ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົ້ນພົບ ແຮ່ທາດ ທອງແດງ ທີ່ມີ ຄຸນນະພາບ ສູງ ໃນລາວ.
Anonymous

Date:
ຄົ້ນພົບ ແຮ່ທາດ ທອງແດງ ທີ່ມີ ຄຸນນະພາບ ສູງ ໃນລາວ.
Permalink   
 


ບໍຣິສັດ  ແພນອອສເຕຣເລັຽ ຄົ້ນພົບ ແຮ່ທາດ ທອງແດງ ທີ່ມີ ຄຸນນະພາບ ສູງ ໃນລາວ.

F-phukham.jpg

ແຜນທີ່ ເມືອງພູຄໍາ ແຂວງວຽງຈັນ ບ່ອນຂຸດຄໍາແລະທອງແດງ

 

ບໍຣິສັດ ຂຸດຄົ້ນ ແຮ່ທາດ ແພນອອສເຕຣເລັຽ ລາຍງານ ການພົບເຫັນ ແຮ່ທາດ ທອງແດງ ທີ່ມີ ຄຸນນະພາບ ສູງ ໃນລາວ ອາດຈະມີ ການສືບຕໍ່ ອາຍຸ ໂຄງການ ຂຸດຄົ້ນ ແຮ່ທາດ ທອງແດງ ແລະ ຄຳ ໃນເຂດ ບໍ່ ພູຄຳ ໄປອີກ ຫລາຍປີ.

ບໍຣິສັດ ແພນອອສ ຖແລງວ່າ ເມື່ອຂຸດເຈາະ ໄປເຖິງ ຄວາມເລິກ ປະມານ 336 ແມັດ ກໍໄດ້ພົບ ເຫັນກ້ອນ ແຮ່ທາດ ຂນາດໃຫຍ່ ທີ່ມີເຊື້ອທອງ ແດງ ປະປົນຢູ່ ປະມານ 1.51% ທາດຄຳ ປະມານ 0.31 ກຣາມ ຕໍ່ນື່ງ ຕັນ ແລະ ທາດເງີນປະມານ 2 ກຣາມ ຕໍ່ຕັນ ແຮ່ກ້ອນ ນັ້ນມີ ຄວາມໃຫຍ່ ຂນາດ 78 ແມັດ. ເມື່ອເຈາະ ໄປຮອດ ຄວາມເລີກ ປະມານ 340 ແມັດ ກໍ່ພົບ ກ້ອນແຮ່ທາດ ຂນາດໃຫຍ່ ອີກກ້ອນນື່ງ ມີຄວາມ ເຂັ້ມ ຂອງ ທາດທອງແດງ ສະສົມ ຢູ່ ປະມານ 3.37% ທາດຄຳ ປະມານ 0.33 ກຣາມ ຕໍ່ຕັນ ແລະ ແຮ່ທາດ  ເງີນປະມານ 4 ກຣາມ ຕໍ່ຕັນ  ແຮ່ກ້ອນ ດັ່ງກ່າວ ມີຄວາມໃຫຍ່ ຂນາດ 22 ແມດ.

ບໍຣິສັດ ແພນອອສ ຍັງໄດ້ພົບເຫັນ ແຮ່ທາດ ທອງແດງ ທາດເງີນ ແລະ ທາດຄຳ ທີ່ມີ ຄວາມເຂັ້ມສູງ ນຳອີກທີ່ ບໍ່ແຮ່ ຫ່າງຈາກ ພູຄຳ ທາງພາກ ຕາເວັນຕົກ ສ່ຽງເຫນືອ ປະມານ 6 ກິໂລແມດ ໃນເຂດສາຍ ບໍ່ແຮ່ ລ່ອງແຈ້ງ.

ມີຂ່າວລືວ່າ ບໍຣິສັດ ແຮ່ທາດ ແພນອອສ ອາດຈະຮ່ວມ ຫຸ້ນກັບ ບໍຣິສັດແຮ່ທາດ ມີນເມໂຕ ຂອງຈີນ ວ່າງປີທີ່ ຜ່ານມາ ບໍຣິສັດ ດັ່ງກ່າວ ສາມາດຜລິດ ແຮ່ທາດ ທອງແດງ ຈາກ ບໍ່ທີ່ ພູຄຳ ໄດ້ ປະມານ  68 ພັນຕັນ ດ້ວຍຄ່າໃຊ້ຈ່າຍ ໃນການຜລີດ ປອນລະ 0.87 ໂດລາ ແລະ ສາມາດຂາຍໄດ້ ໃນຣາຄາ ປອນລະ 3 ໂດລາ 44 ເຊນ ແສດງວ່າ ບໍຣິສັດ ດັ່ງກ່າວ ໄດ້ກຳໄຣ ອັນມະສານ ຈາກການ ຂາຍທອງແດງ ຈາກບໍ່ໃນລາວ



__________________
Anonymous

Date:
RE: ຄົ້ນພົບ ແຮ່ທາດ ທອງແດງ ທີ່ມີ ຄຸນນະພາບ ສູງ ໃນລາວ.
Permalink   
 


ພວກຮຳຮວຍ ກໍຄືຜູ້ນຳຂາຍຊາດ ແຕ່ປະຊາຊົນຍັງທຸກໆໆ ຄືເກົ່າ ພວກນີ້ບໍ່ຄິດ

ເຫັນອະນາຄົດຂອງຊາດ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard