ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫະລັດ ອາເມລິກາ ສົ່ງເສີມໂຄງການອາຫານສຳລັບໂຮງຮຽນ ຢູ່ແຂວງ ຫຼວງນໍ້າທາ
Anonymous

Date:
ສະຫະລັດ ອາເມລິກາ ສົ່ງເສີມໂຄງການອາຫານສຳລັບໂຮງຮຽນ ຢູ່ແຂວງ ຫຼວງນໍ້າທາ
Permalink   
 


ສະຫະລັດ ອາເມລິກາ ສົ່ງເສີມໂຄງການອາຫານສຳລັບໂຮງຮຽນ ຢູ່ແຂວງ ຫຼວງນໍ້າທາ

US-funded-school-lunches-Luang-Namtha_MaUS-School-Nutrition-Program-Luang_Namtha

 

ຫຼວງນໍ້າທາ ສປປ ລາວ - ໃນວັນ 27-29 ມີນາ ລະຫວ່າງການຢ້ຽມຢາມໂຄງການອາຫານສໍາລັບໂຮງຮຽນໃນສາມໝູ່ບ້ານທີ່ໄດ້ຮັບທຶນການຊ່ວຍເຫຼືອຈາກສະຫະລັດອາເມລິກາ, ເຈົ້າຫນ້າທີ່ຈາກ ສະຫະລັດອາເມລິກາ ໄດ້ພົບກັບ ທ່ານ ບູນຍີ ແກ້ວຄູນເມືອງ ຮອງເຈົ້າແຂວງ ແຂວງຫຼວງນ້ຳທາເພື່ອສຶກສາເບິ່ງຕົວຈິງວ່າບັນດານັກສຶກສາໃນທ້ອງຖິ່ນ ແລະ ຊາວກະຊິກອນ ຈະໄດ້ຜົນປະໂຫຍດແນວໃດຈາກການຊ່ວຍເຫຼືອຂອງ ລັດຖະບານສະຫະລັດອາເມລິກາຢູ່ພາຍໃນແຂວງ.

 

ທ່ານນາງ Jocelyn Brown, ຮອງຫົວຫນ້າບໍລິຫານ ກະຊວງກະສິກຳ ສະຫະລັດອາເມລິກາ (USDA), ແລະ ທ່ານ ອຸປະທູດ ໄມໂຄ ຄລາຍ ປະຈຳສະຖານທູດສະຫະລັດອາເມລິກາ ທີ່ນະຄອນຫຼວງວຽງຈັນ ໄດ້ເດີນທາງໄປຢ້ຽມຢາມ ແຂວງຫຼວງນໍ້າທາ ເພື່ອຕິດຕາມຕົວຈິງວ່າ ອົງການອາຫານໂລກ ຂອງສະຫະປະຊາຊາດ ທີ່ກຳລັງຈັດຕັ້ງປະຕິບັດໂຄງການຂອງສະຫະລັດອາເມລິກາໂດຍການໄດ້ທຶນຈາກໂຄງການສາກົນດ້ານການສະບຽງອາຫານເພື່ອການສຶກສາ ແລະ ໂພສະນາການແກ່ເດັກ (McGovern-Dole International Food for Education and Child Nutrition Program) ແລະ ໂຄງການ  (the Local and Regional Procurement Program) ຂອງ USDA.  ນີ້ເປັນໂຄງການຊ່ວຍເຫຼືອພົນລະເຮືອນທີ່ໃຫຍ່ທີ່ສຸດຈາກສະຫະລັດອາເມລິກາໃນ ສປປ ລາວ. 

 

ການສະໜອງອາຫານທີ່ມີຄຸນປະໂຫຍດໃຫ້ແກ່ໂຮງຮຽນໂດຍການນຳໃຊ້ຜົນຜະລິດທາງດ້ານການກະເສດຈາກ ສະຫະລັດອາເມລິກາ ໄດ້ຊ່ວຍປັບປຸງການຮູ້ຫນັງສື ແລະ ຊ່ວຍທາງໂພສະນາການໃຫ້ບັນດານ້ອງນັກຮຽນໃນເຂດຫ່າງໄກສອກຫຼີກ ພ້ອມກັນນັ້ນ ຊາວກະສິກອນຍັງໄດ້ຮັບຜົນປະໂຫຍດຈາກໂຄງການນີ້ ແລະ ພວກເຂົາຍັງໄດ້ປະກອບສ່ວນໂດຍກົງເຂົ້າໃນຜົນສຳເລັດການສຶກສາຂອງນ້ອງນັກສຶກສາໃນຊຸມຊົນຂອງພວກເພີ່ນ. ອາຫານໃນແຕ່ລະມື້ປະກອບມີຜົນຜະລິດດ້ານການກະເສດຈາກໂຄງການ USDA, ຜັກທີ່ປູກເອງຈາກສວນຂອງໂຮງຮຽນ ແລະ ການປະກອບສ່ວນຈາກຊຸມຊົນ. ໂຄງການນີ້ແມ່ນເປັນສ່ວນໜຶ່ງຂອງການລິເລີ່ມໂດຍການເຮັດວຽກຮ່ວມກັນຢ່າງໃກ້ຊິດກັບ ກະຊວງສຶກສາທິການ ແລະ ກິລາ ແລະ ຄູ່ຮ່ວມມືອື່ນໆ ທີ່ຊ່ວຍໃຫ້ນ້ອງນັກຮຽນສາມາດເຂົ້າເຖິງ ນໍ້າສະອາດ, ສຸຂາພິບານ, ສຸຂະອະນາໄມ, ວຽກງານການສຶກສາທາງໂພສະນາການ, ແລະ ບັນດາກິດຈະກຳກ່ຽວກັນການຮູ້ໜັງສື.

 

ທ່ານນາງ Brown ແລະ ທ່ານ ອຸປະທູດ ໄມໂຄ ຄລາຍ ຍັງໄດ້ລົງຢ້ຽມຢາມ ໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກ ສະຫະລັດອາເມລິກາຢູ່ທີ່ ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ. ນັບຕັ້ງແຕ່ 2006, USDA ໄດ້ໃຫ້ການຊ່ວຍເຫຼືອໂດຍຜ່ານໂຄງການ (the McGovern-Dole program) ເພື່ອຮັບປະກັນ 25ລ້ານ ຄາບອາຫານ ທີ່ມີປະໂຫຍດຈະໄດ້ມອບໃຫ້ແກ່ໂຮງຮຽນ ແລະ ນ້ອງໆນັກຮຽນຈຳນວນ 145,000 ຄົນ ໃນ 30ເມືອງ ໃນທົ່ວ 7 ແຂວງ  ໃນແຕ່ລະປີ.

 



__________________
Anonymous

Date:
RE: ສະຫະລັດ ອາເມລິກາ ສົ່ງເສີມໂຄງການອາຫານສຳລັບໂຮງຮຽນ ຢູ່ແຂວງ ຫຼວງນໍ້າທາ
Permalink   
 


ຂໍຂອບໃຈຣັຖບານອາເມຣິກາ ແລະ ປະຊາຊົນອາເມຣິກັນ

ທີ່ໃຫ້ການຊ່ອຍເຫຼືອປະຊາຊົນລາວ ໂດຍສະເພາະແມ່ນໃນໂຄງການນີ້.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard