ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄຳສັ່ງ ທອງລຸນ ບໍ່ມີນ້ຳຢາ
Anonymous

Date:
ຄຳສັ່ງ ທອງລຸນ ບໍ່ມີນ້ຳຢາ
Permalink   
 


ອຳນາດການປົກຄອງແລະທະຫານເມືອງພີນ ລົງກວດກາ ຢຶດໄມ້ດູ່ໄດ້200ກວ່າຕັບ

ໃນວັນທີ6/12/2017.ເຈົ້າຫນ້າທີ່ປ່າໄມ້ກອງກວດກາປ່າໄມ້ແຂວງສະຫວັນນະເຂດ.ໄດ້ລົງສົມທົບກັບອຳນາດການປົກຄອງເມືອງພີນແລະທະຫານເມືອງພີນ ລົງກວດກາ ຢຶດໄມ້ດູ່ໄດ້200ກວ່າຕັບ.ທີ່ພວກຄົນບໍ່ຫວັງດີລັກຕັດມາຊຸກເຊື່ອງໄວ້ໃນປ່າເຂດ ບ້ານຫ້ວຍຫອຍເຫນືອ.(ດົງພູວຽງເມືອງພີນ)ແຂວງສະຫວັນນະເຂດ!!

24909576_2031380630439716_6501341344585324900110_2031380670439712_1030557352517124993369_2031380703773042_3004412656274124774978_2031380760439703_17885579309499



__________________
Anonymous

Date:
Permalink   
 

ໄມ້ຕັດຫລາຍປີແລ້ວ ! ຍ້ອງຍໍຊົມເຊີຍເຈົ້າໜ້າທີ່. ຍຶດໄດແລ້ວ ເອົາໄປປະມູນ ເຂົາຖົງລັດ ຫລືເຂົ້າຖົງທ່ານໃດ?



__________________
Anonymous

Date:
Permalink   
 

ຄຳສັ່ງ ທອງລຸນ ບໍ່ມີນ້ຳຢາ

ເຈົ້າແຂວງກໍປຽ່ນໃໝ່ແລ້ວ ແຕ່ບັນຫານີ້ຍັງບໍ່ມີຫຍັງປຽ່ນແປງ

ລັກລອບຕັດໄມ້ທີ່ຜິດກົດໝາຍ ແບບຊະຊາຍບໍລິເວນ ຫຼັກໝາຍ 770 ແລະ 766 ຊາຍແດນ ລາວ-ຫວຽດນາມຍັງຄົງພົບເຫັນ

ຄະນະກວດກາ ແລະ ແກ້ໄຂປະກົດການຫຍໍ້ທໍ້ ເຂດຊາຍແດນ ຂອງແຂວງອັດຕະປື ໄດ້ລົງກວດເຫັນ ການລັກລອບຕັດໄມ້ທີ່ຜິດກົດໝາຍ ແບບຊະຊາຍ ບໍລິເວນ ຫຼັກໝາຍ 770 ແລະ 766 ຊາຍແດນ ລາວ-ຫວຽດນາມ ໂດຍມີ ໄມ້ແປຮູບ ປະມານ 250 ຕັບ, ບໍລິມາດປະມານ 180 ແມັດກ້ອນ ແລະ ມີການຊຸກເຊື່ອງດ້ວຍການໃຊ້ດີນຖົມ ຄາດວ່າອາດຈະຫຼາຍກວ່າທີ່ພົບເຫັນ.
ນອກຈາກນີ້ ຢູ່ເຂດບໍ່ຄຳວັງຕັດ ແລະ ເຂດ ເຂດບໍ່ຄຳໝອງໄກ່ໂອກ ຍັງກວດພົບ ສິລິກັດ 2 ເຄື່ອງ, ໂຕະຊອຍ 1 ຊຸດ ແລະ ໄມ້ທ່ອນຈຳນວນໜື່ງ ຄາດວ່າ ອາດຈະເກັບກູ້ຈາກການບຸກເບີກ ໜ້າດີນ ໃນເວລາຂຸດຄົ້ນແຮ່ທາດ. ສ່ວນລາຍລະອຽດ ວິຊາການກ່ຽວຂ້ອງກຳລັງກວດກາຕົວຈິງ

Screen%2BShot%2B2017-12-14%2Bat%2B11.49.Screen%2BShot%2B2017-12-14%2Bat%2B11.49.Screen%2BShot%2B2017-12-14%2Bat%2B11.49.Screen%2BShot%2B2017-12-14%2Bat%2B11.50.

 

ນອກຈາກນີ້ ຢູ່ເຂດບໍ່ຄຳວັງຕັດ ແລະ ເຂດ ເຂດບໍ່ຄຳໝອງໄກ່ໂອກ ຍັງກວດພົບ ສິລິກັດ 2 ເຄື່ອງ, ໂຕະຊອຍ 1 ຊຸດ ແລະ ໄມ້ທ່ອນຈຳນວນໜື່ງ ຄາດວ່າ ອາດຈະເກັບກູ້ຈາກການບຸກເບີກ ໜ້າດີນ ໃນເວລາຂຸດຄົ້ນແຮ່ທາດ. ສ່ວນລາຍລະອຽດ ວິຊາການກ່ຽວຂ້ອງກຳລັງກວດກາຕົວຈິງ

Screen%2BShot%2B2017-12-14%2Bat%2B11.50.Screen%2BShot%2B2017-12-14%2Bat%2B11.50.



__________________
Anonymous

Date:
Permalink   
 

ທອງລຸນ ສີສຸລິດ ເປັນພຽງນາຍົກ, ຜູ່ມີອຳນາດສູງສຸດແມ່ນປະທານປະເທດ ແລະ ເລຂາພັກ

ແຕ່ ບຸນຍັງ ວໍລະຈິດ ຍັງມີຂັ້ນເທິງເປັນຜູ່ບັນຊາ. 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard