ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສົມເດັດ ເຈົ້າຟ້າຊາຍ ໂສຣິຍາວົງສ໌ ສວ່າງ ສວັນນະຄົດແລ້ວ
Anonymous

Date:
ສົມເດັດ ເຈົ້າຟ້າຊາຍ ໂສຣິຍາວົງສ໌ ສວ່າງ ສວັນນະຄົດແລ້ວ
Permalink   
 


ສົມເດັດ ເຈົ້າຟ້າຊາຍ ໂສຣິຍາວົງສ໌ ສວ່າງ ສວັນນະຄົດແລ້ວ

7c1999bd-44c7-4ec8-a875-680c55947339.jpe

 

ສົມເດັດ ເຈົ້າຟ້າຊາຍ ໂສຣິຍາວົງສ໌ ສວ່າງ, ອົງຄ໌ຜູ້ສໍາເຣັດຣາຊການແຜ່ນດິນ ຕາງພຣະເນດພຣະກັນ ຂອງພຣະບາດ ສົມເດັດ ພຣະເຈົ້າ ມະຫາຊີວິດ ແລະ ປະທານ ແຫ່ງ ພຣະຍາດຕິວົງສ໌ ຣາຊວົງສ໌ ລ້ານຊ້າງຮົ່ມຂາວ, ໄດ້ສວັນນະຄົດ ໃນວັນທີ 2 ເດືອນມະກະຣາ ປີ 2018 ທີ່ໂຮງພະຍາບານ ອອງຣີ-ມົງດອກ, ທີ່ເມືອງ ກເຣໄຕ, ປະເທດຟລັ່ງເສດ, ຣວມພຣະຊົນມາຍຸ ໄດ້ 81 ພັນສາ.ພິທີ ທາງສາສນາ ເພື່ອບໍາເພັນກຸສົນ ຈະໄດ້ຈັດຂຶ້ນ ທີ່ໂຮງ ຂອງເພິ່ນເອງ ທີ່:3 rue Raymond Poincaré, 94000 Créteil, France.ພິທີເຄົາຣົບ ພຣະບໍຣົມມະສົບ ຈະໄດ້ຈັດຂຶ້ນ ໃນວັນອາທິດ, ວັນທີ 7 ເດືອນມະກະຣາ ປີ 2018, ເວລາ 16:00 ໂມງ ເປັນຕົ້ນໄປ ທີ່ວັດເວລຸວະນາຣາມ: 5 allée Mandame de Montespan, 77600 Bussy Saint Georges, France. ພິທີ ຖວາຍພຣະເພີງ ຈະໄດ້ຈັດຂຶ້ນ ໃນວັນອັງຄານ, ວັນທີ 9 ເດືອນມະກະຣາ ປີ 2018, ຕັ້ງແຕ່ເວລາ 11:00 ໂມງ ເປັນຕົ້ນໄປ ທີ່ສຸສານ:

Crématorium de Valenton
13 avenue de la Fontaine Saint-Martin, 94460 Valenton, France



__________________
Anonymous

Date:
RE: ສົມເດັດ ເຈົ້າຟ້າຊາຍ ໂສຣິຍາວົງສ໌ ສວ່າງ ສວັນນະຄົດແລ້ວ
Permalink   
 


ເສົ້າສະຫລົດທີ່ສຸດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard