ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫລົດໃຈ! ແມ່ພິມຂອງຊາດເສຍຊີວິດພ້ອມກັບລູກຄາທ້ອງ
Anonymous

Date:
ສະຫລົດໃຈ! ແມ່ພິມຂອງຊາດເສຍຊີວິດພ້ອມກັບລູກຄາທ້ອງ
Permalink   
 


ສະຫລົດໃຈ! ແມ່ພິມຂອງຊາດເສຍຊີວິດພ້ອມກັບລູກຄາທ້ອງ ເຫດເກີດທີ່ເມືອງກາສີ

Screen%2BShot%2B2017-11-16%2Bat%2B20.54.Screen%2BShot%2B2017-11-16%2Bat%2B20.50.

 

ຜູ້ໃຊ້ເຟສບຸກຊື່ Kham Pha Tamong ເລົ່າເຫດການເອື້ອຍຂອງຕົນເສຍຊີວິດຜ່ານໂລກອອນລາຍວ່າເອື້ອຍເປັນຄູສອນຢູ່ແຂວງອຸດົມໄຊ ເນື່ອງຈາກລາວຕັ້ງຄັນພວມຈໍ່ຈະເກີດລູກ ດັ່ງນັ້ນທາງຂັ້ນເທີງໄດ້ອະນຸຍາດໃຫ້ມາພັກເພື່ອລໍຖ້າເກີດລູກ ຕໍ່ມາວັນທີ 14/11/2017 ລາວເກີດມີອາການເຈັບທ້ອງແຮງ ແຕ່ບໍ່ຮອດກໍານົດອອກ ແຕ່ຍ້ອນຄວາມເຈັບປວດເພີ້ມແຮງຂື້ນ ກໍເລີຍພາກັນໄປໂຮງຫມໍ ເມື່ອຮອດໂຮງຫມໍປະມານ 7:30 ຕອນເຊົ້າ ບາງເອີນແພດຫມໍຍັງບໍ່ມາການ ຈົນລໍຖ້າເຂົ້າການແພດໄດ້ກວດກາ ແລະ ປະເມີນຜົນວ່າມົດລູກຍັງບໍ່ເປີດສຸດ, ກໍປະຄົນເຈັບໄວ້, ຫມໍບໍ່ມາເບິ່ງເລີຍ ແລະ ກໍບໍ່ມີໃຜຮູ້ວ່າລູກຂອງຜູ້ກ່ຽວຕາຍແລ້ວຢູ່ໃນທ້ອງ  ຄົນເຈັບກໍເສຍເລືອດຫລາຍ ກໍເລີຍໄດ້ນໍາສົ່ງມາໂຮງຫມໍທີ່ວັງວຽງ ສຸດທ້າຍກໍເສຍຊີວິດທັງແມ່ທັງລູກ.ແນວໃດກໍດີ ເຫດການດັ່ງກ່າວບໍ່ແມ່ນເຫດການເກີດຄັ້ງທໍາອິດ ຖ້າຫລາຍທ່ານຈື່ໄດ້ຢູ່ແຂວງສະຫວັນນະເຂດກໍມີແມ່ມານເສຍຊີວິດພ້ອມກັບລູກເຊັ່ນກັນ ເຊິ່ງບັນຫາດັ່ງກ່າວພວມເປັນສິ່ງທ້າທາຍຕໍ່ວຽກງານສາທາ ລວມທັງຈັນຍາບັນແພດຫມໍບາງຄົນ.



__________________
Anonymous

Date:
RE: ສະຫລົດໃຈ! ແມ່ພິມຂອງຊາດເສຍຊີວິດພ້ອມກັບລູກຄາທ້ອງ
Permalink   
 


ເຫັນແກ່ໂຕ ທ່ານຫມໍທຸກມື້ນີ ບໍ່ໄດ້ຄ້າກິນນ້ຳກິນເຂົ້າ ແມ່ນບໍ່ເອົາໄຈໃສ່ຄົບເຈັບ ຂ້ອຍພາເມຍໄປຝາກທ້ອງມາແລ້ວຄົນມາລຸນໄດ້
ເຂົາກ່ອນຍອນໄດ້ຈາ່ຍຄ່າກິນນ້ຳ ຂ້ອຍເຫັນກັບຕາມາແລ້ວ   ຜູ້ທູກກໍ່ມີຜູ້ລວຍກະມີ ຜູ້ລວຍບໍ່ວ່າດອກເງິນ2,3ແສນ ຄົນທຸກຫັ້ນຕີ ຂາຍໄກ່10ໂຕຈັ່ງໄດ້ເງິນ3ແສນ

ເຫັນໃຈປະຊາຊົນຜູ່ທຸກຢາກແດ່

-----------------------------------------------------

ໝໍຕຳແຍສະໄໝກອ່ນ ຍັງມີຝີມືຊຳນານກວ່າແພດໝໍສະໄໝນີ້.ອຸປະກອນການແພດເຂົາກະບໍ່ມີຫຍັງຫຼາຍແລະບໍ່ທັນສະໄໝກະຄືບໍ່ເຫັນວ່າຈະມີເຫດການແບບນີ້.ສະໄໝນີ້ແມ່ນຢູ່ວ່າມີເຄື່ອງມືການແພດທັນສະໄໝແຕ່ຈິດສຳນຶກ ຈັນຍາບັນ ຈັນຍາທຳຂອງແພດໝໍບາງຄົນບໍ່ມີເລີຍ.



__________________
Anonymous

Date:
Permalink   
 

ປະຊາຊົນພາສີກະເສຍທຸກປີແຕ່ສິ່ງທີ່ໄດ້ລັບກັບມາບອກເລີຍວ່າໂຄດເຈັບແລະກະຈຳໄປອີກດົນນານ ຄົນພວກນີ້ຄຶສິບໍ່ຕາຍດີເຮັດໜ້າທີ່ເຈົ້າຂອງສ່ຳນີ້ຍັງບໍ່ໄດ້ ເຮັດຄຶຂີ້ຄາ້ນນິຢາກໄປ

ນັ່ງສະແຕກເງິນເດຶອນຊຶ່ໆ, ກູຢາກຖາມພວກມຶງ ເງິນເດຶອນໄດ້ມາແຕ່ໃສພວກສົ້ນຕີນຖ້າບໍ່ແມ່ນເງິນພາສີຂອງປະຊາຊົນທີ່ເຂົາເສຍ

ພວກຫັວຄວາຍເຮັດໜ້າທີ່ເຈົ້າຂອງໄຫ້ມັນດີກວ່ານີ້ແນ່ຖ້າເຮັດບໍ່ໄດ້ກະລາອອກສາ



__________________
Anonymous

Date:
Permalink   
 

ສສຊ ສະເໜີໃຫ້ລັດຖະມົນຕີກະຊວງສາທາ ປັບປຸງຈັນຍາບັນຂອງແພດ-ໝໍຢູ່ໂຮງໝໍລັດ

1-700x400.jpg

 

ກອງປະຊຸມສະໄໝສາມັນ ເທື່ຶອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ດຳເນີນມາຮອດວັນທີ 2 ພະຈິກ 2017 ເປັນມື້ທີ 18 ໂດຍເປັນປະທານຂອງທ່ານ ສົມພັນ

ແພງຄໍາມີ, ຮອງປະທານສະພາແຫ່ງຊາດ ມີສະມາຊິກສະພາແຫ່ງຊາດ (ສສຊ) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ  ໃນນີ້, ສສຊ ໄດ້ໃຫ້ຄວາມສົນໃຈພ້ອມທັງປະກອບຄໍາຄິດເຫັນເພື່ອເປັນການແລກປ່ຽນ ແລະ ສະເໜີໃຫ້ພາກສ່ວນກ່ຽວຂ້ອງປັບປຸງເນື້ອໃນຢູ່ໃນບາງມາດຕາ ໂດຍສະເພາະການອະທິບາຍຄໍາສັບ ການໃຊ້ສັບພາສາໃຫ້ມີຄວາມຈະແຈ້ງ ຮັດກຸມ ຊັບຊ້ອນຄໍາສັບຄືນໃໝ່, ຕັດບາງຄໍາທີ່ຊໍ້າຊ້ອນອອກ ກໍານົດໃຫ້ຈະແຈ້ງກ່ຽວກັບການນະໂຍບາຍກັນ ແລະ ຄວບຄຸມພະຍາດຕິດຕໍ່ໃຫ້ເໝາະສົມ.
ນອກນີ້ ສສຊ ຫຼາຍທ່ານຍັງສະເໜີໃຫ້ມີການຈັດສັນງົບປະມານສະເພາະແກ້ໄຂວຽກງານດັ່ງກ່າວ ພ້ອມທັງປະຕິບັດນະໂຍບາຍຢ່າງເໝາະສົມສໍາລັບຜູ້ເຮັດວຽກປະຈັນບານ, ເອົາໃຈໃສ່ໃນການປັບປຸງຈັນຍາບັນຂອງພະນັກງານແພດ-ໝໍຢູ່ໃນໂຮງໝໍຂອງລັດໃນທົ່ວປະເທດ ແລະ ເອກະຊົນ ໃນການບໍລິການຄົນເຈັບດ້ວຍຄວາມວ່ອງໄວ, ທັນການ ແລະ ຫັນເປັນທັນສະໄໝເທື່ອລະກ້າວ.
ພິເສດໄປກວ່ານັ້ນ, ສສຊ ຍັງສະເໜີໃຫ້ມີການກໍານົດໃຫ້ແຈ້ງຕື່ມກ່ຽວກັບວຽກງານໂພຊະນາການ ໂດຍສະເພາະການກິນ-ການຢູ່ທີ່ມີຄວາມສ່ຽງຕໍ່ການເປັນພະຍາດຕິດຕໍ່ ລວມທັງກໍານົດແຈ້ງຂອບເຂດສິດ, ບັນດາລະບຽບການ, ນະໂຍບາຍ, ຂໍ້ຫ້າມຕ່າງໆໃນການຄຸ້ມຄອງ, ກວດກາວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ບັນຫາສໍາຄັນອື່ນໆອີກ.



__________________
Anonymous

Date:
Permalink   
 

[/URL]

 

 



__________________
Anonymous

Date:
Permalink   
 

Anonymous wrote:

[/URL]

 

 


 ຖ້າຂ່າວນີ້ເຖິງຫູສາກົນ ເຂົາຄົງຈະຜິດຫວັງຫລາຍທີ່ຮູ້ວ່າເງິນການຊ່ອຍເຫຼືອ
ດ້ານສຸຂະພາບແມ່ແລະເດັກ ເຄື່ອງມືໃນການຜະດຸງຄັນທີ່ທັນສະໃໝຖືກນຳໃຊ້

ບໍ່ທົ່ວເຖິງທຸກແຂວງ, ເສຍໃຈນຳ.

tnw800-343-%20GE%20Logiq%207_1.jpg



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:

 


 ຖ້າຂ່າວນີ້ເຖິງຫູສາກົນ ເຂົາຄົງຈະຜິດຫວັງຫລາຍທີ່ຮູ້ວ່າເງິນການຊ່ອຍເຫຼືອ
ດ້ານສຸຂະພາບແມ່ແລະເດັກ ເຄື່ອງມືໃນການຜະດຸງຄັນທີ່ທັນສະໃໝຖືກນຳໃຊ້

ບໍ່ທົ່ວເຖິງທຸກແຂວງ, ເສຍໃຈນຳ.

tnw800-343-%20GE%20Logiq%207_1.jpg


 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard