ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫະລັດອາເມລິກາ ມອບໂຮງໜໍໃໝ່ໃຫ້ແຂວງສາລະວັນ
Anonymous

Date:
ສະຫະລັດອາເມລິກາ ມອບໂຮງໜໍໃໝ່ໃຫ້ແຂວງສາລະວັນ
Permalink   
 


ສະຫະລັດອາເມລິກາ ມອບໂຮງໜໍໃໝ່ໃຫ້ແຂວງສາລະວັນແລະສຸກສາລາຫລັງໃໝ່ໃຫ້ແຂວງເຊກອງ

Toumlan%2BDistrict%2BHopistal%2B%2B%2528

 

ສະຖານທູດສະຫະລັດອາເມລິກາແລະສູນບັນຊາການກອງທັບສະຫະລັດປະຈໍາພາພື້ນປາຊີຟິກໄດ້ມອບຮັບໂຮງໝໍເມືອງຫລັງໃໝ່ຈຳນວນສາມແຫ່ງແລະສຸກສາລາໃໝ່ໜຶ່ງແຫ່ງຢ່າງເປັນທາງການໃຫ້ແກ່ບັນດາເມືອງຕຸ້ມລານ, ເມືອງສະຫມ້ວຍແຂວງສາລະວັນແລະເມືອງທ່າແຕງແຂວງເຊກອງ. ພິທີມອບຮັບຢ່າງເປັນທາງການນີ້ໄດ້ຈັດຂື້ນໃນວັນທີ27ກຸມພາ2018ທີ່ເມືອງຕຸ້ມລານແລະເມືອງທ່າແຕງແລະໃນວັນທີ28ກຸມພາ2018ຢູ່ທີ່ເມືອງສະໝ້ວຍ.

ແຕ່ລະໂຄງການຂອງກໍ່ສ້າງໂຮງໝໍເມືອງແລະສຸກສາລາຫລັງໃໝ່ເຊີ່ງຕັ້ງຢູ່ບໍລິເວນພື້ນທີ່ເກົ່າທີ່ຍັງມີການນຳໃຊ້ແລະໃຫ້ບໍລິການຢູ່ໃນປະຈຸບັນ. ບັນດາຕືກອາຄານຫລັງໃໝ່ນີ້ຈະຊ່ວຍເສີມຂະຫຍາຍຄວາມອາດສາມາດໃນການໃຫ້ບໍລິການຂອງພະແນກສາທາລະນະສຸກແຂວງກໍ່ຄືໃຫ້ແກ່ປະຊາຊົນຢູ່ທັງສອງແຂວງດັ່ງກ່າວ. ເຊີ່ງມູນຄ່າການກໍ່ສ້າງຂອງໂຄງນີ້ລວມກັນແລ້ວແມ່ນຫລາຍກວ່າສອງລ້ານໂດລາສະຫະລັດ.

Toumlan%2BDistrict%2BHopistal%2B%2B%2528

ທ່ານນາງຣີນາບິດເຕີເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳສປປລາວໄດ້ເປັນກຽດເຂົ້າຮ່ວມໃນພິທີມອບຮັບໂຮງໝໍເມືອງຫລັງໃໝ່ຢູ່ທີ່ເມືອງຕຸ້ມລານພ້ອມດ້ວຍທ່ານເຈົ້າແຂວງແຂວງສາລະວັນພະນະທ່ານສີສຸວັນວົງຈອມສີແລະຢູ່ທີ່ເມືອງທ່າແຕງໂດຍທ່ານເຈົ້າແຂວງແຂວງເຊກອງພະນະທ່ານຄຳເຜີຍບຸດດາວຽງ.

ໂຄງການເລົ່ານີ້ແມ່ນໄດ້ຖຶກສ້າງຂື້ນບໍ່ພຽງແຕ່ຊ່ວຍເຫລືອປະຊາຊົນລາວເທົ່ານັ້ນແຕ່ຍັງເປັນການຊ່ວຍເຫລືອສປປລາວເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ທ່ານນາງຣີນາບິດເຕີໄດ້ກ່າວວ່າ: ຂ້າພະເຈົ້າເຊື່ອວ່າໂຄງການຕ່າງໆເລົ່ານີ້ຈະສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນລະຫວ່າງສະຫະລັດອາເມລິກາແລະສປປລາວໃຫ້ແໜ້ນແຟ້ນຂື້ນກວ່າເກົ່າ, ແລະຈະເປັນການປັບປຸງຄຸນນະພາບຊີວິດຂອງປະຊາຊົນລາວໃນທົ່ວປະເທດອີກດ້ວຍ.



__________________
Anonymous

Date:
RE: ສະຫະລັດອາເມລິກາ ມອບໂຮງໜໍໃໝ່ໃຫ້ແຂວງສາລະວັນ
Permalink   
 


ທະຫານກັມພູຊາຊ້ອມຣົບ ຢູ່ ຊາຍແດນ

ddeffcb2-6e35-44c5-aa68-e2c6bb046a29.png

 

ສະຖານະການ ຕາມເຂດຊາຍແດນ ລາວ-ກຳພູຊາ ຍັງເປັນປົກກະຕິ ຢູ່ ເຖິງວ່າ ທະຫານຝ່າຍກຳພູຊາ ຈະມີການຝຶກແອບ ກຳລັງທະຫານ ຫຼືຊ້ອມຣົບ ດ້ວຍການໃຊ້ລູກປືນນ້ອຍ ແລະ ລູກປືນໃຫຍ່ ທີ່ເປັນຂອງແທ້ ຕາມເຂດຊາຍແດນ ນັ້ນກໍ່ຕາມ, ແຕ່ເພື່ອຄວາມບໍ່ປມາດ ທະຫານ ຝ່າຍລາວ ກໍກຽມພ້ອມຕລອດເວລາ ເພື່ອຮັບມືກັບເຫຕການບໍ່ດີ ທີ່ອາຈເກີດຂຶ້ນ, ດັ່ງເຈົ້າໜ້າທີ່ ປກຊ-ປກສ ໃນພາກໃຕ້ ທ່ານນຶ່ງ ກ່າວວ່າ:

“ກະບໍ່ມີບັນຫາ ເພາະວ່າເຂົາຊ້ອມຕາມປົກກະຕິຂອງເຂົາ ເຮົາກະຮັບຂ່າວແລ້ວ, ຫາກແຕ່ວ່າ ເຂົາຫັ້ນແຈ້ງແຕ່ເຂົາ ເຂົາເຮັດແຕ່ເຂົາ, ແຕ່ເຮົາ ຫັ້ນເຫັນໄດ້ເຫຕການແນວນັ້ນ ເຮົາກໍບໍ່ຫົວຊາ ເຮົາກະປົກກະຕິ ກະບໍ່ມີບັນຫາຫຍັງ, ແຕ່ເຮົາກະບໍ່ໄດ້ເຮັດຫຍັງ, ເຮົາກະມີແຕ່ວ່າ ຢູ່ໃນທ່າກະ ກຽມຫັ້ນແຫຼະ ເພາະວ່າ ມັນເຂົ້າມາໃກ້ເຮົາຫຼາຍ ເຮົາກະຣະວັງໄວ້ທໍ່ນັ້ນນ່າ ບໍ່ມີບັນຫາຫຍັງ."

ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ ຝ່າຍທະຫານຊາຍແດນລາວ ກໍເຂົ້າໃຈດີ ທີ່ຝ່າຍກຳພູຊາ ມີການຊ້ອມຣົບ, ແຕ່ກໍຕ້ອງໄດ້ເຝົ້າຣະວັງ ຢ່າງໃກ້ຊິດ ເພາະອາຈມີລູກປືນໃຫຍ່ ຕົກຂ້າມມາດິນແດນລາວ, ຊຶ່ງຖ້າມີການລຸກລ້ຳດິນແດນ ຫຼືລູກປືນ ຕົກລົງມາໃສ່ດິນ ລາວ ແທ້ ກໍຕ້ອງໄດ້ມີການ ເວົ້າກັນ ໄປຕາມກໍຣະນີ ທີ່ເກີດຂຶ້ນ.

“ເຂົາສແດງກຳລັງແນວນັ້ນແນວນີ້ ກະເຣື້ອງຂອງເຂົາ, ເຂົາຊ້ອມຣົບ ກະຊ້ອມໄປຕາມຍຸທສາຕຂອງເຂົາ, ຫັ້ນນ່າ ເຮົາກະບໍ່ໄດ້ວ່າຫຍັງ. ແຕ່ວ່າກະກຽມເບິ່ງວ່າ ເຂດແດນເພິ່ນລ້ຳເຂົ້າມາ ເຮົາກະຈັ່ງຄ່ອຍວ່າ ຫຼືວ່າເພິ່ນເຮັດລູກປືນໃຫຍ່ ເພິ່ນຕົກລົງມາ ລູກປືນຂ້າມມາ ເຮົາຈັ່ງ ຄ່ອຍວ່າ. ອັນນັ້ນມັນເປັນເຫຕການທີ່ບັງເອີນ ຈັ່ງຄ່ອຍແກ້ໄຂ."

ທ່ານ ເສັຽ ໂສຈິຕ, ໂຄສົກ ກະຊວງປ້ອງກັນປະເທສ ຂອງກຳພູຊາ ໃຫ້ສຳພາດຕໍ່ສື່ມວນຊົນທ້ອງຖິ່ນ ຂອງກຳພູຊາວ່າ ການຊ້ອມຣົບ ຂອງ ໜ່ວຍຣົບ 128 ທີ່ຖືກສ້າງຕັ້ງຂຶ້ນໃໝ່ ໄດ້ນຳໃຊ້ລູກປືນນ້ອຍ ແລະ ລູກປືນໃຫຍ່ ຂອງແທ້ ຂນາດ 100 ມິນລີແມັດ, 81 ມິນລີແມັດ ແລະ 60 ມິນລີແມັດນັ້ນ, ໄດ້ມີຂຶ້ນພຽງ 1 ມື້ ຂອງວັນທີ 26 ກຸມພາ ປີ 2018, ໂດຍມີຈຸດປະສົງ ເພື່ອຝຶກແອບທະຫານ ທີ່ເປັນໄປຕາມຍຸທວິທີ ຂອງທະຫານເທົ່ານັ້ນ, ບໍ່ໄດ້ມີເຈຕນາຂົ່ມຂູ່ ທະຫານຊາຍແດນ ຂອງປະເທສອື່ນ ແຕ່ຢ່າງໃດ.

ກ່ອນໜ້ານີ້, ຄື ເມື່ອເດືອນສິງຫາ ປີ 2017,  ທາງການກຳພູຊາ ກ່າວຫາວ່າ ທະຫານຊາຍແດນລາວ ໄດ້ລຸກລ້ຳ ເຂົ້າມາໃນເຂດແດນ ຂອງກຳພູຊາ ທີ່ເຂດຫ້ວຍຕະເງົາ ແລະ ເຂດຫ້ວຍອາໄລ ເພື່ອບອກໃຫ້ ວິສວະກອນ ກໍ່ສ້າງເສັ້ນທາງ ຂອງຝ່າຍ ກຳພູຊາ ຍຸຕິການກໍ່ສ້າງ ເສັ້ນທາງຢູ່ເຂດ ດັ່ງກ່າວ ຈົນເຮັດໃຫ້ ທ່ານ ຮຸນເຊນ, ນາຍົກຣັຖມົນຕຣີ ຂອງກຳພູຊາ ຂີດເສັ້ນຕາຍ 7 ມື້ເພື່ອໃຫ້ ນາຍົກຣັຖມົນຕຣີລາວ ສັ່ງຖອນ ກຳລັງທະຫານ ອອກຈາກເຂດດັ່ງກ່າວ, ຖ້າບໍ່ດັ່ງນັ້ນ ນາຍົກຣັຖມົນຕຣີ ກຳພູຊາ ຂູ່ວ່າ ຈະໃຊ້ກຳລັງທະຫານ ເຂົ້າແກ້ໄຂບັນຫາ.



__________________
Anonymous

Date:
Permalink   
 

ພົນໂທຮຸນມະເນດ ທຳພິທີເປີດກອງບັນຊາການກອງພົນແຊກແຊງຊາຍແດນ ທີ່ກອງທັບພາກທີ່1 ແຂວງສະຕຶງເຕັງ ຕິດຊາຍແດນລາວ ແລະໄດ້ມີການຊ້ອມຮົບຍ່າງໃຫຍ່ໂຕ ເພື່ອກຽມພ້ອມປ້ອງກັນຊາຍແດນຍູ່ຕະລອດເວລາ ແລະຍັງໄດ້ປະກາດຕໍ່ທະຫານກຳປູເຈຍທຸກນາຍວ່າ ເຮົາຈະບໍ່ຍອມຖອນກອງທະຫານອອກຈາກດິນແດນລາວຍ່າງເດັດຂາດໄຜຍາກໄດ້ໃຫ້ມັນເອົາຫົວມາແລກລູກປືນ ພະນະ

28660953_564199507282770_795038983789594



__________________
Anonymous

Date:
Permalink   
 

ກ່ອນອື່ນ ຕ້ອງຂໍຂອບໃຈນຳປະຊາຊົນອາເມຣິກັນ ແລະ ຣັຖບານອາເມຣິກາ

ທີ່ໄດ້ໃຫ້ການຊ່ອຍເຫຼືອປຸກສ້າງໂຮງໝໍແຫ່ງນີ້ ແລະ ອີກຫລາຍໆແຫ່ງໃນຂອບເຂດທົ່ວປະເທດ

ແຕ່ບໍ່ຮູ້ວ່າເພິ່ນຈະຊ່ອຍເຫຼືອຫຍັງອີກແດ່ ເຊັ່ນວ່າ ເງິນເດືອນແພດໝໍ ອຸບປະກອນການແພດ

ແລະຢາປົວພະຍາດ ຖ້າມອບໃຫ້ເປັນພາລະຣັຖບານ ສປປ ລາວ ເປັນຜູ່ຮັບຜິດຊອບ ຂ້ອຍຄິດ

ວ່າວຽກງານນີ້ຄົງກັບຄືນໄປຫາຕອນຊຸມປີ 1975 ຫາ 2010 !



__________________
Anonymous

Date:
Permalink   
 

ຂັ້ນຕໍ່ໄປ ກໍຄົງຈະໄດ້ເຊີນພະນັກງານຈາກຫລາຍຂັ້ນຂອງພັກລັດ

ມາອົບລົມເລື້ອງການບໍລິຫານໂຮງຫມໍພະຍາບານ

ແລະ ດ້ານອື່ນໆອີກ ທີ່ປະເທດອະເມຣິກາ



__________________
Anonymous

Date:
Permalink   
 

Anonymous wrote:

ຂັ້ນຕໍ່ໄປ ກໍຄົງຈະໄດ້ເຊີນພະນັກງານຈາກຫລາຍຂັ້ນຂອງພັກລັດ

ມາອົບລົມເລື້ອງການບໍລິຫານໂຮງຫມໍພະຍາບານ

ແລະ ດ້ານອື່ນໆອີກ ທີ່ປະເທດອະເມຣິກາ


 ເຄີຍໄດ້ຍິນວ່າມີແພດທະຫານລາວໄປຮຽນຂະແໜງປິ່ນປົວພະຍາດຕິດຕໍ່ຢູ່ອາເມຣິກາຫລາຍຄົນ
ໄປຮຽນຂະແໜງ Radiology ອີກຈຳນວນນຶ່ງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard