ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການລາວ ຈະດັດແປງ ກົດໝາຍ ເພື່ອໃຫ້ ຄົນລາວ ໃນຕ່າງ ປະເທດ ກັບຄືນມາ ຢູ່ລາວ.
Anonymous

Date:
ທາງການລາວ ຈະດັດແປງ ກົດໝາຍ ເພື່ອໃຫ້ ຄົນລາວ ໃນຕ່າງ ປະເທດ ກັບຄືນມາ ຢູ່ລາວ.
Permalink   
 


F-lao-generation.jpg

 

ນີ້ຄື ລູກລາວ ຫລານລາວ ທີ່ມີ ສັນຊາດ ອະເມຣິກັນ ເຖີງຈະເກີດ ເຕີບໃຫຍ່ ໃນຕ່າງແດນ ກໍຍັງມີ ເລືອດເນຶ້ອ ເຊື້ອສາຍລາວ ບໍ່ລືມ ປະເພນີ ລາວ

ທາງການລາວ ຈະດັດແປງ ກົດໝາຍ ເພື່ອໃຫ້ ສະດວກ ສະບາຍ ສຳລັບ ຄົນລາວ ທີ່ໄດ້ໜີ ໄປຢູ່ ຕ່າງ ປະເທດ ທີ່ຢາກ ກັບຄືນ ມາຢູ່ລາວ. ຕາມລາຍງານ ຂອງ ອົງການ ຂ່າວ ເຢຣະມັນ DPA ວັນທີ 7 ກໍຣະກະດາ 2011 ທີ່ໄດ້ ອ້າງອີງ ໜັງສືພິມ ທາງການລາວ ວຽງຈັນທາມສ.

ກົດໝາຍ ສະບັບ ດັດແປງ ຈະເປັນ ສ່ວນນຶ່ງ ຂອງ ແຜນການ 5 ປີ 2011 2015 ທີ່ ຣັຖບານ ລາວ ຈະຊັກຊວນ ສົ່ງເສີມ ໃຫ້ຄົນລາວ ທີ່ໄດ້ໜີ ໄປຢູ່ ຕ່າງ ປະເທດ ກັບຄືນມາ ໃຊ້ທັງ ເຫື່ອແຮງ ຄວາມ ສາມາດ, ຄວາມ ຊ່ຽວຊານ ແລະ ກໍາລັງຊັບ ເພື່ອພັທນາ ບ້ານເກີດ ເມືອງນອນ ຂອງຕົນ.

ຕາມແຜນການ ກົດໝາຍ ໃໝ່ ຈະຜ່ອນໂຍນ ກົດລະບຽບ ໃນການ ເຂົ້າອອກ ຜ່ານເຂດ ຊາຍແດນ, ເພື່ອໃຫ້ ມີຄວາມ ສະດວກ ໃນການ ເຂົ້າມາ ຢ້ຽມຢາມ ຍາດຕິ ພີ່ນ້ອງ ໃນລາວ. ນອກນັ້ນ ແຜນການ ຍັງເປີດ ໂອກາດ ໃຫ້ມີສິດ ໃນການ ຄອບຄອງ ທີ່ດິນ ແລະ ມີສິດ ໃນການ ແຕ່ງດອງ. ອີງຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ທາງການລາວ.

ຄາດຄະເນ ວ່າ ມີຄົນລາວ 7 ແສນ ຄົນ ທີ່ໜີອອກ ຈາກ ປະເທດ ໃນປີ 1975 ເພື່ອຫລີກລ້ຽງ ການປົກຄອງ ຂອງ ຣັຖບານ ຄອມມິວນິສ, ຊຶ່ງສ່ວນຫລາຍ ໄດ້ໜີ ໄປຕັ້ງ ຖິ່ນຖານ ຢູ່ ສະຫະຣັຖ ອະເມຣິກາ, ການາດາ, ຝຣັ່ງ, ອອສເຕຣເລັຍ ແລະ ນິວຊີແລນ.

ເຖິງປັດຈຸບັນ ມີປະມານ 80 ສ່ວນຮ້ອຍ ຂອງ ຈໍານວນ ຄົນເຫລົ່ານັ້ນ ທີ່ໄດ້ ປ່ຽນເອົາ ສັນຊາດ ໃໝ່. ອີງຕາມ ການຈັດ ອັນດັບ ຂອງ ທະນາຄານ ໂລກ ລາວ ຍັງເປັນ ປະເທດ ທີ່ທຸກຍາກ ປະເທດ ນຶ່ງ ຂອງໂລກ ແລະ ມີ ປະຊາຊົນ ປະມານ 6 ລ້ານຄົນ.



__________________
Anonymous

Date:
Permalink   
 

ພວກສູ ຈະຕົວະພີ່ນ້ອງລາວນອກ ເມືອຂ້າອີກແລ້ວຫວະ ບັກຈູມມະລີ

ບັກຄວາຍ ກົດໝາຍພວກສູ ຂຽນຂື້ນມາເພື່ຶອຕົບຕາຊາວໂລກຊື່ໆ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard