ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລັດຖະບານ ເລັ່ງກວດຄືນທາງທີ່ບໍ່ໄດ້ມາດຕະຖານ
Anonymous

Date:
ລັດຖະບານ ເລັ່ງກວດຄືນທາງທີ່ບໍ່ໄດ້ມາດຕະຖານ
Permalink   
 


ບໍລິສັດຮັບເໝົາ-ກໍ່ສ້າງທາງ ກຽມເຈັບໂຕ!!!

ເພາະລັດຖະບານເລັ່ງກວດຄືນທາງທີ່ບໍ່ໄດ້ມາດຕະຖານ

Screen%2BShot%2B2017-11-05%2Bat%2B20.26.

 

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມດໍາເນີນໃນປັດຈຸບັນນີ້ ວ່າ: ລັດຖະບານພວມເລັ່ງກວດຄືນບັນດາໂຄງ ການກໍ່ສ້າງເສັ້ນທາງທີ່ບໍ່ໄດ້ມາດຕະຖານ ແລະ ມີລາຄາສູງເກີນຄວາມເປັນຈິງ ເພື່ອແກ້ໄຂໃຫ້ສອດ ຄ່ອງຕາມຫລັກການ ແລະ ລະບຽບກົດໝາຍ, ພາຍຫລັງເຫັນວ່າສະພາບການ​ກໍ່ສ້າງ​ເສັ້ນທາງຢູ່ປະເທດເຮົາແມ່ນມີ​ມູນ​ຄ່າ​ສູງ, ຂາດ​ຄຸນ​ນະພາ​ບ ອັນໄດ້​ເຮັດ​ໃຫ້​ລັດ​ເສຍຜົນ​ປະ​ໂຫຍ​ດ ແລະ ສະເໜີໃຫ້ລັດຖະບານແກ້ໄຂຢ່າງຮີບດ່ວນ.

Screen%2BShot%2B2017-11-05%2Bat%2B20.27.

 

ການກໍ່ສ້າງເສັ້ນທາງໃນຜ່ານມາແມ່ນ​ມີ​ມູນ​ຄ່າ​ສູງ​ເກີນ​ຄວາມເປັນ​ຈິງ ​ແລະ ຄຸນ​ນະພາ​ບພັດ​ຕໍ່າ​ເກີນ​ຄວາມ​ສາມາດ​ທີ່​ຈະ​ສຳນຶກ, ຍ້ອນ​ໄລຍະ​ຜ່ານ​ມາ​ການ​ກໍ່ສ້າງ​ເສັ້ນທາງຢູ່​ປະ​ເທດ​ເຮົາໄດ້ມີການ​ຈັດ​ປະ​ເພດດັ່ງນີ້:

ປະ​ເພດ​ທີ 1: ແມ່ນ​ໂຄງການ​ນອກ​ແຜນ (​ເອກະ​ຊົນ​ຂໍ​ລົງທຶນ​ກ່ອນ) ເຊິ່ງບໍ່​ມີ​ການ​ສຳ​ຫລວດ​ຕາມ​ມາດຕະຖານ​ຕາມ​​ວິຊາ​ການ​ໃດໆ, ໝາຍວ່າ ຜູ້​ກໍ່ສ້າງ​ສຳ​ຫລວດ​ເອງ, ອອກ​ແບບ​ເອງ, ກຳນົດ​ລາຄາ​ຫົວໜ່ວຍ​ເອົາ​ເອງ.

ປະ​ເພດ​ທີ 2: ແມ່ນມີຢູ່​ໃນ​ແຜນ​ແຕ່​ພຽງ​ເປັນ​ແຜນ​ຢາກ​ກໍ່ສ້າງ, ໝາຍວ່າມີ​ຢູ່​ໃນ​ແຜນການ​ໄລຍະ​ຕ່າງໆ​ຂອງ​ແຂວງ, ໂດຍ​ອ້າງ​ວ່າ​ຄະນະ​ປະຈຳ​ຕົກລົງ ແລະ ບາງໂຄງການອາດ​​ມີ​ຢູ່​ໃນ​ກະຊວງ, ​ມີ​ການ​ສຳ​ຫລວດ​ອອກ​ແບບ​ໄວ້​ແລ້ວແຕ່​ບໍ່​ທັນ​ມີ​ທຶນ, ບໍ່​ທັນ​ມີ​ໃນ​ແຜນ​ງົບປະມານ ແລະ ຜູ້ຮັບ​ເໝົາ​ກໍ່ສ້າງ​ຂໍ​ລົງທຶນ​ ກ່ອນແລ້ວ​ໃຫ້​ຊຳລະ​ຕາມ​ຫລັງ​, ​ເພາະ​ຜູ້​ຮັບ​ເໝົາ​ມີ​ເງິນ​ແລ້ວ, ​ແຕ່​ເມື່ອ​ໄດ້​ຮັບອະນຸ ຍາດ​ຕົກລົງແລ້ວ​ຊ້ຳພັດ​ເອົາ​ໃບ​ຕົກລົງ​ໄປ​ຢືມ​ທະນາຄານ​ມາ​ສ້າງບໍ່​ມີການ​ປະມູນ, ສວຍໂອກາດຍົກ​ລາຄາ​ສູງຂຶ້ນ​ເພື່ອ​ໄວ້​ເພາະ​ລັດ​ຕິດ​ໜີ້, ພ້ອມທັງຫລຸດປະລິມານ ແລະ ​​ຄຸນ​ນະພາ​ບຕໍ່າລົງ ແລະ ໃນທີ່ສຸດທະນາຄານ​ທີ່​ໃຫ້​ກູ້​ກໍຕົກຢູ່ໃນສະພາບກາຍເປັນ​ໜີ້​ເສຍ.

Screen%2BShot%2B2017-11-05%2Bat%2B20.27.

ປະ​ເພດ​ທີ 3: ແມ່ນມີ​ໃນ​ແຜນ, ມີ​ການ​ອອກ​ແບບ, ມີ​ການ​ກຳນົດ​ຫົວໜ່ວຍ​ລາຄາ, ມີ​ງົບປະມານ, ​ແຕ່​ບໍ່ພໍ​ຈິງໄດ້ແບ່ງ​ອອກ​ເປັນ​ຫລາຍ​ປີ, ເມື່ອ​ກໍ່ສ້າງ​ໄປ​ກໍວ່າບໍ່​ມີເງິນ​ພໍ, ມີການຂຶ້ນລາຄາ​ຫົວໜ່ວຍ, ​ເຮັດ​ວຽກ​ເພີ່ມ, ຕັດ​ມາດຕະຖານ​ລົງ, ຖ້າ​ລັດ​ຕິດ​ໜີ້​ຊຳລະ​ບໍ່​ໄດ້​ຕາມ​ແຜນຜູ້​ຮັບ​ເໝົາ​ກໍ​ຈະຮຽກຮ້ອງ ຫລື ​ຂໍ​ສິດ​ພິ​ເສດ​ຕ່າງໆ​ນາໆ. ສຸດທ້າຍມາກໍ​ເປັນ​ການ​ສ້າງ​ໜີ້​ໃຫ້​ລັດຖະບານ​​ຕື່ມອີກ ແລະ ບັນດາ​ບັນຫາເຫລົ່າ​ນີ້, ຈຶ່ງເປັນສາເຫດ ພາ​ໃຫ້​ໂຄງການ​ກໍ່ສ້າງ​ເສັ້ນທາງຢູ່ປະເທດ​ເຮົາຕົກໃນ​ສະພາບເຊັ່ນ​ນີ້ ແລະ ຍັງ​ໄຄ​ແດ່​ແຕ່​ໂຄງການ​ຊ່ວຍ​ເຫລືອຂອງ​ຕ່າງປະ​ເທດ ​ເພາະເຂົ້າເຈົ້າຈະເປັນຜູ້​ຄວບ​ຄຸມ​ຕາມ​ມາດ​ຕະຖານ​ຂອງ​ເຂົາ.

ດັ່ງນັ້ນ, ນັບ​ແຕ່​ເດືອນ​ເມສາ 2016 ເປັນຕົ້ນມາ​ນີ້, ລັດຖະບານ​ໄດ້​ຢຸດຕິ​​ບັນດາ​ໂຄງການທີ່ນອນໃນ​ປະ​ເພດ 1, 2 ທັງໝົດ ແລະ ກວດກາ​ຄືນ​​ບັນດາ​ໂຄງການ​ປະ​ເພດ​ທີ 3. ສ່ວນການ​ຊຳລະ​ໜີ້​ກໍ​ໄດ້​ກວດຄືນ ແລະ ແຍກ​​ແລ້ວ, ເຊິ່ງປະເພດນອກ​ແຜນນອກ​ຫລັກການ​ແມ່ນ​ບໍ່​ທັນ​ນອນ​ໃນ​ບັນຊີຊຳລະ​ໜີ້​ເທື່ອ. ໃນກໍລະນີ​ໂຄງການ​ໃນ​ແຜນ​, ແຕ່​ກວດ​ເຫັນ​ຄວາມ​ຜິດ​ປົກກະຕິ​ຕ່າງໆ​ແມ່ນ​ຕ້ອງ​ກວດຄືນ ແລະ ​ຈະ​ຊຳລະ​ສະ​ສາງ​ໄດ້​ກໍ​​ຕໍ່ເມື່ອ​ເຫັນ​ວ່າ​ສຳ​ເລັດ​ແທ້, ຖືກຕ້ອງ​ຕາມ​ຫລັກການ, ມູນຄ່າກໍ່ສ້າງມີ​ຄວາມເໝາະສົມ,ຈຶ່ງ​ຈັດ​ເຂົ້າ​ແຜນ​ຊຳລະ​ ​ແລະ ​ໃຊ້​ໜີ້​ຕາມ​ຂະ​ບວນການ​ທີ່​ໂປ່​ງ​ໃສ.

 

 



__________________
Anonymous

Date:
RE: ລັດຖະບານ ເລັ່ງກວດຄືນທາງທີ່ບໍ່ໄດ້ມາດຕະຖານ
Permalink   
 


ເງີນຄັງສຳຮອງບໍ່ເພີ່ມ ຍ້ອນຫຍັງ?

012%2B600x.jpg178.jpg

 

ຕົວຢ່າງໃນປີ 2017 ລາຍຮັບຕົວຈິງຈາກການສົ່ງອອກໂຄງການລົງທຶນໃຫຍ່ເຊັ່ນ: ບໍ່ແຮ່ ແລະເຂື່ອນໄຟຟ້າບໍ່ໄດ້ໂອນເຂົ້າປະເທດ ສະແດງອອກໃນ 6 ເດືອນຕົ້ນປີໄດ້ມີການສົ່ງອອກບໍ່ແຮ່ທັງໝົດ 674,28 ລ້ານໂດລາ ແຕ່ມີການໂອນເງິນເຂົ້າມາຕົວຈິງ 67,55 ລ້ານໂດລາ, ໃນເວລາດຽວກັນການສົ່ງອອກໄຟຟ້າມີສູງເຖິງ 599,79 ລ້ານໂດລາ ແຕ່ໂອນເງິນເຂົ້າປະເທດເຮົາພຽງ 21,99 ລ້ານໂດລາ ເຊັ່ນດຽວກັບການລົງທຶນຕ່າງປະເທດທີ່ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງສະເລ່ຍ 406,5 ລ້ານໂດລາຕໍ່ໄຕມາດໃນປີ 2017 ນີ້ ແຕ່ຈຳນວນເງິນດັ່ງກ່າວບໍ່ໄດ້ໂອນເຂົ້າມາປະເທດລາວ ເປັນພຽງການນຳເອົາສິນຄ້າທຶນ ເພື່ອມາລົງມຶນໃນໂຄງການດັ່ງກ່າວ ຍ້ອນປະເທດເຮົາຍັງບໍ່ສາມາດຜະລິດໄດ້.

 

ສະນັ້ນເພື່ອເຮັດໃຫ້ຄັງສຳຮອງເງິນຕາຕ່າງປະເທດມີຄວາມເຂັ້ມແຂງ ທະນາຄານກາງຈະຕ້ອງໄດ້ລົງເລິກກັບທະນາຄານທຸລະກິດ, ວິສາຫະກິດ ເພື່ອປັບປຸງກົນໄກການຄຸ້ມຄອງກະແສເງິນເຂົ້າ-ອອກໃຫ້ຮັດກຸມກວ່າເກົ່າ ແລະໃຫ້ສອດຄ່ອງກັບລະບຽບກົດໝາຍທີ່ກຳນົດອອກ.

 

5156.jpg

 

 

ຄັງສຳຮອງເງິນຕາຕ່າງປະເທດ (Foreign exchange reserves ຫຼື Forex reserves), ໃນຄວາມໝາຍແຄບ, ແມ່ນ ເງິນຕາຕ່າງປະເທດທີ່ຝາກຢູ່ ຫຼື ຖືໂດຍ ທະນາຄານກາງ ແລະ ອົງການການເງິນລັດ. ແຕ່ໃນຕົວຈິງ, ຄຳສັບດັ່ງກ່າວແມ່ນຖືກໃຊ້ເພື່ອໝາຍລວມທັງເງິນຕາຕ່າງປະເທດ, ຄຳ, SDR ອີກ. ຄັງສຳຮອງເງິນຕາຕ່າງປະເທດ ແມ່ນ ມີໄວ້ເພື່ອຊຳລະຄ່ານຳເຂົ້າ, ໜີ້ຕໍ່ຕ່າງປະເທດ ແລະ ຮັບປະກັນສະຖຽນລະພາບຂອງເງິນຕາຂອງປະເທດ. ສ່ວນຫຼາຍ ບັນດາປະເທດໃນໂລກ ຈະມີຄັງສຳຮອງເງິນຕາຕ່າງປະເທດເປັນເງິນໂດລາສະຫະລັດ ແຕ່ກໍ່ຍັງມີກໍລະນີເປັນເງິນເອີໂຣ ແລະ ເງິນເຢັນອີກ. ເຖິງແມ່ນວ່າ ຈະບໍ່ມີຄວາມເຫັນເອກະພາບກັນ ຂອງນັກວິຊາການວ່າ ລະດັບຄັງສຳຮອງເງິນຕາຕ່າງປະເທດ ຂອງປະເທດໃດໜຶ່ງຄວນຈະແມ່ນເທົ່າໃດ, ແຕ່ໂດຍທົ່ວໄປ ວ່າກັນວ່າ ມັນຈະຕ້ອງຫຼາຍກວ່າມູນຄ່ານຳເຂົ້າສາມເດືອນ ຫຼື ມູນຄ່າໜີ້ໄລຍະສັ້ນສິບຫ້າປີ.

 

 



__________________
Anonymous

Date:
ລັດຖະບານ ເລັ່ງກວດຄືນທາງທີ່ບໍ່ໄດ້ມາດຕະຖານ
Permalink   
 


ທຸລະກິດຄອບຄົວ ບໍລິສັດຮັບເໝົາ-ກໍ່ສ້າງທາງ. ຕະກຸນ ໄຊຍະສອນ

ໂຄງການໃຫ່ຍໆ ທ່ານ ຈຸມມະລີ ກໍຈະໃຫ້ລຸກຫລານໂຕເອງ ເປັນຜຸ້ຮັບເໝົາກໍ່ສ້າງ

ທະຖົນຫົນທາງກໍເລີຍບໍ່ໄດ້ມາດຕະຖານ ເພາະພວກນີ້ບໍ່ໄດ້ຮຽນຮູ້ປະສົບການມາໃນດ້ານນີ້

09.jpg

04.jpg06.jpg08.jpg05A.jpg



Attachments
__________________
Anonymous

Date:
RE: ລັດຖະບານ ເລັ່ງກວດຄືນທາງທີ່ບໍ່ໄດ້ມາດຕະຖານ
Permalink   
 


ກວດໄປຖືກເກີບໃຫຍ່ ຢູ່ທັນທີ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard