ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫຼອງ 35 ປີ ການຮ່ວມມືສອງກະຊວງຍຸຕິທໍາ ລາວ-ຫວຽດນາມ
Anonymous

Date:
ສະຫຼອງ 35 ປີ ການຮ່ວມມືສອງກະຊວງຍຸຕິທໍາ ລາວ-ຫວຽດນາມ
Permalink   
 


ຫ້າ ສູເອີຍ ສຳພໍບ້ານເມືອງມັນຈື່ງ ບໍ່ມີຄວາມ ຍຸຕິທຳ

Screen%2BShot%2B2017-11-28%2Bat%2B17.10.Screen%2BShot%2B2017-11-28%2Bat%2B17.09.Screen%2BShot%2B2017-11-28%2Bat%2B17.10.

ພິທີສະເຫຼີມສະຫຼອງ ຄົບຮອບ 35 ປີ (1982-2017) ແຫ່ງການຮ່ວມມືມິດຕະພາບ ລະຫວ່າງ ກະຊວງຍຸຕິທໍາແຫ່ງ ສປປ ລາວ ແລະ ກະຊວງຍຸຕິທໍາແຫ່ງ ສສ ຫວຽດນາມ, ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ພະຈິກ 2017 ທີ່ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເຊິ່ງມີທ່ານລັດຖະມົນຕີກະຊວງຍຸຕິທໍາ ໄຊສີ ສັນຕິວົງ ແລະ ທ່ານ ເລ ແທັງ ລອງ ລັດຖະມົນຕີກະຊວງຍຸຕິທໍາ ສສ. ຫວຽດນາມ, ພ້ອມດ້ວຍການນຳຂັ້ນສູງຂອງສອງພັກ-ສອງລັດ ກໍ່ຄືຂອງສອງກະຊວງຍຸຕິທຳ ລາວ-ຫວຽດນາມ ແລະ ບັນດານັກສຶກສາ ໃນຂົງເຂດຍຸຕິທຳ ເຂົ້າຮ່ວມ.ໃນພິທີ, ທ່ານ ໄຊສີ ສັນຕິວົງ ໄດ້ກ່າວວ່າ: ພາຍຫຼັງການເຊັນສັນຍາຮ່ວມມືກັນ ລະຫວ່າງສອງກະຊວງຍຸຕິທຳ ລາວ-ຫວຽດນາມ ມາແຕ່ຕົ້ນປີ 1982 ກະຊວງຍຸຕິທຳແຫ່ງ ສສ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອດ້ານວິຊາການກົດໝາຍ-ຍຸຕິທຳ ແລະ ດ້ານວັດຖຸອຸປະກອນ ຢ່າງຫຼວງຫຼາຍ ເປັນຕົ້ນ ໄດ້ສົ່ງຊ່ຽວຊານ-ວິຊາການ ມາຊ່ວຍສ້າງຫຼັກສູດການຮຽນ-ການສອນ, ຊ່ວຍສ້າງຊັບພະຍາກອນມະນຸດ ໃນຂົງເຂດກົດໝາຍ ແລະ ຍຸຕິທຳ ຢຸ່ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ເຊິ່ງຕະຫຼອດ 35 ປີທີ່ຜ່ານມາ ສາມາດສ້າງນັກກົດໝາຍ ນັບແຕ່ຊັ້ນກາງຂຶ້ນໄປໄດ້ກວ່າ 600 ຄົນ ລວມເຖິງການຊ່ວຍເຫຼືອດ້ານວັດຖຸ, ເຕັກນິກ ແລະ ພື້ນຖານໂຄງລ່າງອັນຈຳເປັນ ໃຫ້ແກ່ບັນດາສະຖາບັນ ແລະ ກະຊວງຍຸຕິທຳ ຂອງ ສປປ ລາວ ເປັນຈຳນວນຫຼວງຫຼາຍໃນແຕ່ລະປີ.
ນອກຈາກນີ້, ໃນຕະລອດ 35 ປີທີ່ຜ່ານມາ ກະຊວງຍຸຕິທຳ ລາວ ແລະ ຫວຽດນາມ ຍັງໄດ້ຮ່ວມກັນປຶກສາຫາລື, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ໄດ້ຮ່ວມກັນເປັນເຈົ້າພາບຈັດກອງປະຊຸມວຽກງານຍຸຕິທຳ ບັນດາແຂວງຊາຍແດນ ລາວ-ຫວຽດນາມ ອັນເປັນພື້ນຖານ ໃນການພົວພັນ ແລະ ຮ່ວມມື ລະຫວ່າງສອງກະຊວງຍູຕິທຳ ລາວ-ຫວຽດນາມ ເຮັດໃຫ້ວຽກງານໃນຂະແໜງຍຸຕິທຳ ຂອງສອງປະເທດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ໃນຂົງເຂດວຽກງານຍຸຕິທຳຂອງສອງປະເທດ ນັບມື້ນັບກ້າວເຂົ້າສູ່ລວງເລິກຕົວຈິງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍການນຳຂອງສອງກະຊວງຍຸຕິທຳ ລາວ ແລະ ຫວຽດນາມ ກໍ່ໄດ້ໃຫ້ກຽດຂຶ້ນປະດັບຫຼຽນ ແລະ ມອບການຍ້ອງຍໍ ຈາກສອງພັກ-ສອງລັດຖະບານ ໃຫ້ແກ່ກົມກອງ, ສະຖາບັນ ແລະ ບຸກຄົນ ທັງຝ່າຍລາວ ແລະ ຫວຽດນາມ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຂົງເຂດວຽກງານກົດໝາຍ ແລະ ຍຸຕິທຳ ຂອງ ສປປ ລາວ ແລະ ສສ ຫວຽດນາມ ໃນຕະຫຼອດ 35 ປີທີ່ຜ່ານມາ.



__________________
Anonymous

Date:
RE: ສະຫຼອງ 35 ປີ ການຮ່ວມມືສອງກະຊວງຍຸຕິທໍາ ລາວ-ຫວຽດນາມ
Permalink   
 


ພວກຄວາຍ ພາກັນຫາ ຂໍທານແຕ່ຕ່າງຊາດກິນ ປະຊາຊົນເປັນຜູ້ໃຊ້ໜີ່

Screen%2BShot%2B2017-11-29%2Bat%2B01.34.

 

ວັນທີ 28 ພະຈິກ 2017, ກະຊວງການເງິນ, ຕາງໜ້າລັດຖະບານແຫ່ງ ສປປ ລາວ ເຊັນສັນຍາເງິນກູ້ດອກ​ເບ້ຍ​ຕ່ຳ ກັບທະນາຄານສົ່ງອອກ-ນຳເຂົ້າ ສ ເກົາຫລີ ​ໂດຍ​ຜ່ານ​ກອງ​ທຶນ ກອງ​ທຶນຮ່ວມມືເພື່ອການພັດທະນາເສດຖະກິດ ຫລື EDCF ​ໃນມູນຄ່າ 122.605.000 ໂດລາສະຫະລັດ, ເພື່ອຈັດຕັ້ງປະຕິບັດ 2 ໂຄງການ ຄື: ໂຄງການກໍ່ສ້າງໂຮງໝໍທັນສະໄໝ 5 ເມສາ, ມູນຄ່າ 65 ລ້ານ ໂດລາສະຫະລັດ ​ແລະ ໂຄງການປ້ອງ​ກັນ​ຕະ​ຝັ່ງເຈື່ອນແມ່ນໍ້າຂອງ ຢູ່ນະຄອນ ຫລວງວຽງຈັນ ໄລຍະ 2 ມູນຄ່າ 57.605.000 ໂດລາສະຫະລັດ. ​ໂດຍ​ການ​ຮ່ວມ​ລົງ​ນາມ ລະຫວ່າງ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ຣີເທຢອງ ຫົວໜ້າຫ້ອງການ ຜູ້ຕາງໜ້າທະນາຄານ ສົ່ງອອກ-ນຳເຂົ້າ ສ ເກົາຫລີ ປະຈຳນະຄອນຫລວງຢາງກຸງ, ປະເທດມຽນມາ.

ຈຸດປະສົງຂອງໂຄງການ ກໍ່ສ້າງໂຮງໝໍທັນສະໄໝ ແມ່ນເພື່ອສ້າງ ແລະ ຂະຫຍາຍໂຮງໝໍ 5 ເມສາ ທີ່ມີຢູ່ໃນປັດຈຸບັນ ໃຫ້ເປັນໂຮງໝໍທີ່ສາມາດຮອງຮັບຄົນເຈັບໄດ້ 300 ຕຽງ, ມີລະບົບການຄຸ້ມຄອງດ້ານ ຂໍ້ມູນທີ່ ທັນສະໄໝ ເພື່ອຮັບປະກັນຍົກລະດັບ ການໃຫ້ບໍລິການທີ່ວ່ອງໄວດີຂຶ້ນ, ມີລະບົບເຄື່ອງມືການແພດທີ່ທັນສະໄໝ ຮັບປະກັນຮັບໃຊ້ ການກວດສຸຂະພາບ ແລະ ປິ່ນປົວພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນທົ່ວໄປ. ພ້ອມນັ້ນ, ໂຄງການຍັງຈະສ້າງໂອ ກາດໃນການຍົກລະດັບ ການປິ່ນປົວໃຫ້ແພດໝໍ ແລະ ພະນັກງານບໍລິຫານຂອງໂຮງໝໍ ເພື່ອຮັບປະກັນການໃຫ້ ບໍລິການສາທາລະນະສຸກທີ່ດີຂຶ້ນ. ສ່ວນໂຄງການປ້ອງ​ກັນ​ຕະ​ຝັ່ງເຈື່ອນແມ່ ນໍ້າຂອງ ຢູ່ນະຄອນຫລວງວຽງຈັນ ໄລຍະ 2 ເປັນໂຄງການສືບຕໍ່ຂອງໂຄງການໄລຍະ 1 ທີ່ ສ ເກົາຫລີ ໄດ້ໃຫ້ການສະໜັບສະໜູນທຶນໃນການ ຈັດຕັ້ງແຕ່ປີ 2008 ເປັນຕົ້ນມາ. ​ເຊິ່ງ​ໂຄງການ​ໄລຍະ 2 ນີ້ ແມ່ນຈະສືບຕໍ່ ປ້ອງກັນນ້ຳຖ້ວມ, ດິນເຊາະເຈື່ອນ ແລະ ພັດທະນາພື້ນຖານໂຄງລ່າງ ບໍລິເວນລຽບແຄມແມ່ນໍ້າຂອງ, ໂດຍຈະກໍ່ສ້າງຄູປ້ອງກັນນ້ຳຖ້ວມ ແລະ ຕາຝັ່ງເຈື່ອນ ຄວາມຍາວ 8,36 ກິ​ໂລ​ແມັດ ແຕ່ເຂດຫລັກ 4 ໄປເຖິງຫາດ ດອກແກ້ວ,  ຈະກໍ່ສ້າງສວນສາທາລະນະເນື້ອທີ 4 ເຮັກຕາ ເພື່ອເປັນສະຖານທີ່ທ່ອງທ່ຽວ ແລະ ຈະກໍ່ສ້າງເສັ້ນທາງລຽບແຄມແມ່ນ້ຳຂອງຍາວ 4,4 ກິ​ໂລ​ແມັດ, ແຕ່ເຂດເກົ້າລ້ຽງ ຫາບ້ານຂຸນຕາທ່າ ເພື່ອລະບາຍການສັນຈອນ ຂອງລົດເຂດດັ່ງກ່າວ ທີ່ນັບມື້ນັບແອອັດ.ສໍາລັບການຮ່ວມມື ລະຫວ່າງ ສປປ ລາວ ກັບ EDCF ໄລຍະ 2016-2019, ສ ເກົາຫລີ ຈະສະໜອງເງິນກູ້ດອກເບັ້ຍຕໍ່າ ​ໂດຍຜ່ານກອງທຶນ EDCF ໃຫ້ ສປປ ລາວ ມູນຄ່າ 300 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດບັນດາ ໂຄງການທີ່ມີຜົນຕອບແທນດ້ານເສດຖະກິດ ແລະ ປະກອບ ສ່ວນໃຫ້ການພັດທະນາເສດຖະກິດສັງຄົມ, ຫລຸດດຜ່ອນຄວາມທຸກຍາກ ຂອງປະຊາຊົນ,​ ເຊິ່ງໂຄງການກໍ່ສ້າງໂຮງໝໍທັນສະໄໝ ແລະ ໂຄງການປ້ອງ​ກັນ​ຕະ​ຝັ່ງເຈື່ອນແມ່ນໍ້າຂອງ ຢູ່ນະຄອນຫລວງວຽງຈັນ ໄລຍະ 2 ນີ້ ເປັນສອງໂຄງການທຳອິດ ທີ່ໄດຮັບການ ສະໜັບສະໜູນທຶນ ໃນໄລຍະການຮ່ວມມືດັ່ງ ກ່າວ.

-----------------------------------------------------------------

ເງິນໃນຄັງໂຕເອງບໍ່ມີຮອດສິຈ່າຍເງິນເດືອນພະນັກງານ

ຫຍັງໄປຕົວະເຂົາອີກວ່າຊິເອົາມາສ້າງອັນນັ້ນອັນນິ້



__________________
Anonymous

Date:
Permalink   
 

ລັດຖະບານຍີ່ປຸ່ນ ສະໜອງທຶນ 4 ແສນກວ່າໂດລາ ພັດທະນາການສຶກສາ ຢູ່ແຂວງບໍ່ແກ້ວ

Screen%2BShot%2B2017-11-28%2Bat%2B23.48.

 

ລັດຖະບານຍີ່ປຸ່ນ ສະໜອງທຶນຊ່ວຍເຫລືອລ້າ ມູນຄ່າ 430.929 ໂດລາສະຫະລັດ ແກ່ ສປປ ລາວ ເພື່ອກໍ່ສ້າງສິ່ງອຳນວຍຄວາມສະດວກ ຢູ່ໂຮງຮຽນມັດທະຍົມສຶກສາ ແລະ ສະໜັບ ສະໜູນການຮຽນຮູ້ ກ່ຽວກັບບົດບາດຍິງ-ຊາຍ ຢູ່ ແຂວງບໍ່ແກ້ວ ເຊິ່ງພິທີເຊັນສັນຍາໂຄງການ ຊ່ວຍ ເຫລືອດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 28 ພະຈິກ 2017 ນີ້, ຢູ່ນະຄອນຫລວງວຽງຈັນ ລະຫວ່າງທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ກັບທ່ານ ນາງ ຈິຢະ ນະງະຊິມະ ຜູ້ຮັບຜິດຊອບໂຄງການ Plan International Japan (PIJ), ​ໂດຍ​ມີ​ພາກ​ສ່ວນ​ກ່ຽວຂ້ອງຂອງ​ທັງ​ສອງ​ຝ່າຍ ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.



__________________
Anonymous

Date:
Permalink   
 

ຕ່າງປະເທດເຂົາໃຫ້ທືນມາຈັກທໍ່ໃດປີແຕ່ສະໄໝໃດຕົກເປັນເງິນມະຫາສານໂດລ່າ ຄົນລາວກະມີແຕ່7ລ້ານຄົນ ເປັນຫຍັງຄືທຸກຫຼາຍແທ້ ຄືບໍ່ມີຫຍັງເລີຍຖະໜົນຫົນທາງກະຄືເກົ່າຜູ້ເຂົາເຄີຍຊ່ອຍແຕ່ຊາດທີ່ແລ້ວກັບມາເຫັນຟ້າເອີ້ຍອາຍເດ້ ບໍ່ມີຮ່າເຮ້ຍຫຍັງດີຂຶ້ນ
ເວົ້າດີກະແລ້ວເວົ້າເຮ້ຍກະແລ້ວພວກໂກງກິນຂໍໃຫ້ມັນມີອັນເປັນໄປຕາຍດັບໂຄ້ດແດ່ເຖາະ ຂ້ອຍບໍ່ຫວັງຫຍັງດອກສ່ວນໂຕ ແຄ່ຫວັງໃຫ້ປະເທດຈະເລີນຂຶ້ນມີຄຸນນະພາບດີຂຶ້ນ ເດັກນ້ອຍໄດ້ຮຽນຟຣີມີຄວາມຮູ້ຄວາມສາມາດຕະຖານທົ່ວປະເທດ, ໂຮງໝໍກະຄືໂຮງຂ້າສັດ ທ່ານໝໍກະຄືຜີຕາຍສາກນິໃສເຫັນແກ່ເງິນ ປ່ຽນສອງຢ່າງນີ້ໄດ້ ກະພໍໃຈແລ້ວ



__________________
Anonymous

Date:
Permalink   
 

ກ່ອນອື່ນຕ້ອງຂໍສະແດງຄວາມຂອບໃຈປະຊາຊົນແລະຣັຖບານຍີ່ປຸ່ນ

ທີ່ໃຫ້ການຊ່ອຍເຫຼືອເກື້ອກູນ ແລະຂໍສະແດງຄວາມຍິນດີນຳປະຊາຊົນ

ບັນດາເຜົ່າແຂວງບໍ່ແກ້ວ ທີ່ຈະໄດ້ມີອຸບປະກອນການສຶກສາໃຫ້ລູກຫລານ

ຊົມໃຊ້ການຮຽນ.



__________________
Anonymous

Date:
Permalink   
 

ພັກລາວແດງຄວນເອົາເປັນແບບຢ່າງ ຮູ້ວ່າໂຕເອັງທຳຜິດແລ້ວ

ກໍຕອ້ງຮູ້ຈັກຮັບຜິດຊອບ ບໍ່ຂ້າໂຕຕາຍກໍຕ້ອງລາອອກ ຢູ່ໄປກໍທ່ວງດຶງ

ຄວາມຈະເຮືນຂອງຊາດ

 

ທະຫານລະດັບສູງຂອງຈີນ ແຂວນຄໍຂ້າຕົວຕາຍ ພາຍຫຼັງຖືກສືບສວນເລື່ອງການສໍ້ລາດບັງຫຼວງ

24174504_388005018295850_940658946160117

ພົນເອກ ຈາງ ຢາງ ອະດີດສະມາຊິກຄະມະກຳມາທິການທະຫານກາງ (CMC) ເຖິງແກ່ກຳຈາກການ "ຂ້າຕົວຕາຍ" ດ້ວຍການແຂວນຄໍ ພາຍໃນເຮືອນຂອງທ່ານເອງ

ເຊິ່ງຕັ້ງຢູ່ໃນນະຄອນຫຼວງປັກກິ່ງ ເມື່ອວັນພະຫັດທີ 23 ພະຈິກ 2017 ທີ່ຜ່ານມາ



__________________
Anonymous

Date:
Permalink   
 

ຢູ່ລາວ ພວກສໍ້ລາດບັງຫລວງຫນັ່ງຍີ້ມເສີຍ ແມ້ແຕ່ສານ ຍຸຕີທຳ ຍັງບໍ່ກ້າອອກໃບສັ່ງກວດສັ່ງຈັບ ...ຍ້ອນຢ້ານ ...ບໍ່ມີຄວາມສາມາດ ຂີ້ຂາດຕາຂາວ ບາດຊີ່ຢ້ານພັດຢ້ານຄົນຊົ່ວ ...ປານນັ້ນລູກເມັຍ ດີໃຈ ວ່າຜົວສໍ້ໂກງໄດ້ເງີນ ໂອ້ຍເຊີດຫນ້າຊູຕາ ຄວາມເວົ້າຢູ່ດາວ...ທີ່ແທ້ບໍ່ຕ່າງຫຍັງກັບ ຂີ້ລັກ ຂີ້ຂະໂມຍ...ຊັບສີນແຜ່ນດີນ... ຕັ້ງພາກັນຊົ່ວ ຫມົດຄອບຄົວວົງຕະກຸນ ສັນດານ ຊົ່ວ...



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard