄປລີ້ ຍາມເຮົາໄປລະ ເພິ່ນກໍອອກມາຄືເກົ່າ ຕ້ອງ ເປັນຫູເປັນຕານໍ ທາງກະຊວງແຮງງານ ສິໄປທຸກມື້ ກໍບໍ່ມີລະນໍ ສະນັ້ນຕ້ອງເອົາ ຣະບຽບກົດໝາຍ ພວກເຮົາມາເວົ້າ".

ທ່ານຍັງໄດ້ເວົ້າເຖິງຕອນທີ່ທ່ານ ເປັນເຈົ້າແຂວງ ຫຼວງພຣະບາງ ກໍເຈັບຫົວສົມຄວນ ຈັບສົ່ງໄປແລ້ວ ກໍກັບມາຄືເກົ່າ ແຂວງອື່ນກໍເປັນຄືກັນ. ອັນນີ້ຕ້ອງໄດ້ເວົ້າກັນ ເພື່ອແກ້ໄຂ ທ່ານວ່າ ທ່ານໄດ້ໄປ ຫລາຍປະເທດ ເພື່ອຖອດຖອນບົດຮຽນ ດັ່ງກ່າວ:

"ດຽວນີ້ບໍ່ແມ່ນຈະເອົາ ປະເທດນັ້ນນີ້ ເພື່ອມາເປັນຕົວຢ່າງ ແຕ່ວ່າຂ້າພະເຈົ້າ ກະໄປແລກປ່ຽນ ໄປຫລາຍປະເທດ ໄທ ນີ້ເພິ່ນຢູ່ໃນກົດໝາຍ ເລີຍໃດ໊ ບໍ່ໃຫ້ຄົນຕ່າງປະເທດ ໄປນັ່ງຂາຍ ເຄື່ອງຢູ່ໜ້າ ຮ້ານ ຫລືຢູ່ຕລາດ ເພິ່ນສງວນໃຫ້ຄົນໄທ".

ຄົນງານຕ່າງປະເທດຢູ່ລາວ ທີ່ວ່ານັ້ນ ມີທັງມາຕັ້ງຮ້ານຂາຍເຄື່ອງ ຢູ່ຕລາດ ໜ້າຮ້ານ ຢູ່ຕາມສະຖານທີ່ຕ່າງໆ ເຮັດເສີມສວຍ ເຮັດເລັບ ເຄື່ອນທີ່ເລາະຕາມບ້ານ ຕັ້ງຮ້ານບໍຣິການຕ່າງໆ ຮວມທັງ ຮ້ານເສີມສວຍ.

ໃນແກ້ໄຂບັນຫາດັ່ງກ່າວ ຂ່າວທາງການລາວ ເມື່ອບໍ່ດົນມານີ້ ຣະບຸວ່າ, ນັບແຕ່ເດືອນກັນຍາ ຫາເດືອນ ພຶສຈິກາ 2017  ຄົນຕ່າງດ້າວ ທີ່ເຂົ້າມາ ທຳມາຫາກິນ ແບບບໍ່ຖືກຕ້ອງຢູ່ໃນລາວ ຈະຕ້ອງ ໄປຂຶ້ນທະບຽນ ແລະເຮັດບັດອະນຸຍາດ ເຮັດວຽກຊົ່ວຄາວ ບໍ່ດັ່ງນັ້ນກໍຈະຖືກ ປະຕິບັດຕາມ ຣະບຽບກົດໝາຍ ຫລືຈະຖືກໃຫ້ອອກນອກ ປະເທດ ຊຶ່ງກໍເປັນສ່ວນນຶ່ງ ຂອງຄວາມພຍາຍາມ ຂອງ ຣັຖບານລາວ ໃນການ ຄຸ້ມຄອງ ຄົນງານຕ່າງດ້າວ ຢ່າງເຄັ່ງຄັດ.

ການຂຶ້ນທະບຽນຄົນງານຕ່າງດ້າວ ຄັ້ງນີ້ ຖືວ່າເປັນຄັ້ງທີ 2 ທີ່ດໍາເນີນກັນແບບ ເປັນຂະບວນ ໃນທົ່ວປະເທດ ແລະກໍມີຂຶ້ນພາຍຫລັງ ທີ່ມີສຽງຈົ່ມ ຈາກປະຊາຊົນ ທີ່ວ່າມີຄົນງານ ຕ່າງດ້າວ ໂດຍສະເພາະ ຄົນຈີນ ຄົນວຽດນາມ ເຂົ້າມາຍາດແຍ່ງ ວຽກງານຂອງ ຄົນລາວ ເຮັດໃຫ້ຄົນລາວ ຫລາຍຄົນ ໃນທຸກມື້ນີ້ ແຮ່ງຫາເຮັດວຽກຍາກຂຶ້ນ ແລະຫລາຍຄົນຫລັ່ງໄປ ເຮັດວຽຢູ່ໄທ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ແຮງງານໃນແຂວງ ພາກໃຕ້ທ່ານນຶ່ງ ເມື່ອໄວໆມານີ້.



__________________
Anonymous

Date:
Permalink   
 

ຮັດເຂົ້າຄືງູເຫຼືອມຮັດໝາ !

 



__________________
Anonymous

Date:
Permalink   
 

ການດຳເນີນການກືນກິນປະເທດລາວແບບຖືກຕ້ອງຕາມກົດຫມາຍ

  

ທຸກຮູບການຊ່ອຍເຫຼືອທີ່ມາຈາກຫວຽດນາມ

ທັງຫມົດແມ່ນກຳໄລທີ່ໄດ້ມາຈາກການຂົນເອົາຊັບສິນຂອງຊາດລາວສົ່ງອອກໄປຂາຍຕ່າງປະເທດ

ການທີ່ພັກລັດຂອງລາວຍອມຮັບເອົາການຊ່ອຍເຫຼືອສ້າງສະພາຫລັງໃຫມ່ນັ້ນ

ແມ່ນການຕົກຫລຸມພາງຂອງຫວຽດນາມ ແບບດີ້ນບໍ່ອອກ

ເຫມືອນປາທີ່ຕິດເບັດ ເຫມືອນສັດປ່າທີ່ຕິດແຮ້ວ

ເຂົາຈະນຳມາທວງຖາມເອົາຫນີ້ສິນບຸນຄຸນ ແລ້ວພວກພັກລັດໃນສະພາກໍຈະຕ້ອງໄດ້ຍອມປະຕິບັດຕາມ.

ແລ້ວກໍຈະອອກກົດຫມາຍອະນຸຍາດຕາມທີ່ຫວຽດນາມຮຽກຮ້ອງໄປຫມົດທຸກຢ່າງ

ແບບຖືກຕ້ອງຕາມກົດຫມາຍທຸກຢ່າງ !!!

ແລະນັ້ນຄືການເປັນຂີ້ຂ້ອຍຂອງຫວຽດນາມຢ່າງສົມບູນແບບ !!!

ການກືນກິນປະເທດລາວກໍ ຖືກຕ້ອງຕາມກົດຫມາຍຄົບທຸກປະການ.

ການກິນສີນບົນແບບບໍ່ເລືອກ ຂໍແຕ່ໃຫ້ກູໄດ້ເປັນພໍ

ກໍເຫມືອນກັບປາທີ່ເຫັນເຍື່ອ ສວບບໍ່ໃຫ້ເຫລືອ

ສຸດທ້າຍກໍຕິດເບັດ...ກາຍເປັນອາຫານຂອງຜູ້ອື່ນໄປ !

ເຖິງພວກຜູ້ນຳພາປະເທດທັງຫລາຍ ...

ພວກທ່ານຈະຮັກສາປະເທດລາວໄວ້ໃຫ້ລູກໃຫ້ຫລານລາວໄດ້ຫລືບໍ່​ ?

ເພາະທາງຂັ້ນສູງຂອງພວກທ່ານກຳລັງ ບໍລິຫານປະເທດແບບທີ່ຄົນອື່ນເຂົາບໍ່ເຮັດກັນ.

 

 

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard