ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໄຟໄໝ້ ຕືກ World Trade Center ນະຄອນຫຼວງວຽງຈັນ
Anonymous

Date:
ໄຟໄໝ້ ຕືກ World Trade Center ນະຄອນຫຼວງວຽງຈັນ
Permalink   
 


ນະຄອນຫຼວງວຽງຈັນ: ເວລາປະມານ15:00  ວັນທີ 03/12/2017  ເກີດເຫດການໄຟໄໝ້ຕຶກ World Trade Center ທີ່ກຳລັງກໍ່ສ້າງ ເຊິ່ງຕັ້ງຢູ່ຖະໝົນຄູວຽງ ຂ້າງສູນການວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ, ສ່ວນສາເຫດ ແລະ ຜົນເສຍຫາຍ ທາງເຈົ້າໜ້າທີ່ຍັງຄົງເລັ່ງກວດຫາສາເຫດ. ຈາກຄລິບຈະເຫັນວ່າ ຈຸດທີ່ໄຟໄໝ້ ແມ່ນລຸກລາມຢູ່ຊັ້ນທີ່ 1 ເຮັດໃຫ້ຄວັນ ກຸ້ມດຳໄປທົ່ວ. ເຊິ່ງຄາດວ່າ ສິ່ງທີ່ໄໝ້ຈະສ້າງຄວາມເສຍຫາຍຫຼາຍສົມຄວນ. ຈຸດທີເກີດໄຟໄໝ້ ແມ່ນດ້ານຂ້າງ ທີ່ໃກ້ກັບ ຕຶກ ວຽງຈັນເຊັນເຕີ. ຕຶກ World Trade Center ເປັນໜຶ່ງໃນໂຄງການທີ່ສຳປະທານໂດຍນາຍທຶນຈີນ ເພື່ອກໍ່ສ້າງເປັນສູນການຄ້າຂະໜາດໃຫຍ່ໃຈກາງນະຄອນຫຼວງວຽງຈັນ ທີ່ຈະເປັນບ່ອນຮອງຮັບກິດຈະກຳທາງເສດຖະກິດຕ່າງໆເຊັ່ນ: ສູນການຄ້າ, ສະຖາບັນການເງິນ, ໂຮງແຮມ ແລະ ອື່ນໆ. ເຊິ່ງມີແຜນການຈະເປີດໃຫ້ບໍລິການ ໃນປີ 2018 ທີ່ຈະມາເຖິງນີ້.

2017-12-03_175613.png2017-12-03_174003.png



__________________
Anonymous

Date:
Permalink   
 

ວຽງຈັນ Trade Center ເໝາະສົມກ່ວາ, ເສຍໃຈນຳ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard