ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສາກົນວ່າຣັຖບານ ລາວ ຄວນແກ້ ດໍາຣັຖ ວ່າດ້ວຍ ສະມາຄົມ
Anonymous

Date:
ສາກົນວ່າຣັຖບານ ລາວ ຄວນແກ້ ດໍາຣັຖ ວ່າດ້ວຍ ສະມາຄົມ
Permalink   
 


f8e41e54-0881-4445-9116-d11221c0c352.jpe

9 ອົງການຈັດຕັ້ງສາກົລ ມີຮວມທັງຄະນະກັມມາທິການ ນັກກົດໝາຍສາກົລ, ອົງການນິຣະໂທດກັມສາກົລ, ອົງການ ສິ້ງຊອມສິດທິມະນຸສ, ສະຫະພັນສາກົນ ເພື່ອສິດທິມະນຸດ FIDH ສົ່ງຈົດໝາຍເປີດຊອງ ຮຽກຮອງໃຫ້ຣັຖບານ ສປປລາວ ຍົກເລີກ ຫລືວ່າດັດແກ້ດໍາຣັຖ ວ່າດ້ວຍ ສະມາຄົມ ສະບັບປີ 2017 ນີ້ ເພື່ອໃຫ້ສອດຄ່ອງ ແລະໄດ້ມາຕຖານ ກົດໝາຍ ສິດທິມະນຸດສາກົນ. ພ້ອມດຽວກັນກໍຮຽກຮ້ອງ ໃຫ້ຮັຖບານ ສປປລາວ ປະຕິຮູບຂັ້ນພື້ນຖານ ຂອບທາງກົດໝາຍ ສໍາລັບຣະບຽບການ ສະມາຄົມ ໃນລາວ ນໍາດ້ວຍ.

ດໍາຣັຖ ວ່າດ້ວຍສະມາຄົມ ທີ່ມີຜົນບັງຄັບໃຊ້ແຕ່ວັນທີ 15 ພຶສຈິກາ 2017 ເປັນຕົ້ນມານັ້ນ ທ່ານ Andrea Giorgetta ຜູ້ອໍານວຍການ FIDH ປະຈໍາເຂດເອເຊັຽ ໄດ້ກ່າວຕໍ່ RFA ວ່າ:

"Yeah. The new decree puts a straight jacket onto society basically introduce additional restrictions on already oppressive environment and make it very difficult for local association to establish and operate.
ດໍາຣັຖໃໝ່ນັ້ນ ນຸ່ງເສື້ອ ຄຸມສະມາຄົມໄວ້ ຊຶ່ງໂດຍພື້ນຖານແລ້ວກໍແມ່ນມີຂໍ້ຈໍາກັດເພີ່ມຕື່ມ ໃສ່ສະພາບແວດລ້ອມ ທີ່ຖືກໜີບຮັດ ຢູ່ແລ້ວ ແລະເຮັດໃຫ້ສະມາຄົມ ທ້ອງຖິ່ນ ຖືກຈັດຕັ້ງຂຶ້ນ ແລະເຄື່ອນໄຫວວຽກງານ ຫຍຸ້ງຍາກຫລາຍທີ່ສຸດ."

ແມ່ນແຕ່ດໍາຣັຖສະບັບເກົ່າ ປີ 2009 ນັ້ນກໍຍັງມີທັງຂໍ້ຈໍາກັດ ສິດເສຣີພາບ ໃນການສະແດງຄວາມຄິດເຫັນ ແລະ ສິດທິເປັນສ່ວນຕົວຂອງ ສະມາຄົມຢູ່ແລ້ວ, ດໍາຣັຖໃໝ່ກໍຍິ່ງປາກົດວ່າ ເຮັດໃຫ້ຂໍ້ຈໍາກັດດັ່ງກ່າວ ໜັກໜ່ວງຂຶ້ນຕື່ມ. ດໍາຣັຖໃໝ່ ທີ່ເຂົ້າມາແທນທີ່ ສະບັບເກົ່າອໍານວຍ ຄວາມສະດວກ ໃຫ້ທາງການລາວ ມີສິດຈໍາກັດ ຫລື ປະຕິເສດ ສິດທິພື້ນຖານຕ່າງໆ ຂອງສະມາຄົມໄດ້ ຮວມທັງສິດ ໃນການຄວບຄຸມ ຢ່າງໄຮ້ເຫດຜົລ ແລະຫ້າມບໍ່ໃຫ້ ຈັດຕັ້ງສະມາຄົມຂຶ້ນ, ສິດອໍານາດ ໃນການກວດກາ ຕິດຕາມ ແລະ ຈໍາກັດກິຈກັມ ການເຄື່ອນໄຫວ ແລະການເງິນ ຂອງສະມາຄົມນັ້ນ, ສິດ ສັ່ງໃຫ້ຍຸບ ໂດຍບໍ່ມີໃຫ້ສິດຍື່ນອຸທອນ, ສິດໃສ່ວິນັຍສະມາຄົມ ແລະສະມາຊິກ ຂອງສະມາຄົມ ນັ້ນແບບພາລະການ.

ນອກນັ້ນ ດໍາຣັຖສະບັບໃໝ່ນີ້ ຍັງມີມາຕການເຮັດໃຫ້ສະມາຄົມ ທີ່ບໍ່ໄດ້ຂຶ້ນທະບຽນ ມີຄວາມຜິດທາງອາຍາ ແລະອະນຸຍາດ ໃຫ້ດໍາເນີນຄະດີ ກັບຜູ້ເປັນສະມາຊິກ ອີກດ້ວຍ. ປະກາດຖແລງການ ສະຫະປະຊາຊາດ ວ່າດ້ວຍສິດທິມະນຸດ ຣະບຸເຖິງສິດທິ ບຸກຄົນ ໃນການຈັດຕັ້ງ ແລະ ເຂົ້າຮ່ວມ ສະມາຄົມທີ່ຂຶ້ນ ຫລືບໍ່ຂຶ້ນກັບຣັຖບານ ແລະເນັ້ນເຖິງພັນທະຂອງຣັຖບານ ໃນການປະຕິບັດທາງກົດໝາຍທີ່ຈໍາເປັນ ຫຼືໃຊ້ມາຕການ ຄຸ້ມຄອງອື່ນໆ ເພື່ອສນັບສນູນ ແລະປົກປ້ອງ ສິເສຣີພາບຕ່າງໆເຫລົ່ານັ້ນ ໃຫ້ມີປະສິດທິພາບ.



__________________
Anonymous

Date:
RE: ສາກົນວ່າຣັຖບານ ລາວ ຄວນແກ້ ດໍາຣັຖ ວ່າດ້ວຍ ສະມາຄົມ
Permalink   
 


ດໍາຣັຖວ່າດ້ວຍ ສະມາຄົມ ຢູ່ລາວ

image

 

9 ອົງການຈັດຕັ້ງສາກົລ ເພື່ອສິດທິມະນຸດ ຮວມທັງຄນະກັມມາທິການ ນັກກົດໝາຍສາກົລ ອົງການນິຣະໂທດກັມສາກົລ ອົງການ ສິ້ງຊອມ ສິດທິມະນຸສ, ແລະ ສະຫະພັນສາກົນ ເພື່ອສິດທິມະນຸດ ສົ່ງຈົດໝາຍເປີດຊອງຮຽກຮ້ອງ ໃຫ້ຣັຖບານສປປລາວ ຍົກເລີກຫລືດັດແກ້ ດໍາຣັຖ ວ່າດ້ວຍສະມາຄົມ ທີ່ໄດ້ປະກາດໃຊ້ໃນມື້ວັນທີ 15 ທັນວາ 2017 ນີ້ ເພື່ອໃຫ້ ສອດຄ່ອງ ແລະໄດ້ມາຕຖານກົດໝາຍ ວ່າດ້ວຍສິດທິມະນຸດ ສາກົລ ພ້ອມດຽວກັນກໍຮຽກຮ້ອງໃຫ້ຮັຖບານ ສປປລາວ ປະຕິຮູບຂັ້ນພື້ນຖານ ຂອບທາງກົດໝາຍ ສໍາລັບຣະບຽບການ ສະມາຄົມໃນລາວ ນໍາດ້ວຍ. ກ່ຽວກັບດໍາຣັຖວ່າດ້ວຍ ສະມາຄົມສະບັບໃໝ່ນີ້ ທ່ານ Andrea Giorgetta ຜູ້ອໍານວຍການ ສະຫະພັນສາກົລ ເພື່ອສິດທິມະນຸດ FIDH ປະຈໍາຂົງເຂດເອເຊັຍກ່າວຕອນນຶ່ງ ຕໍ່ວິທຍຸເອເຊັຽເສຣີ ວ່າ:

"Yeah.The new decree puts a straight jacket onto society basically introduce additional restrictions on already oppressive environment and make it very difficult for local association to establish and operate. ທ່ານກ່າວວ່າ ດໍາຣັຖໃໝ່ນີ້ ນຸ່ງເສື້ອຄຸມ ສະມາຄົມໄວ້ ຊຶ່ງໂດຍພື້ນຖານແລ້ວກໍ ແມ່ນມີຂໍ້ຈໍາກັດ ເພີ່ມຕື່ມ ໃສ່ສະພາບແວດລ້ອມ ທີ່ຖືກໜີບຮັດຊຶ່ງມີຢູ່ແລ້ວ ແລະເຮັດໃຫ້ສະມາຄົມທ້ອງຖິ່ນ ອັນໝາຍເຖິງສະມາຄົມລາວ ຖືກຈັດຕັ້ງຂຶ້ນ ແລະ ເຄື່ອນໄຫວ ວຽກງານ ຫຍຸ້ງຍາກຫລາຍທີ່ສຸດ."

ແມ່ນແຕ່ດໍາຣັຖສະບັບເກົ່າ ປີ 2009 ນັ້ນກໍຍັງມີທັງຂໍ້ຈໍາກັດສິດເສຣີພາບ ໃນ ການສະແດງຄວາມຄິດເຫັນ ແລະສິດທິເປັນສ່ວນຕົວຂອງ ສະມາຄົມ ຢູ່ແລ້ວ. ດໍາຣັຖໃໝ່ ຍິ່ງອໍານວຍຄວາມສະດວກ ໃຫ້ທາງການ ສປປລາວ ມີສິດຈໍາກັດ ຫລືປະຕິເສດສິດທິ ພື້ນຖານຕ່າງໆຂອງ ສະມາຄົມໄດ້ ຮວມທັງສິດໃນການຄວບຄຸມ ຢ່າງໄຮ້ເຫດຜົລ ແລະຫ້າມບໍ່ໃຫ້ຈັດຕັ້ງ ສະມາຄົມຂຶ້ນ, ສິດອໍານາດ ໃນການກວດກາ ຕິດຕາມ ສິດສັ່ງໃຫ້ຫຍຸບ ໂດຍບໍ່ມີໃຫ້ສິດອຸທອນ, ສິດໃສ່ວິນັຍສະມາຄົມ ແລະສະມາຊິກ ຂອງສະມາຄົມ ນັ້ນ ແບບພາລະການ. ນອກນັ້ນ ດໍາຣັຖ ສະບັບນີ້ ຍັງມີມາຕການເຮັດໃຫ້ສະມາຄົມ ທີ່ບໍ່ໄດ້ຂຶ້ນທະບຽນ ມີຄວາມຜິດທາງອາຍາ ແລະອະນຸຍາດໃຫ້ດໍາເນີນຄະດີ ຕໍ່ຜູ້ເປັນສະມາຊິກ ນໍາດ້ວຍ.

ກ່ຽວກັບດຳຣັຖວ່າດ້ວຍສະມາຄົມໃໝ່ນີ້ ທ່ານ ອິນຊີທອງ ຜູ້ຕາງໜ້າອົງການລາວເສຣີ Laos Free Campaign ທີ່ສະຫະຣັຖ ອະເມຣິກາ ຊຶ່ງຕິດຕາມສະພາບການໃນລາວມາໂດຍຕລອດ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ທັນວາ 2017 ນີ້ວ່າ ດຳຣັຖນີ້ຂັດກັບຣັຖທັມນູນ ແລະກົດໝາຍຂອງ ສປປລາວ ເອງ:

"ຂ້າພະເຈົ້ານີ້ຄິດວ່າ ດໍາຣັຖສະມາຄົມຂອງຣັຖບາລລາວ ນີ້ແລ້ວແມ່ນເປັນດໍາຣັຖ ທີ່ຂັດກັບຣັຖທັມນູນ ຫລືວ່າກົດໝາຍຂອງ ສປປລາວ ມາອາລະວາດ ສິດທິເສຣີພາບ ຂອງປະຊາຊົນອີກດ້ວຍ ຂ້າພະເຈົ້າແມ່ນເຫັນຈັ່ງຊັ້ນ."

ຍ້ອນວ່າໝວດທີ 4 ຂອງຣັຖທັມນູນວ່າດ້ວຍສິດ ແລະພັນທະພື້ນຖານ ຂອງພົລເມືອງລາວມາດຕຣາ 44 ຮັບປະກັນໄວ້ວ່າ ພົລເມືອງລາວ ມີສິດເສຣີພາບ ໃນການປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງສະມາຄົມ ແລະບໍ່ພຽງເທົ່ານັ້ນ ຍັງຮັບປະກັນ ສິດເສຣີພາບ ໃນການເດີນ ຂະບວນນຳດ້ວຍ ແຕ່ໃນພາກປະຕິບັດຕົວຈິງ ທາງການ ສປປລາວ ແມ່ນປະຕິບັດບໍ່ໄດ້ ຫລືບໍ່ປະຕິບັດ ຂະນະທີ່ປະຊາຊົນລາວ ມີຄວາມ ຮຽກຮ້ອງຕ້ອງການ ມາແຕ່ໃດໆ ດັ່ງທີ່ທ່ານກ່າວ ຕື່ມອີກວ່າ:

"ປະຊາຊົນລາວເຮົານີ້ຕ້ອງ ການຫລາຍເຣຶ່ອງສິດທິມະນຸດຊົນ ນີ້ໜາ ມັນຈະເຮັດໃຫ້ ການດໍາລົງຊີວິດ ມັນຈະຊ່ວຍແກ້ໄຂການພັທນາ ປະເທສຊາດ ມັນຈະຊ່ອຍແກ້ໄຂ ຄວາມຢູ່ເຢັນເປັນສຸກ ຂອງປະຊາຊົນ ຫັ້ນແຫລັວ."

ປະກາດຖແລງການ ສະຫະປະຊາຊາດ ວ່າດ້ວຍສິດທິມະນຸດ ຣະບຸເຖິງສິດທິ ຂອງສ່ວນບຸກຄົນ ໃນການຈັດຕັ້ງ ແລະເຂົ້າຮ່ວມສະມາຄົມ ທີ່ຂຶ້ນຫຼືບໍ່ຂຶ້ນກັບຣັຖບານ ແລະເນັ້ນເຖິງພັນທະຂອງຣັຖບານ ໃນການປະຕິບັດ ທາງກົດໝາຍ ທີ່ຈໍາເປັນ ຫລືໃຊ້ ມາຕການອື່ນໆຄຸ້ມຄອງ ເພື່ອສນັບສນູນ ແລະປົກປ້ອງສິດ ເສຣີພາບຕ່າງໆເຫລົ່ານັ້ນ ໃຫ້ມີ ປະສິດທິພາບ. ດໍາຣັຖໃໝ່ຈໍາກັດ ກິຈກັມ ທາງດ້ານການເງິນ ຂອງ ສະມາຄົມ ຊຶ່ງທ່ານ ອິນຊີທອງ ເວົ້າວ່າ:

"ອັນນີ້ແລ້ວແມ່ນ ຄືວິທີການບັງຄັບບັນຊາ ແບບບໍ່ໃຫ້ປະຊາຊົນ ນີ້ເໜັງຕີງໄດ້ກັບ ການຊ່ອຍເຫລືອພາຍນອກ ທີ່ມາຈາກນາໆຊາດ ທີ່ບໍ່ຂຶ້ນ ກັບຣັຖບາລ ຫລືຢູ່ໃນວົງໂຄຈອນ ຂອງຕ່າງປະເທສ ທີ່ມີສິດທິເສຣີພາບ ນັ້ນຢາກຊ່ອຍ ປະຊາຊົນ ຜູ້ຕ້ອງການນັ້ນ ກະຊ່ອຍບໍ່ໄດ້ ເພາະວ່າ ມັນຂັດອັນນີ້ ມັນຂັດບໍ່ໃຫ້ເຂົາເຈົ້ານັ້ນຕິດຕໍ່ພົວພັນ ນອກຈາກຈະໃຫ້ເພີ່ນ ເປັນຜູ້ອະນຸຍາດກ່ອນຫັ້ນນະ ຂ້າພະເຈົ້ານີ້ເຫັນວ່າ ຄວນຍົກເລີກ ຫັ້ນແຫລະນໍ ກໍຢາກໃຫ້ເຮັດຈັ່ງຊັ້ນລະ ໃຫ້ເຫັນ ປະຊາຊົນຫັ້ນ ຄວາມຕ້ອງການ ຂອງປະຊາຊົນ ຫັ້ນເປັນໃຫຍ່ ເພາະວ່າ ພັກແລະຣັຖຫັ້ນ ເຖິງຈັ່ງໃດເພີ່ນ ກະມີຢູ່ແລ້ວ ການຊ່ວຍເຫລືອນັ້ນ ເພີ່ນບໍ່ໄດ້ ເພີ່ນກໍໄດ້ມາຈາກ ການຂາຍຊັພຍາກອນ ທັມຊາດຫັ້ນ ມີເງິນຫຼຍລ້ານແຫຼະ ແຕ່ລະຄົນກະດີ."

ເວົ້າເຖິງເຣຶ່ອງການຂຶ້ນທະບຽນ ຕ້ອງດຳເນີນພາຍໃນ 7 ມື້ ນັບແຕ່ກະຊວງພາຍໃນ ຮັບຜ່ານ ກົດຣະບຽບ ແລະ ຄະນະບໍຣິຫານສະມາຄົມ, ແລະ ກໍມີອາຍຸໄດ້ 1 ປີກ່ອນທີ່ຈະຕ້ອງຂໍຕໍ່, ຕາມມາດຕຣາ 20 ຂອງດໍາຣັຖ. ສະມາຄົມ ທີ່ຖືກຈັດຕັ້ງຂຶ້ນ ກ່ອນທີ່ ດໍາຣັຖ ສະບັບປັດຈຸບັນ ມີເວລາຈຳກັດເພື່ອທີ່ຈະຂຶ້ນທະບຽນຄືນ ກັບກະຊວງພາຍໃນ ພາຍໃນ 15 ມື້ນັບແຕ່ວັນທີ 15 ພຶສຈິກາ 2017 ເປັນຕົ້ນໄປ, ຕາມມາດຕຣາ 81 ແລະມາຕຣາ 48 ອະນຸຍາດໃຫ້ຍຸບ ສະມາຄົມ ຖ້າບໍ່ຍື່ນ ຂໍຂຶ້ນທະບຽນ ຕໍ່.

ດໍາຣັຖວ່າດ້ວຍສະມາຄົມ ບໍ່ຫາຜົລກໍາໄຣນີ້ ຂ້ອນຂ້າງຈະແຈ້ງວ່າ ເປັນການຣະເມີດພັລທະ ພາຍໃຕ້ສົນທິສັນຍາ ສາກົລ ວ່າດ້ວຍສິດທິ ທາງການເມືອງ ແລະສິດທິພົລເຮືອນ ທີ່ ສປປລາວ ເປັນພາຄີ. ດັ່ງທີ່ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິດທິມະນຸດ Human Rights Watch ປະຈໍາຂົງເຂດເອເຊັຽ ກ່າວວ່າ:

"There’s whole set areas under this decree where the NPA would have to have prior approval, so for instance in order to receive fund donations you have to get approval for those funds of donations to be given. you have to have permission to interact or cooperate with the inter -national organizations or foreign entities and you obliged to operate in accordance with the party’s policies. ຍົກຕົວຢ່າງວ່າກ່ອນທີ່ຈະ ສາມາດຮັບການ ຊ່ວຍເຫລືອ ທາງການເງິນ ຈາກອົງການຈັດຕັ້ງ ສາກົລນັ້ນ ສະມາຄົມ ບໍ່ຫາຜົລກໍາໄຣຂອງລາວ ຈະຕ້ອງໄດ້ ຮັບອະນຸຍາດຈາກທາງການ ລາວ ກ່ອນທີ່ຈະຮັບ ເງິນຊ່ວຍເຫລືອນັ້ນໄດ້ ແລະກ່ອນຈະຕິດຕໍ່ພົວພັນ ຫລືຮ່ວມມືກັບ ອົງການຈັດຕັ້ງ ສາກົລ ຫລືໜ່ວຍງານ ຕ່າງປະເທສ ກໍຈະຕ້ອງໄດ້ຮັບ ອະນຸຍາດ ກ່ອນ ແລະຈະຕ້ອງດໍາເນີນໄປ ໃຫ້ສອດຄ່ອງກັບ ນະໂຍບາຍຂອງພັກ."

9 ອົງການຈັດຕັ້ງສາກົລ ເພື່ອສິດທິມະນຸດ ເວົ້າວ່າ ດຳຣັດວ່າດ້ວຍສະມາຄົມ ຂອງຣັຖບາລ ສປປລາວ ສະບັບໃໝ່ທີ່ໃຊ້ ໃນປັດຈຸບັນນີ້ ບໍ່ສອດຄ່ອງກັບກົດໝາຍ ວ່າດ້ວຍສິດທິມະນຸດສາກົນ ແລະບໍ່ໄດ້ມາຕຖານ ຊຶ່ງຕ້ອງຍົກເລີກ ຫລືດັດແກ້ຫລາຍຢ່າງ ເພື່ອໃຫ້ເປັນໄປຕາມ ພັລທະຂອງ ສປປລາວ ຍ້ອນມັນມີຂໍ້ຈໍາກັດ ຫລາຍໆຢ່າງ ຕໍ່ທຸກສະມາຄົມ ຢູ່ພາຍໃນລາວ.

ອົງການຈັດຕັ້ງສາກົນ ຮຽກຮ້ອງໃຫ້ມີການຍົກເລີກ ຫລືປ່ຽນແປງກົດຣະບຽບ ກ່ຽວກັບຂໍ້ບັງຄັບສະມາຄົມ ຮວມທັງກໍານົດຣະບຽບການ ໂດຍພາລະການ, ເກີນຂອບເຂດ ແລະການເລືອກປະຕິບັດ ຈະຕ້ອງຖືກຍົກເລີກໃຫ້ໝົດໄປ. ດໍາຣັຖສະບັບນີ້ ຄວນເຮັດໃຫ້ ຈະແຈ້ງວ່າ ສ່ວນບຸກຄົນ ແມ່ນມີສິດເສຣີພາບ ໃນການຈັດຕັ້ງສະມາຄົມ.



__________________
Anonymous

Date:
Permalink   
 

ຊາວເມືອງວີລະບູລີຈົ່ມທຸກ ຄຳເຂົາກໍ່ຂົນໄປຈົນໝົດແລ້ວ ແຕ່ຫົນທາງຍັງບໍ່ດີ

ຫາກະຊິຈົ່ມເນາະພີ່ນ້ອງເອີຍ
ຄຳເຕັມພຶ້ນດິນ (ຖືກຂຸດໄປໝົດແລ້ວ) ທາງດີໆເສັ້ນດຽວໃຫ້ປະຊາຊົນທຽວກະບໍມີ ງາມໜ້າ !
ບໍ່ວ່າລັດຖະບານໃດກະເປັນຕາຍຄືກັນເບິດສະແຕກທໍ່ໃດກະບໍ່ພໍ ແດກແລ້ວປະຊາຊົນບ້ານເມືອງດີຂື້ນກະບ່ວ່າດອກສະແຕກໄປໂລດ ອັນແຮງແດກ ປະຊາຊົນແຮງທຸກ ຂີ້ດິນຊິຢູ່ກະຍັງຊິບໍ່ມີລະນະ ມີແຕ່ຫວຽດແຕ່ຈີນມາຢູ່ ມັນຊິແດກຫົວຄົນລາວເບິດລະນ່ອຍມັນຊິແດກຮອດລັດຖະບານພຸ້ນອີ່ຫຍັງມັນກະມາສຳປະທານເອົາເບິດລະ

25398615_1984532341869391_8791865028698025353889_528887657491681_117781326086838



__________________
Anonymous

Date:
Permalink   
 

ເພິ່ນເວົ້າເຖິງສະມາຄົມຫຍັງ? 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard