ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໂຄງການພລັງງານ-ບໍ່ແຮ່ ຂອງຈີນ ສ້າງ ຜົນກະທົບ
Anonymous

Date:
ໂຄງການພລັງງານ-ບໍ່ແຮ່ ຂອງຈີນ ສ້າງ ຜົນກະທົບ
Permalink   
 


ໂຄງການພລັງງານ-ບໍ່ແຮ່ ຂອງຈີນ ສ້າງ ຜົນກະທົບ

c4ae2ab2-f5e1-44b8-a7fd-ca0ad6e4cf0c.jpe

 

ທາງການລາວ ເຫັນທ່າບວກຈາກການລົງທຶນ ທາງດ້ານພລັງງານແລະບໍ່ແຮ່ ຂອງຈີນ ໃນຂະນະທີ່ ນັກສິ່ງແວດລ້ອມ ຂອງລາວ ຍັງເຫັນວ່າ ຍັງບໍ່ເຫັນປະໂຫຍດ ຫຍັງຫລາຍ ແລະບາງໂຄງການລົງທຶນຂອງຈີນ ກໍສ້າງຜົນກະທົບ ຕໍ່ປະຊາຊົນນຳອີກ.

ເຖິງວ່າການລົງທຶນຂອງຈີນ ໃນຂະແໜງການພລັງງານ ແລະບໍ່ແຮ່ ໃນປະເທດລາວ ມີມູນຄ່າປະມານ 10 ຕື້ໂດລາ, ອີງຕາມຂໍ້ມູນຈາກ ກະ ຊວງພລັງງານແລະບໍ່ແຮ່ ແຕ່ກໍຍັງບໍ່ທັນໃຫ້ຜົນຫຍັງ ແກ່ປະຊາຊົນໂດຍທົ່ວໄປ. ນັກວິຊາການສິ່ງແວດລ້ອມ ຂອງລາວ ທ່ານນຶ່ງ ຜູ້ບໍ່ປະສົງ ອອກຊື່ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 14 ພຶສຈິກາ ນີ້ວ່າ:

"ຄັນພລັງງານແລະບໍ່ແຮ່ ສ່ວນຫຼາຍກະມີແຕ່ຈີນຫັ້ນຫຼະ ໄດ້ຮັບ ນັບແຕ່ນ້ຳອູ1 ຮອດນ້ຳອູ 7 ເບາະ ຫລືວ່າຕ່າງໆເນາະ ລະກະເຂື່ອນຕ່າງໆ ຫັ້ນນະ ມີຫລາຍຢູ່ວະ ແຕ່ກະບໍຣິສັດຈີນ ກັບລາວຮ່ວມກັນ ແຕ່ວ່າມັນກະ ບໍ່ທັນເຫັນຜົນຫຍັງນ່າ ດຽວນີ້ນ່າ ເຮົາບໍ່ສາມາດຊິຕີລາຄາໄດ້".

ໂຄງການເຂື່ອນບາງໂຄງການ ກໍຍັງສົ່ງຜົນກະທົບ ຕໍ່ປະຊາຊົນ ແລະ ການຈ່າຍຄ່າຊົດເຊີຍ ບໍ່ທົ່ວເຖິງ, ດັ່ງນັກວິຊາການ ທ່ານນີ້ ກ່າວຕື່ມ ອີກວ່າ:

"ສ່ວນຫລາຍເລື້ອງການຊົດເຊີຍ ນີ້ມັນກະບໍ່ລະອຽດ ເຕັມເມັດເຕັມໜ່ວຍເດີ ເລື້ອງການຊົດເຊີຍນິເດີ ຊົດເຊີຍພຽງແຕ່ ແລ້ວຮີດແລ້ວຄອງ ຊື່ເດີ ເລື້ອງນີ້ນະເນາະ ຄັນວ່າ ເຂົາຊົດເຊີຍໃຫ້ ເຕັມເມັດເຕັມໜ່ວຍ ຕາມເງື່ອນໄຂມັນແທ້ໆ ເຂົາກະຊິບໍ່ຮ້ອງໂຮ ໂອທະການແທ້ໆດອກ ບາງບ້ານຫັ້ນນ່າ ບາງບ້ານກະຍັງວ່າ ການຊົດເຊີຍ ຜົນກະທົບຫັ້ນ ໃນການສ້າງເຂື່ອນ ຍັງບໍ່ທົ່ວເຖິງຫັ້ນນ່າ".

ໂຄງການລົງທຶນຂອງຈີນ ທີ່ສົ່ງຜົນກະທົບ ຕໍ່ປະຊາຊົນ ກໍຄື: ໂຄງການໂຮງໄຟຟ້າຖ່ານຫີນ ຢູ່ບ້ານຫ້ວຍຄົງ ເມືອງຊຳເໜືອ ແຂວງຫົວພັນ ສົ່ງຜົນກະທົບ ຕໍ່ປະຊາຊົນ 40 ຄອບຄົວ,  ແລະ ປະຊາຊົນອີກ 136 ຄອບຄົວ ຢູ່ເມືອງງອຍ ແຂວງຫລວງພຣະບາງ ກໍໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນນ້ຳອູ 2 ແລະ ຍັງມີອີກຫລາຍໂຄງການ ທີ່ສົ່ງຜົນກະທົບ ຕໍ່ປະຊາຊົນ, ອີງຕາມຂໍ້ມູນ ຈາກປະຊາຊົນ.

ເຈົ້າໜ້າທີ່ສິງແວດລ້ອມທ່ານນີ້ ກ່າວອີກວ່າ: ຍັງມີບໍຣິສັດຈີນ ທີ່ຊື່ວ່າ ລາວຕົງລ້ຽນ ໄດ້ມາສຳຣວດບໍ່ຄຳ ຢູ່ເຂດບ້ານ ກິອວງ-ອາເຕຶງ ທີ່ຂຶ້ນ ກັບເມືອງກະລຶມ ແຂວງເຊກອງ ມາເປັນເວລາ 4 ປີ ແລະ ຈະມີການຍົກຍ້າຍ ຊາວບ້ານ ອອກຈາກພື້ນທີ່ ໂຄງການ.

ເຖີງຢ່າງໃດກໍຕາມທາງການລາວ ກໍເຫັນວ່າການຮ່ວມລາວ-ຈີນ ໃນຂະແໜງການພລັງງານແລະບໍ່ແຮ່ ແມ່ນການເກີດດອກ-ອອກຜົນ ແລະ ປະສົບຜົນສຳເລັດ, ດັ່ງ ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຼີກະຊວງພລັງງານ ແລະບໍ່ແຮ່ ໄດ້ກ່າວ ຕໍ່ນັກຂ່າວ ໃນວັນທີ 7 ພືດຈິກາ ວ່າ:

"ພວກເຮົາມີຄວາມພູມໃຈ ເປັນຢ່ງຍິ່ງ ທີ່ເຫັນວ່າ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວແລະຈີນ ໄດ້ຮັບການກໍ່ສ້າງ ຖະນຸບຳລຸງ ມາເປັນເວລາຍາວນານ ແລະໄດ້ເຕີບໃຫຍ່ ຂະຫຍາຍຕົວ ເກີດດອກອອກຜົນທີ່ງອກງາມ ຕິດພັນກັບຜົນ ສຳເລັດລວມກັບ ການພັທນາ ປະເທດຊາດ ເພື່ອກ້າວຂຶ້ນຂອງລາວ ແລະ ສປ ຈີນ ຢ່າງໜັກແໜ້ນ ຕະຫລອດມາ".

ປັດຈຸບັນ ຈີນເຂົ້າມາລົງທຶນ ທາງດ້ານ ພລັງງານໄຟຟ້າ ຢູ່ປະເທດລາວ ລວມມີ ໂຄງການນ້ຳລີກ 1 ແລະ 2, ໂຄງນ້ຳງື່ມ 5, ນ້ຳງຽບ 3, ນ້ຳງຽບ 2, ໂຄງການເຂື່ອນນ້ຳອູ 1, ເຂື່ອນນ້ຳອູ 2, ເຂື່ອນນ້ຳອູ 5, ເຂື່ອນນ້ຳອູ 6 ແລະ ເຂື່ອນນ້ຳອູ 7. ນອກຈາກນີ້ ຍັງມີໂຄງການ ເຂື່ອນນ້ຳມັງ 1, ໂຄງການນ້ຳທາ 1, ເຊລະນອງ 1, ແລະ ມີເຂື່ອນສ້າງ ຢູ່ແມ່ນ້ຳຂອງອີກ ຄື ຢູ່ ເມືອງປາກແບງ ແຂວງອຸດົມໄຊ ແລະ ຢູ່ ເມືອງ ຊະນະຄາມ ແຂວງວຽງຈັນ. ແລະ ຍັງມີໂຄງການ ກໍ່ສ້າງສາຍສົ່ງ 230 ກິໂລໂວນ ແລະ 500 ກິໂລໂວນ ຢູ່ໃນ 8 ໂຄງການ ຊຶ່ງ ທັງໝົດແມ່ນ ໂຄງການລົງທຶນຂອງຈີນ.



__________________
Anonymous

Date:
RE: ຄງການພລັງງານ-ບໍ່ແຮ່ ຂອງຈີນ ສ້າງ ຜົນກະທົບ
Permalink   
 


ລາວ-ອະເມຣິກັນ ຈະຮ່ວມ ຂຸດຄໍາ

91055035-03fb-4b59-95ab-651e14806491.jpe

 

ບໍຣິສັດຂຸດຄົ້ນບໍ່ແຮ່ທາດ ອະເມຣິກັນ ທີ່ມີຊື່ວ່າ American-Pacific Resources ປະກາດວ່າ ບໍຣິສັດຂອງຕົນ ຈະດຳເນີນ ການສຳຣວດ ແລະຂຸດຄົ້ນແຮ່ຄຳ ໃນເຂດເມືອງເຊໂປນ ແຂວງສວັນນະເຂດຂອງລາວ ໃນອະນາຄົດຂ້າງໜ້ານີ້ ພາຍຫຼັງທີ່ໄດ້ ເຊັນສັນຍາຮ່ວມມື ເສຖກິຈ ກັບບໍຣິສັດແຮ່ທາດລາວ ເມື່ອບໍ່ດົນມານີ້. ດັ່ງທ່ານ ເຮ່ນຣີ ຟ່າແມ່ນ ປະທານກຸ່ມບໍຣິສັດ Providential Holdings, Inc (PHI group) ທີ່ເປັນບໍຣິສັດແມ່ ຂອງບໍຣິສັດ American-Pacific Resources ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽເສຣີ ເມື່ອວັນທີ 14 ພຶສຈິກາ ນີ້ວ່າ:

“we have a geologic underground in Laos right now, but we have to do a completed study program because it will cost or take a lot of money to build this mine. It is not small amount, u know? But the gold mine itself is actually in Savannakhet closed to the Sepon mine that has been developed”.

ທ່ານວ່າ: “ພວກເຮົາໄດ້ສຳຫຼວດສະພາບໃຕ້ດິນ ບໍຣິເວນນັ້ນແລ້ວ, ແຕ່ພວກເຮົາຕ້ອງໄດ້ ເຮັດບົດສຶກສາຄວາມເປັນໄປໄດ້ ຢ່າງສົມບູນກ່ອນ ເພາະວ່າມັນ ຈະໃຊ້ເງິນຈຳນວນຫຼາຍ ໃນການສ້າງເໝືອງຄຳ. ມັນບໍ່ແມ່ນເງິນໜ້ອຍໆ ເລີຍຫັ້ນນ່າ ແຕ່ໃນ ຄວາມເປັນຈິງແລ້ວ ບໍ່ຄຳແຫ່ງ ນີ້ແມ່ນຢູ່ໃກ້ໆກັບ ບໍ່ຄຳເຊໂປນ ແຂວງສວັນນະເຂດ ທີ່ກຳລັງມີການຂຸດຄົ້ນ ຢູ່ໃນຂະນະນີ້”.

ທ່ານກ່າວຕື່ມວ່າ ຍັງບໍ່ສາມາດ ເປີດເຜີຍຊື່ບໍຣິສັດຫຸ້ນສ່ວນ ຢູ່ລາວໄດ້ເທື່ອ ເພາະທຸກຢ່າງຍັງຢູ່ໃນຂັ້ນຕອນ ການຂໍອະນຸຍາດ ສັມປະທານ ຈາກຣັຖບານລາວຢູ່, ແຕ່ຄາດວ່າ ບໍ່ແຮ່ຄຳ ແຫ່ງດັ່ງກ່າວ ຈະສາມາດດຳເນີນການໄດ້ ພາຍຫຼັງການສໍາຣວດ ຢ່າງລະອຽດໃນອີກ 1 ປີ ຂ້າງໜ້າ.

ໃນຂະນະດຽວກັນ ເຈົ້າໜ້າທີ່ໜ່ວຍງານຄຸ້ມຄອງບໍ່ແຮ່ ປະຈຳແຂວງສວັນນະເຂດ ຜູ້ຂໍສງວນຊື່ທ່ານນຶ່ງ ກໍໄດ້ຢືນຢັນຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນມື້ວັນທີ 15 ພຶສຈິກາ ນີ້ວ່າ ມີການເຂົ້າມາສຳຣວດ ເພື່ອຂຸດຄົ້ນບໍ່ແຮ່ ໃນເຂດບ້ານຫ້ວຍຫອກ ເມືອງເຊໂປນ ແລະບໍຣິສັດທີ່ເຂົ້າມາ ສຳ ຣວດນັ້ນກໍກຳລັງ ດຳເນີນການ ເພື່ອຂໍອະນຸຍາດ ທົດລອງຂຸດຄົ້ນຢູ່:

“ຢູ່ເຂດເມືອງເຊໂປນ ຢູ່ເຂດບ້ານຫ້ວຍຫອກ ຄືວ່າບໍ່ຈັກຊື່ເພິ່ນ ມີແຕ່ຄົນຂອງປະເທສໂປແລນ ເຂົ້າມາຢູ່ໝ້ອງສອງເດືອນ ຂະເຈົ້າກະອອກ ໄປ. ແມ່ນແຫຼະ, ເຂົາກຳລັງຂໍຕໍ່ເອກສານ ໃບອະນຸຍາດຂຸດຄົ້ນ ທົດລອງຢູ່, ດຽວນີ້ກຳລັງແລ່ນ ເອກສານ ຂໍຂຸດຄົ້ນ ທົດລອງຢູ່”.

ໃນປະຈຸບັນ ມີໂຄງການຂຸດຄົ້ນແຮ່ຄຳ ຂນາດໃຫ່ຍແຫ່ງນຶ່ງແລ້ວ ທີ່ແຂວງສວັນນະເຂດ ໂດຍແມ່ນບໍຣິສັດ ລ້ານຊ້າງ ມິນິໂຣລ ເປັນຜູ້ໄດ້ຮັບ ສັມປະທານ ຈາກຣັຖບານລາວ ທີ່ໄດ້ຂຸດຄົ້ນແຮ່ຄຳ ມາແຕ່ຊຸ່ມປີ 2000 ທີ່ມີຊື່ວ່າບໍ່ຄຳເຊໂປນ ຢູ່ເມືອງວີຣະບູຣີ.

ຖ້າຫາກບໍຣິສັດ American-Pacific Resources ໄດ້ຮັບສັມປະທານ ຈາກຣັຖບານລາວ ກໍຈະເປັນບໍຣິສັດ ຂຸດຄົ້ນແຮ່ຄຳ ຂນາດໃຫ່ຍ ແຫ່ງທີສອງ ໃນແຂວງສວັນນະເຂດ.



__________________
Anonymous

Date:
Permalink   
 

ການລົງທຶນຂອງຈີນບໍ່ຕອບ ສນອງ ຄົນລາວ

d14605ef-4192-48c0-b1e6-8b58d2989ea2.jpe

 

ເຈົ້າໜ້າທີ່ດ້ານເສຖກິຈຂອງລາວ ຜູ້ຂໍສງວນຊື່ແລະສຽງ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ໃນໄລຍະ 5 ປີຫຼັງມານີ້ ການ ລົງທຶນຂອງຈີນ ໃນປະເທສລາວ ຕາມແຂວງຕ່າງໆນັ້ນ ແມ່ນຍັງບໍ່ທັນ ຕອບສນອງ ວຽກເຮັດງານທຳ ທີ່ຕິດພັນ ກັບຣາຍຮັບ ຂອງປະຊາ ຊົນ ເທົ່າທີ່ຄວນເທື່ອ ພ້ອມກັນ ຫຼາຍໂຄງການ ກໍມີການທຳຣາຍ ສິ່ງແວດລ້ອມ ຢ່າງກວ້າງຂວາງ ນຳອີກ. ທ່ານວ່າ:

“ການລົງທຶນຂອງຈີນ ຍັງບໍ່ທັນໄດ້ ຕິດພັນກັບການແກ້ໄຂ ດ້ານຣາຍຮັບ ຂອງປະຊາຊົນ ເທົ່າທີ່ຄວນ ເປັນຕົ້ນ ແມ່ນການລົງທຶນ ຢູ່ໃນເຂດ ເສຖກິຈພິເສດ ແຫ່ງຕ່າງໆ, ຊຶ່ງ ຖ້າມີການ ກໍ່ສ້າງ ສ່ວນຫຼາຍກໍຈະ ມີແຕ່ ນຳໃຊ້ ກັມມະກອນຈີນ, ແຕ່ ສິ່ງຈະມາ ສົ່ງເສີມຕິດພັນ ກັບ ຣາຍຮັບ ຂອງ ປະຊາຊົນ ໃນເຂດຊົນນະບົດ  ແລະ ການ ສ້າງວຽກເຮັດ ງານທຳ ແມ່ນ ຍັງມີບໍ່ ທົ່ວເຖິງ. ນອຈາກນີ້, ການລົງທຶນດ້ານ ການກະເສດ ຜ່ານໂຄງການ ຂອງນັກລົງທຶນຈີນ ເປັນຕົ້ນ ການປູກສາລີ, ຢາງພາຣາ, ມັນຕົ້ນ ແລະ ປູກ ໝາກເດືອຍ ກໍ ຍັງບໍ່ໄດ້ຮັບ ປະກັນ ດ້ານຣາຄາ ໃຫ້ແກ່ປະຊາຊົນ ແລະ ມີຫຼາຍໂຄງການ ໄດ້ ແຕະຕ້ອງ ເຖິງ ສິທທິ ການນຳໃຊ້ ທີ່ດິນ ຂອງປະຊາຊົນ ແລະ ມີການ ນຳໃຊ້ ສານເຄມີ ຢ່າງຊະຊາຍ”.

ໃນຂະນະດຽວກັນ, ຊາວລາວ ໃນແຂວງພາກໃຕ້ທ່ານນຶ່ງ ກໍໃຫ້ທັສນະວ່າ ການພົວພັນຮ່ວມມືຣະຫວ່າງ ລາວ-ຈີນ ພາຍໃຕ້ ຮູບແບບການ ຮ່ວມມື ດ້ານເສຖກິຈ ນີ້ໄດ້ເຮັດໃຫ້ ປະຊາຊົນ ຕ້ອງໄດ້ໂຍກຍ້າຍ ທີ່ຢູ່ອາໃສ ເປັນຈຳນວນຫຼາຍ.

“ຄືວ່າຍົກຍ້າຍເຂື່ອນເນາະ ຄົນເຄີຍເຮັດໄຮ່ເຮັດນາ ພໍຢູ່ພໍກິນຢູ່ ລະໃຫ້ເຂົາໜີ ຈາກໝ້ອງເຂົາ ທຳມາຫາກິນ. ລະໄປຢູ່ໝ້ອງທຳມາຫາກິນ ຊິເຮັດຢູ່ເຮັດກິນ ກະບໍ່ມີບາດນີ້ ແມ່ນບໍ? ມັນກະເດືອດຮ້ອນ. ຄົນຈີນເຂົ້າມາຫຼາຍ ສ່ວນຫຼາຍມີແຕ່ ນາຍທຶນຈີນ ເນາະ ບາດນີ້ຄົນລາວ ຈັກຊິໄປຢູ່ໃສ ຢູ່ແຖວບ້ານນອກບ້ານນາ ພຸ້ນແຫຼະບາດນີ້”.

ທ່ານ ອິນຊີທອງ, ໂຄສົກອົງການຟຣີລາວແຄມເປນ ຊາວລາວ-ອະເມຣິກັນ ທີ່ຕິດຕາມບັນຫາ ໃນລາວ ຢ່າງໃກ້ຊິດ ກໍຕັ້ງຂໍ້ສັງເກດວ່າ ການລົງທຶນ ຂອງຈີນໃນລາວ ໄດ້ໃຫ້ໂທສ ຫຼາຍກວ່າໃຫ້ຄຸນປໂຍດ ແກ່ປະຊາຊົນລາວ.

“ມັນສແດງເຫັນແຈ້ງຢູ່ບ່ອນນີ້ເນາະ ຈີນນີ້ມາລົງທຶນ ຢູ່ໃນປະເທສລາວນີ້ ມາປູກກ້ວຍສາ, ເວົ້າເປັນຕົວຢ່າງ ຫຼືວ່າມາຂຸດຄົ້ນບໍ່ແຮ່ ຕ່າງໆ ນາໆຫັ້ນນ່າ. ໃນເມື່ອຂຸດຄົ້ນແລ້ວ ເຂົາກະປະຖິ້ມສານເຄມີ ບໍ່ໄດ້ບຳບັດ, ແລ້ວມັນເຮັດໃຫ້ ສານເຄມີມັນເຈືອປົນ ຫຼືວ່າຢູ່ໃນຜືນ ໃນເນື້ອທີ່ ຂຸດຄົ້ນຫັ້ນ ມັນເປັນອັນຕະຣາຍ ຕໍ່ຊີວິຕຂອງປະຊາຊົນລາວ ຫຼືວ່າຄົນລາວ ຜູ້ທີ່ວ່າເຮັດວຽກຢູ່ໃນຫັ້ນ”.

ໃນໄລຍະຂອງການ ຢ້ຽມຢາມລາວ ຂອງທ່ານ ສີ-ຈິ້ນຜິງ, ປະທານ ປະເທສຈີນ ສອງຝ່າຍລາວ-ຈີນ ໄດ້ເຊັນສັນຍາ ຮ່ວມກັນເຖິງ 17 ສບັບ ທີ່ຣະບຸການຮ່ວມມື ກັນດ້ານຫຼາຍດ້ານ, ໂດຍສະເພາະແມ່ນດ້ານ  ເສຖກິຈ, ຊຶ່ງ ຊາວລາວຫຼາຍຄົນ ກໍເປັນຫ່ວງ ວ່າການເຂົ້າມາ ມີບົດບາດ ດ້ານເສຖກິຈ ຂອງຈີນ ຢ່າງຮອບດ້ານ ຢູ່ລາວນີ້ ອາຈເຮັດໃຫ້ ຣັຖບານລາວ ຂາດອຳນາດ ໃນການ ຕໍ່ລອງ ດ້ານເສຖກິຈ ໃນໄລຍະຍາວ ແລະ ຕ້ອງ ຍິນຍອມຈີນ ໃນທຸກໆເງື່ອນໄຂ.



__________________
Anonymous

Date:
RE: ໂຄງການພລັງງານ-ບໍ່ແຮ່ ຂອງຈີນ ສ້າງ ຜົນກະທົບ
Permalink   
 


ອາເມຣິກາຈະມາລ້າງຖ້ວຍເຝີ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard