ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ-ຈີນ ລົງນາມເອກະສານການຮ່ວມມື 17 ສະບັບ
Anonymous

Date:
ລາວ-ຈີນ ລົງນາມເອກະສານການຮ່ວມມື 17 ສະບັບ
Permalink   
 


ລາວ-ຈີນ ລົງນາມເອກະສານການຮ່ວມມື 17 ສະບັບ ມີໂຄງການສ້າງທາງດ່ວນນະຄອນຫລວງວຽງຈັນ ຫາ ວັງວຽງ

23627461_1049660638509934_124965017_o.jp_DSC8418.JPG

 

ພິທີຕ້ອນຮັບ ສະຫາຍ ສີ ຈິ້ນຜິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ສປ ຈີນ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ທຳນຽບປະທານປະເທດ ໃນຕອນບ່າຍຂອງວັນທີ 13 ພະຈິກ 2017, ໂດຍສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ, ຊຶ່ງມີບັນດາສະຫາຍການນຳຂັ້ນສູງ ພັກ-ລັດ ຂອງ ສປປ ລາວ ເຂົ້າຮ່ວມຢ່າງພ້ອມພຽງ. ສະຫາຍ ບຸນຍັງ ວໍລະຈິດ ໄດ້ນຳພາສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ໄປຍັງແທ່ນກຽດຕິຍົດ ເພື່ອເຄົາລົບທຸງຊາດຈີນ, ລາວ ຕາມລຳດັບ; ຕໍ່ຈາກນັ້ນ, ສະຫາຍ ບຸນຍັງ ວໍລະຈິດ ແລະ ສະຫາຍ  ສີ ຈິ້ນຜິງຍ່າງກວດແຖວທະຫານກອງກຽດຕິຍົດກອງທັບ

ປະຊາຊົນລາວ ແລະ ຜູ້ນໍາທັງສອງສະຫາຍໄດ້ຮັບການແນະນໍາຕໍ່ ຄະນະຕ້ອນຮັບທາງການຝ່າຍ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປ ຈີນ ໃນພິທີດັ່ງກ່າວ.

ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍ ບຸນຍັງ ວໍລະຈິດ ແລະ  ສະຫາຍ ສີ ຈິ້ນຜິງ ໄດ້ນໍາພາຄະນະຜູ້ແທນຂັ້ນສູງພົບປະສອງຝ່າຍ, ຊຶ່ງຈັດຂຶ້ນຢູ່ຫ້ອງປະຊຸມ ທີ່ທຳນຽບປະທານປະເທດ.

ພາຍຫຼັງການພົບປະສອງຝ່າຍ, ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ແລະ ສະຫາຍເລຂາທິການ

ໃຫຍ່ ສີ ຈິ້ນຜິງ ໄດ້ເປັນສັກຂີພິຍານໃນການລົງນາມບັນດາເອກະສານການຮ່ວມມື ຈຳນວນ 17  ສະບັບຄື:

 1.ສັນຍາການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ກະຊວງການຕ່າງປະເທດ ສປ ຈີນ ກ່ຽວກັບການເພີ່ມທະວີການຮ່ວມມືໃນສະພາບການໃຫມ່;

 2.ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມກັນກໍ່ສ້າງແລວທາງເສດຖະກິດລາວ-ຈີນ;

 3.ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການເພີ່ມທະວີການພັດທະນາເສັ້ນທາງສາຍໄຫມດີຈີ

ຕອນຂໍ້ມູນຂ່າວສານ ເພື່ອຊຸກຍູ້ການເຊື່ອມຈອດຂໍ້ມູນຂ່າວສານ;

 4.ສັນຍາ ວ່າດ້ວຍການຮ່ວມມືດ້ານວິິທະຍາສາດ ແລະ ເຕັກໂນໂລຊີ;

 5.ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດຕັ້ງປະຕິບັດຮ່ວມໂຄງການໂຕແບບ ໃນການສ້າງສູນຂໍ້ມູນຂ່າວສານຊັບພະຍາກອນນໍ້າແຫ່ງຊາດ ແລະ ການສ້າງແຜນແມ່ບົດການຄຸ້ມຄອງອ່າງຮັບນໍ້າອູ ແລະ ນໍ້າເທີນ-ນໍ້າກະດິງ; 6.ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມກັນຊຸກຍູ້ສ້າງເຂດຕົວແບບພັດທະນາກະສິກໍາຄົບວົງ

ຈອນທີ່ທັນສະໄຫມ;

 7.ບົດບັນທຶກຄວາມເຂົ້າໃຈກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດພື້ນຖານໂຄ່ງລ່າງ;

 8.ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການຊ່ວຍເຫລືອໃນ 3 ປີຕໍ່ຫນ້າ;

 9.ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານພັດທະນາຊັບພະຍາກອນມະນຸດ;

 10.ສານແລກປ່ຽນວ່າດ້ວຍຝ່າຍຈີນເຫັນດີກໍານົດເອົາໂຄງການປັບປຸງ ແລະ ຍົກລະດັບລະບົບ ICT ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ;

 11.ສັນຍາຂອບ ສະຫນອງເງິນກູ້ພິເສດໃຫ້ແກ່ ສປປ ລາວ ເພື່ອຈັດຕັ້ງປະຕິບັດໂຄງການເຂື່ອນໄຟຟ້າ

ຫ້ວຍປາຫລາຍ;

 12.ບົດບັນທຶກຄວາມເຂົ້າໃຈ ການສ້າງຄູ່ຮ່ວມມືຍຸດທະສາດ ດ້ານການຮ່ວມມືໄຟຟ້າ;

 13.ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານການເງິນ ເພື່ອສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງໃນ ສປປ ລາວ;

 14.ສັນຍາເງິນກູ້ພິເສດດອກເບ້ຍຕໍ່າໂຄງການເຂື່ອນໄຟຟ້າຫ້ວຍປາຫລາຍ;

 15.ສັນຍາເງິນກູ້ທຸລະກິດໂຄງການສາຍສົ່ງ 115 (ກິໂລໂວນ) ຊຽງຮ່ອນ-ຫົງສາ;

 16.ສັນຍາຮ່ວມທຶນສ້າງໂຄງການກໍ່ສ້າງທາງດ່ວນນະຄອນຫລວງວຽງຈັນ ຫາບໍ່ເຕັນຕອນທີ I ນະຄອນຫລວງວຽງຈັນ ຫາ ວັງວຽງ;

 17.ສັນຍາເງິນກູ້ທຸລະກິດໂຄງການສາຍສົ່ງ 500/230 KV ອ້ອມນະຄອນຫລວງວຽງຈັນ.

 ນອກນັ້ນ ສປ ຈີນ ຍັງແຈ້ງໃຫ້ການຊ່ວຍເຫຼືອ ສປປ ລາວ 4 ຕື້ຢວນ ໃນໄລຍະ 3 ປີ ຕໍ່ໜ້າ ພ້ອມທັງໃຫ້ການຊ່ວຍເຫຼືອປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນລາວ ໃນ 8 ໂຄງການໃໝ່.

 

 



__________________
Anonymous

Date:
Permalink   
 

ແຮງງານລາວໄປເຮັດວຽກຢູ່ໄທບໍ່ຖືກຕ້ອງຕາມກົດໝາຍ ມີເຖິງ 158 ພັນຄົນໃນປະຈຸບັນ 

680_n.jpg2004_n.jpg6462_n.jpg

 

 

ສ່ວນແຮງງານລາວທີ່ຂ້າມໄປອອກແຮງງານຢູ່ຕ່າງປະເທດ ໂດຍສະເພາະແມ່ນປະເທດໃກ້ຄຽງ(ປະເທດໄທ) ສ່ວນຫຼາຍແມ່ນໄປດ້ວຍຕົນເອງ, ໄປຕາມການຊັກຊວນຂອງໝູ່ເພື່ອນ ຫຼື ຍາດພີ່ນ້ອງ ແລະ ແຮງງານເຫຼົ່ານັ້ນສ່ວນຫຼາຍໄປແບບບໍ່ມີເອກະສານຖືກຕ້ອງ, ຈຳນວນໜຶ່ງມີເອກະສານເດີນທາງແບບທ່ອງທ່ຽວ ແລະ ອີກຈຳນວນໜຶ່ງໄປແບບບໍ່ມີເອກະສານ ຈິ່ງເຮັດໃຫ້ການຫັນເອົາແຮງງານເຫຼົ່ານັ້ນ ເຂົ້າສູ່ກົນໄກການຄຸ້ມຄອງດ້ວຍລະບຽບກົດໝາຍ ແລະ ບົດບັນທຶກຄວາມເຂົ້າໃຈຂອງສອງຝ່າຍມີຄວາມຫຍຸ້ງຍາກ.ຜ່ານການຈັດຕັ້ງປະຕິບັດໃນ 9 ເດືອນ 2017 ຜ່ານມາ, ສາມາດສົ່ງແຮງງານ ໄປອອກແຮງງານຖືກຕາມກົດໝາຍ ຢູ່ປະເທດໄທ 17,372 ຄົນ, ຍິງ 8,321 ຄົນ; ຍີ່ປຸ່ນ 350 ຄົນ ແລະ ໄປ ສ.ເກົາຫລີ ແມ່ນກຳລັງຢູ່ໃນຂັ້ນຕອນການຄັດເລືອກ ບົນພື້ນຖານຂໍ້ຕົກລົງ ຂອງສອງຝ່າຍ ແລະ ມາດຕະຖານດ້ານແຮງງານ ຂອງ ສ. ເກົາຫລີ.ໂດຍອີງຕາມຂໍ້ມູນຢັ້ງຢືນຈາກເຈົ້າໜ້າທີ່ຝ່າຍໄທ, ແຮງງານລາວ ທີ່ເຮັດວຽກບໍ່ຖືກຕ້ອງ ມີປະມານ 158 ພັນຄົນ, ໃນນີ້: ແຮງງານທີ່ມີໜັງສືນາຍຈ້າງຮັບຮອງ ມີ 87 ພັນຄົນ ແລະ ແຮງງານທີ່ກະຊວງແຮງງານໄທສາມາດຢັ້ງຢືນໃຫ້ປັບສະຖານະພາບໃຫ້ອອກແຮງງານຖືກຕ້ອງຕາມກົດໝາຍ(ກຸ່ມບັດສີຊົມພູ) ມີ 71 ພັນກວ່າຄົນ ແລະ ຜ່ານການຈັດຕັ້ງປະຕິບັດ ຂອງເຈົ້າໜ້ທີ່ລາວເຮົາ ແຕ່ເດືອນສິງຫາ ເຖິງ ວັນທີ 12 ຕຸລາ 2017 ສາມາດອອກເອກະສານຢັ້ງຢືນສະຖານະບຸກຄົນໄດ້ 6,460 ຄົນ, ໃນນີ້: ຜູ້ອອກແຮງງານ  6,076 ຄົນ, ຍິງ 3,115 ຄົນ ແລະ ຜູ້ຕິດຕາມ 384 ຄົນ, ຍິງ 179 ຄົນ.



__________________
Anonymous

Date:
Permalink   
 

ຍິນດີນຳຣັຖບານ ສປປ ລາວ ທີ່ຈະໄດ້ຮັບການຊ່ອຍເຫຼືອຢ່າງມະຫາສານ !



__________________
Anonymous

Date:
Permalink   
 

ຈີນກັບຫວຽດບໍ່ເຄີຍໃຫ້ຂອງ ຟຣີ, ໃຫ້ກ່ອນແຕ່ວ່າເອົາຄືນທີ່ຫລັງ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard