ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການສໍ້ຣາສບັງຫຼວງ ຢູ່ ລາວ ເພີ້ມຂຶ້ນ
Anonymous

Date:
ການສໍ້ຣາສບັງຫຼວງ ຢູ່ ລາວ ເພີ້ມຂຶ້ນ
Permalink   
 


ການສໍ້ຣາສບັງຫຼວງ ຢູ່ ລາວ ເພີ້ມຂຶ້ນ

95bfc8d6-1968-438f-8f5a-367298597eca.jpe

 

ໃນປີ 2017 ຜ່ານມາ ອົງການເພື່ອຄວາມໂປ່ງໄສ ສາກົນ ຈັດ ສປປລາວ ໃຫ້ຢູ່ໃນດັນດັບຂີ້ຮ້າຍລົງ ຍ້ອນມີການສໍ້ຣາດບັງຫຼວງຫຼາຍຂຶ້ນ ແລະຖືກຈັດໃຫ້ຢູ່ໃນ ອັນດັບທີ 135 ໃນຈໍານວນ 180 ປະເທສໃນໂລກ ຄືໄດ້ທີຂີ້ຮ້າຍລົງ ກວ່າປີ 2016 ທີ່ໄດ້ທີ 123 ຄືໄດ້ພຽງແຕ່ 29 ຄະແນນ ໃນຈໍານວນຄະແນນເຕັມ 100 ຄະແນນ. ເວົ້າເຖິງການສໍ້ຣາດບັງຫລວງຢູ່ ສປປລາວ ແມ່ນແຕ່ ທ່ານ ທອງລຸນ ສີສຸລິດ, ນາຍົກ ຣັຖມົນຕຣີ ກໍຍັງຍອມຮັບຮູ້ວ່າມີ:

"ຍັງມີຫລາຍບັນຫາ ທີ່ປະຊາຊົນ ກໍຄືສັງຄົມ ຮຽກຮ້ອງໃຫ້ຣັຖບາລ ຕ້ອງສືບຕໍ່ເອົາໃຈໃສ່ແກ້ໄຂ ເປັນຕົ້ນແມ່ນປາກົດການ ການສໍ້ຣາດ ບັງຫລວງ ຂອງພະນັກງານ."

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ກະຊວງ ຜູ້ບໍ່ປະສົງອອກຊື່ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ກຸມພາ ນີ້ວ່າ ສາເຫດທີ່ພາໃຫ້ ມີການສໍ້ຣາດບັງຫລວງ ເພີ້ມຂຶ້ນໃນລາວ ຫລັກໆແລ້ວ ແມ່ນຣັຖບາລຍັງບໍ່ສາມາດ ກວດສອບຜູ້ມີອໍານາດໃຫຍ່ໄດ້. ດັ່ງທີ່ທ່ານກ່າວວ່າ:

"ການກວດສອບກໍເລີ້ມມີຢູ່ນໍ ແຕ່ວ່າການເຂົ້າເຖິງຂະບວນການກວດສອບແທ້ໆ ບໍ່ທັນມີປະສິດທິພາບ ເທື່ອ ມັນຍາກຍ້ອນວ່າ ເກງໃຈກັນ ບໍ່ກ້າກວດສອບ ຜູ້ມີອໍານາດສູງນໍ ສ່ວນທີ່ວ່າສາມາດ ກວດສອບໄດ້ ເປັນຜູ້ທີ່ວ່າກວດສອບໄດ້ ຄືເປັນຜູ້ທີ່ມີອໍານາດ ນ້ອຍໆ ໝາຍເຖິງ ພະນັກງານທົ່ວໄປ ທີ່ບໍ່ມີອໍານາດ ໃນການຕັດສິນໃຈ ແຕ່ວ່າຜູ້ທີ່ວ່າມີອໍານາດສູງໆ ຜູ້ທີ່ວ່າມີການຄໍຣັບຊັ້ນ ຫັ້ນໜ່າ ເຮົາຍັງບໍ່ທັນສາມາດ ທີ່ຈະໄປກວດສອບໄດ້ເທື່ອ."

ທ່ານອະທິບາຍວ່າ ປັດໃຈທີ່ເຮັດໃຫ້ທາງການ ບໍ່ສາມາດແກ້ໄຂບັນຫາ ການສໍ້ຣາດບັງຫລວງ ບໍ່ຕົກນັ້ນ ກໍຍ້ອນວ່າ ຣະບົບການກວດສອບ ຜູ້ກະທໍາຜິດ ກໍຫາກໍ່ເລີ້ມຈັດຕັ້ງປະຕິບັດ ຢ່າງຈິງຈັງໃນຣັຖບາລຊຸດນີ້. ສະນັ້ນການເຮັດວຽກຕ່າງໆ ຈຶ່ງຍັງບໍ່ໄດ້ຜົລ ແລະຄາດວ່າຍັງຕ້ອງໄດ້ ໃຊ້ເວລາອີກດົນ ຈຶ່ງຈະດີຂຶ້ນ. ແຕ່ຊາວລາວຄົນນຶ່ງໃຫ້ຄວາມເຫັນວ່າ ການສໍ້ຣາດບັງຫລວງໃນປັດຈຸບັນ ຫລຸດໜ້ອຍລົງແດ່ແລ້ວ:

"ການສໍ້ຣາດບັງຫລວງ ປັດຈຸບັນນີ້ກໍຮູ້ສຶກວ່າ ມີການປ່ຽນແປງໄປຫລາຍນໍ ກໍດີໃຈທີ່ຂະເຈົ້າເຮັດໄດ້ ໃນເມື່ອກ່ອນຫລາຍນໍ ແຕ່ວ່າດຽວນີ້ ຂະເຈົ້າ ມີການຮັດກຸມບໍ່ວ່າຈະເປັນ ເຣຶ່ອງຣະບຽບກົດໝາຍ ກໍານົດອິຫຍັງຕ່າງໆ ການວດສອບພະນັກງານ ຂະເຈົ້າ ກໍມີຢູ່ແບບພະນັກງານ ທີ່ຕໍາແໜ່ງຂ້ອນຂ້າງວ່າຕໍ່າ ແຕ່ວ່າຊັບສິນຫລາຍ ຂະເຈົ້າກໍມີການໄປກວດສອບ ທີ່ໄປທີ່ມາແນວໃດ ເວົ້າເຣຶ່ອງຄໍຣັບຊັນ ເຣຶ່ອງໄມ້ ເຣຶ່ອງ ການສົ່ງອອກໄມ້ ກໍຫລຸດລົງ."

ຈາກຜົລຂອງການສໍາຣວດປີ 2017 ທີ່ຜ່ານມາ ສປປລາວ ເປັນປະເທສ ທີ່ມີການສໍ້ຣາດບັງຫລວງ ຫລາຍທີ່ສຸດອັນດັບ 2 ໃນອາຊຽນ ຮອງຈາກ ກໍາພູຊາ. ສ່ວນວ່າປະເທສ ທີ່ໄດ້ອັນດັບທີນຶ່ງ ຄືແກ້ໄຂບັນຫາ ການສໍ້ຣາດບັງຫລວງໄດ້ດີນັ້ນ ແມ່ນປະເທສ ນິວຊີແລນ ແລະ ສອງມາກໍແມ່ນ ສະວີເດນ.



__________________
Anonymous

Date:
Permalink   
 

ທາງການ ລາວ,ໄທ ຫາລື ວຽກງານ ຄວາມໝັ້ນຄົງ

image628737.jpg

 

ຄນະຜູ້ແທນກວດກາ ສູນກາງພັກປະຊາຊົນປະຕິວັດລາວ ນໍາໂດຍ ດຣ. ບຸນທອງ ຈິດມະນີ ກັມການກົມການເມືອງ, ເລຂາທິການ ສູນກາງ ພັກ, ປະທານກວດກາ ສູນກາງພັກ ໄປຢ້ຽມຢາມ ໄທ ໃນວັນທີ 21 ແລະ 22 ກຸມພາ 2018ເພື່ອປຶກສາຫາລື ກ່ຽວກັບ ວຽກງານຕ້ານ ການສໍ້ຣາດບັງຫຼວງ ແລະຄວາມໝັ້ນຄົງ ໂດຍສະເພາະ ຕາມແນວຊາຍແດນ ຣະຫວ່າງສອງປະເທສ.

ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ອົງການກວດກາ ສູນກາງພັກ ທີ່ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ກຸມພາ ນີ້ວ່າ:

"ອື 21 ຫາ 22 ເພີ່ນໄປ ສ່ວນວ່າຄນະນຶ່ງຍັງຢູ່ພຸ້ນເຈົ້າ ຫົວຂໍ້ກໍແມ່ນເປັນການພົບປະ ແລກປ່ຽນ ວຽກອັນຕ້ານການສໍ້ຣາດບັງຫລວງ."

ດຣ. ບຸນທອງ ຈິດມະນີ ໄດ້ພົບພໍ້ກັບທ່ານ ປະຍຸດ ຈັນໂອຊາ ນາຍົກຣັຖມົນຕຣີໄທ, ຫົວໜ້າ ຄສຊ. ທີ່ທໍານຽບຣັຖບາລ ຢູ່ບາງກອກ ແລະ ໄດ້ແລກປ່ຽນຂໍ້ມູນ ແລະປະສົບການດ້ານ ການປ້ອງກັນ ແລະປາບປາມ ການສໍ້ຣາດບັງຫລວງ ຣະຫວ່າງ ສອງປະເທສ ໃນຣະຍະທີ່ຜ່ານມາ.

ໃນຣະຫວ່າງການພົບພໍ້ກັບທ່ານ ປະຍຸດ ຈັນໂອຊາ, ດຣ. ບຸນທອງ ຈິດມະນີ ໄດ້ຢືນຢັນເຖິງການພົວພັນ ອັນເຂັ້ມແຂງ ກັບໄທ ຕລອດ 67 ປີ ທີ່ມີການພັທນາ ຢ່າງເປັນຣະບົບຕລອດມາ ແລະຫວັງວ່າ 2 ປະເທສ ລາວ-ໄທ ຈະສືບຕໍ່ພົວພັນ ແລະຮ່ວມມື ທີ່ມີຢູ່ນີ້ຕໍ່ໄປ ໃນທຸກດ້ານ ທັງທາງດ້ານການເມືອງ, ເສຖກິດ ແລະ ສັງຄົມ ໂດຍສະເພາະວຽກງານ ຕ້ານການສໍ້ຣາດບັງຫລວງ ຊຶ່ງໃນຣະຍະຜ່ານມາ ຖືວ່າ ໄດ້ມີການ ຮ່ວມມືກັນ ເປັນຢ່າງດີໃນການແລກປ່ຽນຂໍ້ມູນ ຊຶ່ງກັນແລະກັນ.

ພ້ອມກັນນັ້ນ ທ່ານຍັງໄດ້ຢໍ້າເຖິງເຣຶ່ອງຄວາມໝັ້ນຄົງ ຂອງທັງສອງປະເທສ ລາວ-ໄທ ໂດຍສະເພາະຕາມແນວຊາຍແດນ ຂອງສອງປະເທສ, ເຣຶ່ອງການ ຫລົບໜີຄະດີ ຂອງຄົນລາວ ແລະຄົນໄທ, ຊ່ວຍກັນສະກັດກັ້ນບຸກຄົນ ທີ່ຕ້ອງສົງສັຍ ຫລົບໜີຄະດີ ເຂັ້ມງວດຂຶ້ນ ແລະໃຫ້ ປະຕະບັດ ຕາມກົດໝາຍຣະຫວ່າງປະເທສ.



__________________
Anonymous

Date:
Permalink   
 

ໂຈນຕັ້ງລູກນ້ອງເປັນຄົນກວດສອບ ບໍລິວານໂຈນ ແຕ່ບໍ່ມີສິດກວດສອບ ບັນດາຜູ້ມີອຳນາດ ທີ່ເປັນ ຫົວຫໜ້າໂຈນ ປົ້ນຊາດ ກອບໂກຍຊັບສິນຂອງຊາດ ມາ40ກ່ວາປີໄດ້ ຈົນບ້ານເມືອງວອດວາຍ ຍ້ອນພາກກັນ ຂາຍຊາດກິນ ບໍ່ມີວັນສີ້ນສຸດ ທຸກວັນນີ້,,ເພາະອົງການກວດສອບທີ່ເປັນຂອງປະຊາຊົນ ທີ່ມີອິດສະລະ ທີ່ແທ້ຈິງ ບໍ່ມີໃນລະບອບໂຈນປົກຄອງບ້ານເມືອງ ທຸກວັນນີ້,,

newss-9.jpg?resize=700%2C400&ssl=1

 

ໃນກອງປະຊຸມໃຫຍ່ຄັ້ງທີ່10ພັກ ຂີ້ຂ້າຮັບໃຊ້ແກວແດງ ພາກັນອອກມາ*ແຫກປາກ*ຍ້ອງຍໍພັກປົ້ນອຳນາດ ຂາຍຊາດຮັບໃຊ້ແກວແດງ ຈົນບ້ານເມືອງ*ຫລົ້ມຈົມ*ຈິບຫາຍວາຍວອດ ທຸກວັນນີ້ ບໍ່ມີປັນຍາແກ້ໄຂໄດ້, ພາກັນໄປຂໍຄວາມຊ່ວຍເຫຼືຶອຈາກໄທຍ,ເລາະຂໍທານຕ່າງປະເທດມາໃຊ້ຈ່າຍ ສ້າງໜີ້ສິນມະຫາສານໃຫ້ຊາດແລະປະຊາຊົນລາວ,,ຍັງບໍ່ອາຍປາກວ່າ:ຍ້ອນພັກນຳພາ ປະຊາຊົນລາວໄດ້ຢູ່ດີກິນດີ ມີຊີວິດດີຂື້ນຫລາຍເທົ່າ ເມື່ອທຽບກັບສະໄໝເກົ່າກ່ອນປົດປ່ອຍ ໃຫ້ປະຊາຊົນມີປະຊາທິປະໄຕ,,ມັນເວົ້າຄື:ເດັກນ້ອຍໄຮ້ດຽງສາ,,ຍຶດອຳນາດ ປົ້ນສິດເສລີພາບ ປະະຊາທິປະໄຕ ປະຊາຊົນລາວໄປແຕ່ປີ1975,,ປະຊາທິປະໄຕໃນລາວ ມັນຕາຍຕັ້ງແຕ່ຕອນນັ້ນແລ້ວ 43ປີຜ່ານມາ ມີແຕ່ຜະເດັດການ ໃຊ້ອຳນາດປ່າເຖື່ອນ ປາບປາມປະຊາຊົນ ໃຊ້ອຳນາດເປັນໂຈນ*ປົ້ນຊາດ*ຍັງແຫກປາກວ່າ:ລາວມີຄວາມສະຫງົບ ມີປະຊາທິປະໄຕ ມີຄວາມຈະເລີນກ້າວໜ້າ ແຕ່ເປັນຂີ້ຂ້າເຈັກ ຂີ້ຂ້າແກວ ໄປຮອດວັນຕາຍຂອງພວກມັນ ໃຊ້ໜີ້ແກວ ໃຊ້ໜີ້ເຈັກ ບໍ່ມີວັນໝົດ,ຍ້ອນພາກັນຂາຍຊາດກິນ ຈົນປະຊາຊົນລາວບໍ່ມີແຜ່ນດິນຈະຢູ່ ທຸກວັນນີ້,,

Image may contain: 4 people, text

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard