ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເອື້ອຍແລະຫລານ ທີ່ເສຍຊີວິແບບບໍ່ຍຸດຕິທຳ
Anonymous

Date:
ເອື້ອຍແລະຫລານ ທີ່ເສຍຊີວິແບບບໍ່ຍຸດຕິທຳ
Permalink   
 


ເລື່ອງສຸດເສົ້າ ຈາກຈຳປາເມືອງລາວ ຜູ້ໃຊ້ເຟສບຸກ ຈຳປາເມືອງລາວ ໄດ້ເລົ່ຄວາມໃນໃຈຜ່ານສື່ສັງຄົມອອນລາຍ ເອື້ອຍແລະຫລານ ທີ່ເສຍຊີວິແບບບໍ່ຍຸດຕິທຳ ໂດຍໄດ້ໂພສອະທິບາຍໃຈຄວາມໄວ້ວ່າ:
#ສະບາຍດີທຸກຄົນຂ້າພະເຈົ້າໃນນາມນ້ອງສາວແລະຜູ້ສຸນເສຍເອຶ້ອຍຜູ້ເປັນທີ່ຮັກ.

23517791_1993148267639973_2572568502059523380313_1993147990973334_1106233745116923435274_1993148057639994_15288836520242

ເລຶ່ອງມີຢູ່ວ່າເອຶ້ອຍຂອງຂ້າພະເຈົ້າໄປເກີດລູກຢູ່ໂຮງຫນໍແຂວງສະຫວັນນາເຂດຕອນບ່າຍ1ໂມງຂອງວັນ8ເດຶອນ11.2017.ເນຶ່ອງຈາກວ່າບ້ານຂອ້ຍເປັນເມຶອງນ້ອຍໂຮງໝໍເມຶອງກໍ່ມີແຕ່ບໍ່ທັນສະໄຫມຍ້ານບໍ່ປອດໄພອີກຍ່າງເອຶ້ອຍຂອ້ຍກະນ້ຳຄາວປາແຕກແຕ່

ຕອນເຊົ້າແຕ່ບໍ່ເຈັບທ້ອງຈິງຕັດສິນໄຈມາໂຮງໝໍແຂວງພໍມາຮອດແພດກໍ່ຊອບຖາມຝາກທ້ອງຢູ່ໄສຕະຫຼອດໄລຍະຜ່ານມານັບແຕ່ຖຶພາມາກໍ່

ມາຟາກທ້ອງຢູ່ແຂວງຫຼັງຈາກນັ້ນກະໄປກວດເລຶອດລະຕົກລົງນອນໂຮງໝໍຕິດຕາມອາການແພດບອກວ່າຖ້າບໍ່ເຈັບທ້ອງມີແຕ່ສັກຢາຊວນເບັ່ງໄຫ້.ແລະຫຼັງຈາກນັ້ນຮອດ9ໂມງກາງຄຶນເອຶ້ອຍກະເລີ່ມເຈັບທ້ອງແພດກໍ່ມາກວດເບີ່ງວ່າຫນົດລູກພວມເປີດ. ຮອດ3ໂມງຂອງວັນທີ9ເອຶ້ອຍເລີ່ມເຈັບແຮງຂໍຜ່າຕັດໄດ້ບໍແພດມາກວດອີກວ່າຫນົດລູກເປີດ6ຊັງແລ້ວເກິດທຳມາຊາດໄດ້ຢູ່ເອົາເຂົ້າຫ້ອງປະສູດເລີຍຫຼັງຈາກເຂົ້າປະສູດໄດ້2໌ຊົ່ວໂມງກໍ່ຍັງບໍ່ເກີດອ້າຍເຂີຍຂ້ອຍເລີຍຖາມວ່າເປັນແນວໃດຊີເກີດແລ້ວບໍ່ພວກຂ້ອຍລໍຖ້າຍູ່ນອກແພດວ່າເປີດ10ຊັງແລ້ວ7ໂມງເຊົ້າຄຶຊິເກີດ.ຮອດ6ໂມງເຊົ້າເອຶ້ອຍຂ້ອຍເຈັບແຮງຮອ້ງທຸລົນທຸລາຍອ້າຍເຂີຍຂໍເຂົ້າໄປຫ້ອງຄອດເບີ່ງເອຶ້ອຍຂ້ອຍເມຶ່ອຍແຮງເອຶ້ອຍວ່າຊອ່ຍຂ້ອຍແນ່ຊອ່ຍຂ້ອຍແນ

ປາດໄຫ້ແນ່ຂອ້ຍຊິຕາຍແລ້ວ.່ແລະອ້າຍເຂີຍຂອ້ຍຂໍອົກຊີມາໃສ...່ເອຶ້ອຍວ່າປາດໄຫ້ແນ່ບໍ່ປາດຂ້ອຍຕາຍໂລດບໍ່ໄຫວແລ້ວ.ແພດກະບໍ່ວ່າແນວໄດຍັງສັ່ງເບັ່ງລູກຢູ່.ຮອດ7ໂມງເຊົ້າຍັງບໍ່ມີທີທ່າວ່າຊິເກີດແພດເລີຍປຶກສາກັນວ່າຊິປາດໄຫ້...້ກອ່ນຊິປາດມີແພດຄົນ1ເວົ້າອອກມາວ່າພວກເຈົ້າມີຊ່ອງຂາວແລ້ວບໍ່ຫນາຍເຖິງຊ່ອງ

ໃສ່ເງິນບໍ່ຂ້ອຍກະບໍ່ເຂົ້າໃຈແລ້ວແພດກະຢ່າງສວ່ນກັນໄປສວນກັນມາຈົນຮອດ8ໂມງແລ້ວແພດກໍ່ເອົາໃບຜ່າຕັດມາໄຫ້ອ້າຍເຂີຍຂ້ອຍເຊັນຫຼັງຈາກນັ້ນອີກ20ນາທີແພດກໍ່ຍູ້ເອົາເອຶ້ອຍຂອ້ຍເຂົ້າຫອ້ງປາດເອຶ້ອຍກະໃຈຂາດແພດຖາມອ້າຍເຂີຍວ່າລູກເຈົ້າ50.50.ຊິເອົາບໍ່ອ້າຍເຂີຍວ່າເອົາ..ປາດອອກມາຫຼານຂ້ອຍຕາຍແລ້ວ..ຫຼັງຈາກເອຶ້ອຍຂອ້ຍຕາຍ..ແພດກະຍູ້ມາໄວ້ຫ້ອງດັບຈິດແພດຖາມອີກວ່ພວກເຈົ້າມີລົດແລ້ວບໍ່ຄັນບໍ່ມີລົດ..ຄັນເອົາລົດໂຮງຫນໍແມນ່ຈ້າງ2ລ້ານຄ່ານຳສົ່ງຕອນນັ້ນຂອ້ຍກະຍັງຊອ໊ກກັບເຫດການບໍ່ທັນຄິດວ່າຊີເອົາແນວໄດດີ.ພໍດີມີດອ້ກເຕີ້ຄົນ1ຍ່າງມາບອກວ່າຊິເອາລົດໂຮງຫນໍນຳສົ່ງໄຫ້ບໍ່ເອົາເງິນໄນລະຫວ່າງລໍຖ້າພີນ້ອງຂ້ອຍມາແຕ່ເອຶ້ອຍເສຍຈົນຮອດ12ໂມງ...ບໍ່ເຫັນຫນ້າແພດຫຼຶທ່ານຫນໍມາຖາມຈັກຄຳຈົນເອົາສົບຂຶ້ນລົດຢາກຂໍຄຳເຫັນຈາກເພຶ່ອນໆວ່າກໍລະນີເປັນແບບນີ້ຊິເຮັດແນວໃດຂ້າພະເຈົ້າເລົ່າຕາມເຫດການ

ຈິງບໍ່ໄດ້ເວົ້າໄສ່ຮ້າຍປ້າຍສີໄຜໃນໃຈຂ້າພະເຈົ້າອອກມາເວົ້າເລົ່າເຫດການກໍ່ເພຶ່ອເປັນອຸທາຫອນບໍ່ຢາກໄຫ້ສູນເສຍຄຶຄອບຄົວຂອງຂ້າພະເຈົ້າແລະຍາກໄຫ້

ແພດຫນໍເອົາໄຈໄສ່ຊິວິດຄົນເຈັບແນ່ຖຶກຄອບຄົວໃຜສູນເສຍຄົນທີ່ເຮົາຮັກໄປມັນເຈັບປວດທໍລະມານຊ່ຳໄດແລະເຈັບປວດທີສຸດ
ມາລ້ຽງຫຼານກ່ຳຜ້າອີກ3ຄົນ.😭😭.ຫວັງວ່າເລຶ່ອງລາວທີເກິດຂຶ້ນກັບຄອບຄົວຂ້າພະເຈົ້າຄົງເປັນອຸທາຫອນ
ເຕຶ່ອນສະຕີໄຫ້ຫຼາຍໆຄອບຄົວທີ່ກຽມເປັນແມ່ຄົນແລະຈົ່ງມີສະຕິຢ່າຖຶເບົ່າ
ສຸດທ້າຍຂອບໄຈທຸກຄົນທີອ່ານເລຶ່ອງລາວຈົນຈົບ. 🙏🙏🙏🙏🙏🙏ແຊໄປໄຫ້ໂລກຮັບຮຸ້ແລະເປັນອຸທາຫອນເພຶ່ອໄຫ້ມີສະຕິ..



__________________
Anonymous

Date:
Permalink   
 

ນີ້ລະຄຳເກົ່າໂບຮານເພິ່ນວ່າ ຄົນລວຍບໍ່ໄດ້ເຂົ້າຄຸກ ຄົນທຸກນອນຖ້າມື້ຕາຍ ເຈັບຊິຕາຍຢູ່ແລ້ວຍັງຖາມຫາຊອງ ຖ້າທ່ານຫມໍດີແທ້ ເປັນຫຍັງບໍ່ຊ່ວຍເອົາຊີວິດຄົນເຈັບໄວ້ກ່ອນ ເປັນຫຍັງເມີນເສີຍກັບຫນ້າທີ່ຮັບຜິດຊອບຂອງຕົນ ເລື່ອງຊອງຂາວຊອງດຳ ມັນມີຫມົດທຸກໆຄົນ ບໍ່ມີດອກຄືເ້ເຕ່ເກົ່າແຕ່ຫລັງໄປໂຮງຫມໍກັບມາຊື່ໆແບບທີ່ຕົນບໍ່ໄດ້ເສຍຫຍັງ ເລື່ອງແບບນີ້ຖ້າເຮັດຫນ້າທີ່ຫມໍສູດຄວາມສາມາດຂອງຕົນ ຍາດຕິພີ່ນ້ອງຄົນເຈັບພູມໃຈເຂົາເຈົ້າຈະສົມມະນາບຸນຄຸນເຈ້າແນ່ນອນ( ຂ້ອຍຜ່ານມາແລ້ວແບບນີ້)ເອື້ອຍຂ້ອຍກັບຫລານເກືອບບໍ່ລອດ ຕອນຜ່າຕັດອອກມາ ເດັກທີ່ເກີດກໍ່ຜິດປົກກະຕິ ເວ້າຂໍອະນຸຍາດ ຫຳເດັກນ້ອຍຊຳ່ກັບຫມາກປຸ້ງ



__________________
Anonymous

Date:
Permalink   
 

ແມ່ນໆ ເຫດການແບບນີ້ເກີດຂື້ນຫຼາຍບ່ອນ ເກືອບເວົ້າໄດ້ວ່າ ທຸກໆແຂວງຂອງລາວເລີຍ. ຍ້ອນຜູ້ທີ່ປະຕິບັດໜ້າທີ່ ເຫັນແກ່ ເງິນ ຫຼາຍກວ່າຊີວິດ ຖ້າຜູ້ປ່ວຍ ບໍ່ມີເງິນໃສ່ຊ່ອງໃຫ້ເຂົາ ເຂົາກໍບໍ່ຢາກໃສ່ໃຈນຳຄົນປ່ວຍ.. ໂຮງໝໍບາງແຫ່ງ ທ່ານໝໍບາງຄົນ. ທັງໆມີຄົນເຈັບຮ້ອງໄຫ້ ຮ້ອງໂຫຍ ເພື່ອໃຫ້ແພດມາຍື້ຊີວິດ ນ້ຳຕາຂອງຍາດພີ່ນ້ອງໄຫລ່ອອກມາເມື່ອເບີ່ງຄົນປ່ວຍ ຍ້ອນບໍ່ມີເງິນໃສ່ຊ່ອງ. .ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງກວດກາ ແກ້ໄຂແລະວາງມາດຕະການເດັດຂາດນຳຄົນທີ່ມີພຶດຕິກຳແບບນັ້ນ

_______________________________________________________

ຄົນທີ່ມາຮຽນເປັນແພດຫມໍທຸກມື້ນີ້ ມັນບໍ່ໄດ້ມີອຸດົມການວ່າຊິມາຊ່ວຍເຫລືອປິນປົວຄົນດອກ ມັນຢາກເປັນແພດ ເພາະວ່າມັນໄດ້ເງິນຫລາຍ ມັນຄິດແຕ່ທໍນີ້ແລະ ເວົ້າມາລະຍາວໂລດ ເລື່ອງພວກຈິດສຳນືກຕຳ



__________________
Anonymous

Date:
Permalink   
 

ຂໍສະແດງຄວາມເສົ້າສະຫລົດໃຈນຳ ແລະຂໍສົ່ງຄຳຕິນິໄປຫາແພດໝໍ

ຂອງໂຮງພະຍາບານແຫ່ງນັ້ນ !



__________________
Anonymous

Date:
Permalink   
 

ລັກສະນະແບບນີ້ ແມ່ນ ທ່ານໝໍ ວາງແຜນເຈາະເອົາ ໄຂຫລັງ,ແລະໄຕ ສອງແມ່ລູກນີ້

ຂາຍສົ່ງໃຫ້ ຫວຽດນາມແລະຈີນ



__________________
Anonymous

Date:
Permalink   
 

Anonymous wrote:

ລັກສະນະແບບນີ້ ແມ່ນ ທ່ານໝໍ ວາງແຜນເຈາະເອົາ ໄຂຫລັງ,ແລະໄຕ ສອງແມ່ລູກນີ້

ຂາຍສົ່ງໃຫ້ ຫວຽດນາມແລະຈີນ


 ທ່ານໝໍບ້ານເຮົຄົງບໍ່ເຖື່ອນປານນັ້ນ



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:

ລັກສະນະແບບນີ້ ແມ່ ທ່ານໝໍ ວາງແຜນເຈາະເອົາ ໄຂຫລັງ,ແລະໄຕ ສອງແມ່ລູກນີ້

ຂາຍສົ່ງໃຫ້ ຫວຽດນາມແລະຈີນ


 ທ່ານໝໍບ້ານເຮົຄົງບໍ່ເຖື່ອນປານນັ້ນ


 ຢ່າວ່າແຕ່ໝໍເລີຍຢູ່ບ້ານເຮົາ ຜຸ້ນຳປະເທດແທ້ໆ ຍັງເປັນຄົນເຖື່ອນ,ບັກ ໄກສອນ,ບັກໝູຮັກ,ບັກ ບຸນຍັງ, ພວກນີ້ບໍ່ໄກ້ເກີດ

ຢູ່ແຜ່ນດິນລາວ, ເຂົາເປັນຄົນເຖື່ອນທັງນັ້ນ....!



__________________
Anonymous

Date:
RE: ເອື້ອຍແລະຫລານ ທີ່ເສຍຊີວິດແບບບໍ່ຍຸດຕິທຳ
Permalink   
 


ໃນຖານະເປັນຄົນລາວຜູ້ຫນຶ່ງ ເຖິງວ່າຈະຢູ່ນອກປະເທດກໍຕາມ

ຂພຈ ຂໍສະແດງຄວາມເສົ້າສລົດໃຈມາຍັງຄອບຄົວ ແລະຍາດຕິພິ່ນ້ອງ

ຂອງຜູ້ທີ່ໄດ້ເສັຍຊີວິດໄປ ດ້ວຍນ້ຳມືຂອງພວກປ່າເຖືອນ ທີ່ມີຈິດໃຈແລະຈັນຍາບັນອັນແສນຈະຕ່ຳຊ້າເຫລົ່ານັ້ນ...

ຂພຈ ຢາກຮູ້ວ່າ ມີຂັ້ນຕອນໃນການຮຽກຮ້ອງເອົາຄ່າເສັຍຫາຍນຳພວກນີ້ໄດ້ບໍ່ ?

ໂຮງຫມໍອອກມາຮັບຜິດຊອບບໍ່ ? ເພາະຈ້າງຫມໍເຮັ່ງຊວຍແບບນີ້ -

ໃບປະກາດຂອງຫມໍພວກນີ້ໄດ້ມາແຕ່ຄອກໃດ ?  ເອົາໄກ່ຈັກໂຕໄປແລກມາ ?

ຖ້າໄດ້ມາຈາກສະຖາບັນໃດ ກໍຂໍໃຫ້ສະຖາບັນນັ້ນລົ້ມເລີກຖອນໃບປະກາດຂອງມັນ

ສ່ວນລະບົບສານຕຸລາການຂອງເມືອງລາວ ກໍອາດເປັນໄປໃນຮູບແບບດຽວກັນນີ້ - ຄົງຈະອາໃສຫຍັງບໍ່ໄດ້

ອີກເທື່ອຫນຶ່ງ ໃນນາມສ່ວນຕົວ ເມື່ອໄດ້ອ່ານເລື້ອງລາວທີ່ເກີດຂື້ນນີ້ແລ້ວ ຂພຈ ກໍອົດບໍ່ໄດ້

ຈຶ່ງໄດ້ອອກມາປະນາມ ການກະທຳທີ່ຊົ່ວຊ້າແບບດັ່ງກ່າວນີ້.

 

 

 

 



__________________
Anonymous

Date:
RE: ເອື້ອຍແລະຫລານ ທີ່ເສຍຊີວິແບບບໍ່ຍຸດຕິທຳ
Permalink   
 


 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard