ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພິທີຣະນຶກເຖິງ ທ.ສົມບັດ ຄົບຮອບ 5 ປີ
Anonymous

Date:
ພິທີຣະນຶກເຖິງ ທ.ສົມບັດ ຄົບຮອບ 5 ປີ
Permalink   
 


ພິທີຣະນຶກເຖິງ ທ.ສົມບັດ ຄົບຮອບ 5 ປີ

6de612c4-ed7f-440d-9ec9-aecdcdfb90bd.jpe858b4108-3f72-4d2a-b05a-06f158b74b42.jpe

 

ຄອບຄົວ ທ່ານ ສົມບັດ ສົມພອນ ແລະເຄືອຂ່າຍສູນອົບຮົມຮ່ວມພັທນາ ຫລືທີ່ຮູ້ຈັກກັນວ່າ ສູນປາແດກ ໄດ້ຈັດພິທີຣະນຶກເຖິງ ທ່ານ ສົມບັດ ສົມພອນ ທີ່ເປັນຜູ້ກໍ່ຕັ້ງສູນ ດັ່ງກ່າວ ພາຍຫລັງທີ່ທ່ານຖືກລັກພາໂຕໄປ ເປັນເວລາ 5 ປີເຕັມ ແລະຈັດງານວາງ ສະແດງຜົລງານຂອງສູນ ແລະເຄືອຂ່າຍ ຄົບຮອບ 21 ປີ ຂຶ້ນທີ່ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃນຕອນເຊົ້າ ຂອງມື້ວັນທີ 15 ທັນວາ 2017 ນີ້, ຄອບຄົວທ່ານສົມບັດ ໄດ້ນິມົນພຣະສົງຫລາຍອົງ ມາສູຕປະຣິຕະມຸງຄຸນ ແລະມີພິທີບາສີສູ່ຂວັນ ຕາມຮີດຄອງປະເພນີລາວ: “ສຽງຄູບາເທສນາ.” ຫລັງຈາກນັ້ນ ຕາງໜ້າຄະນະອຳນວຍການສູນປາແດກ ກໍໄດ້ກ່າວຕ້ອນຮັບຜູ້ທີ່ເຂົ້າມາຮ່ວມງານ ແລະກ່າວເປີດງານວາງສະແດງຜົລງານ ຂອງສູນປາແດກ ແລະເຄືອຂ່າຍ:

“May I express my sensitized to all of you to be here with us today and wish you a warm welcome. As you know that 2017 marks the 5th anniversary year of the disappearance of our great visionary leader and the founder of PADETC Mr. Sombath Somphone... ທ່ານກ່າວວ່າ ຂ້າພະເຈົ້າ ມີຄວາມຮູ້ສຶກຊາບຊຶ້ງໃຈ ທີ່ບັນດາທ່ານທັງຫຼາຍມາ ຮ່ວມງານກັບພວກຂ້າພະເຈົ້າໃນມື້ນີ້ ແລະພວກຂ້າພະເຈົ້າ ຍິນດີຕ້ອນຮັບ ດ້ວຍຄວາມອົບອຸ່ນ. ດັ່ງທີ່ບັນດາທ່ານຮູ້, ມາເຖິງປີ 2017 ນີ້ ກໍເປັນເວລາ 5 ປີແລ້ວທີ່ ທ່ານສົມບັດ ສົມພອນ ຊຶ່ງເປັນຜູ້ນຳທີ່ມີວິສັຍທັສ ອັນດີຍິ່ງ ແລະທັງເປັນຜູ້ສ້າງຕັ້ງສູນປາແດກ ຂອງພວກເຮົາ ໄດ້ຖືກບັງຄັບ ໃຫ້ຫາຍສາບສູນໄປ.  ໃນປີນີ້ ງານວາງສະແດງຂອງເຄືອຂ່າຍສູນປາແດກ ແມ່ນຈັດຂຶ້ນພາຍໃຕ້ຫົວຂໍ້ “ຈາກແນວຄິດສູ່ການປະຕິບັດ” ເຊິ່ງໄດ້ສະທ້ອນໃຫ້ຜູ້ທີ່ມາ ຮ່ວມງານ ໄດ້ຮັບຮູ້ວ່າສູນປາແດກ ໄດ້ຫັນແນວຄວາມຄິດດ້ານການພັທນາ ໂດຍສະເພາະການພັທນາຍືນຍົງ ໄປສູ່ການປະຕິບັດຢ່າງແທ້ຈິງ ອັນເປັນແກ່ນສານ ຂອງສູນດັ່ງກ່າວທີ່ໄດ້ດຳເນີນມາ ໂດຍຕລອດ, ດັ່ງຍານາງ ອຶ້ງ ຊຸ່ຍເມັ່ງ ໄດ້ກ່າວຕອນນຶ່ງ:

“I am really pleased to see that they have continued to reflect what PADETC is all about and what Sombath’s belief with them is all about. Sombath has always said this is the reason for his works that development comes from within... ຂ້າພະເຈົ້າຮູ້ສຶກຍິນດີຫລາຍ ທີ່ໄດ້ເຫັນຫລາຍຄົນ ໃນສູນປາແດກ ຍັງສືບຕໍ່ສະທ້ອນສິ່ງທີ່ເປັນ ແກ່ນສານ ຂອງສູນປາແດກນີ້. ແກ່ນສານອັນເປັນສິ່ງທີ່ທ່ານ ສົມບັດ ໄດ້ເຊື່ອໝັ້ນໃນໂຕຂອງພວກທ່ານ. ທ່ານ ສົມບັດ ມັກເວົ້າຕລອດວ່າ ນີ້ແມ່ນເຫຕຜົລທີ່ລາວ ໄດ້ເຮັດວຽກໜັກເລື້ອຍມາ, ເຊິ່ງວ່າການພັທນາຈະຕ້ອງ ເຣີ້ມຕົ້ນມາຈາກພາຍໃນຈິຕໃຈ."   ພາຍໃນງານນີ້ ກໍມີບຸກຄົນສຳຄັນຈາກຫລາຍພາກສ່ວນ ເຂົ້າຮ່ວມປະມານ 200 ຄົນ, ເປັນ ຕົ້ນກໍແມ່ນບັນດາທູຕານຸທູຕປະເທດຕ່າງໆ, ອະດີດພະນັກງານ, ອາສາສະໝັກ ແລະເພື່ອນຮ່ວມງານທັງຊາວລາວ ແລະຕ່າງປະເທສ ຖ້າມກາງບັນຍາກາດ ທີ່ອາລັຍອາວອນ ແລະ ຄຶດຮອດຄຶດເຖິງ ທ່ານ ສົມບັດ ສົມພອນ ຢ່າງສຸດຊຶ້ງ.

 



__________________
Anonymous

Date:
Permalink   
 

ຂໍສະແດງຄວາມເສົ້າໂສກ ເສຍໃຈ ມາໃນນະໂອກາດນີ້ດ້ວຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard