ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພົງສາວະດານລ້ານຊ້າງ
Anonymous

Date:
ພົງສາວະດານລ້ານຊ້າງ
Permalink   
 


ຂໍຖາມກະຊວງສຶກສາທິການ ສປປ ລາວ ແດ່ວ່າ ທາງກະຊວງ ສສ ສປປ ລາວ

ຍັງມີການສິດສອນພົງສາວະດານ ລ້ານຊ້າງໃນຣາຊການຂອງພະເຈົ້າຈັກະຜັດ

ແຜ່ນແຜ້ວ ແລະ ເຈົ້າລ້ານຄຳແດງ ຢູ່ບໍ່? 

ເພາະຖາມລູກຫລານທີ່ຮຽນຈົບປະຖົມແລະມໍຕົ້ນຢູ່ລາວບໍ່ມີໃຜຮູ້ປວັດຂອງເຈົ້າ

ລ້ານຄຳແດງ ແລະ ຈັກະຜັດແຜ່ນແຜ້ວ ຈັກຄົນເລີຍ. 



__________________
Anonymous

Date:
Permalink   
 

Anonymous wrote:

ຂໍຖາມກະຊວງສຶກສາທິການ ສປປ ລາວ ແດ່ວ່າ ທາງກະຊວງ ສສ ສປປ ລາວ

ຍັງມີການສິດສອນພົງສາວະດານ ລ້ານຊ້າງໃນຣາຊການຂອງພະເຈົ້າຈັກະຜັດ

ແຜ່ນແຜ້ວ ແລະ ເຈົ້າລ້ານຄຳແດງ ຢູ່ບໍ່? 

ເພາະຖາມລູກຫລານທີ່ຮຽນຈົບປະຖົມແລະມໍຕົ້ນຢູ່ລາວບໍ່ມີໃຜຮູ້ປວັດຂອງເຈົ້າ

ລ້ານຄຳແດງ ແລະ ຈັກະຜັດແຜ່ນແຜ້ວ ຈັກຄົນເລີຍ. 


 ຮູ້ບໍ່ວ່າ ເຈົ້າໄກສອນ ພົມວິຫານ ສວຍໃຊ້ແລ້ວຫັກຫລັງ ເຈົ້າສຸພານຸວົງ ?

ແລະ ເຈົ້າຄຳໄຕ ສີພັນດອນ ເຈົ້າຈູມະລີ ໄຊຍະສອນ ແລະ ເຈົ້າຂີ້ທູດຂີ້ຫິດອື່ນໆ 

ກໍໂກງກິນຊາດ ຈົນລ້ຳ ຈົນລວຍ ?



__________________
Anonymous

Date:
Permalink   
 

ຂີ້ຊ້າງເຜືອກເປັນຕົ້ນເຫດໃຫ້ເກີດສົງຄາມລະຫວ່າງອານາຈັກອານາມ (ແກວ) ແລະລ້ານຊ້າງ 

ເລື້ອງມັນກໍມີຢູ່ວ່າ:

- ປະຊາຊົນຊາວປ່າຊາວດົງຄ້ອງຊ້າງປ່າໄດ້ ແຕ່ເປັນຊ້າງເຜືອກ ຂາວທັງຕົນຕົວ ໜັງ ງາ ແລະ

ເຫຼັບ ປະຊາຊົນໄດ້ນຳຊ້າງເຜືອກຕົວດັ່ງກ່າວນັ້ນເຂົ້າມາຖວາຍແກ່ພະເຈົ້າໄຊຍະຈັກກະຜັດແຜ່ນ

ແຜ້ວເພື່ອເປັນມູນມໍລະດົກຂອງບ້ານເມືອງ ເພາະໝໍໂຫນໄດ້ທວາຍເຫັນວ່າເປັນຊ້າງມີຄຸນຄ່າມະ

ຫາສານແລະຈະປົກປ້ອງບ້ານເມືອງພ້ອມໄພ່ຟ້າປະຊາກອນຈາກຂ້າເສິກສັດຕູໄດ້.  ຢູ່ມາຂ່າວຊ້າງ 

ເຜືອກປ່າຕົວນີ້ກໍດັງກ້ອງກັງວານໄປເຖິງພະເຈົ້າແຜ່ນດິນອານາມທີ່ເມືອງເວ້ອານາຈັກແກວໃນຍຸກ

ນັ້ນ ແລະ ອານຈັກເວ້ ແລະ ລ້ານຊ້າງກໍມີສຳພັນທະໄມຕຣີຕໍ່ກັນເປັນຢ່າງດີ ພະເຈົ້າແກວຈຶ່ງສົ່ງທູດ

ມາກາບທູນພະເຈົ້າໄຊຍະຈັກກະພັດແຜ່ນແຜ້ວເພື່ອຂໍໃຫ້ສົ່ງຂົນຊ້າງເຜືອກໄປໃຫ້ຊົມເພາະຢາກເຫັນ

ໄວ້ເປັນຂັວນຕາ ແລະແລ້ວພິເຈົ້າຈັກກະພັດແຜ່ນແຜ້ວກໍບໍ່ໄດ້ປະຕິເສດຈຶ່ງສັ່ງໃຫ້ເສນາອາມາດຕັດ 

ຂົນຊ້າງເຜືອກຈຳນວນນຶ່ງແລ້ວຍັດໃສ່ກ່ອງເງິນນ້ອຍອັນນຶ່ງແລະມອບໃຫ້ເສນາອາມາດແກວນຳໄປ 

ຖວາຍກະສັດຂອງພວກເຂົາ. ໃນກາງທາງ   ພວກເສນາອາມາດແກວພາກັນລັກເອົາຂົນຊ້າງເຜືອກ

ມາແບ່ງປັນກັນເພາະໄວ້ເປັນມູນມັງເຊື່ອວ່າເປັນຂອງດີວິເສດ ໂດຍປ່ຽນເອົາຂີ້ຊ້າງຍັດໃສ່ກະບອກໄມ້

ປ່ອງແທນຂົນຊ້າງເຜືອກແລະກະປຸກເງິນ.

ເມື່ອພວກເສນາອາມາດກັບໄປເຖິງເມືອງເວ້ພວກເຂົາກໍນຳກະບອກໄມ້ປ່ອງຍື່ນໃຫ້ກະສັດຂອງເຂົາ

ເມື່ອກະສັດແກວເປີດຝາກະບອກໄມ້ໄຜ່ນັ້ນອອກມາກໍພົບແຕ່ຂີ້ຊ້າງທີ່ມີກິ່ນເໝັນເໜົ່າຈຶ່ງເກີດຄວາມ

ໂກທາຂຶ້ນຢ່າງໃຫຍ່ຫຼວງ ໂດຍບໍ່ສືບສ່າວທ່າວຫາກົກປາຍສາຍເຫດກໍສັ່ງຍົກກອງທະຫານສາມໝື່ນ 

ຄົນເດີນທາງໄປສັ່ງສອນພະເຈົ້າໄຊຍະຈັກກະພັດແພ່ນແຜ້ວ ຝ່າຍເຈົ້າໄຊຍະຈັກະພັດບໍ່ທັນຕັ້ງໂຕໄດ້

ຈາກການບຸກໂຈມຕີຂອງອະດີດພະສະຫາຍແກວກໍຖືກບາດເຈັບຈຶ່ງຫລົບໜີໄປປິ່ນປົວຢູ່ມີ່ເມືອງເລີຍ

(ປະເທດໄທທກວັນນີ້) ແລະແລ້ວແກວກໍຍຶດນະຄອນຫຼືອານຈັກຊຽງທອງໄດ້ແລະພວກເຂົາກໍຈູດທຳ

ລາຍຫໍໂຮງຣາຊວັງແລະວັດາອາຮາມໃຫ້ວອດວາຍທັງເມືອງ.

-ໃນເວລາການປິ່ນປົວບາດແຜຂອງເຈົ້າໄຊຍະຈັກກະພັດແຜ່ນແຜ້ວທຮ່ເມືອງເລີຍຢູ່ນັ້ນ ກໍມີເຈົ້າລ້ານ 

ຄຳແດງຊຶ່ງເປັນນ້ອງຊາຍຂອງພະເຈົ້າຈັກກະພັດແຜ່ນແຜ້ວໄດ້ທ້ອນໂຮມທະຫານທີ່ເຫຼືອຢູ່ແລ້ວຕັ້ງ

ເປັນກອງໂຈນລອບໂຈມຕີກອງກຳລັງຂອງທະຫານແກວຢ່າງບໍ່ຂາດແຕ່ລະມື້ ແລະໄດ້ບັນທ່ອນກອງລຳ

ລຽງອາຫານ ຢາປົວພະຍາດ ແລະ ອາວຸດຍຸດໂທປະກອນຶງແກວທີ່ລຳລຽງມາແຕ່ອານາຈັດເວ້ຈົນໝຸ່ນ

ທະລາຍ ເຮັດໃຫ້ກອງກຳລັງທະຫານແກວຕ້ອງອ່ອນແອແລລົ້ມປ່ວຍລົງເພາະຂາດສະບງອາຫານແລະ

ຢາປິ່ນປົວບາດແຜແລະພະຍາດ.

(ຍັງມີຕໍ່$

 



__________________
Anonymous

Date:
Permalink   
 

ຂ້ອຍເຊື່ອວ່າວິຊາ "ພົງສາວະດານ" ບໍ່ມີໃນຫລັກສູດການສຶກສາ. ຂ້ອຍໄດ້ຮຽນວິຊານີ້

ໃນຊັ້ນປະຖົມ 3 ສົກປີຮຽນ 1973-74 ອ້າຍນ້ອງເຂົ້າມາ ເຂົາກໍ່ປະຕິຮູບຣະບົບການສຶກສາ

ມາເປັນ 5 ປີ ມັດທະຍົມ 3 ປີ ແລະຊັ້ນອຸດົມ 3 ປີ. 

ໃນໄລຍະນັ້ນມີຄວາມສັບສົນຫລາຍທັງຄຣູແລະນັກຮຽນ, ເກີດເປັນມື້ມາມີແຕ່ຮ້ອງເພງປະຕິວັດ

ບໍ່ໄດ້ຮຽນເປັນປົກກະຕິດອກ ຄຣູ ອາຈານຫລາຍຄົນກໍ່ຖືກຈັບໄປສຳມະນາ ຄຣູບາງຄົນກໍ່ຖືກສັບຊ້ອນຂຶ້ນ

ໄປສອນຊັ້ນມັດທພະຍົມ ອາຈານມັດທະຍົມກໍ່ຂຶ້ນໄປສອນຊັ້ນອຸດົມ. ແຕ່ລະມື້ເຫັນອ້າຍ-ເອື້ອຍຖືກອຸບ

ປະກອນອອກແຮງງານໄປໂຮງຮຽນແທນອຸບປະກອນການຮຽນ.

ປະຫວັດເຈົ້າຟ້າງຸ່ມ ເຂົາຍັງບໍ່ຮູ້ຊ້ຳນະ, ເຂົາວ່າ ມັນບໍ່ມີລັກສະນະວິທະຍາສາດ ທີຄົນເກີດມາມີແຂ້ວເຕັມປາກ.

ປະຫວັດເຈົ້າອະນຸ ເຈົ້າໄຊເສດຖາກໍ່ຮູ້ເລັກໆນ້ອຍເທົ່ານັ້ນ. 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard