ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂັ້ນເທີງໂກງບໍ່ເປັນຫຍັງ, ສະມາຊິກພັກໂກງ ສະແດງຄວາມເປັນຫ່ວງ
Anonymous

Date:
ຂັ້ນເທີງໂກງບໍ່ເປັນຫຍັງ, ສະມາຊິກພັກໂກງ ສະແດງຄວາມເປັນຫ່ວງ
Permalink   
 


ທ່ານ ຄໍາໄຕ ສະແດງຄວາມເປັນຫ່ວງຕໍ່ການສໍ້ລາດບັງຫຼວງຂອງສະມາຊິກພັກ ໃນການພົບປະໂອ້ລົມ ລະຫວ່າງທີ່ເດີນທາງຢ້ຽມຢາມແຂວງອັດຕະປື

Screen%2BShot%2B2018-01-17%2Bat%2B17.12.

 

ແຂວງ ອັດຕະປື : ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ, ປະທານປະເທດ ໄດ້ເດີນທາງຢ້ຽມຢາມແຂວງອັດຕະປື ໃນຕອນບ່າຍ ວັນທີ 11 / 1 / 2018 ໂດຍມີທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະປະຈຳພັກແຂວງ ໃຫ້ການຕ້ອນຮັບ.
ໂອກາດດັ່ງກ່າວ ກໍ່ໄດ້ມີພິທີ ພົບປະໂອ້ລົມ ທີ່ສະໂມສອນຊັ້ນ 5 ສຳນັກງານອົງການປົກຄອງແຂວງ ໂດຍມີຄະນະພັກ, ຄະນະ ນຳຈາກພະແນກການອ້ອມຂ້າງ ຂອງແຂວງ ແລະ ເມືອງ ເຂົ້າຮ່ວມ. ໃນພິທີ ພາຍຫຼັງໄດ້ຮັບຟັງທ່ານເຈົ້າແຂວງ ລາຍງານ ສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງແລ້ວ ທ່ານ ຄຳໄຕ ສີພັນດອນ ໄດ້ໃຫ້ກຽດໂອ້ລົມ ປະເດັນສຳຄັນ ນອກຈາກທ່ານໄດ້ຍົກໃຫ້ເຫັນ ມູນເຊື້ອ ການນຳພາ ຂອງພັກ ແລ້ວ ທ່ານຍັງໄດ້ສະແດງຄວາມເປັນຫ່ວງ ຕໍ່ຄວາມເປັນແບບຢ່າງ ຂອງພະນັກງານ ສະມາຊິກພັກ ທີ່ນຳພາແຕ່ລະຂົງເຂດໃນປັດຈຸບັນ, ເກີດມີການສໍ້ລາດ ບັງຫຼວງ ແລະ ເຮັດເປັນຂະບວນການ, ໂອກາດດັ່ງກ່າວ ທ່ານໄດ້ ຊີ້ນຳ ແລະ ເນັ້ນໃຫ້ແຂວງອັດຕະປື ກວດກາ ແລະ ປັບປຸງຄືນ ວຽກງານພັກ ໂດຍສະເພາະ ການກໍ່ສ້າງໜ່ວຍພັກແຂງ ຮູ້ນໍາພາຮອບດ້ານ ໃນແຕ່ລະຂົງເຂດ ລວມທັງຮາກຖານບ້ານ ກວດກາ ຄວາມຮັບຜິດຊອບ ການນຳພາ ຂອງສະມາຊິກພັກ ແຕ່ລະສະຫາຍ ໃນການເຮັດສຳເລັດໜ້າທີ່ຕາມພາລະບົດບາດ ພ້ອມທັງ ປັບປຸງຄືນ ການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານຫົວໜ່ວຍພັດທະນາ ໂດຍນຳໃຊ້ທ່າແຮງ ດ້ານຊັບພະຍາກອນມະນຸດ ແລະ ຊັບພະຍາກອນທຳມະຊາດ ເຂົ້າໃນການພັດທະນາ ໃຫ້ເກີດປະໂຫຍດສູງສຸດ ຕໍ່ປະຊາຊົນ ແລະ ປະເທດຊາດ.
Screen%2BShot%2B2018-01-17%2Bat%2B17.17.
 


__________________
Anonymous

Date:
RE: ຂັ້ນເທີງໂກງບໍ່ເປັນຫຍັງ, ສະມາຊິກພັກໂກງ ສະແດງຄວາມເປັນຫ່ວງ
Permalink   
 


Brunei
Image
Richest man: Sultan Haji Hassanal Bolkiah
Ethnicity: Malay
Industry: Oil & Gas
Net Worth: $25 billion
Source of Wealth: National wealth

*Note: No data on commoners' wealth and foreign sources always attribute him as as country's richest.

Cambodia
Image
Richest man: Oknha Kith (Kit/Keith) Meng
Ethnicity: Chinese-Khmer
Industry: Investment, Development & Construction
Net Worth: Est. $500-700 million
Source of Wealth: Self Made

Indonesia
Image
Richest man: Robert Budi Hartono (Huang Hwie Thong)
Ethnicity: Chinese
Industry: Cigarette
Net Worth: $7 billion
Source of Wealth: Self Made

Laos
Image

ໂຄດໂກງໝົດຕະກຸນ ສີພັນດອນ
Richest man: General Khamtai Siphandon
Ethnicity: Lao
Industry: Miscellaneous Business Activities
Net Worth: Est. $800-860 million
Source of Wealth: National wealth

Malaysia
Image
Richest man: Robert Kuok Hock Nien
Ethnicity: Chinese
Industry: Agricultural plantation, Conglomerates/Multi-Industries
Net Worth: $12 billion
Source of Wealth: Self made

Myanmar
Image
Richest man: Tay Za
Ethnicity: Bamar
Industry: Airlines, Conglomerates/Multi-Industries
Net Worth: Myanmar secrecy means wealth cannot be correctly estimated, est. $200-300 million and can be far more
Source of Wealth: Connection to Myanmar's dictator



__________________
Anonymous

Date:
Permalink   
 

ດໍາຣັດໃໝ່ ຍິ່ງຄວບຄຸມ ພາກປະຊາສັງຄົມ ຫຼາຍຂຶ້ນ

image

 

ຣັ​ຖ​ບານ​ລາວ ອອກ​ດຳ​ຣັດ​ໃໝ່ ​ວ່າ​ດ້ວຍ ​ສ​ມາ​ຄົມ ຊຶ່ງຈະ​ຄວບ​ຄຸມ ​ແລະ ​ຈຳ​ກັດ ​ການ​ເຮັດ​ວຽກ ​ແລະ ​ການ​ເຄື່ອນ​ໄຫວ ຂອງ​ສ​ມາ​ຄົມ ​ໃນ​ລາວ​ ຫລາຍຂຶ້ນກວ່າ​ເກົ່າ ຍ້ອນ​ມີ​ ການ​ກຳ​ນົດ ​ທັງ​ຫລັກ​ການ, ​ຣະ​ບຽບ​ການ ແລະ ​ມາ​ຕ​ການ ​ກາ​ນ​ເຄື່ອນ​ໄຫວ ​ແລະ ​ການ​ເຮັດ​ວຽ​ກ ​ຂອງ​ສ​ມາ​ຄົມ ​ໃນ​ລາວ ຢ່າງ​ເຄັ່ງ​ຄັດ, ພ້ອມ​ທັງ ​ການ​ຮັບ​ເອົາ ​ຊັບ​ສິນ​ ແລະ ​ທຶນ ​ຈ​າກ​ພາຍ​ໃນ​ ແລະ ​ຕ່າ​ງ​ປະ​ເທດ, ດັ່​ງ​ເຈົ້າ​ໜ້າ​ທີ່​ ເຮັດ​ວຽກ​ ກັບ​ອົງ​ການ ​ພາກ​ປະ​ຊາ​ສັງ​ຄົມ ທ່​ານນຶ່ງ ​ກ່າວ​ຕໍ່​ ເອ​ເຊັຽ​ເສ​ຣີ​ ເມື່ອບໍ່​ດົນ​ ມານີ້​ວ່າ:

“ເພິ່ນ​ວ່າ ​ຖ້າ​ຂໍ​ນຳ​ ຕ່າງ​ປະ​ເທດ ຕ້ອງ​ຂຽນ​ຄຳ​ຮ້ອງ ​ບົດ​ສ​ເນີ​ ຜ່ານ​ຣັ​ຖ​ບານ​ກ່ອນ, ຣັ​ຖ​ບານ​ເຫັນ​ດີ ລະ​ຈັ່ງ​ໄປ​ສ​ເນີ​ ຕ່າງ​ປະ​ເທດ ອັນ​ນີ້​ ກະ​ມີ​ ຄວາມ​ຫຍຸ້ງ​ຍາກ ​ຫັ້ນ​ແຫຼະ. ທີ່​ຜ່ານ​ມາ ​ກະ​ຫຍຸ້ງ​ຍາກ ​ຢູ່​ແລ້ວ ຂ​ນາດ​ຕ່າງ​ປະ​ເທ​ດ ​ອະ​ນຸ​ມັດ​ແລ້ວ ໄປ​ຂໍ​ ບົດ​ບັນ​ທຶກ ​ຄວາມ​ເຂົ້າ​ໃຈ ກະ​ເກືອບ​ປີ ​ຈັ່ງ​ໄດ້ ຖື​ວ່າ ​ມີ​ຄວາມ​ຫຍຸ້ງ​ຍາກ ​ຢູ່​ແລ້ວ.”

ມາ​ຕ​ຣາ 59 ໄດ້​ບົ່ງ​ບອກ ​ເຖິງ​ການ​ຄຸ້ມ​ຄອງ ​ສ​ມາ​ຄົມ ຊຶ່ງ​ທາງ​ການ​ລາ​ວ ​ໄດ້​ກຳ​ນົດ ​ໃຫ້​ຣັ​ຖ​ບານ ​ເປັນ​ຜູ້​ຮັບ​ຜິດ​ຊອບ ໂດຍມອບ​ໃຫ້​ ຕັ້ງ​ແຕ່ ​ອຳ​ນາ​ດ​ ການ​ປົກ​ຄອງ​ບ້ານ ​ໄປ​ຮອດ​ ອຳ​ນາດ​ບໍ​ຣິ​ຫານ​ ຂັ້ນ​ກະ​ຊວງ ເປັນ​ຜູ້​ປະ​ຕິ​ບັດ ຮວມ​ທັງ ​ອົງ​ການ​ ແນວ​ລາວ​ສ້າງ​ຊາດ ເປັນ​ຜູ້​ຕິດ​ຕາມ ​ຄວບ​ຄຸມ, ດັ່ງ ດ​ຣ ບຸນ​ທອນ ຈັນ​ທະ​ລາ​ວົງ-ວິ​ເຊີ, ປະ​ທານ​ພັນ​ທະ​ມິດ ​ເພື່ອ​ປະ​ຊາ​ທິ​ປະ​ຕັຍ ​ໃນ​ລາວ ​ທີ່​ມີ​ສູນ​ກາງ ​ຢູ່​ປະ​ເທດ​ເຢັຽ​ຣະ​ມັນ, ​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ມື້​ວັນ​ທີ 21 ມົກ​ຣາ ປີ 2018 ນີ້​ວ່າ:

“ເພິ່ນອອກດໍາຣັດ ແບບນີ້ ມີການວາງແຜນ ຈໍາກັດ ເຄັ່ງຄັດ. ກະຊວງທະບວງກົມ ຕ່າງໆ ຄື ກະຊວງພາຍໃນ, ກະຊວງການເງິນ, ກະຊວງປ້ອງກັນ ຄວາມສງົບ, ກະຊວງ ການຕ່າງປະເທສ ແລະ ການກວດການີ້ ຕັ້ງແຕ່ ຂັ້ນສູກາງ, ຂັ້ນແຂວງ, ຂັ້ນເມືອງ ຈົນເຖິງ ຂັ້ນບ້ານ, ອັນນີ້ ກະແມ່ນ ສະແດງເຖິງ ການໃຊ້ອໍານາດ ຜະເດັດການ ຢ່າງຮ້າຍແຮງ ໃນການປາບປາມ ປະຊາຊົນ.”

ເວົ້າ​ສ​ເພາະ​ສິດ ​ແລະ​ ໜ້າ​ທີ່​ ຂອງ​ກະ​ຊວງ​ຕ່າງ​ປະ​ເທດ ທີ່​ດຳ​ຣັດ ​ກຳ​ນົດ​ໄວ້​ ຢູ່​ໃນ​ມາ​ຕ​ຣາ 64 ແມ່ນກວດ​ກາ​ ການ​ພົວ​ພັນ​ ແລະ​ ການ​ຮັບ​ທຶນ ຊັບ​ສິນ ​ຈາກ​ຕ່າງ​ປະ​ເທດ ​ແລະ ​ພາກ​ສ່ວນ​ອື່ນໆ​ ມາ​ໃຊ້​  ໃນ​ໂຄງ​ການ​ຕ່າງໆ ​ຂອງ​ສ​ມາ​ຄົມ. ນອກ​ຈາກ​ນັ້ນ, ​ທາງ​ການ​ລາວ ​ກໍ​ໄດ້​ວາງວົງ​ລ້ອມ ​ການ​ເຄື່ອນ​ໄຫວ ​ຂອງ​ສ​ມາ​ຄົມ ​ຫລາຍໆ​ຢ່າງ ​ເພື່​ອ​ບັງ​ຄັບ​ໃຫ້​ ສ​ມາ​ຄົນ ​ຢູ່​ພາຍ​ໃຕ້​ ການ​ຊີ້​ນຳ ຂອງ​ຜູ້ນຳ ​ພັກ​ປະ​ຊາ​ຊົນ​ ປະ​ຕິ​ວັດ​ລາວ ​ທຸກ​ຢ່າງ.

ດຳ​ຣັດ ​ວ່າ​ດ້ວຍ ​ສ​ມາ​ຄົມ ສ​ະບັບ​ໃໝ່ ປີ 2017 ນີ້​ ແມ່ນ​ໃຊ້​ແທນ​ ສະ​ບັບ​ ປີ 2009 ຄື​ ພາຍ​ຫລັງ ​ທີ່​ໃຊ້​ຄວບ​ຄຸມ ​ແລະ ​ຈຳ​ກັດ​ການ​ຈັດ​ຕັ້ງ ​ແລະ ​ການ​ເຄື່ອນ​ໄຫວ ​ຂອງ​ສ​ມາ​ຄົມ​ນັ້ນ ​ມາ​ໄດ້ 8 ປີ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard